TV ລາວ ອອກອາກາດຢ່າງເປັນທາງການ

TV ລາວ ອອກອາກາດຢ່າງເປັນທາງການ

 

ທ່ານ ຫົງຄຳ ສຸວັນນະວົງ ປະທານສະຖານີໂທລະພາບທີວີລາວຈຳກັດ ໄດ້ຖະແຫຼງຂ່າວກ່ຽວກັບການແຜ່ພາບສັນຍານໂທລະພາບ
ດັ່ງກ່າວຢ່າງເປັນທາງການວ່າ: ສະຖານີໂທລະພາບທີວີລາວ ໄດ້ຮັບການສ້າງຕັ້ງໃນເດືອນທັນວາ ປີ 2012 ແລະ ໄດ້ເລີ່ມທົດ
ລອງອອກອາກາດຜ່ານການສົ່ງສັນຍານດາວທຽມ Thaicom 5 ໃນວັນທີ 14 ເດືອນກຸມພາ 2013 ເປັນຕົ້ນມາ ຜ່ານການທົດ
ລອງອອກອາກາດນັ້ນເຫັນວ່າ ມີຄວາມພ້ອມ  100 % ໂດຍສະເພາະ ອຸປະກອນການຜະລິດລາຍການ ແລະ ຄວາມພ້ອມທາງ
ດ້ານບຸກຄະລາກອນຕ່າງໆ ສະນັ້ນ ໃນວັນທີ 6 ມີນາ 2013 ເປັນຕົ້ນໄປ ຈຶ່ງໄດ້ເລີ່ມການແຜ່ພາບສັນຍານໂທລະພາບຢ່າງເປັນ
ທາງການ ແລະ ຜູ້ຊົມສາມາດຮັບຊົມລາຍການຕ່າງໆຂອງສະຖານີທາງສັນຍານດາວທຽມ Thaicom 5 ຕາມຄວາມຖີ່ຄື:
DownLink Frequency: 3640 MHZ symbolRate: 2,222 MSY/s FEC:3/4 POl G Ver ພ້ອມນີ້ຈະໄດ້ແຜ່ພາບ
ອອກອາກາດທາງເຄເບີນ ນະຄອນຫຼວງວຽງຈັນ ແລະ ຜ່ານເຄເບີນຕ່າງໆທົ່ວ ສປປ ລາວ ໃນເວລາອັນໃກ້ນີ້ ແລະ ມາເຖິງປັດ
ຈຸບັນນີ້ ບາງແຂວງກໍສາມາດຮັບສັນຍານໄດ້ ແລະ ໃນເວລາອັນໃກ້ນີ້ ກໍຈະສາມາດຮັບຊົມໄດ້ໃນທົ່ວປະເທດ ເຊິ່ງສະຖານີໂທລະ
ພາບດັ່ງກ່າວ ທີ່ສົ່ງສັນຍານຜ່ານດາວທຽມ Thaicom 5 ສາມາດເບິ່ງໄດ້ໃນ 26 ປະເທດ.
ສະຖານີໂທລະພາບທີວີລາວ ຈະຜະລິດລາຍການໂທລະພາບທົ່ວໄປ ໂດຍເນັ້ນໜັກໃສ່ລາຍການກີລາກາຍະກຳເປັນຫຼັກ ກວມເອົາ
40% ຂອງລາຍການ ນອກນັ້ນກໍຍັງມີລາຍການທ່ອງທ່ຽວ ວັດທະນະທຳ ສາລະຄະດີ ເສດຖະກິດŒສັງຄົມ ທຸລະກິດ ເຕັກໂນໂລ
ຢີ ບັນເທີງ ແລະ ຄວາມຮູ້ຕ່າງໆຂອງສັງຄົມ ມາຮອດປັດຈຸບັນນີ້ ທາງສະຖານີມີລາຍການທັງໝົດ 15 ລາຍ ການຕາມຄຳຂວັນ
ຂອງສະຖານີທີວີລາວ ກ້າວໄກວ່ອງໄວທັນສະໄໝ ເພື່ອໃຫ້ມີຄວາມວ່ອງໄວໃນການນຳສະເໜີຂ່າວ ດ້ວຍເຕັກນິກວິທີການ ການ
ນຳສະເໜີທີ່ທັນສະໄໝ ບົນພື້ນຖານເນື້ອໃນທີ່ຄົບຖ້ວນ ເຊິ່ງເປັນສ່ວນປະກອບເຮັດໃຫ້ວົງການສື່ໂທລະພາບຂອງລາວມີຫຼາຍຍິ່ງ
ຂຶ້ນ ໂດຍຈະສົ່ງຜົນດີໃຫ້ຜູ້ຊົມໃຫ້ມີທາງເລືອກຫຼາຍຂຶ້ນ.
ສະຖານີີໂທລະພາບວີທີລາວ ເປັນການລົງທຶນຂອງເອກະຊົນ 100% ມີທຶນຈົດທະບຽນ 16 ຕື້ກີບ ຫຼື ປະມານ 2 ລ້ານໂດລາ
ໂດຍສະຖານີແຫ່ງນີ້ ມີຫ້ອງຕັດຕໍ່ ຫ້ອງອອກອາກາດ ແລະ ສະຕູດີໂອ ພ້ອມດ້ວຍເຄື່ອງມືອຸປະກອນທີ່ທັນສະໄໝ ສະຖານີແຫ່ງ
ນີ້ຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ທີ່ມາhttp://www.vientianemai.net