ໂຄດຄໍາສັ່ງ: ສາວຈີນຂຽນຂໍ້ຄວາມຕິດຫຼັງລົດໃຜຕຳກົ້ນລົດຕ້ອງແຕ່ງງານນຳ
ກຸດຈີນນີ້ຕ້ອງສະລະໂສດ! ສາວຈີນຂຽນຂໍ້ຄວາມຕິດຫຼັງລົດໃຜຕຳກົ້ນລົດຕ້ອງແຕ່ງງານນຳ
ສຳນັກຂ່າວຕ່າງປະເທດຈີນລາຍງານເມື່ອວັນທີ 1 ກຸມພາ 2019 ທີ່ຜ່ານມາ ໃນຊ່ວງເທດສະການກຸດຈີນ ມີລົດເກັງສີແດງຄັນໜຶ່ງກາຍເປັນຈຸດສົນໃຈຂອງຜູ້ຄົນທີ່ພົບເຫັນ ແລະ ໂດ່ງດັງໃນໂລກອອນລາຍນ໌ ຫຼັງຈາກແລ່ນທີ່ຖະໜົນໃນເມືອງ ໜິງໂປ ມົນທົນເຈີຈຽງ ໂດຍມີເຈ້ຍທີ່ຂຽນຂໍ້ຄວາມແປະຕິດໄວ້ຫຼັງລົດວ່າ "ສາວໂສດອາຍຸຫຼາຍຫາຄູ່ກັບບ້ານ ໃຜຕຳທ້າຍລົດຕ້ອງມາແຕ່ງງານນຳ"
ແຕ່ຍັງບໍ່ທັນໄດ້ພົບເນື້ອຄູ່ຊໍ້າ ກໍ່ຖືກເຈົ້າໜ້າທີ່ຕຳຫຼວດຈັບປັບໄໝກ່ອນ ໂດຍເຈົ້າໜ້າທີ່ຕຳຫຼວດລະບຸວ່າ ການຕິດເຈ້ຍໃສ່ລົດໃນລັກສະນະນີ້ເປັນການກະທຳຜິດກົດຈະລາຈອນ ເຊິ່ງສາວຄົນດັ່ງກ່າວຖືກປັບເປັນເງິນ 200 ຢວນ ຫຼື 251.000ກີບ ແລະ...