ໂຄດຄໍາສັ່ງ: ສະກົດແບບໃດ
ທ່ານໃຊ້ສະກົດແບບໃດ: ສ້ຽວຊານ ຫຼື ຊ່ຽວຊານ?
ຄຳຄຸນນາມທີ່ມີຄວາມໝາຍວ່າ 'ຊຳນານໃນການເຮັດສິ່ງໃດສິ່ງໜຶ່ງເປັນຢ່າງດີ', ທ່ານໃຊ້ສະກົດແບບໃດ: ສ້ຽວຊານ ຫຼື ຊ່ຽວຊານ?
ຄຳຕອບ:
'ຊ່ຽວຊານ' ເປັນການສະກົດທີ່ຖືກຕ້ອງ.
ທີ່ມາ ເພຈພາສາລາວ
ທ່ານວ່າສະກົດແບບໃດຈຶ່ງຖືກຕ້ອງ ລະຫວ່າງ ‘ລາສະດອນ’ ແລະ ‘ລາຊະດອນ’?
ຄຳທີ່ມີຄວາມໝາຍວ່າ 'ພົນລະເມືອງຂອງປະເທດ', ທ່ານວ່າສະກົດແບບໃດຈຶ່ງຖືກຕ້ອງ ລະຫວ່າງ 'ລາສະດອນ' ແລະ 'ລາຊະດອນ'?
ຄຳຕອບ:
ລາສະດອນ ເປັນການສະກົດທີ່ຖືກຕ້ອງຕາມຄວາມໝາຍຂອງສັບ. ຄຳນີ້ມາຈາກຄຳເຄົ້າສັນສະກິດ 'raastra' ຣາສຕຣະ
ທີ່ມາ ເພຈພາສາລາວ