spot_img
Homeຂ່າວທ້ອງຖິ່ນນະໂຍບາຍດ້ານເສດຖະກິດຂອງລັດຖະບານ ເພື່ອຫຼຸດຜ່ອນຜົນກະທົບຈາກວິກິດໂຄວິດ-19ລະບາດ

ນະໂຍບາຍດ້ານເສດຖະກິດຂອງລັດຖະບານ ເພື່ອຫຼຸດຜ່ອນຜົນກະທົບຈາກວິກິດໂຄວິດ-19ລະບາດ

Published on

ການລະບາດຂອງໄວຣັສໂຄໂຣນາ ຫຼື ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດໃນວົງກວ້າງ ຫຼາຍຈະແໜງການຕ້ອງປິດກິດຈະການຊົ່ວຄາວເພື່ອປ້ອງກັນການລະແຜ່ລະບາດຂອງເຊື້ອໄວຣັດ ດັ່ງນັ້ນ, ລັດຖະບານຈຶ່ງໄດ້ມີນະໂຍບາຍດ້ານເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບຈາກວິກິດໂຄວິດ-19ລະບາດໃນຄັ້ງນີ້.

ອີງຕາມການລາຍງານຈາກສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫລງຂ່າວກ່ຽວກັບນະໂຍບາຍດ້ານເສດຖະກິດຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນການເພີ່ມມາດຕະການຮີບດ່ວນ ໂດຍສະເພາະການເລື່ອນຜ່ອນຜັນໃນການຊຳລະພາສີອາກອນ ເປັນຕົ້ນແມ່ນ:

  1. ເລື່ອນການຊຳລະຄ່າທາງ;
  2. ຕໍ່ເວລາການສົ່ງເອກະສານລາຍງານການເງິນ;
  3. ົກເວັ້ນອາກອນລາຍໄດ້ຜູ້ທີ່ໄດ້ຮັບເງິນເດືອນໜ້ອຍ;
  4. ຍົກເວັ້ນອາກອນລາຍໄດ້ພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ;
  5. ຍົກເວັ້ນພາສີອາກອນ;
  6. ປັບຫລຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງ;
  7. ປັບຫລຸດອັດຕາດອກເບ້ຍແກ່ພາກທຸລະກິດ;
  8. ປັບລາຄານ້ຳມັນເຊື້ອໄຟລົງ;
  9. ຄວບຄຸມລາຄາສິນຄ້າ;
  10. ແນະນຳກະຊວງທີ່ກ່ຽວຂ້ອງປັບຫລຸດລາຄາຄ່າໄຟຟ້າ ນ້ຳປະປາ ແລະ ຄ່າອິນເຕີເນັດລົງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...