ໂຄດຄໍາສັ່ງ: ຂ່າວເສດຖະກິດລາວ
ລາວມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ຄສຄຊ ສະເໜີ 6 ບັນຫາທີ່ຕ້ອງເລັ່ງແກ້ໄຂ
ເສດຖະກິດຂອງປະເທດລາວ ໃນປີນີ້, ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ. ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ: ສາເຫດຫຼັກມາຈາກຜົນກະທົບນອກຕົວ ທີ່ເກີດຈາກໄພທຳມະຊາດ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ...
ອີກບໍ່ດົນ ຊາວນະຄອນຫຼວງ ຈະໄດ້ບໍລິໂພກຊີ້ນລາຄາຖືກ
ສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫຼວງວຽງຈັນ (ນວ) ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມພາກ ສ່ວນທີ່ກ່ຽວຂ້ອງໄດ້ຍ້າຍພໍ່-ແມ່ພັນງົວຈາກດ່ານກັກກັນສັດບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ໄປໄວ້ຟາມຂອງຜູ້ປະກອບການສະມາຄົມລ້ຽງງົວ ນະຄອນຫຼວງ ເມືອງປາກງື່ມ ນະຄອນຫຼວງ ເຊິ່ງເປັນສະຖານທີ່ປະສົມຂະຫຍາຍພັນສືບເຊື້ອ ກ່ອນຈະນຳລູກງົວໄປໃຫ້ກັບສະມາຊິກຂອງສະມາຄົມ.
ທ່ານ ຈັນເພັງ ອິນສະຫວັນ ປະທານສະມາຄົມຜູ້ປະກອບການລ້ຽງງົວ ນວ ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ນະຄອນໂຮ່ຈີມິງ...
ການເຈລະຈາເລື່ອງຄ້າໄມ້ຖືກກົດໝາຍລະຫວ່າງລາວ ແລະ ສະຫະພາບເອີຣົບ ມີຄວາມຄືບໜ້າ
ພາຍຫຼັງການເຈລະຈາຄັ້ງທຳອິດໃນແຜນງານ FLEGT ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍມີຜູ້ຕາງ ໜ້າຈາກຄະນະກຳມາທິການສະຫະພາບເອີຣົບ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 24 ຫາ 28 ເມສາ 2017 ຜ່ານມາ ກໍຖືເປັນບາດກ້າວສຳຄັນໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ...
ຮອງນາຍົກເນັ້ນພັດທະນາຕະຫລາດທຶນ ເພື່ອຂັບເຄື່ອນ ການຂະຫຍາຍຕົວ ຂອງເສດຖະກິດ
ກອງປະຊຸມ ຄະນະກໍາມະການ ຄຸ້ມຄອງຫລັກຊັບ ຄັ້ງທີ II (ຄຄຊ) ປະຈໍາປີ 2017 ໄດ້ສໍາເລັດລົງ ດ້ວຍໝາກຜົນ ອັນຈົບງາມ ໃນວັນທີ 21 ກໍລະກົດນີ້, ທີ່ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານຄະນະ ກໍາມະການຄຸ້ມຄອງຫລັກຊັບ, ມີຮອງປະທານ, ບັນດາກໍາມະການ...
ລາວໄດ້ຮັບໂຄຕ້ານຳສົ່ງເຂົ້າໄປ ສປ ຈີນ 20 ພັນໂຕນ
ກອງປະຊຸມບົດບັດທຶກເພື່ອຈຳຊ່ວຍສົ່ງເຂົ້າ 20 ພັນໂຕນ ໄປ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2017 ທີ່ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ທ່ານ ນາງ ມະນີຈັນ ສອນຄຳໄຊ ຮອງຫົວໜ້າພະແນກສົ່ງເສີມການຕະຫຼາດຂອງກົມສົ່ງເສີມການຄ້າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ
ລັດຖະບານ...
ລາວເປັນປະເທດທີ່ໃຊ້ເງິນບາດຫຼາຍທີ່ສຸດໃນການຊຳລະຄ່າສິນຄ້າ ແລະ ການບໍລິການ
ລາຍງານຈາກທະນາຄານແຫ່ງປະເທດໄທ ໃຫ້ຮູ້ເຖິງທິດທາງລະຫວ່າງການຊື້-ຂາຍ ລະຫວ່າງປະເທດ ໃນພາກພື້ນອາຊຽນປະຈຳໂຕມາດທີ 3 ປີ 2016 ພົບວ່າເງິນໂດລາຍັງເງິນສະກຸນຫຼັກຂອງການຄ້າຂາຍໃນພາກພືນອາຊຽນ ໂດຍມີອັດຕາສ່ວນຊຳລະຄ່າສິນຄ້າ ແລະ ການບໍລິການດ້ວຍເງິນໂດລາ ສູງເຖິງ 83% ຂອງວົງເງິນຊຳລະຄ່າສິນຄ້າ ແລະ ການບໍລິການໃນອາຊຽນ ຂະນະທີ່ເງິນບາດຂອງປະເທດໄທ ຖືວ່າເປັນເງິນສະກຸນອັນດັບສອງທີ່ໃຊ້ສຳລະຄ່າສິນຄ້າ ແລະ ການບໍລິການໂດຍກົງໃນອາຊຽນ ໂດຍມີອັດຕາສ່ວນໃນການຊຳລະສິນຄ້າ ແລະ ບໍລິການ 12.5%...
10 ມາດຕາ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປີ 2017
ໃນທ່າມກາງເສດຖະກິດ ຂອງປະເທດກໍາລັງຢູ່ໃນສະພາວະຫຍຸ້ງຍາກສັບສົນການເງິນທີ່ມີບັນຫາແກ່ຍາວມາຫຼາຍປີ, ດັ່ງນັ້ນເພື່ອເປັນການແກ້ໄຂບັນຫາທັງໄລຍະສັ້ນ ແລະຍາວລັດຖະບານຈຶ່ງໄດ້ມີການປັບປຸງກົງຈັກ,
ກົນໄກການບໍລິຫານງານລັດໃຫ້ຮັດກຸມໂປ່ງໃສວ່ອງໄວ ແລະເນັ້ນໃສ່ປະສິດທິ ພາບປະສິດທິຜົນຂອງການບໍລິຫານ ໂດຍສະເພາະການຈັດຕັ້ງປະຕິແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017 ໃຫ້ປະສົບຜົນປະສົບຜົນສໍາເລັດ, ລັດຈຶ່ງໄດ້ສະເໜີ 10 ມາດຕະການຕົ້ນຕໍທີ່ຈະໄດ້ຕັ້ງປະຕິບັດມີດັ່ງລຸ່ມນີ້.
ວັນທຳອິດແມ່ນລັດຈະຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມສະຖຽນລະພາບ ແລະໝັ້ນທ່ຽງໂດຍຊຸກຍູ້ໃຫ້ບັນດາຂະແໜງການ ທີ່ຮັບຜິດຊອບໃນແຕ່ລະຂົງເຂດວຽກງານປະສານ ແລະປະສານສົມທົບກັນຢ່າງໃກ້ຊິດເພື່ອປັບປຸງສ້າງນະໂຍບາຍ ແລະນິຕິກໍາໃຫ້ ສອດຄ່ອງກົມກຽວ ແລະຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7%.
ສຶບຕໍ່ປັບປຸງການຄຸ້ມຄອງ ລະບົບການເງິນ-ງົບປະມານຢ່າງ ແຂວງແຮງແນໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກງົບປະມານໂດຍ ປະຕິຮູບກົນໄກເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝໂປ່ງໃສເສີມສ້າງຖານລາຍຮັບໃຫ້ໝັ້ນຄົງກວ້າງຂວາງຫຼາຍຂຶ້ນ, ພ້ອມທັງ ຕິດຕາມກວດກາ...
ໂຄງການກໍ່ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງ ມີຄວາມຄືບໜ້າໄປແລ້ວ 9%
ໃນຕອນແລງວັນທີ 25 ມິຖຸນາ 2016 ຜ່ານມາ ທ່ານ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງ ເຊິ່ງເປັນການລົງທຶນຂອງບໍລິສັດເອກະຊົນຊາວຈີນ ຈາກແຂວງເຈີຈຽງ ທີ່ມາລົງທຶນໃນ ສປປ.ລາວ ໂດຍແມ່ນບໍລິສັດຢູຢາວມິງຊຽງພລາສຕິກຈຳກັດ (YUYAO MINGXIANG PLASTIC CO.,LTD).
ໂຄງການກໍ່ສ້າງສູນການຄ້າທັນສະໄໝ ເປັນອາຄານ 9...
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ມີຜົນສໍາເລັດຫລາຍດ້ານ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ໄດ້ລາຍງານການເຄື່ອນໄຫວຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII (2011-2015) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 20 ເມສານີ້ວ່າ: ຕະຫລອດໄລຍະ5 ປີຜ່ານມາ, ເຖິງວ່າສະພາບແວດລ້ອມຂອງສາກົນ, ພາກພື້ນ ແລະ ພາຍໃນປະເທດມີທັງຂໍ້ສະດວກ, ກາລະໂອກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆກໍຕາມ,ແຕ່ລັດຖະບານຊູດທີ...
ສັງຄົມຍັງມີຄວາມເປັນຫວ່ງຕໍ່ລາຄາສິນຄ້າໃນໄລຍະບຸນປີໃໝ່
ນັບວ່າເປັນເລື່ອງປົກກະຕິ ສຳລັບການສວຍໂອກາດຂຶ້ນລາຄາສິນຄ້າຂອງຊາວຄ້າຂາຍ ໃນໄລຍະເທສະການຕ່າງໆ, ໂດຍສະເພາະສິນຄ້າປະເພດອາຫານເປັນຕົ້ນ: ຊີ້ນ, ປາ, ພືດຜັກ ແລະ ເຄື່ອງສັກກະລັກບູຊາຕ່າງໆ, ຍ້ອນໃນຊ່ວງດັ່ງກ່າວ ແມ່ນມີຜູ້ຊົມໃຊ້ ແລະ ບໍລິໂພກເພີ່ມຂຶ້ນຫລາຍ, ຈຶ່ງເປັນຊ່ອງຫວ່າງເຮັດໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ຊຶ່ງບັນຫານີ້ຍັງເຫັນວ່າສັງຄົມຍັງມີຄວາມເປັນຫວ່ງບໍ່ໜ້ອຍ, ຂະນະທີ່ມາຮອດປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງບໍ່ທັນມີແຈ້ງການ ຫລື ມາດຕະການອັນໃດອອກມາເພື່ອຄຸ້ມຄອງລາຄາສິນຄ້າໃນຊ່ວງໄລຍະບຸນປີໃໝ່ນີ້ ເຖິງວ່າກ່ອນໜ້ານີ້ ຫ້ອງວ່າການລັດຖະບານ ຈະມອບໃຫ້ກະຊວງອຸດສາຫະກຳແລະ ການຄ້າ ເອົາໃຈໃສ່ຊີ້ນຳ,...
ກະຊວງ ອຄ ອອກຄຳສັ່ງ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ
ເລີ່ມແຕ່ວັນທີ 8 ມັງກອນ 2015 ເປັນຕົ້ນມາທຸກໆສິນຄ້າ ທີ່ຜະລິດຜະລິດຢູ່ພາຍໃນແລະສິນຄ້ານຳເຂົ້າຈາກຕ່າງປະເທດຕ້ອງໄດ້ຮັບການຕິດສະຫຼາກເປັນພາສາລາວກ່ອນຈິ່ງ
ສາມາດຈຳ ໜ່າຍໄດ້ ເພື່ອເປັນການປົກປ້ອງ ຜູ່ຊົມໃຊ້ຕາມຄຳສັ່ງກ່ຽວກັບການ ຕິດສະຫຼາກເປັນພາສາລາວ, ສະບັບເລກທີ 2501/ອຄ. ຄພນ ລົງວັນທີ 16 ທັນວາ 2015 ຂອງ ກະຊວງອຸດສາຫະກຳ ແລະການ ຄ້າ (ວັນທີປັບປຸງ 2 ກຸມພາ...