ໂຄດຄໍາສັ່ງ: ການບໍລິຈາກ
ບໍລິຈາກແນວໃດໃຫ້ເຖິງມືຜູ້ຮັບ!!
ວ່າດ້ວຍເລື່ອງການບໍລິຈາກຜ່ານສື່ອອນລາຍ ຊຶ່ງນປັດຈຸບັນນີ້ມີໃຫ້ເຫັນຢ່າງຫຼວງຫຼາຍທັງການເປີດຮັບບໍລິຈາກແບບບຸກຄົນ ຮັບບໍ ລິຈາກແບບອົງກອນການກຸສົນ ການຮັບບໍລິຈາກແບບອາສາ ຊຶ່ງໃນທຸກຮູບແບບທີ່ເຮັດນັ້ນລ້ວນມີເຈດຕະນາທີ່ດີ ເພາະຈຸດປະສົງຫຼັກກໍຄືການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ກັບຄົນທີ່ເຄາະຮ້າຍ ປະສົບເຫດຮ້າຍ ແລະ ອື່ນໆທີ່ຕ້ອງການຄວາມຊ່ວຍເຫຼືອ.
ທຸກຄັ້ງທີ່ເຫັນມີການເປີດຮັບບໍລິຈາກຜ່ານເຟສບຸ໊ກສິ່ງທີ່ສັງເກດເຫັນໄດ້ໂດຍຫຼັກໆແລ້ວມີຢູ່ 3 ຢ່າງຄື ບໍລິຈາກຜ່ານບັນຊີອົງກອນການກຸສົນ ແລະ ບໍລິຈາກຜ່ານບັນຊີສ່ວນບຸກຄົນ ສຳລັບການຮັບບໍລິຈາກຜ່ານບັນຊີສ່ວນບຸກຄົນກໍຈະແຍກອອກເປັນ 2 ແບບຄືບັນຊີຂອງຜູ້ທີ່ເດືອດຮ້ອນຕ້ອງການຄວາມຊ່ວຍເຫຼືອໂດຍກົງ ແລະ ບັນຊີສ່ວນຕົວຂອງບຸກຄົນອື່ນທີ່ເປີດຮັບບໍລິຈາກເພື່ອເປັນທາງຜ່ານນຳເງິນໄປບໍລິຈາກຕໍ່ ແລະ ບາງແຫຼ່ງທີ່ເປີດຮັບບໍລິຈາກບໍ່ມີການລາຍງານ...