QV301 ຕົກ ຍ້ອນອາກາດ ແລະຄວາມຜິດພາດຂອງຈຸບິນ

DSC_8008lao-2

ອີງຕາມຂ່າວຈາກສຳນັກຂ່າວສານປະເທດລາວ,  ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫລງກ່ຽວ​ກັບຜົນຂອງການສືບສວນ- ສອບສວນ ສາເຫດທີ່ພາໃຫ້ເຮືອບິນ ອາ​ເຕ​ແອ (ATR) 72 -600 ຖ້ຽວ​ບິນ ຄິວ​ວີ 301 ວຽງ​ຈັນ-ປາກ​ເຊ ຂອງ​ບໍລິສັດ​ການບິນ​ລາວ ຕົກ​ທີ່​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ​​ ໃນ​ວັນ​ທີ 16 ເດືອນ​ຕຸລາ ປີ 2013 ຜ່ານ​ມາ  ຂຶ້ນ​ໃນ​ວັນ​ທີ 28 ເດືອນ​ພະຈິກ ປີ 2014 ນີ້ ຢູ່​ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ, ນະຄອນ ຫລວງ​ວຽງ​ຈັນ ໂດຍ​ມີ ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ທູຕານຸທູດປະ​ຈຳ ສປປ ລາວ ພ້ອມ​ດ້ວຍພະນັກງານ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ລັດຕະນະມະນີ ຄູນ​ນິວົງ ​ໄດ້​ກ່າວ​ວ່າ: ຜົນ​ການ​ຖອດ​ລະຫັດ​ຈາກ​ໜ່ວຍບັນທຶກ​ຂໍ້​ມູນ​ການບິນ 2 ໜ່ວຍ​(ກ່ອງ​ດຳ) ເຊິ່ງມີ​ໜ່ວຍ​ບັນທຶກ​ຂໍ້​ມູນ​ຂອງ​ການບິນ 1 ໜ່ວຍ ​ແລະ ໜ່ວຍ​ບັນທຶກ​ສຽງ​ໃນ​ຫ້ອງ​ຂັບ 1 ໜ່ວຍ ​ເຊິ່ງໜ່ວຍບັນທຶກ​ຂໍ້​ມູນ​ທັງ​ສອງ​ໜ່ວຍ​ໄດ້​ຖື​ກ​ເກັບ​ຮັກສາ​ໄວ້​ໃນ​ທີບ​ທີ່​ບັນຈຸ​ນ້ຳ​ພາຍ​ຫລັງ​ທີ່​ນຳ​ຂຶ້ນມາ​ຈາກ​ແມ່ນ້ຳ​ຂອງ​. ຫລັງ​ຈາກ​ນັ້ນ​ໃນ​ວັນ​ທີ 4/11/2013 ໄດ້​ຖືກ​ນຳ​ໄປ​ສຳ ນັກງານ BEA ທີ່​ປະ​ເທດ​ຝຣັ່ງ​ ໂດຍ​ຄະນະ​ສືບສວນ-ສອບ​ສວນ​ຂອງ​ລາວ ​ແລະ BEA ໄດ້​ດຳ​ເນີນ​ການ​ເປີດ​ໜ່ວຍຂໍ້​ມູນ​ການ ບິນ​ທັງ​ສອງໜ່ວຍ ພ້ອມ​ຖອດ​ລະຫັດ​ຂໍ້​ມູນ​ການບິນ ແລະ ການ​ສົນທະນາ​ຕາມ​ຂັ້ນຕອນ​ ໂດຍ​ມີການ​ເຂົ້າ​ຮ່ວມ ​ແລະ ຕິດຕາມ​ຂອງ​ຄະນະ​ສືບສວນ-ສອບ​ສວນ ​ຂອງ​ລາວ​​ເຫັນ​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ອຸບັດ​ເຫດ​ໃນ​ຄັ້ງນີ້ ​ແມ່ນ​ເນື່ອງ​ຈາກ​ສະພາບ​ອາກາດ​ປ່ຽນ​ແປງ​ຢ່າງ​ກະ​ທັນ​ຫັນ ​ບວກ​ກັບ​ຄວາມ​ຜິດພາດ​ຂອງ​ຈຸ​ບິນ ​ໃນ​ການ​ປະຕິບັດ​ຕາມ​ວົງ​ຈອນ​ການ​ລົງ​ເດ່ີນ​ດ້ວຍ​ອຸປະ ກອນ​ເຄື່ອງ​ຊ່ວຍ ລວມທັງ​ການ​ປະຕິບັດ​ຂັ້ນຕອນ​ການບິນ​ຂຶ້ນຄືນ, ການ​ຕັດສິນ​ໃຈ​ສືບຕໍ່​ລົງ​ເດີ່ນ​ຂອງ​ຈຸ​ບິນ ​ດ້ວຍ​ຄວາມ​ສູງ​ໃນ​ລະດັບ​ຕ່ຳ​ກວ່າ​ຄວາມ​ສູງ​ທີ່​ໄດ້​ລະບຸ​ໄວ້​ໃນ​ວົງ​ຈອນ​ລົງ​ເດີ່ນ, ການ​ຕັ້ງຄ່າ​ຄວາມ​ສູງ​ທີ່​ບໍ່​ຖືກຕ້ອງ​ຂອງ​ຈຸ​ບິນ ​ພາ​ໃຫ້​ລະບົບ​ນຳພາ​ບິນ ​ສົ່ງ​ຜົນ​ຢ່າງ​ບໍ່​ຖືກຕ້ອງ​ຢູ່​ໂມງ​ຂອບ​ຟ້າ​ຈຳລອງ​ໃນ​ເວລາ​ເຮືອບິນ​ຂຶ້ນຄື່ນ, ອາດ​ເປັນ​ໄປ​ໄດ້​ທີ່​ເກີດ​ມີ​ພາບ​ຫລອນ​ຈົນ​ເຮັດ​ໃຫ້​ນັກ​ບິນ​ເສຍ​ທີ່​ຕັ້ງຂອງ​ຕົນ​ໃນ​ຂະນະ​ທີ່​ເຮືອບິນ​ຢູ່​ໃນ​ເຝື້ອ, ການ​ປະກົດ​ຂຶ້ນຄືນ​ໂດຍ​ອັດຕະ​ໂນ​ມັດ​ ຂອງ​ລະບົບ​ນຳພາ​ບິນ​ສະ​ແດງ​ຢູ່​ໜ້າ​ໂມງ​ຂອບ​ຟ້າ​ຈຳລອງ​ນັ້ນ ຢືນຢັນ​ວ່າ​ລະບົບ​ນຳພາ​ບິນ​ເຮັດ​ວຽກ​ປົກກະຕິ ແຕ່​ບໍ່​ສາ ມາດ​ນຳ​ໃຊ້​ໄດ້ ເນື່ອງ​ຈາກ​ຕັ້ງຄ່າ​ຜິດ​ໃນ​ການບິນ​ຂຶ້ນຄື່ນ, ການ​ຕິດຕາມ​ການສະ​ແດງ​ຜົນ​ຂອງ​ໜ່ວຍ ງານ​ໂມງ​ຕ່າງໆ​ໃນ​ຫ້ອງ​ຂັບ​ບໍ່​ມີ​ປະສິດທິພາບ​ພຽງພໍ​ ໃນ​ໄລຍະ​ເວລາ​ການບິນ​ຂຶ້ນຄື່ນ ຍ້ອນ​ຜູ້​ບັນຊາ​ຈຸ​ບິນ​ອາດ​ຈະ​ເອົາ​ໃຈ​ໃສ່​ການ​ເຮັດ​ວຽກ​ຂອງ​ລະບົບ​ໃດ​ໜຶ່ງ​ຫລາຍ​ຈົນ​ເກີນ​ໄປ​ ອັນ​ພາ​ໃຫ້​ເກີດ​ຄວາມ​ຜິດພາດ​ໃນ​ຈຸດ​ອື່ນ​ໄດ້, ການ​ປະສານ​ງານ ລະຫວ່າງ ນັກ​ບິນ​ທັງ​ສອງ​ຄົນ​ບໍ່​ດີ​ເທົ່າ​ທີ່​ຄວນ​ໂດຍ​ສະ​ເພາະ​ແມ່ນ​ ໄລຍະ​ສຸດ​ທ້າຍ​ຂອງ​ການ​ລົງ​ເດີ່ນ./.
http://www.kpl.net.la/lao/news/dnl%205.htm
images
laoatr