Pontiac ລົດໃສຄັນດຽວຂອງໂລກ

ລົດຢີ່ຫໍ້ Pontiac Deluxe Six ສ້າງຂຶ້ນເມື່ອປີ 1939 ມີການສ້າງພຽງ 2 ຄັນເທົ່ານັ້ນ ປັດຈຸບັນເຫຼືອພຽງຄັນດຽວໃນໂລກ ເປັນລົດໂປ່ງໃສຄັນທຳອິດທີ່ອາເມລິກາເປັນຜູ່ສ້າງຂຶ້ນ ໂຄງດ້ານໃນເປັນເຫຼັກ ອາໄຫລ່ປະກອບສ່ວນຫຼາຍເຮັດມາຈາກທອງແດງ ແລະ ແຜ່ນໂຄຣນຽມ ຢາງລໍ້ລົດນັ້ນສ້າງມາເປັນພິເສດເປັນສີຂາວ ສ່ວນຕົວຖັງທີ່ເຫັນໃສໆນັ້ນເຮັດມາຈາກພລາສຕິກ ຢີ່ຫໍ້ Plexiglas ຫຼາຍຄົນອາດສົງໃສວ່າເປັນຫຍັງຈິ່ງໃຊ້ພລາສຕິກ ເພາະເປັນຍຸກນັ້ນກຳລັງນິຍົມໃຊ້ພລາສຕິກ ສະໄໝນັ້ນໃຜໄດ້ໃຊ້ສິ່ງຂອງທີ່ເຮັດມາຈາກພລາສຕິກແມ່ນຖືວ່າຫຼູຫຼາ ທີ່ສຸດ

ໃນທ້າຍເດືອນ ກໍລະກົດ 2011 ໄດ້ເປີດການປະມູນລົດຄັນນີ້ດ້ວຍລາຄາ 475,000 ໂດລາ ຈາກລາຄາຕົ້ນທຶນສ້າງໃນສະໄໝນັ້ນພຽງ 25,000 ໂດລາ