Katalyst Partners ກຽມຈັດງານຮຽນຮູ້ການຕະຫຼາດແບບເຈາະເລິກໃນ ສປປ ລາວເພື່ອສົ່ງເສີມຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ໃນວັນທີ 25 ມີນາ 2023

0
2326

Katalyst Partners ແລະ Bearketing ໄດ້ຮ່ວມມືກັນຈັດງານ Katalyst Marketing Mastery 2023 ເຊິ່ງເປັນງານການຕະຫຼາດໜຶ່ງມື້ໃນວັນທີ 25 ມີນາ 2023 ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນເພື່ອສົ່ງເສີມການເຕີບໃຫຍ່ຂອງທຸລະກິດຂະໜາດກາງ ແລະ ນ້ອຍ. 

ເນື່ອງຈາກວ່າ ທຸລະກິດຂະໜາດກາງ ແລະ ນ້ອຍເປັນແຮງຂັບເຄື່ອນຫຼັກໃນການພັດທະນາເສດຖະກິດຂອງປະເທດ ດັ່ງນັ່ນ, ການສົ່ງເສີມໃຫ້ພວກເຂົາເຕີບໃຫຍ່ຈຶ່ງເປັນການສົ່ງເສີມເສດຖະກິດໃນ ສປປ ລາວໃຫ້ເຕີບໃຫຍ່ໄປດ້ວຍ. 

ຈາກຄຳຮ້ອງຂໍຂອງສິດເກົ່າ Katalyst Business Mastery(KBM) ຫຼາຍທ່ານ, ງານ KMM ເປັນງານການຕະຫຼາດທີ່ຖືກອອກແບບພິເສດເຊິ່ງເນັ້ນໃສ່ໜຶ່ງໃນພາກສ່ວນທີ່ສຳຄັນທີ່ສຸດຂອງທຸລະກິດ ເຊິ່ງກໍຄື ການຕະຫຼາດ. ເປັນງານການຕະຫຼາດແບບເຈາະເລິກທີ່ຮວບຮວມເອົາຜູ້ຊ່ຽວຊານດ້ານການຕະຫຼາດ ແລະ ຜູ້ປະກອບໃນ ສປປ ລາວ ມາໃຫ້ຄວາມຮູ້ ແລະ ຝຶກອົບຮົມແບບປະຕິບັດຕົວຈິງທີ່ເນັ້ນການສ່ວນຮ່ວມເພື່ອໃຫ້ທຸລະກິດຂະໜາດກາງ-ນ້ອຍ (SMEs) ໄດ້ຮັບທັກສະທີ່ຈຳເປັນເພື່ອພິຊິດຕະຫຼາດໃນປີ 2023

Katalyst Marketing Mastery ຈະນຳຜູ້ຊ່ຽວຊານດ້ານການຕະຫຼາດມາຮວມຕົວກັນເພື່ອແບ່ງປັນປະສົບການ ແລະ ການຝຶກອົບຮົມເນັ້ນປະຕິບັດ, ເຊັ່ນດຽວກັນກັບການມອບໂອກາດໃນການສ້າງເຄືອຂ່າຍແບບພິເສດໃຫ້ຜູ້ຮ່ວມທີ່ຖືປີ້ Diamond ແລະ Gold ທັນທີຫຼັງຈົບງານ.

ຜູ້ເຂົ້າຮ່ວມຈະໄດ້:​

  • ຮຽນຮູ້ບັນດາຍຸດທະສາດທີ່ນຳໃຊ້ໄດ້ຈິງ, ວິທີການ ແລະ ເຄື່ອງມືຕ່າງໆທີ່ພວກເຂົາສາມາດນຳໃຊ້ເພື່ອສ້າງການມີສ່ວນຮ່ວມກັບລູກຄ້າຫຼາຍຂຶ້ນ  ແລະ ກະຕຸ້ນຍອດຂາຍໄດ້ໃນທັນທີ
  • ຮຽນຮູ້ຈາກຜູ້ຊ່ຽວຊານດ້ານການຕະຫຼາດອັນດັບຕົ້ນໆຂອງປະເທດລາວ ແລະ ໄດ້ເຮັດບົດຝຶກຫັດ ພ້ອມທັງໂອ້ລົມແລກປ່ຽນຄວາມຮູ້ທີ່ເຂົາສາມາດນຳເອົາສິ່ງທີ່ໄດ້ຍິນໄປປະຕິບັດຕົວຈິງໄດ້ 
  • ສ້າງແຜນປະຕິບັດງານເພື່ອໃຫ້ໄດ້ຜົນຮັບທາງການຕະຫຼາດທີ່ດີກວ່າ ແລະ ທົດສອບຮ່ວມກັບມິດສະຫາຍ.
  • ສ້າງເຄືອຂ່າຍ ແລະ ສ້າງສາຍສຳພັນກັບມິດສະຫາຍທີ່ຈະຊ່ວຍໃຫ້ພວກເຂົາຂັບເຄື່ອນທຸລະກິດໄປໜ້າໃນທຸກໆເສດຖະກິດ.​

ທ່ານແກ້ວວິສຸກ ດາລາສານ, ຜູ້ຮ່ວມກໍ່ຕັ້ງຂອງ Katalyst Partners ກ່າວວ່າ “Katalyst Marketing Mastery ຈະບໍ່ພຽງແຕ່ເປັນງານອົບຮົມທຳມະດາແຕ່ເປັນການຝຶກອົບຮົມທີ່ເນັ້ນການປະຕິບັດຕົວຈິງທີ່ມີແບບຝຶກຫັດຈາກຜູ້ຊ່ຽວຊານທີ່ຜູ້ເຂົ້າຮ່ວມສາມາດນໍາໃຊ້ກັບທຸລະກິດຂອງພວກເຂົາ”

Katalyst Marketing Mastery ຕັ້ງເປົ້າຈຳນວນຜູ້ເຂົ້າຮ່ວມໄວ້ 120 ຄົນ ໃນນັ້ນປະກອບມີເຈົ້າຂອງທຸລະກິດຂະໜາດກາງ-ນ້ອຍ, ນັກການຕະຫຼາດ, ແລະ ທີມງານຂອງພວກເຂົາເພື່ອພາທຸລະກິດຂອງພວກເຂົາເຕີບໃຫຍ່ຂຶ້ນໄປອີກລະດັບບໍ່ວ່າຈະຂາຍສິນຄ້າ ຫຼື ການບໍລິການປະເພດໃດກໍຕາມ. 

ຂໍຂອບໃຈເປັນພິເສດເຖິງຜູ້ສະໜັບສະໜູນງານຂອງພວກເຮົາ – Foodpanda, ປະກັນໄພ APA ແລະ ທະນາຄານພັດທະນາລາວ (LDB)

ສຶກສາຂໍ້ມູນເພີ່ມເຕີມກ່ຽວກັບ KMM 2023 ໄດ້ທີ່:​ facebook.com/katalystpartners 

ລົງທະບຽນເຂົ້າຮ່ວມງານໄດ້ທີ່: bit.ly/KMM2023 ຫຼື ຕິດຕໍ່ເບີ: +856 20 5530 9319.

ສຳລັບຜູ້ທີ່ສົນໃຈຢາກສະໜັບສະໜູນງານ,  ສາມາດຕິດຕໍ່ໄດ້ທີ່: info@katalyst-partners.com

ກ່ຽວກັບ Katalyst Partners: 

ບໍລິສັດ Katalyst Partners ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2019 ເພື່ອນຳເອົາການຝຶກອົບຮົມ ແລະ ການ Coaching ທີ່ໄດ້ມາດຕະຖານສາກົນມາສູ່ ສປປ ລາວ. ຕັ້ງແຕ່ນັ້ນມາ, Katalyst ໄດ້ສະໜອງປະສົບການການຮຽນຮູ້ທີ່ມີການໂຕ້ຕອບ ແລະ ມີສ່ວນຮ່ວມສູງໃຫ້ກັບອົງກອນທຸກຂະໜາດ, ພະນັກງານ, ແລະ ຜູ້ທີ່ສົນໃຈທີ່ຈະເອົາທັກສະຂອງເຂົາເຈົ້າໄປສູ່ລະດັບຕໍ່ໄປທີ່ເປັນພາສາລາວ ແລະ ພາສາອັງກິດ ໃນຫຼາກຫຼາຍຮູບແບບ. Katalyst ສະຫນອງການຝຶກອົບຮົມສົດ, webinars, ກິດຈະກໍາການຮຽນຮູ້, ການຝຶກອົບຮົມອອນລາຍຜ່ານແພລດຟອມການຮຽນຮູ້ຂອງ Katalyst, ການ coaching, ການດຳເນີນ ແລະ ອຳນວຍຄວາມສະດວກໃຫ້ກອງປະຊຸມ, ການສ້າງທີມສຳພັນ (Team building) ແລະ ການພັກຜ່ອນ (Retreat), ງານກອງປະຊຸມຝຶກອົບຮົມທີ່ສໍາຄັນ ແລະ ໂປຣແກຣມທີ່ກຳນົດເອງໄດ້.