iWatch ຈະມີໜ້າຈໍສອງຂະໜາດສຳລັບຜູ້ຊາຍແລະຜູ້ຍິງ (ຂ່າວລື)

<ignore_js_op>

ຕ້ອງໄດ້ຍ້ອນເວລາກັບໄປເດືອນກ່ອນທີ່ David Hsieh ແຫ່ງ NPD DisplaySearch ໄດ້ອ້າງຂໍ້ມູນຈາກຜູ້ຜະລິດຊິ້ນສ່ວນ ບອກວ່າໂມງຂໍ້້ມື iWatch ແອັບເປີ້ນສັ່ງຜະລິດໜ້າຈໍໄວ້ 2 ຂະໜາດຄື 1.3 ນິ້ວ ແລະ 1.63 ນິ້ວ ໂດຍເປັນຈໍຍືດຍຸນ AMOLED ຄວາມລະອຽດລະດັບ 230×230 ພິກເຊວ

ຂໍ້ມູນຫຼ້າສຸດນີ້ແມ່ນມາຈາກ Korea Herald ເຊິ່ງໄດ້ໃຫ້ລາຍລະອຽດເພີ່ມຕື່ມວ່າ ແອັບເປີ້ນໄດ້ກຽມຜະລິດໂມງໄວ້ 2 ຂະໜາດຄື 1.3 ນິ້ວ ແລະ 1.7 ນິ້ວ ເຊິ່ງມີກຸ່ມລູກຄ້າເປົ້າໝາຍຄືເພດຊາຍແລະເພດຍິງ ຕາມລັກສະນະທີ່ໂມງຂໍ້ມືເຮັດກັນນັ້ນເອງ

ຕາມລາຍງານຍັງໄດ້ລະບຸວ່າແອັບເປີ້ນພະຍາຍາມທີ່ຈະເປີດຕົວ iWatch ໃຫ້ທັນໃນເດືອນນີ້! ແຕ່ເບິ່ງແລ້ວຈະບໍ່ແມ່ນຄວາມຈິງ ເພາະວ່າຕອນນັ້ນແອັບເປີ້ນໄດ້ບອກວ່າກຳນົດການເປີດຕົວຈະຢູ່ໃນຊ່ວງປີ 2014

ທີ່ມາ:deklao.com