Huawei Maimang 5 ຜ່ານການຮັບຮອງຈາກ TENAA ແລ້ວ!!

1
1662

​ໃນຊ່ວງເວລານີ້ຂອງປີກ່ອນ Huawei ໄດ້ເປີດໂຕ Huawei Maimang 4 ຫຼື G8 ທີ່ໃຊ້ຊິບ Snapdragon 616 ມາກ່ອນແລ້ວ. ໃນມື້ນີ້ເອງກໍມາເຖິງຄິວຂອງ Huawei Maimang 5 ເພາະຫຼ້າສຸດໄດ້ຮັບການຮັບຮອງຈາກ TENAA ແລ້ວ. ໂດຍທີ່ໂຕເຄື່ອງນັ້ນມີຄວາມຄ້າຍຄືກັນກັບ Huawei Mate 8 ແລະຈະເປີດໂຕໃນວັນທີ 14 ກໍລະກົດນີ້.

ສຳລັບ Maimang 5 ຈະມີລັກສະນະການອອກແບບທີ່ຄືກັນກັບ Mate 8 ມາພ້ອມກັບໜ້າຈໍຂະໜາດ  5.5 ນິ້ວ, ຄວາມລະອຽດ Full-HD. ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Snapdragon 652 ຄວາມແຮງ 2.0GHz. RAM 3GB ແລະ 4GB ສ່ວນ ROM ມີທັງ 16GB, 32GB ແລະ 64GB ສາມາດເພີ່ມ microSD ສູງສຸດ 128 GB. ແຕ່ຈະມີພຽງລຸ້ນ ROM 64 GB ທີ່ຈະໄດ້ RAM 4GB.

ທາງດ້ານກ້ອງຫຼັງແມ່ນໃຫ້ມາ 16 ລ້ານພິກເຊວ ພ້ອມກັບແຟລັດ LED ແລະກ້ອງໜ້າໃຫ້ມາ 8 ລ້ານພິກເຊວ. ທາງດ້ານລຸ່ມຖັດລົງມາຈາກກ້ອງກໍມີເຊັນເຊີ້ສະແກນນິ້ວມື. ໃຊ້ງານລະບົບ Android 6.0 Marshmallow ແລະແບັດເຕີຣີໃຫ້ມາ 3270mAh. 


ສຳລັບ Maimang 5 ຈະມີ 3 ສີໃຫ້ເລືອກຄື: ສີເງິນ, ສີບົວ ແລະສີຄຳ. ສ່ວນລາຄາໂຕເຄື່ອງຄາດວ່າຈະຢູ່ປະມານ 2,000 ຢວນ (ປະມານ 2.415.000 ກີບ) ຖ້າຫາກມາໃນລາຄານີ້ກໍຖືວ່າພໍທີ່ຈະເອົາໄປທຽບກັບລຸ້ນ V3 Max ແລະ X7 ຂອງ Vivo ໄດ້ສະບາຍ. ແຕ່ຢ່າງໃດກໍຕາມຂໍ້ມູນອື່ນໆກໍຖ້າສະຫຼຸບໃນມື້ເປີດໂຕຢ່າງເປັນທາງການໃນວັນທີ 14 ກໍລະກົດນີ້. 
ທີ່ມາ:gizmochina,ເດັກລາວ

1 COMMENT

  1. […] ກ່ອນໜ້ານີ້ເຮົາໄດ້ຂຽນຂ່າວກ່ຽວກັບໂທລະສັບມືຖືທີ່ຄ້າຍໆກັນກັບ Mate 8 ນັ້ນກໍຄື Huawei Maimang 5 ແລະຈະເປີດໂຕໃນຊ່ວງເດືອນກໍລະກົດນີ້. ມາໃນມື້ນີ້ເອງໂທລະສັບລຸ້ນດັ່ງກ່າວກໍເປີດໂຕອອກມາຢ່າງເປັນທາງການແລ້ວ ແລະກໍເປັນລຸ້ນໜຶ່ງທີ່ຈະເຂົ້າມາເຮັດຕະຫຼາດສະມາດລະດັບກາງລຸ້ນໃໝ່. ແຕ່ເຖິງຢ່າງໃດກໍຕາມລຸ້ນດັ່ງກ່າວຈະບໍ່ຄືກັນກັບທີ່ Huawei ເປີດໂຕໃນປີນີ້ ເພາະວ່າ Maimang 5 ຈະມາພ້ອມກັບຊິບ Snapdragon 625 (ຂ່າວກ່ອນໜ້ານີ້ບອກວ່າ SD 652) ແລະຈະເປັນລຸ້ນລະດັບກາງລຸ້ນໜຶ່ງທີ່ບໍ່ໄດ້ໃຊ້ຊິບປະມວນຜົນ Kirin. ໃນທາງດ້ານຂອງ Maimang 5 ແມ່ນຈະໃຊ້ວັດສະດຸແບບໂລຫະຕັດຂອບດ້ວຍເພັດ ໂຕເຄື່ອງນັ້ນມີຂະໜາດຄວາມໜາປະມານ 7.3 ມມ ແລະ ໜັກປະມານ 167 ກຣາມ. ໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະມາພ້ອມກັບຈໍໂຄ້ງ 2.5D. ໃນທາງດ້ານຫຼັງຂອງໂຕເຄື່ອງແມ່ນຈະມີເຊັນເຊີ້ສະແກນນິ້ວມື 3D (ຕົ້ນຂຽນ 3D).  […]

Comments are closed.