LATEST ARTICLES

ຍິງຄົນລາວຖືກຕົວະໄປເຮັດວຽກຢູ່ໄທດົນເຖິງ 17 ປີໂດຍບໍ່ໄດ້ຄ່າຈ້າງ ແລະ ບໍ່ໃຫ້ອອກເຮືອນ

ຜູ້ເຄາະຮ້າຍ ອາຍຸ 32 ປີ ປະຊາຊົນເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບກັບຄອບຄົວເປັນຄັ້ງທຳອິດ ໃນຮອບ 17 ປີ ພາຍຫຼັງທີ່ຕົກເປັນເຫຍື່ອຂອງນາຍໜ້າຄ້າແຮງງານລາວ-ໄທ ຕົວະໄປເຮັດວຽກຢູ່ບາງກອກ ປະເທດໄທ ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 15 ປີ ຢູ່ໃນເຮືອນຫຼັງໜຶ່ງ ໃນຖານະເປັນຄົນໃຊ້ ຢູ່ປະເທດໄທ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງເລີຍ. ໃນວັນທີ 23 ພຶດສະພາ 2023 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ: ທາງການໄທໄດ້ສົ່ງມອບຕົວເຫຍື່ອຂອງນາຍໜ້າຄ້າແຮງງານ ໃຫ້ກັບເຈົ້າໜ້າທີ່ຂອງແຂວງຈຳປາສັກ ແລະ ແຂວງສາລະວັນ, ພ້ອມນີ້ ທາງການໄທກໍໄດ້ມອບເງິນຊ່ວຍເຫຼືອໃນການດຳເນີນຄະດີ ແລະ ຈາກການປັບໄໝນາຍຈ້າງ...

Asiana Airlines ຍົກເລີກປີ້ບ່ອນນັ່ງໃກ້ປະຕູສຸກເສີນ ພາຍຫຼັງຜູ້ໂດຍສານເປີດປະຕູເຮືອບິນ

ພາຍຫຼັງທີ່ຜູ້ໂດຍສານໃນສາຍການບິນ Asiana ຂອງເກົາຫຼີໃຕ້ ເປີດປະຕູຸກເສີນກາງອາກາດ ໃນວັນສຸກທີ່ຜ່ານມາ ສົ່ງຜົນໃຫ້ທາງສາຍການບິນຕ້ອງໄດ້ປະກາດ ຍົກເລີກປີ້ໂດຍສານທີ່ບ່ອນນັ່ງຕິດກັບປະຕູສຸກເສີນ. ສາຍການບິນ Asiana Airlines ລະບຸໄວ້ວ່າ: ນັບຕັ້ງແຕ່ວັນທີ 28 ພຶດສະພາ 2023 ເປັນຕົ້ນໄປ ຈະບໍ່ມີການຂາຍປີ້ໂດຍສານ ບ່ອນນັ່ງ 31A ແລະ 26A ທີ່ຕິດກັບທາງອອກປະຕູສຸກເສີນ ເທິງເຮືອບິນຊະນິດ A321-200 ທັງ 14 ລຳຂອງສາຍການບິນ ກໍເພື່ອເປັນການປ້ອງກັນທີ່ຈະເກີດເຫດການຜູ້ໂດຍສານໄຂປະຕູສຸກເສີນອີກ ໂດຍສາຍການບິນຈະບໍ່ຂາຍປີ້ທີ່ດັ່ງກ່າວ ເຖິງວ່າຖ້ຽວບິນທີ່ມີບ່ອນນັ່ງເຕັມກໍຕາມ. ມາດຕະການດັ່ງກ່າວນີ້ ມີຂຶ້ນພາຍຫຼັງຜູ້ໂດຍສານທ່ານໜຶ່ງເປີດປະຕູສຸກເສີນຂອງເຮືອບິນ A21-200 ຂອງສາຍການບິນ Asiana ທີ່ມີຜູ້ໂດຍສານເທິງເຮືອບິນເກືອບ...

ເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ

ໃນວັນທີ 22 ພຶດສະພາ ທີ່ຜ່ານມາ ລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ເປີດຫ້ອງການບໍລິການ ຕົວແທນໃນການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ  ເພື່ອແກ້ໄຂບັນຫາການແອອັດ ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ. ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ (ລລຟລ) ໄດ້ກ່າວວ່າ: ການເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນສະຖານີວຽງຈັນ (ຄຳສະຫວາດ) ນີ້ຈະຊ່ວຍໃນການແກ້ໄຂບັນຫາການແອອັດ, ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ, ມີສະຖານທີ່ກວ້າງຂວາງ ແລະ ມີບ່ອນຈັດລົດພຽງພໍກັບລຸກຄ້າ. ພ້ອມນັ້ນ, ກໍເປັນການຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ເປັນການສະແດງອອກການຮ່ວມມືລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ບໍລິສັດທາງລົດໄຟລາວ-ຈີນ...

108 ບໍລິສັດຈາກ ສປ ຈີນ ທີ່ມາລົງທຶນດ້ານບໍ່ແຮ່ໃນ ສປປ ລາວ

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ ໂດຍຝ່າຍກະຊວງ ພະລັງງານ ແລະ ບໍ່ແຮ່ ນຳພາຄະນະໂດຍ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ແລະ ຝ່າຍກະຊວງຊັບພະຍາກອນທຳມະຊາດ ຂອງ ສປ ຈີນ...

ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ

ວັນທີ 26 ພຶດສະພາ 2023 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ເປັນປະທານຂອງທ່ານ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ພ້ອມຫົວໜ້າກົມ ຫົວໜ້າຫ້ອງການ ຫົວໜ້າພະແນກການ 4 ແຂວງພາກກາງ ແລະ ສະພາປະຊາຊົນແຂວງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຂອງຮ່າງກົດໝາຍ ເພື່ອທາບທາມແນວຄວາມຄິດ...

ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນວ ໃຫ້ສຳພາດວ່າ: ຕໍ່ກັບສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາລົດຈັກຂອງປະຊາຊົນ ຢູ່ເມືອງ ຫາດຊາຍຟອງ ເສຍຫາຍເປັນຈຳນວນຫຼາຍຄັນ ໃນໄລຍະຜ່ານມາ ເຊິ່ງຮູບແບບການເສຍກໍມີຫຼາຍກໍລະນີ ຫຼາຍສະຖານທີ່ ແລະ ເວລາທີ່ແຕກຕ່າງກັນ. ດັ່ງນັ້ນ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສຸມໃສ່ລົງແກ້ໄຂຢ່າງຕໍ່ເນື່ອງ ເພື່ອນຳຊອກຫາຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍ ເຊິ່ງໃນລະຫວ່າງວັນທີ 19 ທັນວາ 2022 ຫາ ວັນທີ 1 ພຶດສະພາ 2023 ເຈົ້າໜ້າທີ່ ປກສ...

ປຶກສາຫາລືແຜນຍຸດທະສາດຂ້າມຜ່ານອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ

ກະຊວງການຕ່າງປະເທດ ໃນນາມຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ (LDC) ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (UNRCO) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ກັບ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ...

Cathay Pacific ໄລ່ພະນັກງານຕ້ອນຮັບເທິງເຮືອບິນຍ້ອນເວົ້າໃຫ້ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ໄດ້

ສາຍການບິນ Cathay Pacific ສັ່ງໄລ່ພະນັກງານຕ້ອນຮັບອອກ 3 ຄົນ ຫຼັງຈາກມີທີ່ມີຄຣິບສຽງທີ່ກະຈາຍໃນສັງຄົມອອນລາຍຂອງຈີນວ່າ ພະນັກງານກຸ່ມດັ່ງກ່າວໄດ້ເລືອກປະຕິບັດຕໍ່ຜູ້ໂດຍສານທີ່ບໍ່ສາມາດເວົ້າພາສາອັງກິດໄດ້. ໃນວັນທີ 23 ພຶດສະພາ 2023 ມີຄຣິບສຽງທີ່ຖືກແຊໃນອອນໄລ ເຊິ່ງຜູ້ໂດຍສານທ່ານໜຶ່ງໄດ້ບັນທຶກສຽງຂອງພະນັກງານຕ້ອງຮັບເທິງເຮືອບິນທີ່ເວົ້າໃຫ້ຜູ້ໂດຍສານວ່າ ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ເກັ່ງໄດ້ຂໍ "ພົມ (carpet)" ແທນທີ່ຈະເປັນ "ຜ້າຫົ່ມ (blanket)" ໂດຍພະນັກງານຕ້ອນຮັບກໍໄດ້ກ່າວວ່າ "ຖ້າບໍ່ສາມາດເວົ້າຄຳວ່າຜ້າຫົ່ມເປັນພາສາອັງກິດໄດ້ ກໍບໍ່ຄວນໄດ້ຜ້າຫົ່ມຈາກພະນັກງານໄປ ສ່ວນພົມນັ້ນຢູ່ພື້ນສາມາດລົງໄປນອນຢູ່ນັ້ນໄດ້ເລີຍຕາມສະບາຍ". ໂລນັລ ແລມ (Ronald Lam) ປະມານເຈົ້າໜ້າທີ່ບໍລິຫານຂອງ Cathay Pacific ກ່າວວ່າ ບໍລິສັດໄດ້ເປີດການສອບສວນພາຍໃນທັນທີ ຫຼັງຈາກທີ່ໄດ້ຮັບການຮ້ອງຮຽນຈາກຜູ້ໂດຍສານຖ້ຽວບິນ  CX987 ທີ່ເດີນທາງລະຫວ່າງເມືອງເສິງຕູ...

ພໍ່ຕູ້ອາຍຸ 70 ປີ ຕົກບໍ່ແຂ້ ຖືກແຂ້ລຸມກັດເສຍຊີວິດ

ພໍ່ຕູ້ອາຍຸ 70 ປີ ຕົກບໍ່ແຂ້ ຖືກແຂ້ລຸມກັດເສຍຊີວິດ ທີ່ເມືອງເສຍມາຣາດ ປະເທດກຳປູເຈຍ ໃນເວລາ 05: 45 ນາທີ ຂອງວັນທີ 26 ພຶດສະພາ 2023. ຕາມການບອກເລົ່າຂອງເມຍຜູ້ເສຍຊີວິດໄດ້ລະບຸວ່າ: ຕົນເອງ ແລະ ຜູ້ເສຍຊີວິດໄດ້ໄປຢ່າງຫຼິ້ນໃນຊ່ວງຕອນເຊົ້າ ໃນບໍ່ແຂ້ຫຼັງບ້ານ, ແຕ່ຕົນເອງໄດ້ເຂົ້າໄປບ້ານກ່ອນ, ເຊິ່ງຜູ້ເສຍຊີວິດໄດ້ໃຊ້ໄມ້ໄຜ່ໄລ່ແຂ້ໃນບໍ່ ແຕ່ແຂ້ໄດ້ງັບໄມ້ໄຜ່ ແລະ ສະບັດເຮັດໃຫ້ພໍ່ຕູ້ຕົກລົງໄປໃນບໍ່ແຂ້ ແລະ ຖືກແຂ້ລຸມກັດຈົນເສຍຊີວິດ. ຜູ້ເຫັນເຫດການໄດ້ເອີ້ນໃຫ້ປະຊາຊົນແຖວນັ້ນມາຊ່ວຍ ແລະຜູ້ເປັນເມຍກັບລູກກໍໄດ້ໄລ່ແຂ້ທີ່ກຳລັງລຸມກັດອອກຈາກຜູ້ເສຍຊີວິດ ແຕ່ສຸດທ້າຍພໍ່ຕູ້ກໍທົນຄວາມເຈັບປວດບໍ່ໄຫວ ແລະ ເສຍຊີວິດ.

ປະທານປະເທດ ແຫ່ງ ສປປ ລາວ ພົບປະນາຍົກລັດຖະມົນຕີ ຍີ່ປຸ່ນ

ໃນວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສິສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 28 ໃນລະຫວ່າງ 25-26 ພຶດສະພາ 2023 ທີ່ປະເທດຍີ່ປຸ່ນ. ໃນໂອກາດນີ້, ທ່ານ ກິຊິດະ ຟຸມິໂອະ ໄດ້ມາຕ້ອນຮັບຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ທອງລຸນ...

ສະຫະລັດອາເມຣິກາສະກັດກັ້ນໜ່ວຍງານເກົາຫຼີເໜືອທີ່ເຮັດວຽກດ້ານໄອທີໃນລາວ ຈີນ ແລະ ຣັດເຊຍ

ສະຫະລັດອາເມຣິກາປະກາດສະກັດກັ້ນເກົາຫຼີເໜືອ ໂດຍຈະເນັ້ນໄປທາງເຕັກໂນໂລຊີ (IT) ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີພະນັກງານດ້ານໄອທີຈຳນວນຫຼາຍພັນຄົນປະຕິບັດງານຢູ່ໃນລາວ ຈີນ ແລະ ຣັດເຊຍ ພ້ອມອ້າງວ່າ ພະນັກງານເຫຼົ່ານີ້ມີສ່ວນພົວພັນກັບການຊ່ວຍຈັດຫາເງິນທຶນ ເພື່ອນຳມາສົ່ງເສີມ ແລະ ພັດທະນາໂຄງການທີ່ກ່ຽວຂ້ອງກັບອາວຸດທີ່ມີອະນຸພາບທຳລາຍສູງ (WMD) ໃນເກົາຫຼີເໜືອ. ທາງການສະຫະລັດອາເມຣິກາ ກ່າວວ່າ ຄົນເກົາຫຼີເໜືອທີ່ເຮັດວຽກເປັນພະນັກງານດ້ານໄອທີຫຼາຍພັນຄົນ ໄດ້ກະຈາຍໃນຫຼາຍປະເທດໂດຍສະເພາະ ລາວ ຈີນ ແລະ ຣັດເຊຍ ຄົນກຸ່ມເຫຼົ່ານີ້ມີສ່ວນນຳລາຍໄດ້ໄປສະໜັບສະໜູນໂຄງການລູກສອນໄຟ ແລະ ໂຄງການ WMD ຂອງເກົາຫຼີເໜືອ ທີ່ຂັດກັບກົດໝາຍລະຫວ່າງປະເທດ ໂດຍພະນັກງານສ່ວນຫຼາຍຈະບໍ່ເປີດເຜີຍຕົນເອງ ບໍ່ລະບຸສະຖານທີ່ເກີດ ສະຖານທີ່ຢູ່ອາໃສ ລວມເຖິງສັນຊາດຢ່າງຊັດເຈນ ແລະ ໃຊ້ເອກະສານປອມໃນການຍື່ນສະໝັກວຽກ. ທີ່ຜ່ານມາທາງການສະຫະລັດອາເມຣິກາ...

ປະເພນີບຸນບັ້ງໄຟທີ່ມາແຕ່ດົນນານ

ນັບແຕ່ສະໄໝບູຮານພໍຕົກມາ ເດືອນຫົກ ລາວ ເປັນໄລຍະຕົ້ນຝົນ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາ ກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດ ໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີບຸນບັ້ງໄຟ ທີ່ ຖືວ່າເປັນປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ໂດຍເຊື່ອກັນວ່າ ເປັນພິທີກໍາຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູການ ໃຫ້ ພືດພັນ, ຜົນລະ ປູກຈະເລີນງອກງາມ. ຄຳວ່າ "ບຸນຟັ້ງໄຟ" ໝາຍເຖິງບັ້ງ ຫຼື ກະບອກ ທີ່ເຮັດດ້ວຍ ໝື້ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍກຳນົດເຮັດໃນເດືອນຂຶ້ນ ຫຼື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນຫຼາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນເດືອນຫົກ ຫຼື...