ແມ່ຄ້າຄົນລາວຂາຍເລກຢູ່ໄທ ຖືກຄາຕະກຳ

ແມ່ຄ້າຄົນລາວຂາຍເລກໄທ ຖືກແທງຈົນເສຍຍຊີວິດຄາທີ່ຢູ່ແຄມແມ່ນໍ້າເຫືອງ ຕິດກັບຊາຍແດນລາວ-ໄທ ເມືອງ ດ່ານຊ້າຍ ແຂວງ ເລີຍ, ປະເທດໄທ. ໃນຕອນບ່າຍຂອງວັນທີ 14 ມັງກອນ 2018, ຜ່ານການສັນລະສູດສົບຂອງເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ແຂວງ ເລີຍ ຂອງໄທ ພົບວ່າຜູ້ເສຍຊີວິດຖືກມີດອີໂຕ້ຟັນຫູຊ້າຍ ແລະ ລໍາຄໍ ເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ, ສ່ວນສາເຫດການຕາຍເຈົ້າໜ້າທີ່ໄທລະບຸວ່າ ມາຈາກຊູ້ສາວ ຫຼື ຄວາມແຄ້ນສ່ວນຕົວ....

ລາວເວີນ ມອບເຄື່ອງຊ່ວຍຕ້ານໄພໜາວ ເຂດພາກເໜືອ ລວມມູນຄ່າຮ້ອຍກ່ວາລ້ານ!

ພິທີ​ມອບ-ຮັບການ​ອຸປະຖຳເຄື່ອງ​ຊ່ວຍເຫຼືອ ​ຕ້ານ​ໄພ​ໜາວ ເຂດ​ພາກ​ເໜືອ ໄດ້​ຈັດ​ຂຶ້ນ​ວັນ​ທີ 10 ກຸມພາ 2016 ຜ່ານ​ມາ ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ (​ສສກ) ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ກ່າວ​ມອບ​ຂອງ​ທ່ານ ວິຊັນ ນະ​ລົງ​ສັກ ຮອງ​ຜູ້​ອຳນວຍການ​ບໍ​ລິສັດ ລາວ​ເວີນອະ​ສັງ​ຫາລິ​ມະ​ຊັບ ແລະ ກ່າວ​ຮັບ​ຂອງທ່ານ ບົວ​ລານ ສິລິ​ປັນຍາ ລັດ​ຖະມົນຕີ​ຊ່ວຍ​ວ່າການກະຊວງ​ສຶກສາ​ທິ​ການ ແລະ...

ຝົນຕົກໜັກ! ນ້ຳໄຫລຖ້ວມເທສະບານເມືອງຫລວງພະບາງຫລາຍຈຸດ!

  ເນື່ອງຈາກຝົນຕົກໜັກ ແຕ່ຄືນວັນທີ 16 ຫາເຊົ້າວັນທີ 17 ກັນຍານີ້ ສົ່ງຜົນໃຫ້ ນໍ້າໄຫລຖ້ວມຕົວເມືອງຫລວງພະບາງ ຫລາຍຈຸດ, ເປັນຜົນມາຈາກທໍ່ລະບາຍອອກບໍ່ທັນ ເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຈຸດທີ່ຕໍ່າ ເຊ່ິງໜັກກວ່າໝູ່ແມ່ນເຂດວັດປ່າ ຫຍ້າທຶບ ຕີນພູໂຮງຮຽນສັນຕິພາບບ້ານວຽງໃໝ່ ແລະ ເຂດລ້ອງຫ້ວຍມາວ ບ້ານນາສ້າງເຫວີຍ ສົ່ງຜົນໃຫ້ນ້ຳໄຫລເຂົ້າ ຖ້ວມເຮືອນຊານຂອງປະຊາຊົນຫລາຍຫລັງໃນເຂດດັ່ງກ່າວ ຊັບສິນ, ສັດລ້ຽງ, ເຄື່ອງໃຊ້ຕ່າງໆ ໄດ້ຮັບຄວາມເສຫາຍ ແລະ ຮ້າຍແຮງກວ່ານັ້ນ ແມ່ນເຂດບ້ານຂົວທີໜຶ່ງ ເຮືອນຊານຖືກນໍ້າຊຸຫັກພັງ ແລະ...

ພັກກອມມູນິດຈີນ ອອກລະບຽບໃໝ່ ຫ້າມສະມາຊິກພັກຕີກ໊ອບ – ຫລິ້ນກິນຟຸມເຟືອຍ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລານີ້ວ່າ ພັກກອມມູນິດຈີນ ໄດ້ອອກຂໍ້ຫ້າມເພີ່ມຕື່ມສຳລັບສະມາຊິກພັກ ຊຶ່ງລວມມີ ການຫ້າມບໍ່ໃຫ້ຫລິ້ນກິລາຕີກ໊ອບ, ການຫລິ້ນກິນຢ່າງຟຸມເຟືອຍ ຕະຫລອດຮອດມີຄວາມສຳພັນບ່າວສາວທີ່ບໍ່ເໝາະສົມ ໂດຍກົດລະບຽບດັ່ງກ່າວນີ້ ເປັນສ່ວນໜຶ່ງຂອງແຜນການປະຕິຮູບຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາຊົນຈີນ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນການດຳລົງຊີວິດ ປອດໃສຂາວສະອາດ, ເປັນແບບຢ່າງນຳໜ້າໃຫ້ແກ່ປະຊາຊົນ.  

ແວ່ນປ້ອງກັນແສງບໍ່ຈຳເປັນ ໝໍບອກແສງສີຟ້າບໍ່ກໍ່ເກີດມະເຮັງ

ຈາກ​ກະ​ແສ​ຂ່າວ​ທີ່​ວ່າ ​ການ​ໄດ້ຮັບ​ແສງ​ສີ​ຟ້າ ​ຫລື ​ບລູ​ໄລ ຈາກ​ໜ້າ​ຈໍ​ອຸປະກອນ ​ເອເລັກໂຕນິກ ທັງ​ສະມາດ​ໂຟນ ແລະ ​ຄອມພິວເຕີ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ດວງ​ຕາ​ເປັນ​ສາ​ເຫດ​ເຮັດໃຫ້​ເກີດ​ມະ​ເຮັງ ​ແລະ ​ຈໍ​ປະສາດ​ຕາ​ເສື່ອມ ຈົນ​ເຮັດໃຫ້​ມີ​ຜູ້​ຜະລິດ​ເລນ​ແວ່ນ​ ຕາ ​ແລະ ​ແວ່ນ​ຕາ​ທີ່​ຊ່ວຍ​ປ້ອງ​ກັນ​ແສງ​ສີ​ຟ້າ ຫລື ​ທີ່​ທາງ​ການ​ແພດ​ເອີ້ນວ່າ "ເລນ  ​ບລູ​ລັ​ອກ" ອອກ​ມາ​ວາງ​ຂາຍ​ໃນ​ຕະຫ​ລາດ ໂດຍ​ມີ​ລາ​ຄາ​ສູງ​ກວ່າ​ ເລນ​ທົ່ວ​ໄປ ແລະ  ...

ໄທແຫ່ກັນຂໍນ້ຳເຫຼັກໄຫຼເອົາໄປກິນຮັກສາໂຣກ

ປະຊາຊົນໃນປະເທດໄທ ແຫ່ກັນຂໍເຫຼັກໄຫຼຈາກເຈົ້າຂອງບ້ານ ຄາດວ່າແຕ່ລະມື້ມີປະຊາຊົນແຫ່ກັນມາຫຼາຍກວ່າ 10.000 ຄົນ ແລະ ຍັງຢືນຢັນວ່າບໍ່ໄດ້ສ້າງເລື່ອງຕົວະປະຊາຊົນແນ່ນອນ. ວັນທີ 10 ພະຈິກ 2022 ເກີດປາກົດການທີ່ປະຊາຊົນໄດ້ແຫ່ກັນໄປຂໍຮັບນ້ຳເຫຼັກໄຫຼຮັກສາໂຣກຢ່າງວຸ່ນວາຍ ໃນແຂວງກະບີ່ ປະເທດໄທ ແລະ ມີຄົນຈຳນວນຫຼາຍມາຕໍ່ຄິວເພື່ອມາເອົານ້ຳເຫຼັກໄຫຼຢູ່ບ້ານ ທ້າວ ຣິນ ລັກສາວົງ ອາຍຸ 43 ປີ ເຈົ້າຂອງເຫຼັກໄຫຼມູນຄ່າ 100 ລ້ານບາດ...

ເລ​ັ່ງ​ຄົ້ນ​ຄວ້າ-ປຶກ​ສາ​ຫາ​ລີ ວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຄົ້ນຄວ້າ ແລະ ປຶກສາຫາລື ພ້ອມອອກແຈ້ງການກ່ຽວກັບການຫ້າມສວຍ ໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໃນໄລຍະບຸນປີໃໝ່ລາວ 2023 ທີ່ຈະມາເຖິງ ໂດຍຈະມີການເຮັດບົດບັນທຶກ ເພື່ອຄ້ຳປະກັນບໍ່ໃຫ້ສິນຄ້າຂາດຕະຫຼາດ. ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະ ຄອນຫຼວງວວຽງຈັນ...

ປະທານປະເທດ ລົງຊຸກຍູ້ ປະຊາຊົນຢູ່ 2 ບ້ານທຸກຍາກ ໃນເມືອງຈໍາພອນ

ໃນທ້າຍ​ອາທິດ​ ​ຜ່ານ​ມາ, ສະຫາຍ ບຸນຍັງ ວໍລະຈິດ ​ປະທານປະເທດແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ​ແລະ ຊຸກຍູ້​ປະຊາຊົນ ​ໃນບ້ານປ່າ​ກ້ວຍ ​ແລະ ບ້ານຄຳປ່າແໜ ​ເມືອງ​ຈຳ​ພອນ ​ແຂວງສະຫວັນ​ນະ​ເຂດ, ​ເຊິ່ງບ້ານດັ່ງກ່າວ ​ເປັນ​ບ້ານ​ທຸກ​ຍາກ ​ໂດຍ​ການ​ນຳ​ຂັ້ນ​ແຂວງ, ​ເມືອງ ​ຮ່ວມ​ກັບ​ພາກ​ທຸລະ​ກິດ ​ເອກະ​ຊົນ ພາຍ​ໃນ​ໄດ້ເຂົ້າມາຊ່ວຍເຫລືອ...

ແອັດສະປາຍເກີດເຫດໄຟໄໝ້ປ່າຮຸນແຮງ

ໃນວັນທີ 9 ມິຖຸນາ ສຳນັກຂ່າວຣອຍເຕີ ໄດ້ລາຍງານວ່າ: ເກີດເຫດໄຟໄໝ້ຮຸນແຮງ ໃນເຂດພູເຂົາທາງໃຕ້ຂອງ ແອັດສະປາຍ ສົ່ງຜົນໃຫ້ ແອັດສະປາຍ ຕ້ອງອົບພະຍົບປະຊາຊົນທັ້ງເມືອງ ເພື່ອຄວາມປອດໄພ. ໂດຍຕົ້ນເຫດຂອງໄຟປ່າໃນເທື່ອນີ້ ມາຈາກເຂດພູເຂົາເມືອງເບນາຮາວິສ ໃກ້ກັບເມືອງມາລາກາ ເຊິ່ງເປັນໜຶ່ງໃນເມືອງເກົ່າແກ່ທີ່ສຸດໃນໂລກ ທີ່ຢູ່ທາງໃຕ້ຂອງ ແອັດສະປາຍ ແລະ ກ່ອນທີ່ໄຟຈະລາມໄປຢ່າງຮຸນແຮງ ຈົນປ່ອຍຄວັນດຳປົກຄຸມໄປທົ່ວບໍລິເວນໃນຫຼາຍກິໂລແມັດ, ສົ່ງຜົນໃຫ້ທາງການຕ້ອງສັ່ງອົບພະຍົບປະຊາຊົນ ອອກຈາກເມືອງຈຳນວນຫຼາຍກວ່າ 9 ພັນຄົນ...

Featured

Most Popular

ໂຮງໝໍມະໂຫສົດຫຼັງໃໝ່ ມູນຄ່າ 751,8 ຕື້ກີບ ຄາດວ່າຈະສຳເລັດໄວໆ ນີ້

ວັນທີ 14 ພະຈິກ 2017 ນີ້ ຢູ່ທີ່ໂຮງໝໍມະໂຫສົດ ໄດ້ມີພິທີວາງສິລາເລີກ ການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມວາງສິລາເລີກຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ແລະສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຄະນະນຳທັງສອງຝ່າຍ (ລາວ-ຈີນ) ເຂົ້າຮ່ວມ. ທ່ານ ບຸນກອງ ສີຫາວົງ...

Latest reviews

ຄວນມີມາດຕະການຕໍ່ລົດຈຳໂບ້ – ຕຸກໆ ສວຍໂອກາດສໍ້ໂກງລາຄາໂດຍສານ!

  ຂະນະທີ່ອົງການກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ໄດ້ຖືສຳຄັນໃນການຄຸ້ມຄອງການແລ່ນໂດຍສານຕຸກໆ-ຈຳໂບ້ ລວມໄປເຖິງລົດສອງແຖວທີ່ແລ່ນຕາມ ເສັ້ນທາງສາຍສຳຄັນຕ່າງໆ, ນັບທັງສະຖານີລົດໂດຍສານສາຍເໜືອ ແລະ ໃຕ້ ໃຫ້ເຂົ້າສູ່ລະບຽບຫລັກການ, ເພື່ອກຽມຮອງຮັບການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015, ແຕ່ກໍ ຍັງມີບາງປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນການ​ບໍລິການ​ໂດຍສານດັ່ງກ່າວ ​ໂດຍ​ສະ​ເພາະແມ່ນປາກົດ​ການສໍ້ໂກງ ລາຄາໂດຍສານທີ່ມາຈາກຕ່າງແຂວງ, ເຂດຫ່າງໄກສອກຫລີກ, ລວມໄປເຖິງນັກທ່ອງທ່ຽວຊາວຕ່າງປະເທດ, ທີ່ເຂົ້າ ມາທ່ຽວນະຄອນຫລວງ ​ໂດຍ​ອາໄສ​ການບໍ່ຮູ້ພາສາລາວ​ ເພື່ອ​ໂກງ​ລາຄາ​ຄ່າ​ໂດຍສານຈຶ່ງເກີດມີຫາງສຽງຈາກສັງຄົມ ຕາມມາຢ່າງແຜ່ຫລາຍ.   ສະພາບການດັ່ງກ່າວນັ້ນ ໄດ້ເກີດມີມາເປັນເວລາດົນນານແລ້ວ, ແຕ່ພາກສ່ວນກ່ຽວຂ້ອງ​ເມີນ​ເສີຍ ​ແລະ ຖືເບົາຕໍ່ ບັນຫາ. ຊຶ່ງຕາມທຳມະດາແລ້ວ ລົດຕຸກໆ-ຈຳໂບ້, ສອງແຖວທີ່ແລ່ນຮັບ-ສົ່ງໂດຍສານຕາມສາຍທາງຕ່າງໆໄດ້ຕິດ ລາຄາຄ່າໂດຍສານຈາກຄີວຈອດລົດແຕ່ລະຈຸດໄປຫາປາຍທາງແຕ່ລະບ່ອນ ຈະມີລາຄາແຕກຕ່າງກັນທີ່ຄະນະກຳ ມະການໄດ້ກຳນົດໄວ້, ແຕ່ກົງກັນຂ້າມ...

ເຮືອດຳນໍ້າສະຫະລັດ ພະລັງງານນິວເຄຣຍ ຕິດຕັ້ງ “ໂທມາຮອກ” ມາຮອດເກົາຫຼີໃຕ້ແລ້ວ

ບີບີຊີລາຍງານເມື່ອວັນທີ 25 ເມສາ 2017 ວ່າ ເຮືອດຳນໍ້າ ພະລັງງານນິວເຄຣຍ ຢູເອສເອສ ມິຊິແກນ ໄດ້ເດີນທາງມາສູ່ນ່ານນໍ້າເກົາຫຼີໃຕ້ແລ້ວ ຢູ່ຝັ່ງເມືອງປູຊານ ເພື່ອມາລໍຖ້າ ຮ່ວມຂະບວນການເຮືອບັນທຸກຍົນຮົບ ຢູເອສເອສ ຄາ ວິນສັນ ທີ່ຈະນຳມາສົບທົບຊ່ວງທ້າຍອາທິດນີ້ ຮັບສະຖານະການຕຶງຄຽດໃນມະຫາສະໝຸດເກົາຫຼີ ເຮືອຢູເອສເອສ ມິຊິແກນ ມາຮອດໃນວັນອັງຄານ ທີ 25 ເມສາ ກົງກັບວາລະສຳຄັນຂອງເກົາຫຼີເໜືອ...

ແທ້ບໍ່?ດື່ມນ້ຳໝາກກ້ຽງດີກວ່າໝາກກ້ຽງ

ງານ​ວິ​ໄຈ​ລ່າ​ສຸດ​ທີ່​ຫາກໍ່​ຖືກ​ຕີ​ພິມ​ໃນ​ປີ​ນີ້​ໃນ​ວາລະສານ​ທາງ​ວິ​ຊາ​ການ Journal of Agricultural and Food Chemistry ພົບ​ວ່າ​ຖ້າ​ເຮົາ​ບໍ່​ນັບ​ນ້ຳ​ຕານ​ທີ່​ອາດ​ຖືກ​ປະສົມ​ລົງ​ໄປ​ໃນ​ນ້ຳ​ໝາກກ້ຽງ​ທີ່​ມີ​ຂາຍ​ຢູ່​ທົ່ວ​ໄປປະໂຫຍດ​ທີ່​ເຮົາ​ຈະ​ໄປ​ຮັບ​ຈາກ​ການ​ກິນ​ໝາກກ້ຽງ​ອາດ​ບໍ່​ໄດ້​ດີກວ່າ​ການ​ດື່ມ​ນ້ຳໝາກກ້ຽງ​ສະເໝີ​ໄປ ຕາມ​ປົກກະຕິ​ແລ້ວ​ໃນ​ໝາກກ້ຽງ​​ໜຶ່ງໜ່ວຍ​ນອກ​ຈາກ​ຈະ​ມີວິ​ຕາ​ມິນ​ຊີແລ້ວມັນ​ຍັງ​ອຸດົມ​ໄປ​ດ້ວຍ​ສານແຄ​ໂລ​ທີ​ນອຍ(Carotenoids)ແລະຟ​ລາ​ໂວ​ນອຍ(Flavonoids) (2 ສານ​ນີ້​ເປັນ​ສານ​ເມັດ​ສີ​ທີ່​ພົບ​ໄດ້​ໃນ​ພືດແລະຫມາກໄມ້)ຊຶ່ງ​ສາມາດ​ຫລຸດ​ຄວາມ​ສ່ຽງ​ຕໍ່​ພະຍາດ​ມະ​ເຮັງ​ບາງ​ຊະນິດແລະພະຍາດ​ຫົວ​ໃຈ​ໃນ​ມະນຸດ​ໄດ້ ສິ່ງ​ທີ່​ນັກ​ວິທະຍາ​ສາດ​ຈາກ​ງານ​ວິ​ໄຈ​ນີ້​ພົບ​ຄືເຖິງແມ່ນວ່າ​ການ​ບີບນ້ຳ​ໝາກກ້ຽງ​ອອກ​ມາ​ໂດຍ​ສະເພາະ​ການ​ບີບ​ແລ້ວ​ນຳ​ໄປ​ເຮັດການ​ພາດ​ເຈີ​ໄລ​ຈະ​ເຮັດໃຫ້ຟ​ລາ​ໂວ​ນອຍແລະວິ​ຕາ​ມິນ​ຊີຫລຸດລົງ​ນ້ອຍ​ ແຕ່ໃນ​ເວລາ​ດຽວ​ກັນ​ການ​ທີ່​ໝາກກ້ຽງຖືກ​ບີບ​ໃຫ້ເປັນ​ນ້ຳ​ໝາກກ້ຽງ​ຈະ​ຊ່ວຍ​ໃຫ້​ຮ່າງ​ກາຍ​ຂອງ​ເຮົາ​ສາມາດ​ດູດ​ຊັບຟ​ລາ​ໂວ​ນອຍແລະວິ​ຕາ​ມິນ​ຊີໄດ້​ງ່າຍ​ຂຶ້ນແລະຫລາຍ​ຂຶ້ນ​ກວ່າ​ການ​ທີ່​ຮ່າງ​ການ​ເຮົາ​ຈະ​ດູດ​ຊັບຟ​ລາ​ໂວ​ນອຍແລະວິ​ຕາ​ມິນຊີໄດ້​ຈາກ​ການ​ກິນໝາກກ້ຽງທຳມະດາ​ ເຖິງແມ່ນວ່າ​ນ້ຳ​ໝາກກ້ຽງ​ອາດ​ດີກວ່າ​ໃນ​ທາງ​ທີ່​ເຮົາ​ສາມາດ​ໄດ້ຮັບ​ສານ​ມີ​ປະໂຫຍດ​ຕໍ່​ຮ່າງ​ກາຍ​ໄດ້​ງ່າຍ​ກວ່າແລະຫລາຍກວ່າແຕ່​ໝາກກ້ຽງກໍ​ມີ​ຍັງ​ກາກ​ໃຍ​ອາຫານ​ຈຳນວນ​ຫລາຍກວ່າ​ນ້ຳ​ໝາກກ້ຽງຢູ່​ດີຊຶ່ງ​ການ​ກິນ​ກາກ​ໃຍ​ອາຫານ​ຈະ​ຊ່ວຍ​ໃນ​ການ​ຂັບ​ຖ່າຍ​ທີ່​ດີ ອີກ​ທັງ​ນ້ຳ​ໝາກກ້ຽງ​ທີ່​ເຮົາ​ສາມາດ​ຊື້​ໄດ້​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ປະສົມ​ນ້ຳ​ຕານ​ລົງ​ໄດ້​ນໍາຊຶ່ງ​ນ້ຳ​ຕານ​ກິນ​ຫລາຍໆກໍ​ບໍ່​ດີ​ຕໍ່​ສຸກຂະພາບ​ຢູ່​ແລ້ວ     ດັ່ງ​ນັ້ນ​ຄຳ​ຕອບ​ຄືນ້ຳ​ໝາກກ້ຽງນັ້ນ​ຄືວ່າໝາກກ້ຽງໃນ​ດ້ານ​ທີ່​ເຮົາ​ສາມາດ​ໄດ້ຮັບ​ສານ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງ​ການ​ໄດ້​ງ່າຍ​ກວ່າແລະຫລາຍ​ກວ່າແຕ່​ໝາກກ້ຽງສົດໆ​ນັ້ນເໜືອ​ກວ່າ​ບ່ອນ​ທີ່​ມີ​ກາກ​ໃຍ​ອາຫານທີ່​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍແລະ​ບໍ່​ມີ​ການ​ປະສົມ​ນ້ຳ​ຕານ​ເພີ່ມ​ຄືກັບ​ນ້ຳ​ໝາກກ້ຽງ ຂໍ້​ແນະ​ນຳ​ເພີ່ມຕື່ມ​ໃນ​ການ​ດື່ມ​ນ້ຳ​ໝາກກ້ຽງຄື​ພະຍາຍາມ​ເລືອກ​ຊື້​ແບບ​ທີ່​ບໍ່​ມີ​ການ​ປະສົມ​ນ້ຳ​ຕານຫລືຖ້າ​ຈະໃຫ້​ດີ​ບີບເອົາ​ເອງ​ເລີຍແລະເຮົາ​ກໍ​ຍັງ​ຄວນ​ກິນ​ໝາກກ້ຽງ​ທຳມະດາ​ນໍາ​ເພື່ອ​ເຮົາ​ຈະ​ໄດ້ຮັບ​ກາກ​ໃຍ​ອາຫານຫລືຖ້າ​ຢາກ​ດື່ມ​ນ້ຳ​ໝາກກ້ຽງ​ຢ່າງ​ດຽວ​ເຮົາ​ກໍ​ຄວນ​ກິນ​ອາຫານ​ຢ່າງ​ອື່ນ​ທີ່​ມີ​ກາກ​ໃຍ​ອາຫານ​ໄປ​ນໍາ​ຈຶ່ງຈະ​ດີ​ທີ່ສຸດ​

More News