ແຂ້ຍັກຍາວ 4 ແມັດ ກິນຄົນບໍ່ມີບ້ານຢູ່ໃນລັດຟໍລິດ້າ
ອີງຕາມຂ່າວ World Forum ລາຍງານໃນວັນທີ 22 ກັນຍາ 2023 ຜ່ານມານີ້ວ່າ: ພົບເຫັນແຂ້ ສາຍພັນແອລີເກເຕີຍາວກວ່າ 4 ແມັດ ໄດ້ຖືກເຈົ້ານ້າທີ່ຈັບຂຶ້ນມາຈາກຄອງນ້ຳຂ້າງທາງ ໃນພິເນວລັດເຄົາຕີ້ ລັດຟໍລີດ້າ ສະຫະລັດອາເມຣິກາ ແລະ ໄດ້ທຳການຂ້າມັນ ໃນປາກຂອງມັນມີຮ່າງຂອງຜູ້ຍິງບໍ່ມີບ້ານຢູ່ ອາຍຸ 41 ປີ ເຊິ່ງການພົບແຂ້ທີ່ມີຄວາມໃຫຍ່ຂະນາດນີ້ຖືໄດ້ວ່າເປັນຄັ້ງທຳອິດທີ່ເຮັດໃຫ້ປະຊາຊົນມີຄວາມຢ້ານກົວ.
ສຳລັບລັດຟໍລິດ້າມີແຂຂ້ ແອລິເກເຕີຫຼາຍກວ່າ...
8 ເດືອນຕົ້ນປີລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ
ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນ ສົ່ງສິນຄ້າໄດ້ 3.101.400 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ເພີ່ມຂຶ້ນ 138%, ສະເລ່ຍ 11.928 ໂຕນ/ມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້.
ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການ...
ປະເທດມາເລເຊຍ ຄົ້ນພົບວັດເກົ່າແກ່ ທີ່ມີອາຍຸ 1,200 ປີ
ປະເທດມາເລເຊຍ ຄົ້ນພົບວັດ ອາຍຸ 1,200 ປີ ໃນເຂດບູກິດໂຊຮາດ ລັດເຄດະ ເຊື່ອກັນວ່າມີອາຍຸຫຼາຍກວ່າ 1,200 ປີ ຕາມການກວດສອບ ຈາກການຖະແຫຼງຂອງກົມມໍລະດົກແຫ່ງຊາດ ແລະ ສູນຄົ້ນຄວ້າໂບຮານຄະດີທົ່ວໂລກ (GARC) ຂອງມະຫາວິທະຍາໄລໃນມາເລເຊຍ ໃນວັນທີ 22 ກັນຍາ 2023 ຜ່ານມາ.
ນອກຈາກນັ້ນ, ຍັງໄດ້ຄົ້ນພົບຮູບປັ້ນຄ້າຍຄືສອງອົງທີ່ໄດ້ຮັບການຮັກສາໄວ້ຢ່າງດີທີ່ເຮັດຈາກປູນ (ປູນພາສເຕີຊະນິດໜຶ່ງໃນສະໄໝນັ້ນ) ໄດ້ຄົ້ນພົບສະຖາປັດຕະຍະກໍາທີ່ຄ້າຍກັບບູຮານວັດຖຸຂອງອານາຈັກ...
ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ເມືອງສີງ
ໃນຕອນເຊົ້າວັນທີ 22 ກັນຍາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສີງ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງ ແລະ...
ສາວມົ້ງຄົນທຳອິດທີ່ເປີດໂຕໃນວົງການ KPOP
ສາວມົ້ງຄົນທຳອິດທີ່ເປີດໂຕໃນວົງການເພງຂອງເກົາຫຼີ ຫຼື ເອີ້ນໄດ້ວ່າ KPOP ໂດຍເປີດໂຕໃນວົງ VCHA ວົງເກີລກຣຸບໃໝ່ຈາກ JYP ທີ່ຮ່ວມກັບ Republic Records ທີ່ໄດ້ປະກາດສະມາຊິກວົງທັງໝົດ 6 ຄົນ ຈາກການແຂ່ງຂັນຮອບສຸດທ້າຍຂອງລາຍການ A2K ເຊິ່ງອັນດັບ 1 ຂອງລາຍການນັ້ນກໍແມ່ນ ເລັກຊັດ ວ່າງ (Lexus Vang) ອາຍຸ...
ເຫດຄາຕະກຳແມ່ເສຍຊີວິດຄາທີ່ ໃນຂະນະທີ່ກຳລັງພາລູກສາວອອກຫາກິນ
ເຫດສອງແມ່ລູກຖືກທຳຮ້າຍ ຈົນຜູ້ເປັນແມ່ເສຍຊີວິດ ແລະ ລູກສາວໄດ້ຮັບບາດເຈັບສາຫັດ ຈົນເກືອບເອົາຊີວິດບໍ່ລອດ.
ອີງຕາມການໃຫ້ຂໍ້ມູນຂອງພີ່ນ້ອງຜູ້ເສຍຊີວິດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 24 ກັນຍາ 2023 ທີ່ຜ່ານມາ ໄດ້ເກີດເຫດສອງແມ່ລູກຖືກທຳຮ້າຍທີ່ ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍຜູ້ເປັນແມ່ຊື່ ໄພ ແລະ ລູກສາວ ອາຍຸ 8 ປີ ຊື່ ລິຕາ.
ໃນມື້ເກີດເຫດ...
ADB ລາຍງານເສດຖະກິດລາວຂະຫຍາຍຕົວຊ້າກວ່າຄາດໃນປີ 2023
ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານ ເມື່ອວັນທີ 20 ກັນຍາ ຜ່ານມາ ໂດຍລະບຸວ່າ: ການເຕີບໂຕທາງດ້ານເສດຖະກິດ ຂອງ ສປປ ລາວ ຄາດວ່າຈະຕໍ່າກວ່າທີ່ໄດ້ຄາດຄະເນໄວ້ ເນື່ອງຈາກການຄາດຄະເນການເຕີບໂຕຂອງເສດຖະກິດ ສປ ຈີນ ຕໍ່າກວ່າທີ່ຄາດຄະເນໄວ້ ປະກອບກັບສະພາບອາກາດທີ່ບໍ່ເອື້ອອຳນວຍຈາກລະດູຝົນທີ່ບໍ່ມາຕາມລະດູການ ແລະ ຄວາມກົດດັນຕໍ່ເສດຖະກິດມະຫາພາກທີ່ເພີ່ມຂຶ້ນ ຈາກຄວາມບໍ່ຍືນຍົງຂອງໜີ້ສາທາລະນະ ແລະ ການອ່ອນຄ່າຂອງເງິນກີບ.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ສະບັບເດືອນກັນຍາ...
ໄທ-ຈີນ ຮ່ວມເຊັນສັນຍາການຊື້ຂາຍໄຟຟ້າຈາກເຂື່ອນໃນລາວ
ບໍລິສັດ GULF ຂອງໄທ ແລະ ລັດວິສະຫະກິດຈີນ ເຊັນສັນຍາຢ່າງເປັນທາງການ ເພື່ອຂາຍໄຟຟ້າດົນເຖິງ 29 ປີ ໂດຍຈ່າຍໄຟຈາກໂຄງການໄຟຟ້າພະລັງງານນ້ຳ ປາກແບ່ງ ໃນ ສປປ ລາວ ຄາດວ່າຈະເປີດດຳເນີນກິດຈະການປີ 2033.
GULF ແລະ China Datang Overseas Investment Co., Ltd. (CDTO)...
Delivery Hero ຢືນຢັນການຂາຍກິດຈະການ Foodpanda ໃນອາຊຽນ
Delivery Hero ບໍລິສັດສັ່ງອາຫານອອນລາຍ ແລະ ຈັດສົ່ງອາຫານ ສັນຊາດເຢຍລະມັນ ເຊິ່ງເປັນບໍລິສັດແມ່ ຂອງ Foodpanda ຢືນຢັນຂາຍກິດຈະການໃນອາຊຽນບາງສ່ວນໃນວັນພຸດ ທີ່ຜ່ານມາ.
ສຳລັບມູນຄ່າການຂາຍກິດຈະການໃນຄັ້ງນີ້ ຍັງຢູ່ໃນລະຫວ່າງການເຈລະຈາ ເຊິ່ງວາລະສານ Wirtschaftswoche ໄດ້ມີການຄາດຄະເນວ່າ ການຂາຍໃນຄັ້ງນີ້ຈະມີມູນຄ່າປະມານ 1,07 ພັນລ້ານໂດລາ ຫຼື 21,5 ຕື້ກີບ.
ໃນການຂາຍແບຣນ Foodpanda ຈະປະກອບມີ ລາວ ກຳປູເຈຍ...
ໃນປີ 2024 ສິງກະໂປຈະບໍ່ໃຊ້ໜັງສືຜ່ານແດນທີ່ສະໜາມບິນຊາງງີ
ອີກບໍ່ດົນ ຜູ້ໂດຍສານຈະສາມາດເດີນທາງອອກຈາກສະໜາມບິນຊາງງີ ຂອງປະເທດສິງຫະໂປໄດ້ໂດຍບໍ່ໃຊ້ໜັງສືຜ່ານແດນ ເນື່ອງຈາກສິງກະໂປປ່ຽນແປງກົດໝາຍການເຂົ້າເມືອງ ທີ່ອະນຸຍາດໃຫ້ຢືນຢັນຕົວຕົນຜ່ານລະບົບຂໍ້ມູນລັກສະນະບຸກຄົນ ແບບຄົບວົງຈອນ ແທນການໃຊ້ໜັງສືຜ່ານແດນ.
ໃນວັນທີ 18 ກັນຍາ 2023 ທີ່ຜ່ານມາ ນາງ ໂຈເຊຟິນ ທິໂອ ລັດຖະມົນຕີກະຊວງການຕິດຕໍ່ສື່ສານສິງກະໂປ ກ່າວຕໍ່ລັດຖະສະພາວ່າ ສິງກະໂປຈະຢືນຢັນຕົວຕົນຜູ້ໂດຍສານຜ່ານລະບົບຂໍ້ມູນອັດຕາລັກສະນະບຸກຄົນຕາມຈຸດຕ່າງໆ ຕັ້ງແຕ່ຈຸດໂຫຼດເຄື່ອງ ໄປຈົນເຖິງຈຸດກວດຄົນເຂົ້າ-ອອກເມືອງ ແລະ ການຂຶ້ນເຮືອບິນ ຕັ້ງແຕ່ປີ 2024 ເປັນຕົ້ນໄປ.
ວິທີດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ...
ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ
ໃນວັນທີ 18-19 ກັນຍາ 2023, ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ (SDG Summit), ເຊິ່ງຈັດຂຶ້ນໃນໄລຍະກາງສະໄໝ ຂອງການຈັດຕັ້ງປະຕິບັດວາລະ 2030...
ສະຫະກອນ 3 ເອັຟ ຈໍາໜ່າຍຊີ້ນໝູລາຄາໜ້າຟາມ ຊ່ວຍຫຼຸດຜ່ອນຄ່າຄອງຊີບ
ສະຫະກອນ 3 ເອັຟ ກະສິກໍາຍືນຍົງຂອງລາວ ໄດ້ນໍາຊີ້ນໝູ ແລະ ໄຂ່ໄກ່ມາຈໍາໜ່າຍໃນລາຄານະໂຍບາຍ ກໍຄື ລາຄາໜ້າຟາມ ເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບ ເລີ່ມຈໍາໜ່າຍມາແຕ່ວັນທີ 9 ສິງຫາ ເປັນຕົ້ນມາ ແລະ ຄາດວ່າຈະຈໍາໜ່າຍຮອດເດືອນ ທັນວາ 2023 ພ້ອມຈະຂະຫຍາຍເວລາອອກຕື່ມໄດ້.
ທ່ານ ຂັນທອງ ສີປະເສີດ ປະທານສະຫະກອນ 3 ເອັຟ...