ເຜີຍແຜ່ນິຕິກໍາການນໍາເງິນສົດເຂົ້າ-ອອກໃນສປປ ລາວ ໃຫ້ຜູ້ປະກອບການທຸລະກິດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ

ໃນລະຫວ່າງວັນທີ 21-26 ກັນຍາ 2023 ນີ້, ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ແລະ ທ່ານ ວິເລດ ກິນນາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມ ຄະນະ ລົງເຜີຍແຜ່, ແນະນໍາບັນດານິຕິກຳ, ດໍາລັດ, ແຈ້ງການ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງຂອງຂະແໜງພາສີ, ສ່ວຍສາອາກອນ...

ຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດເພື່ອເປັນທຸລະກິດ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕາປື ແຈ້ງຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດ. ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເກັບກູ້ ແລະ ຊື້-ຂາຍ ຂີ້ກະເດືອນທໍາມະຊາດ ເພື່ອເປັນທຸລະກິດຢ່າງເດັດຂາດ, ມີພຽງແຕ່ອະນຸຍາດໃຫ້ນໍາໃຊ້ຕາມປະເພດນີ້...

ປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ

ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນອອກແຈ້ງການເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ ( ຂົວເບເລ ) ຢູ່ບ້ານ ຫມື່ນນາ-ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ...

ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ

ໃນວັນທີ 22 ກັນຍາ 2023 ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ໄດ້ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ, ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການ ແລະ...

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023 ບັນລຸໄດ້ ປະມານ 980 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 446 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ...

ແມ່ຖືພາດື່ມນ້ຳອັດລົມສູດບໍ່ມີນ້ຳຕານສ່ຽງເຮັດໃຫ້ລູກໃນທ້ອງເປັນອໍທິສຕິກ

ຜົນການວິໄຈພົບວ່າ ຍິງຖືພາທີ່ມັກດື່ມນ້ຳອັດລົມສູດບໍ່ມີນ້ຳຕານ ທີ່ໃຊ້ສານແທນຄວາມຫວານ ອາດເຮັດໃຫ້ລູກໃນທ້ອງມີຄວາມສ່ຽງເປັນອໍທິສຕິກແຕ່ກຳເນີດໄດ້. ສູນວິທະຍາສາດການແພດ ມະຫາວິທະຍາໄລເທັດຊັສ ສະຫະລັດອາເມຣິກາ ເປີດເຜີຍຜົນການວິໄຈຫຼ້າສຸດ ກ່ຽວກັບຄວາມສ່ຽງທີ່ເດັກນ້ອຍໃນທ້ອງແມ່ ຈະເປັນເດັກອໍທິສຕິກ ຖ້າວ່າແມ່ຖືພາແລ້ວດື່ມນ້ຳອັດລົມສູດບໍ່ມີນ້ຳຕານ ທີ່ໃຊ້ສານໃຫ້ຄວາມຫວານແທນ ໂດຍສະເພາະເດັກໃນທ້ອງເປັນເພດຊາຍຍິ່ງມີຄວາມສ່ຽງສູງຫຼາຍຂຶ້ຍ ລວມເຖິງຄວາມສ່ຽງຖ້າມີການດື່ມປະເພດນີ້ໃນຊ່ວງໃຫ້ນົມລູກອີກດ້ວຍ. ໃນບັນດາເດັກນ້ອຍຊາຍທີ່ເປັນອໍທິສຕິກ ພົບວ່າແມ່ຂອງພວກເຂົາມັກດື່ມນ້ຳອັດລົມສູດບໍ່ມີນ້ຳຕານເປັນປະຈຳທຸກມື້ ຫຼື ກິນຫຼາຍກວ່າຄົນປົກກະຕິເຖິງ 3 ເທົ່າຂອງຄົນທົ່ວໄປ ເຮັດໃຫ້ໄດ້ຮັບສານແອສປາແຕັມ ຫຼື ສານທົດແທນຄວາມຫວານຈຳນວນຫຼາຍ ເຊິ່ງການວິໄຈນີ້ໄດ້ສຶກສາຈາກກຸ່ມແມ່ຈຳນວນ 235 ຄົນທີ່ມີລູກເປັນອໍທິສຕິກ...

ໝົດປີ 2023 ພາສີປະຈໍາແຂວງສະຫວັນນະເຂດ ຄາດຄະເນລາຍຮັບຈະໃຫ້ລື່ນແຜນການ

ສະເພາະພາສີປະຈຳແຂວງສະຫວັນນະເຂດ ປະກອບມີດ່ານພາສີຊາຍແດນ 07 ແຫ່ງ, ໃນນັ້ນມີ: ດ່ານພາສີ ສາກົນ 02 ແຫ່ງ, ດ່ານພາສີປະຈຳທ້ອງຖິ່ນ 01 ແຫ່ງ ແລະດ່ານພາສີປະເພນີ 04 ແຫ່ງ, ນອກຈາກນັ້ນຍັງມີ ຫ້ອງການພາສີປະຈໍາເຂດເສດຖະກິດພິເສດ ແລະ 02 ຂະແໜງວິຊາການຂຶ້ນກັບ, ມີພະນັກງານ-ລັດຖະກອນ ທັງໝົດຈໍານວນ 98 ຄົນ...

ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023. ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ເມືອງຈັນທະບູລີ, ປະທານຄະນະກຳມະການຈັດງານບຸນອອກພັນສາປະວໍລະນາ ບຸນຊ່ວງເຮືອປະເພນີທີ່ທ່າວັດຈັນ ປະຈຳປີ 2023 ໄດ້ກ່າວວ່າ: ປີນີ້ ເປັນປີທ່ອງທ່ຽວຂອງ ສປປ ລາວ...

ແຈ້ງເຕືອນຝົນຕົກຫນັກປະຈໍາວັນທີ 26 ກັນຍາ 2023

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກຫນັກປະຈໍາວັນທີ 26 ກັນຍາ 2023 ພາຍຸດີເປຼຊັນ ປັດຈຸບັນໄດ້ເຄື່ອນທີ່ຢູ່ເຂດພາກກາງຂອງປະເທດຫວຽດນາມ, ຈາກນັ້ນຈະອ່ອນກໍາລັງລົງເປັນຍ່ອມຄວາມກົດ ດັນອາກາດຕໍ່າ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເຫນຶອ ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້. ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ...

ຕຳຫຼວດມຽນມາຢຶດຢາກະຕຸ້ນປະສາດ ຈຳນວນຫຼາຍກວ່າ 500.000 ເມັດ

ຕຳຫຼວດມຽນມາຢຶດຢາກະຕຸ້ນປະສາດໃນລັດສານ ທາງຕາເວັນອອກຂອງປະເທດຈຳນວນຫຼາຍກວ່າ 500.000 ເມັດ. ໃນວັນທີ 22 ກັນຍາ 2023 ທີ່ຜ່ານມາ ກອງກຳລັງຮ່ວມຕໍ່ຕ້ານຢາເສບຕິດໄດ້ເຂົ້າບຸກຄົ້ນເຮືອນຂອງຜູ້ຖືກສົງໄສ ແລະ ພົບຢາກະຕຸ້ນປະສາດ 534.000 ເມັດ ມູນຄ່າ 267 ກວ່າລ້ານຈາດມຽນມາ. ຜູ້ຖືດສົງໄສດັ່ງກ່າວ ໄດ້ຖືກຕັ້ງຂໍ້ຫາພາຍໃຕ້ກົດໝາຍຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ ແລະ ປະສາດຂອງປະເທດ ປັດຈຸບັນຢູ່ໃນລະຫວ່າງການສອບສວນເພີ່ມເຕີມ. ແຫຼ່ງຂ່າວ Xinhua

ຮອງນາຍົກລັດຖະມົນຕີ ກ່າວຄໍາປາໄສ ໃນກອງປະຊຸມ ພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ

ໃນວັນທີ 23 ກັນຍາ 2023 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄໍາປາໄສ ໃນພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ສະໄໝທີ 78 ທີ່ນະຄອນ ນິວຢອກ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາວ່າ: ໃນປັດຈຸບັນ ປະຊາຄົມໂລກ...

ເຈົ້າໜ້າທີ່ໄທບຸກໂຮງງານຢາຈູດກັນຍຸງທີ່ມີສານພິດ

ຕຳຫຼວດບຸກທຳລາຍໂຮງງານຜະລິດຢາກັນຍຸງເຖື່ອນ ໃນປະເທດໄທ ແລະ ຮ້ານຄ້າສົ່ງທີ່ຂາຍສິນຄ້າປະເພດນີ້ ໂດຍພົບວ່າຖ້າຫາຍໃຈຄວັນເຂົ້າໄປໃນປະລິມານຫຼາຍອາດເຮັດໃຫ້ຊັກ ແລະ ໝົດສະຕິ. ໃນວັນທີ 22 ກັນຍາ 2023 ທີ່ຜ່ານມາ ທາງເຈົ້າໜ້າທີ່ໄທໄດ້ບຸກທຳລາຍໂຮງງານຜະລິດຢາກກັນຍຸງເຖື່ອນໃນແຂວງສະມຸດສາຄອນ ແລະ ຮ້ານຄ້າສົ່ງໃນ 3 ແຂວງ ໂດຍຍຶດຂອງກາງທີ່ມີສານເຄມີອັນຕະລາຍ 227.000 ກ່ອງ ມູນຄ່າ 4.540.000 ບາດ ຫຼື 2,5...