LATEST ARTICLES

ພົບສົບຊາຍປິດສະໜາ ໃນປ່າເຂດບ້ານມ່ວງໄຂ່ ເມືອງໜອງບົກ ແຂວງຄຳມ່ວນ

ຕາມການລາຍງານ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ໃນວັນທີ 06 ມິຖຸນາ 2023 ເວລາ 15:10 ນາທີ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ ວ່າມີຄົນພົບສົບຊາຍປິດສະໜາເສຍຊີວິດ ໃນປ່າແຫ່ງ 1 ຢູ່ທາງເຂົ້າບ້ານ ມ່ວງໄຂ່ ເມືອງ ໜອງບົກ ແຂວງ ຄຳມ່ວນ. ຈາກນັ້ນເຈົ້າໜ້າທີ່ທີມກູ້ຊີບ-ກູ້ໄພແຂວງຄຳມ່ວນ ໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເພດຊາຍ...

ຫ້ອງການ ທວຖ ເມືອງຫຼາ ແຂວງອຸດົມໄຊ ອອກແຈ້ງການແລ້ວ!

ອີງຕາມເນື້ອໃນການຊີ້ແຈງໃນນາມຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫຼາ ໄດ້ລົງເກັບກຳຂໍ້ມູນນຳພວກກ່ຽວ ແລະ ຂໍຊີ້ແຈງຄືນຕໍ່ກັບ ທ້າວ ສີແກ້ວ ອາຍຸ 29 ປີ, ສັນຊາດ ລາວ, ຊົນເຜົ່າ ອາຄາ, ອາຊີບ ປະຊາຊົນ, ປັດຈຸບັນຢູ່ບ້ານ ກົກໄມ້ໃຫຍ່, ເມືອງຫຼາ, ແຂວງອຸດົມໄຊ ຂໍແກ້ຂ່າວກ່ຽວກັບການລົງຮູບພາບ...

ກັກຕົວເປົ້າໝາຍຊື້-ຂາຍ ຢາເສບຕິດ ໄດ້ 06 ຄົນ, ພ້ອມພວກມົ້ວສຸມຈໍານວນ 11 ຄົົນ

ອີງຕາມຂ່າວ ປກສ ແຂວງອຸດົມໄຊໃຫ້ຮູ້ວ່າ: ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມເທດສະບານ ໄດ້ເກັບກຳແຫຼ່ງຂ່າວ ແລະ ສຶບຄົ້ນຫາເປົ້າໝາຍຄ້າ - ຂາຍຢາເສບຕິດ ລາຍຍ່ອຍ, ມ້າງຈຸດມົ້ວສຸມຢາເສບຕິດຢູ່ໃນເທດສະບານເມືອງໄຊ, ໃນນີ້ກຳ ເປົ້າໝາຍມີການເຄື່ອນໄຫວຄ້າ - ຂາຍ ແລະ ມົ້ວສຸມຢາເສບຕິດຈໍານວນ 04...

ຍູເຄຣນກ່າວວ່າ ຣັດເຊຍມີສ່ວນເຮັດໃຫ້ ເຂື່ອນໂນວາຄາຄອຟກາຖືກລະເບີດແຕກ

ໃນວັນທີ 6 ມິຖຸນາ 2023 ນີ້ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດສະເທືອນຂວັນ ເຂື່ອນໂນວາຄາຄອຟກາ ເຂື່ອໃຫຍ່ທາງພາກໃຕ້ຂອງຍູເຄຣນຖືກລະເບີດ ເປັນເຫດໃຫ້ເຂື່ອນບາງສ່ວນແຕກ ໄດ້ຮັບຄວາມເສຍຫາຍ ຈົນເຮັດໃຫ້ນ້ຳຈຳນວນມະຫາສານຈາກອ່າງເກັບນ້ຳເທິງເຂື່ອນ ໄຫຼລົງຖ້ວມສະໜາມຮົບລຫວ່າງ ຍູເຄຣນ ແລະ ຣັດເຊຍ ຂະນະທີ່ສອງຝ່າຍຕ່າງກ່າວໂທດຝ່າຍກົງກັນຂ້າມທີ່ຖີ້ມລະເບີດໃນບໍລິເວນນີ້. ຈາກຄລິບວີດີໂອທີ່ເຜີຍແຜ່ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນເຫດການທີ່ຮ້າຍແຮງວ່າມີການຖິ້ມລະເບີດຢ່າງໜັກຮອບເຄື່ອນໂນວາຄາຄອຟກາ ເຊິ່ງກັ້ນແມ່ນ້ຳດານີໂປ ແລະ ມີອີກຄລິບວີດີໂອໜຶ່ງທີ່ເຜີຍໃຫ້ເຫັນ ວ່າມີນ້ຳຈຳນວນຫຼາຍທີ່ໄຫຼອອກມາຈາກບໍລິເວນເຂື່ອນແຕກ ຈົນເຮັດໃຫ້ຜູ້ຄົນທີ່ເຫັນຕ່າງຕົກໃຈ ແລະ ຕ່າງເວົ້າໃຫ້ກັນວ່າມັນເກີດຂຶ້ນຍ້ອນສົງຄາມ. ທັງນີ້,...

ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ກັກຕົວຜູ້ຖືກຫາລັກຊັບພົນລະເມືອງ

ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນບໍ່ດີເຄື່ອນໄຫວເຂົ້າມາລັກຊັບຢູ່ທີ່ເຮືອນຂອງຜູ້ເສຍຫາຍ ບ້ານນໍ້າແຈ້ງ ສະນັ້ນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງໄດ້ລົງເກັບກໍາຂໍ້ມູນພ້ອມທັງສົມທົບກັບອໍານາດການປົກຄອງບ້ານນໍ້າແຈ້ງ ເລັ່ງຕິດຕາມຂື້ນເປົ້າໝາຍຜູ້ລັກຊັບພົນລະເມືອງ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນຢູ່ບ້ານນໍ້າແຈ້ງ ເມືອງ ໂພນໂຮງ...

ຫຼວງພະບາງສົ່ງອອກແຮ່ເຫຼັກ 3 ແສນກວ່າໂຕນ

ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນເສດຖະກິດ ແລະສັງຄົມທີ່ຕິດພັນກັບວຽກງານຂະແຫນງ ພະລັງງານ ແລະບໍ່ແຮ່ໃຫ້ທ່ານລັດຖະມົນຕີ ກະຊວງພະລັງານ ແລະບໍ່ແຮ່ ໄດ້ຮັບຊາບໃນໂອກາດເດີນທາງມາເຮັດວຽກຢູ່ແຂວງຫຼວງພະບາງ ດັ່ງນີ້: ກະກຽມເຮັດວຽກລ່ວງຫນ້າຂອງໂຄງການກໍ່ສ້າງເຂື່ອນນໍ້າຂອງຫຼວງພະບາງພ້ອມທັງກໍ່ສ້າງບ້ານຈັດສັນໃຫມ່ (ບ້ານຫ້ວຍຂໍ້) ແລະຍົກຍາຍປະຊາຊົນສໍາເລັດແລ້ວ 100%. ປັດຈຸບັນ, ແມ່ນພວມດໍາເນີນກໍ່ສ້າງຮາກຖານເຂື່ອນຄື: ເຮືອນຈັກໄຟຟ້າສໍາເລັດ 82,10%, ປະຕູລະບາຍນ້ຳລົ້ນ 18,84%, ຊ່ອງທາງເດີນເຮືອ 17,01%,...

ຄົນຮ້າຍກໍ່ເຫດຄາຕະກຳ 3 ສົບ ທີ່ແຂວງຊຽງຂວາງ

ໃນຕອນເດິກຂອງວັນທີ 4 ມິຖຸນາ 2023 ຜ່ານມາ, ເກີດເຫດຄົນຮ້າຍເຂົ້າໄປຄາຕຳກຳພໍ່ແມ່ລູກ ເສຍຊີວິດ 3 ຄົນ, ໂຊກດີທີ່ຜູ້ເປັນລູກສາວອາຍຸ 12 ປີ ໜີອອກມາໄດ້ກ່ອນ. ຈາກການບອກເລົ່າຂອງຍາດຜູ້ເສຍຊີວິດໃຫ້ຮູ້ວ່າ: ຜູ້ເປັນນ້າບ່າວກັບຄອບຄົວໄດ້ໄປນອນຢູ່ໄຮ່, ຕົກມາຮອດກາງເດິກເວລາປະມານ 12 ຫາ 1 ໂມງ (ວັນທີ 4/06/2023) ມີຄົນຮ້າຍເຂົ້າມາເອີ້ນຜູ້ນ້າບ່າວ (ຜູ້ເສຍຊີວິດ) 2...

ຮ້ານຊີ້ນດາດອອກມາຊີ້ແຈງແລ້ວ ກໍລະນີບັ້ງແກ໊ສແຕກໃສ່ລູກຄ້າ

ຈາກກໍລະນີລູກຄ້າມາກິນຊີ້ນດາດ ແລ້ວບັ້ງແກ໊ສເຕົາຊີ້ນດາດແຕກໃສ່ລູກຄ້າ ໃນວັນທີ 3 ມິຖຸນາ ທາງຮ້ານອອກມາຊີ້ແຈງແລ້ວ. ວັນທີ 5 ມິຖຸນາ 2023 ຮ້ານຊີ້ນດາດໄດ້ອອກມາຊີ້ແຈງຜ່ານເຟສບຸກ Ki SoKoi ວ່າ: ເວລາປະມານ 21:30 ໂມງ ທາງຮ້ານໄດ້ມີການເກັບເງິນກັບທຸກໂຕະ ລວມທັງໂຕະທີ່ຖືກບັ້ງແກ໊ສແຕກໃສ່ ເພື່ອທີ່ຈະປິດຮ້ານຕອນ 22:00 ໂມງ. ຮ້ານຊີ້ນດາດກໍໄດ້ເລົ່າຕື່ມອີກວ່າ ບັນດາພະນັກງານທຸກພາກສ່ວນກໍກຽມມ້ຽນຮ້ານເພື່ອຈະປິດ ແຕ່ຍັງເຫັນອີກ 4...

ລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ 22 ທ່ານ

ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ 22 ທ່ານ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 67, ອີງຕາມ ຫນັງສືສະເຫນີ ຂອງນາຍົກລັດຖະມົນຕີ ສະບັບເລກທີ...

ສານຂອງ ທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ ປີນີ້ກໍເປັນອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັບປະຊາຄົມໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ, ວັນທີ 5 ມິຖຸນາ ປີ 2023 ນີ້ ແມ່ນຄົບຮອບ 50 ປີ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງວັນສິ່ງແວດລ້ອມໂລກ ໃນປີ 1973 ແລະ ຄົບຮອບ 24 ປີ...

ແລ່ນ-ລາວ ຄົນພິການລາວ ຄວ້າເພີ່ມອີກ 2 ຫຼຽນທອງ ໃນອາຊຽນພາຣາເກມ

ສຳລັບ 2 ຫຼຽນທອງ ຂອງທັບນັກກິລາແລ່ນ-ລານຄົນພິການລາວໄດ້ຈາກສອງນັກກິລາລູກຫຼານຊາວແຂວງຊຽງຂວາງ ຈາກ ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ T13 ແລະ ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ ຊ່ວຍທັບນັກກິລາຄົນພິການລາວ ສ້າງຜົນງານໃນປັດຈຸບັນຍາດຫຼຽນລາງວັນໄດ້ທັງໝົດ 5 ຫຼຽນ ກໍຄື 1...

ເສຍຊີວິດ 288 ຄົນ ແລະ ບາດເຈັບກວ່າ 900 ຄົນ ເຫດລົດໄຟຕຳກັນທີ່ປະເທດອິນເດຍ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ມິຖຸນາ 2023 ຜ່ານມາ, ເກີດອຸບັດຕິເຫດຮຸນແຮງທີ່ອິນເດຍ ຫຼັງລົດໄຟສາຍດ່ວນຕົກລາງ ແລະ ຕຳເຂົ້າກັບລົດໄຟອີກຂະບວນທີ່ແລ່ນສວນມາ ຫຼ້າສຸດຍອດຜູ້ເສຍຊີວິດຢ່າງນ້ອຍ 288 ຄົນ ບາດເຈັບອີກປະມານ 900 ຄົນ (ແຕ່ຄາດວ່າຍອດຜູ້ເສຍຊີວິດຈະເພີ່ມຂຶ້ນອີກ) ອຸບັດຕິເຫດຄັ້ງນີ້ກາຍເປັນອຸບັດຕິເຫດທາງລົດໄຟຄັ້ງທີ່ຮ້າຍແຮງທີ່ສຸດໃນຮອບກວ່າ 20 ປີ ແລະ ໂຫດຮ້າຍທີ່ສຸດເປັນຄັ້ງທີ 3 ໃນປະຫວັດສາດອິນເດຍ. ທ່ານ...