ຂ່າວພາຍໃນ

ຂ່າວຕ່າງປະເທດ

ຂ່າວທ່ອງທ່ຽວ

ຂ່າວບັນເທິງ

ຂ່າວໄອທີ

ອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

ປັດຈຸບັນ ມີໄພຄຸກຄາມຈາກການຫຼອກລວງທາງນັບມື້ນັບຫຼາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະໂຫຍດຈາກຊ່ອງຫວ່າງຂອງແອັບທະນາຄານເພື່ອໂອນເງິນອອກບັນຊີໃຫ້ບໍ່ເປັນຕາສົງໃສ. ກໍລະນີຜູ້ເສຍຫາຍຈາກການຖືກຫຼອກລວງຄົນໜຶ່ງໄດ້ກ່າວວ່າ: ເງິນຫຼາຍກວ່າ 15 ລ້ານຖືກໂອນອອກໂດຍທີ່ຕົນເອງບໍ່ໄດ້ຮັບຮູ້ ຈາກເວລາ 2:00-7:00 ໂມງ ຂອງວັນອາທິດ. ຫຼັງຈາກເລື່ອງດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານງານຫາທາງທະນາຄານ BCEL ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆຂອງບັນຊີປາຍທາງທີ່ໄດ້ຮັບເງິນໂອນ ແລ້ວເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນຄົນໂອນເງິນອອກຜ່ານໂທລະສັບຂອງໝູ່ເອງ. ຜູ້ເສຍຫາຍກ່າວວ່າ: ຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າໝູ່ຕົນເອງເປັນຄົນລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວເປັນຜູ້ຮັບຜິດຊອບສົ່ງເງິນຄືນ. ເຖິງວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆຈະໂຊກດີໃນການຕິດຕາມຊອກຫາຜູ້ທີ່ລັກເງິນພວກເຂົາໄປ. ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການດັ່ງກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາຄານສາມາດໃຊ້ມາດຕະການເພື່ອຫຼີກລ່ຽງໃນການຕົກເປັນເຫຍື່ອຂອງເຫດການປະເພດນີ້. ບໍ່ຄວນໃຊ້ລະຫັດຜ່ານທີ່ຊ້ຳກັນໃນຊ່ອງທາງຕ່າງໆທາງໂທລະສັບ: ການໃຊ້ລະຫັດຜ່ານແບບດຽວກັນໝົດ...

ລະວັງຖືກແຮັກຈາກການຫຼິ້ນ Filter ໃໝ່ໃນເຟສບຸກ

ເປັນທີ່ນິຍົມຫຼິ້ນກັນຫຼາຍໃນໄລຍະທີ່ຜ່ານມາ ດ້ວຍການຫຼິ້ນ Filter ໃໝ່ໃນເຟສບຸກ ເຊິ່ງໃຊ້ຮູບຕົນເອງເຂົ້າໃນ Filter ດັ່ງກ່າວເພື່ອຈະປ່ຽນຮູບຕົນເອງໃຫ້ເປັນຮູບຮ່າງຂອງຄົນອື່ນ. ຫຼ້າສຸດ ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງພົບວ່າ: ເມື່ອຫຼິ້ນ Filter ດັ່ງກ່າວແລ້ວ ເຟສບຸກສົ່ງຂໍ້ຄວາມການຢືນຢັນລະຫັດຜ່ານເຂົ້າມາ ນັ້ນໝາຍຄວາມວ່າມີຄົນພະຍາຍາມແຮັກເຟສບຸກເຮົາ ດ້ວຍການສຸ່ມລະຫັດຜ່ານ. ທັ້ງນີ້ ຢາກໃຫ້ທຸກຄົນບໍ່ປະໝາດໃນການໃຊ້ແອັບພຣິເຄຊັ່ນ ຫຼື ການໃຊ້ Filter ຕ່າງໆໃນເຟສບຸກທີ່ອາດສ່ຽງຖືກແຮັກເອົາຂໍ້ມູນສ່ວນຕົວ ຮ້າຍໄປກວ່ານັ້ນແມ່ນແຮັກເຟສບຸກເອົາໄປຕົ້ມຕຸ໋ນຄົນອື່ນຕໍ່ ແລະ ການໃຊ້ເຫດການນີ້ກໍເຄີຍມີມາກ່ອນແລ້ວທີ່ຜູ້ໃຊ້ເຟສບຸກ ຫຼິ້ນ Filter...

ພະຍາກອນອາກາດ

ແຈ້ງເຕືອນໄພສະພາບອາກາດໜາວເຢັນ ຕັ້ງແຕ່ວັນທີ 23-26 ມັງກອນ 2024

ເນື່ອງຈາກວ່າ ບໍລິເວນຄວາມກົດດັນສູງຂອງອາກາດຫນາວເຢັນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຫນາວເຢັນ ແລະ ລົມພັດແຮງໃນແຕ່ລະພາກ ແລະ ຫນາວເຢັນຫຼາຍຢູ່ ແຂວງ ພາກເຫນືອ, ແຂວງໄຊສົມບູນ, ຫຼັກຊາວ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ລົມພັດແຮງເປັນບາງ ໂອກາດ ໃນໄລຍະວັນທີ 23 ຫາ...

ຂ່າວທ້ອງຖີ່ນ

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນປະມານ 1 ລ້ານໂດລາ ສົ່ງເສີມການປູກກາເຟ

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ປະມານ 1 ລ້ານໂດລາສະຫະລັດ ຊຶ່ງໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫຼາດ, ສົ່ງເສີມການເຂົ້າເຖິງ...

ອອກມາຊີ້ແຈງກໍລະນີມີປາຕາຍຈຳນວນຫຼາຍໂດຍບໍ່ຮູ້ສາເຫດ ທີ່ເມືອງຊະນະຄາມ

ຈາກກໍລະນີທີ່ມີປະຊາຊົນ ສ່ອງແສງຜ່ານສື່ສັງຄົມອອນລາຍ ໃນວັນທີ 5 ກຸມພາ 2024 ຜ່ານມາ, ໄດ້ພົບປາຕາຍຈຳນວນຫລາຍຢູ່ຫ້ວຍໜອງນໍ້າທຳມະຊາດ ເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ໂດຍບໍ່ຮູ້ສາເຫດ, ສົ່ງຜົນກະທົບເຮັດໃຫ້ມີກິນເນົ່າາເໝັນ ເຊິ່ງເຫດການດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນທີ 2 ກຸມພາ 2024 ເປັນຕົ້ນມາ. ​ຕໍ່ເຫດການທີ່ເກີດຂຶ້ນ, ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ໄດ້ຊີ້ແຈງໃນວັນທີ 7...

ງານເທສະການດອກງິ້ວບານຄັ້ງທີ 21 ທີ່ສາມຫຼ່ຽມຄຳ ແຂວງບໍ່ແກ້ວ

ເທດສະການດອກງິ້ວບານ ຄັ້ງທີ XXI ປີ 2024 ຈັດຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມ,...