ຕຳຫຼວດໄທເລັ່ງສອບສວນ ຄະດີສາວສະຫວັນ ຕົກຕຶກເສຍຊີວິດຢູ່ບາງກອກ

557000008829702

 

ຈາກກໍລະນີທີ່ປະຊາຄົມອອນລາຍຂອງລາວ ກຳລັງແຊຣ໌ພາບ ແລະ ຂ່າວຂອງການເສຍຊີວິດຂອງ

ນາງ ຕ່າຍ ດາວເຮືອງ ອາຍຸ 18 ປີ ຕາມຊື່ໃນໜັງສືຜ່ານແດນ ເຊິ່ງເປັນສາວຈາກສະຫວັນນະເຂດ

ເສຍຊີວິດຈາກການຕົກຈາກລະບຽງຂອງອາພາດເມັ້ນແຫ່ງໜຶ່ງ ໂດຍຈຸດເກີດເຫດແມ່ນຢູ່ບໍ່ໄກ

ປານໃດຈາກສະຖານທູດ ແລະ ສະຖານກົງສຸນລາວ ປະຈຳປະເທດໄທ ພ້ອມກັບສຽງຮຽກຮ້ອງໃຫ້

ທາງການໄທ ສືບຫາຂໍ້ແທ້ຈິງຂອງການເສຍຊີວິດດັ່ງກ່າວ ຫຼັງຈາກໝູ່ຂອງຜູ້ເສຍຊີວິດແຈ້ງຄວາມ

ທີ່ສຳນັກງານຕຳຫຼວດຫ້ວຍຂວາງ ຂອງນະຄອນຫຼວງບາງກອກ.

 

ເວັບໄຊຜູ້ຈັດການອອນລາຍຂອງໄທ ເປີດເຜີຍເມື່ອເວລາ 14:00 ຂອງວັນທີ 29 ກໍລະກົດ 2014 ຜ່ານ

ມານີ້ວ່າ ຜູ້ສື່ຂ່າວຂອງໄທໄດ້ລາຍງານການສອບຖາມຂໍ້ແທ້ຈິງຂອງເຫດການດັ່ງກ່າວຈາກ ຮ.ທ. ສຣຸດ

ຄຳລະອໍ ພະນັກງານສອບສວນສຳນັກງານຕຳຫຼວດຫ້ວຍຂວາງ ເຊິ່ງເປັນເຈົ້າຂອງຄະດີດັ່ງກ່າວວ່າ ໄດ້

ຮ່ວມກັບແພດນິຕິເວດ ໂຮງໝໍຣາມາທິບໍດີ ແລະ ເຈົ້າໜ້າທີ່ກອງພິສູດຫຼັກຖານ ໄປຊັນນະສູດສົບຂອງ

ຜູ້ເສຍຊີວິດ ຫຼັງຈາກຕົກຈາກລະບຽງຫຼັງຫ້ອງ ເລກທີ 807 ຊັ້ນ 8 ຂອງອາຄານໄນ້ທ໌ແມນຊັ່ນ 2 ຊອຍ

ປະຊາຣາດບຳເພັນ 24 ແຂວງ ແລະ ເຂດຫ້ວຍຂວາງ ນະຄອນຫຼວງບາງກອກ ເມື່ອ ເວລາ 01 ໂມງ 30

ນາທີ ຂອງວັນທີ 27 ກໍລະກົດທີ່ຜ່ານມາ ໂດຍນາງ ຕ່າຍ ດາວເຮືອງ ຕົກລົງມາຄ້າງກັບຕະແກງກັນສາດ

ເຫຼັກຂອງຊັ້ນທີ 1 ເຊິ່ງໃຊ້ສຳລັບກັ້ນຂອງຕົກຫຼົ່ນລົງມາ ເຊິ່ງທີມອາສາສະໝັກມູນນິທິໄດ້ຊ່ວຍເຫຼືອລົງ

ມາ ເພື່ອໃຫ້ໜ່ວຍກູ້ຊີບຂອງໂຮງໝໍຣາດວິຖີຊ່ວຍເຫຼືອ ແຕ່ສຸດທ້າຍນາງ ຕ່າຍ ກໍໄດ້ເສຍຊີວິດລົງ.

 

ຮ.ທ. ສຣຸດ ກ່າວຕໍ່ວ່າ ຜົນຈາກແພດຜູ້ກວດຊັນນະສູດເບື້ອງຕົ້ນລະບຸວ່າ ເບື້ອງຕົ້ນຜູ້ຕາຍເສຍຊີວິດ

ເນື່ອງຈາກກະດູກຕົ້ນຄໍ ແລະ ກະດູກສັນຫຼັງຫັກ ເພາະຕົກຈາກທີ່ສູງ ເຊິ່ງຈາກການກວດສອບດ້ວຍສາຍ

ຕາຕາມຮ່າງກາຍຂອງຜູ້ເສຍຊີວິດ ມີບາດແຜເຫຼີ້ນທີ່ແຂນຂວາ ແລະ ຂາຊ້າຍ, ສ່ວນຫ້ອງທີ່ເກີດເຫດນັ້ນ

ເຈົ້າໜ້າທີ່ພິສູດຫຼັກຖານໄດ້ກວດກາແລ້ວແມ່ນບໍ່ມີຮ່ອງຮອຍຂອງການຕໍ່ສູ້ ແຕ່ພົບຄາບຮອຍຕີນປີນຢູ່

ປູນຂອບລະບຽງຫຼັງຫ້ອງ ແລະ ຮາວເຫຼັກທີ່ປິດກັ້ນລະບຽງກໍພົບລາຍນິ້ວມື ເຊິ່ງເຈົ້າໜ້າທີ່ໄດ້ເກັບໄວ້ເປັນ

ຫຼັກຖານ ເພື່ອກວດສອບຕໍ່ໄປວ່າເປັນຂອງຜູ້ຕາຍ ຫຼື ບໍ່ ໂດຍຫຼັງຈາກເກີດເຫດ ຕຳຫຼວດໄດ້ຮຽກໂຕ ທ້າວ

ອຳນາດ ບຸນຊ່ວຍ ອາຍຸ 42 ປີ ໜຸ່ມບໍລິການທີ່ຮ້ານທານທອງ ແລະ ນາງ ຂະຈີຟ້າ ລີປະໂຄນ ອາຍຸ 43 ປີ ກັບ

ຕັນຜູ້ບໍລິການລູກຄ້າຂອງຮ້ານທານທອງ ເຊິ່ງເປັນພັນລະຍາຂອງ ທ້າວ ອຳນາດ ມາທຳການສອບສວນ

ຫຼັງຈາກມີພະຍານຢືນຢັນວ່າ ທັງຄູ່ຢູ່ໃນຫ້ອງທີ່ເກີດເຫດ.

 

ຮ.ຕ ສຣຸດ ກ້າວຕື່ມອີກວ່າ ຈາກການສອບສວນ ທ້າວ ອຳນາດ ຜູ້ກ່ຽວໃຫ້ການວ່າ ຕົນເອງມີອາການເມົາ

ເຫຼົ້າ ໂດຍຫຼັງຈາກເລີກວຽກ ໄດ້ໂທຫານາງ ຕ່າຍ ເຊິ່ງລັກຄົບຫາກັນຢູ່ ໂດຍທີ່ເມຍຂອງຕົນເອງບໍ່ຮູ້ ເຊິ່ງໄດ້

ນັດໃຫ້ມາພົບກັນທີ່ອາພາດເມັ້ນທີ່ເກີດເຫດ ເຊິ່ງໄດ້ເປີດລົງທະບຽນເຂົ້າພັກທີ່ຫ້ອງໝາຍເລກ 807 ຊັ້ນ 8

ເມື່ອເວລາ 00 ໂມງ 30 ນາທີ ຂອງວັນທີ 27 ກໍລະກົດທີ່ຜ່ານມາ, ຫຼັງຈາກໄດ້ພົບກັນແລ້ວ ຕົນໄດ້ເຜີນອນ

ຫຼັບເທິງໂຊຟາໃນຫ້ອງ ແຕ່ກໍຕ້ອງຕົກໃຈຕື່ນຂຶ້ນ ເມື່ອມີຄົນມາເຄາະປະຕູຫ້ອງສຽງດັງຫຼາຍຄັ້ງ ເມື່ອຕົນໄປ

ເບິ່ງທີ່ຕາແມວຂອງປະຕູຫ້ອງ ກໍພົບວ່າແມ່ນ ນາງ ຂະຈີຟ້າ ເຊິ່ງເປັນພັນລະຍາຂອງຕົນເອງ ຈື່ງໄດ້ຕົກໃຈ

ຫຼາຍ ກ່ອນທີ່ຈະທຳໃຈໄດ້ຢູ່ຊົ່ວຂະນະໜຶ່ງກ່ອນເປີດປະຕູຫ້ອງໃຫ້ ນາງ ຂະຈີຟ້າ ເຂົ້າມາ ກ່ອນທີ່ ນາງ ຂະຈີຟ້າ

ຈະຮ້ອງເອະອະໂວຍວາຍຢ່າງໃຫຍ່ ວ່າມັນຢູ່ບ່ອນໃດ ພ້ອມກັບຍ່າງຊອກຫາຮອບຫ້ອງ ກໍບໍ່ພົບເຫັນໃຜ ພົບ

ພຽງແຕ່ເກີບຂອງຜູ້ຍິງວາງຢູ່ຂ້າງຕຽງ ຈຶ່ງຈັບເອົາເກີບດັ່ງກ່າວແກວ່ງໃສ່ຕົນ ຕົນຈຶ່ງບອກໃຫ້ເມຍກັບໄປ

ລົມກັນຢູ່ທີ່ເຮືອນ ໂດຍນາງ ຂະຈີຟ້າໄດ້ຍ່າງອອກຈາກຫ້ອງໄປກ່ອນ ຕໍ່ມາຕົນໄດ້ຕາມລົງໄປທັນກັນຢູ່ບໍລິ

ເວນຊັ້ນລຸ່ມ ຈຶ່ງເກີດເຫດຜິດຖຽງກັບເມຍຂອງຕົນເອງອີກຄັ້ງ ກ່ອນທີ່ນາງຂະຈີຟ້າ ຈະຊ້ອນລົດຈັກຂອງ

ເດັກເສີບໃນຮ້ານທານທອງ ໄປສົ່ງຢູ່ບ່ອນພັກ, ສ່ວນຕົນເອງແມ່ນຍ່າງກັບໄປທີ່ຮ້ານທານທອງ ເພື່ອໄປເອົາ

ລົດຂັບກັບຄືນບ່ອນພັກ, ເມື່ອກັບຄືນເຖິງບ່ອນພັກແລ້ວ ຮອດເວລາປະມານ 02 ໂມງ 00 ນາທີ ຂອງວັນທີ

27 ກໍລະກົດ ໝູ່ຜູ້ຊາຍຊື່ທ້າວ ເລັກ ທີ່ເຮັດວຽກຢູ່ບ່ອນດຽວກັນ ໄດ້ໂທມາບອກຕົນເອງວ່າ ນາງ ຕ່າຍ ໂດດ

ຕຶກຕາຍ ຕົນຈຶ່ງບອກເມຍ ແລ້ວຮີບມາເບິ່ງທີ່ເກີດເຫດ ກ່ອນຈະຖືກເຈົ້າໜ້າທີ່ເຊີນໂຕມາສອບສວນ ໂດຍ

ທ້າວ ອຳນາດຍັງບອກອີກວ່າ ນາງ ຕ່າຍ ປົກກະຕິພັກຢູ່ທີ່ໄນ້ທ໌ແມນຊັ່ນ ຫ້ອງ 816 ຊັ້ນ 8 ເຊິ່ງຢູ່ໃນຫ້ອງກົງ

ກັນຂ້າມກັບຫ້ອງເກີດເຫດຢູ່ແລ້ວ ເຊິ່ງເປັນເຫດບັງເອີນທີ່ຕົນມາເປີດຫ້ອງຢູ່ກົງກັນຂ້າມກັນພໍດີ.

 

ຈາກການສອບສວນນາງ ຂະຈີຟ້າ ໃຫ້ການວ່າ ຫຼັງຈາກເລີກວຽກງານ ຕົນໄດ້ອອກຕາມຫາທ້າວ ອຳນາດ

ຢູ່ທີ່ອາພາດເມັ້ນໄນທ໌ແມນຊັ່ນ ຊັ້ນ 2 ເພາະຮູ້ວ່າທ້າວ ອຳນາດ ມັກມາສົ່ງແຂກມານອນຢູ່ທີ່ນີ້ ເມື່ອມາເຖິງ

ກໍຂໍເບິ່ງສະໝຸດລົງຊື່ແຂກທີ່ມາພັກ ກໍພົບວ່າຢູ່ຫ້ອງ 807 ຊັ້ນ 8 ກ່ອນທີ່ຈະເອີ້ນໃຫ້ ຮປພ ຕາມຕົນເອງຂຶ້ນ

ໄປນຳ ເມື່ອໄປເຖິງກໍໄດ້ເຄາະຫ້ອງ ແຕ່ທ້າວ ອຳນາດ ບໍ່ຍອມເປີດປະຕູ ຕົນຈຶ່ງບອກໃຫ້ ຮປພ ໄປເອົາກະແຈ

ສຳຮອງຂຶ້ນມາ ໂດຍກ່ອນທີ່ ຮປພ ຈະເອົາກະແຈມາໃຫ້ ທ້າວ ອຳນາດ ກໍເປີດປະຕູອອກມາ ຕົນຈຶ່ງເຂົ້າໄປໃນ

ຫ້ອງເພື່ອຊອກຫາຜູ້ຍິງ ແຕ່ບໍ່ພົບເຫັນ ພົບແຕ່ເກີບຂອງຜູ້ຍິງ ຈິ່ງໄດ້ຈັບມາແກ່ວງໃສ່ທ້າວ ອຳນາດ ແລ້ວ

ຜິດຖຽງກັນ, ຈາກນັ້ນກໍອອກມາ ແລະ ມາຜິດຖຽງກັນຢູ່ຊັ້ນລຸ່ມອີກ ກ່ອນທີ່ຈະກັບມາພົບກັນຢູ່ທີ່ພັກ.

 

ຮ.ທ. ສຣຸດ ກ່າວຕໍ່ອີກວ່າ ສ່ວນພະຍານເຊິ່ງເປັນໝູ່ຂອງຜູ້ຕາຍໃຫ້ການວ່າ ພວກຕົນລວມທັງນາງ ຕ່າຍ

ຢູ່ໃນຫ້ອງ 816ຊັ້ນ 8 ຂອງຜູ້ຕາຍ, ນາງ ຕ່າຍ ມີອາການມຶນເມົາຈາກການດື່ມເຫຼົ້າ ໂດຍໃນລະຫວ່າງນັ້ນ

ໄດ້ມີສຽງໂທລະສັບໃຫ້ນາງ ຕ່າຍ ອອກໄປຫາ ເຊິ່ງຕໍ່ມາບໍ່ດົນກໍໄດ້ຍິນສຽໜງຜູ້ຍິງ ແລະ ຜູ້ຊາຍຜິດຖຽງກັນ

ສຽງດັງຢູ່ທີ່ຫ້ອງກົງກັນຂ້າມ ແຕ່ພວກຕົນກໍບໍ່ໄດ້ສົນໃຈ ຈົນມາຮູ້ເຫດຕໍ່ມາວ່າ ມີຄົນຕົກຈາກຕຶກເສຍຊີວິດ

ຈຶ່ງລົງມາເບິ່ງ ກໍພົບວ່າແມ່ນໝູ່ຂອງຕົນເອງ.

 

ການສອບສວນຄະດີນີ້ ເຈົ້າໜ້າທີ່ຍັງບໍ່ໄດ້ສະຫຼຸບສຳນວນຄະດີເທື່ອ ຫຼັງໄດ້ຮຽກເອົາທ້າວ ອຳນາດ ແລະ ນາງ

ຂະຈີຟ້າ ມາທຳການສອບສວນ ເພາະຫຼັກຖານຍັງໄປບໍ່ເຖິງທີ່ຈະສະຫຼຸບວ່າ ທັງສອງເຮັດໃຫ້ນາງ ຕ່າຍ ເສຍຊີ

ວິດ, ເລື່ອງດັ່ງກ່າວຕ້ອງລໍຖ້າຜົນຂອງການກວດຊັນນະສູດສົບ ແລະ ຜົນການກວດສອບທີ່ເກີດເຫດ ພ້ອມ

ທັງລວມລວມພະຍານບຸກຄົນ ສ່ວນທີ່ມີຂ່າວວ່າ ທ້າວ ອຳນາດ ໃຫ້ເງິນຄ່າມ້ຽນຄາບສົ່ງສະການ ນາງ ຕ່າຍ ໄປ

3 ໝື່ນບາດນັ້ນ ອາດເປັນເລື່ອງສ່ວນຕົວທີ່ຕ້ອງການຊ່ວຍເຫຼືອຜູ້ຕາຍ ເຊິ່ງຖ້າທັງສອງຄົນມີສ່ວນກ່ຽວຂ້ອງ

ເຈົ້າໜ້າທີ່ສາມາດຮຽກໂຕມາແຈ້ງຂໍ້ກ່າວຫາໄດ້ທັນທີ ອີກຢ່າງທ້າວ ອຳນາດ ແລະ ນາງ ຂະຈີຟ້າ ແມ່ນໄດ້ໃຫ້

ຄວາມຮ່ວມມືເປັນຢ່າງດີ ບໍ່ມີພຶດຕິກຳຫຼົບໜີແຕ່ປະການໃດ.