ລວມໂຄງການອະວະກາດ ສີມືຊາດອາຊີ

0
1963
ຍີ່ປຸ່ນ: ອົງການສຳຫຼວດອະວະກາດຍີ່ປຸ່ນ
ຍີ່ປຸ່ນ: ອົງການສຳຫຼວດອະວະກາດຍີ່ປຸ່ນ

ລວມໂຄງການອະວະກາດສີມືຊາດອາຊີ

ລວມໂຄງການອະວະກາດສີມືຊາດອາຊີ
ລວມໂຄງການອະວະກາດສີມືຊາດອາຊີ

ໃນລະຫວ່າງທີ່ເຮົາກຳລັງອ່ານບົດຄວາມນີ້ຢູ່ ທ່ານຮູ້ຫຼືບໍ່ວ່າຈະຫຼວດສັນຊາດອິນເດຍກຳລັງພຸ່ງທະຍານຜ່ານຫ້ວງອະວະກາດໃນພາລະກິດສຳຫຼວດດາວອັງຄານ ຫຼັງຈາກການປ່ອຍຈະຫຼວດຢ່າງສົມບູນແບບໄປຕັ້ງແຕ່ຕົ້ນເດືອນພະຈິກ 2013 ທີ່ຜ່ານມາ ສ່ວນຈີນກໍຫາກໍສ້າງປະຫວັດສາດເປັນຊາດທີ 3 ທີ່ສາມາດສົ່ງຍານພິຊິດດວງຈັນໄປເປັນຜົນສຳເລັດ. ແນວໃດກໍຕາມ, ບໍ່ໄດ້ມີແຕ່ຈີນຫຼືອິນເດຍເທົ່ານັ້ນທີ່ລິເລິ່ມໂຄງການສຳຫຼວດອະວະກາດສຸດຍິ່ງໃຫຍ່ ເພາະຍັງມີອີກຫຼາຍຊາດທົ່ວທັງອາຊີທີ່ຕ່າງກໍມຸ່ງໜ້າບຸກເບີກໂລກໃໝ່ຂອງມະນຸດຊາດ ດ້ວຍເທັກໂນໂລຢີວິທະຍາສາດສຸດລ້ຳໜ້າ.

 

ຍີ່ປຸ່ນ: ອົງການສຳຫຼວດອະວະກາດຍີ່ປຸ່ນ

ຍີ່ປຸ່ນ: ອົງການສຳຫຼວດອະວະກາດຍີ່ປຸ່ນ
ຍີ່ປຸ່ນ: ອົງການສຳຫຼວດອະວະກາດຍີ່ປຸ່ນ

ປະຕິເສດບໍ່ໄດ້ວ່າເມື່ອເວົ້າເຖິງເລື່ອງເທັກໂນໂລຢີ່ແລ້ວ ຍີ່ປຸ່ນຈະຕ້ອງເປັນໜຶ່ງໃນຊາດທີ່ຈັດໄດ້ວ່າເປັນຜູ້ນຳ ແລະບໍ່ແ່ນສະເພາະແຕ່ໃນລະດັບທະວີບອາຊີແຕ່ເປັນລະດັບໂລກ ສຳລັບດ້ານຂອງການສຳຫຼວດອະວະກາດ ປະເທດຍີ່ຢຸ່ນກໍບໍ່ນ້ອຍໜ້າຊາດໃດໃນໂລກດ້ວຍເຊັ່ນກັນ. ອົງການສຳຫຼວດອະວະກາດແຫ່ງຊາດຍີ່ປປຸ່ນ (JAXA) ສ້າງຕັ້ງຂຶ້ນເມື່ອວັນທີ 1 ຕຸລາ 2003 ແຕ່ຄວາມສຳເລັດດ້ານອະວະກາດຂອງຍີ່ປຸ່ນກໍມີມາຢ່າງຍາວນານກ່ອນໜ້ານັ້ນແລ້ວ ເຊັ່ນ ການປ່ອຍດາວທຽມເພື່ອສຳຫຼວດດາວຫາງຮັນເລໃນປີ 1985, ການປ່ອຍຫຸ່ນສຳຫຼວດຊື່ “ຮາຍາບູສະ” ເພື່ອເກັບຕົວຢ່າງຈາກດາວຫາງໃນປີ 2003, ໂຄງການຍານ “ອິຄາຣອສ” ເມື່ອປີ 2010 ທີ່ນັບເປັນຍານອະວະກາດລຳທຳອິດທີ່ພິສູດເທັກໂນໂລຢີໃນການຂັບເຄື່ອນດ້ວຍພະລັງງານແສງດາທິດໄດ້ເປັນຜົນສຳເລັດ. ນອກຈາກນັ້ນຍີ່ປຸ່ນກໍຍັງມີໂຄງການອະວະກາດອື່ນໆ ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນດ້ານການສື່ສານ, ການສຳຫຼວດດວງຈັນ, ດາລາສາດ ລວມທັງມີສ່ວນຮ່ວມໃນການສ້າງໂມດູລຫ້ອງທົດລອງ “ຄິໂບ” ອະວະກາດເທິງສະຖານີອະວະກາດນານາຊາດ (ISS) ອີກດ້ວຍ.

 

ຈີນ: ອົງການບໍລິຫານອະວະກາດແຫ່ງຊາດຈີນ

ອົງການບໍລິຫານອະວະກາດແຫ່ງຊາດຈີນ
ອົງການບໍລິຫານອະວະກາດແຫ່ງຊາດຈີນ

ອີກໜຶ່ງຊາດມະຫາອຳນາດຂອງໂລກກໍບໍ່ຂໍນ້ອຍໜ້າໃຜໃນເວທີຂອງການສຳຫຼວດຫ້ວງອະວະກາດ ຜົນງານຂອງອົງການບໍລິຫານອະວະກາດແຫ່ງຊາດຈີນ (CNSA) ກໍຄືສະຖານີອະວະກາດທຽນກົງ-1 ເຊິ່ງຖືເປັນສະຖານີອະວະກາດແຫ່ງທຳອິດຂອງຈີນ ທະຍານຂຶ້ນສູ່ວົງໂຄຈອນໂລກຕັ້ງແຕ່ເດືອກັນຍາ ປີ 2011 ແລະຍັງຈະມີສະຖານີອະວະກາດ “ທຽນກົງ-2” ແລະ “ທຽນກົງ-3” ມາຮັບໜ້າທີ່ຕໍ່ພ້ອມດ້ວຍຂະໜາດທີ່ໃຫຍ່ຂຶ້ນກວ່າເກົ່າອີກດ້ວຍ. ນອກຈາກນີ້ກໍຍັງມີໂຄງງການຍານເສິ່ນໂຈວ ທີ່ສົ່ງນັກບິນອະວະກາດຊາວຈີນຂຶ້ນສູ່ຫ້ວງອະວະກາດມາແລ້ວເຖິງ 5 ຄັ້ງ ຕັ້ງແຕ່ຍານ “ເສິ່ນໂຈວ 5” ເມື່ອປີ 2003 ຈົນເຖິງຍານ “ເສິ່ນໂຈວ 10” ທີ່ຫາກໍສຳເລັດພາລະກິດໄປເມື່ອເດືອນມິຖຸນາ 2013 ນີ້ ສ່ຳນັ້ນຍັງບໍ່ພໍ ເພາະຈີນຍັງມີໂຄງການຫຸ່ນສຳຫຼວດດວງຈັນລຳທຳອິດໃນຊື່ “ສາງເອີ-3” ທີ່ຫາກໍພິຊິດດວງຈັນໄປເມື່ອກາງເດືອນທັນວາທີ່ຜ່ານມາ ສ້າງປະຫວັດສາດເປັນຊາດທີ 3 ຮອງຈາກສະຫະລັດອາເມລິກາ ແລະໂຊວຽດ (ຣັດເຊຍ) ທີ່ເຄີຍສົ່ງຍານສຳຫຼວດໄປດວງຈັນໄດ້ສຳເລັດອີກດ້ວຍ.

ຫົວໜ້າໂຄງການຍານໂຄຈອນອ້ອມດວງຈັນຂອງຈີນຍັງເຄີຍກ່າວໄວ້ວ່າ ປະເທດຂອງເຂົາມຸ່ງໝັ້ນທີ່ຈະສົ່ງຫຸ່ນສຳຫຼວດໄປຍັງດາວອັງຄານໃຫ້ໄດ້ພາຍໃນ 17 ຂ້າງໜ້ານີ້ນຳອີກດ້ວຍ.

 

ອິນເດຍ: ອົງກອນວິໄຈອະວະກາດອິນເດຍ

ອົງກອນວິໄຈອະວະກາດອິນເດຍ
ອົງກອນວິໄຈອະວະກາດອິນເດຍ

ພະເອກຂອງງານຊິ້ນນີ້ຂຶ້ນຊື່ຢູ່ແລ້ວເລື່ອງການສຳຫຼວດອະວະກາດ ຫຼັງຈາກທີ່ເຄີຍຮ່ວມມືກັບນານາຊາດໃນການສົ່ງ “ຈັນທຣາຍານ-1” ຍານສໍາຫຼວດດວງຈັນລໍາທໍາອິດໄປຕັ້ງແຕ່ປີ 2008 ແລະປະສົບຄວາມສຳເລັດຈົນໄດ້ຮັບການຍ້ອງຍໍຈາກນານາຊາດດ້ວຍລາງວັນ AIAA SPACE 2009ຈາກຜົນງານການວິໄຈທີ່ເປັນປະໂຫຍດມະຫາສານຕໍ່ວົງການວິທະຍາສາດອະວະກາດແລະເທັກໂນໂລຢີ ລວມທັງມີແຜນການສຳລັບຍານ “ຈັນທຣາຍານ-2” ແລະໂຄງການພາມະນຸດໄປສູ່ດວງຈັນພາຍປີ 2020 ຫຼ້າສຸດອົງກອນວິໄຈອະວະກາດອິນເດຍ (ISRO) ກໍຫາກໍປະສົບຄວາມສຳເລັດໃນການປ່ອຍຍານ “ມັງຄະລະຍານ” ຂຶ້ນສູ່ຫ້ວງອະວະກາດ ໃນພາລະກິດຍາວນານເກືອບ 10 ເດືອນສູ່ດາວອັງກຄານ ເພື່ອກວດສອບຊັ້ນບັນຍາກາດ, ພື້ນຜິວ ແລະແຮ່ທາດເທິງດາວເຄາະແດງ. ປະເດັນທີ່ໜ້າສົນໃຈກໍຄື ອິນເດຍໃຊ້ງົບປະມານໄປກັບໂຄງການຍານສຳຫຼວດດາວອັງຄານຄັ້ງນີ້ພຽງ 73 ລ້ານຫຼຽນສະຫະລັດ ເຊິ່ງຖືວ່າໜ້ອຍຫຼາຍ ເມື່ອທຽບກັບໂຄງການຍານສຳຫຼວດ “ຄິວຣິອອສຊີທີ” ຂອງສະຫະລັດອາເມລິກາທີ່ມີມູນຄ່າສູງເຖິງ 2.5 ພັນລ້ານຫຼຽນສະຫະລັດ ນັບເປັນແບບຢ່າງໃຫ້ທັງໂລກໄດ້ເຫັນເຖິງຄວາມສາມາດໃນການສຳຫຼວດອະວະກາດດ້ວຍງົບປະມານທີ່ຈຳກັດ.

 

ເກົາຫຼີເໜືອ

ເກົາຫຼີເໜືອ
ເກົາຫຼີເໜືອ

ຫຼາຍຄົນອາດຈະກຳລັງຄາດຫວັງວ່າຈະໄດ້ເຫັນນະວັດຕະກຳການສຳຫຼວດອະວະກາດສຸດລ້ຳນຳສະໄໝຈາກຝັ່ງເກົາຫຼີໃຕ້, ແຕ່ເນື້ອໃນທີ່ເຮົາຈະກ່າວເຖິງຕໍ່ໄປນີ້ບໍ່ແມ່ນຂອງເກົາຫຼີໃຕ້ ແຕ່ເປັນເກົາຫຼີເໜືອຕ່າງຫາກ ເພາະເຖິງແມ່ນຈະຖືກຄັດຄ້ານຈາກນານາຊາດ ແຕ່ເກົາຫຼີເໜືອກໍຍັງສາມາດສົ່ງຈະຫຼວດ “ອືນຮາ-3” ໄປປ່ອຍດາວທຽມຂຶ້ນສູ່ວົງໂຄຈອນໄດ້ຢ່າງເກີນຄວາມຄາດໝາຍ ໂດຍກ່ອນໜ້ານັ້ນເກົາຫຼີເໜືອພາຍໃຕ້ການຊີ້ນຳນຳພາຂອງ ກິມເຈິງອິນ ເຄີຍພະຍາຍາມປ່ອຍຈະຫຼວດມາແລ້ວຫຼາຍຕໍ່ຫຼາຍຄັ້ງແຕ່ປີ 1998 ແຕ່ກໍລົ້ມແຫຼວຫຼືຂາດການຕິດຕໍ່ໄປທັງໝົດ.

ແຕ່ແນ່ນອນວ່າ ການປ່ອຍຈະຫຼວດຂອງເກົາຫຼີເໜືອ ບໍ່ວ່າຈະເປັນເພື່ອການສຳຫຼວດອະວະກາດກໍຕາມ ກໍສ້າງຄວາມບໍ່ສະບາຍໃຈຕໍ່ນານາຊາດຝ່າຍຕາເວັນຕົກ ພິເສດແມ່ນສະຫະລັດ, ເກົາຫຼີໃຕ້ ແລະຍີ່ປຸ່ນ ຄືດັ່ງໃນກໍລະນີຂອງຈະຫຼວດ “ອືນຮາ-3” ທີ່ພຸ່ງທະຍານເໜືອນ່ານຟ້າເກາະໂອກິນາວາຂອງຍີ່ປຸ່ນໃນວັນທີ 12 ທັນວາ 2012 ແມ່ນຖືກສະຫະລັດແລະເກົາຫຼີໃຕ້ປະນາມວ່າເປັນທັບຖົມການທົດລອງອາວຸດພິໄສໄກຕ່າງຫາກ. ແນວໃດກໍຕາມອີກດ້ານໜຶ່ງຂອງເຫດການນີ້ກໍຄົງເປັນຄວາມສຳເລັດທີ່ຍິ່ງໃຫຍ່ ແລະເຕືອນປະຊາຄົມໂລກວ່າຢ່າເບິ່ງຄຸນຄ່າຂອງຄົນແຕ່ພຽງພາຍນອກເທົ່ານັ້ນ.

ເກົາຫຼີໃຕ້: ສະຖາບັນວິໄນການບິນແລະອະວະກາດເກົາຫຼີໃຕ້

ເກົາຫຼີໃຕ້: ສະຖາບັນວິໄນການບິນແລະອະວະກາດເກົາຫຼີໃຕ້
ເກົາຫຼີໃຕ້: ສະຖາບັນວິໄນການບິນແລະອະວະກາດເກົາຫຼີໃຕ້

ຈາກເກົາຫຼີເໜືອ ບາດນີ້ເຮົາມາຕໍ່ດ້ວຍບົດບາດໃນການສຳຫຼວດອະວະກາດຂອງເກົາຫຼີໃຕ້ນຳກັນເບິ່ງ ສະຖາບັນວິໄຈການບິນແລະອະວະກາດເກົາຫຼີໃຕ້ (KARI) ໄດ້ປະສົບຄວາມສຳເລັດໃນການສົ່ງດາວທຽມສື່ສານທາງການທະຫານ “ມຸນກຸຮວາ-5” ຂຶ້ນສູ່ວົງໂຄຈອນເປັນຄັ້ງທໍາອິດມາແຕ່ປີ 2006 ລວມທັງໄດ້ທຸ່ມງົບປະມານໄປກັບການພັດທະນາຈະຫຼວດ “ນາໂຣ-1” ມາຕັ້ງແຕ່ປີ 2009 ຈົນມາປະສົບຄວາມສຳເລັດໃນການຂຶ້ນສູ່ວົງໂຄຈອນເປັນຜົນສຳເລັດເມື່ອຕົ້ນປີ 2013 ທີ່ຜ່ານມານີ້ເອງ. ແນວໃດກໍຕາມ ນັກບິນອະວະກາດຄົນທຳອິດຂອງເກົາຫຼີໃຕ້ ລີ ໂຊ ຢອນ ໄດ້ຮ່ວມພາລະກິດບິນໄປກັບຍານໂຊຍຸຊຂອງຣັດເຊຍໄປກ່ອນໜ້ານັ້ນແລ້ວ ເມື່ອວັນທີ 8 ເມສາ 2008.

ຫຼາຍຝ່າຍຕີລາຄາວ່າ ການພັດທະນາໂຄງການອະວະກາດຕ່າງໆ ຂອງເກົາຫຼີໃຕ້ ຖືເປັນເລື່ອງຂອງກຽດສັກສີທີ່ຕ້ອງແຂ່ງຂັນກັບນານາຊາດ ໂດຍສະເພາະແມ່ນກັບເກົາຫຼີເໜືອນັ້ນເອງ.

ອິຣານ: ອົງການອະວະກາດອິຣານ

ອິຣານ: ອົງການອະວະກາດອິຣານ
ອິຣານ: ອົງການອະວະກາດອິຣານ

ອິຣານເອງກໍເປັນໜຶ່ງໃນຊາດທີ່ຫຼາຍໆ ຝ່າຍຍັງຈັບຕາເບິ່ງເຖິງຈຸດປະສົງໃນການພັດທະນາໂຄງການອະວະກາດ ໂດຍສະເພາະຢ່າງຍິ່ງກັບຄວາມພະຍາຍາມຄັ້ງຫຼ້າສຸດທີ່ອົງການອະວະກາດອິຣານ (ISA) ສາມາດສົ່ງຈະຫຼວດ “ພຶຊກຳ” ພ້ອມດ້ວຍຜູ້ໂດຍສານເປັນລິງ ຂຶ້ນສູ່ວົງໂຄຈອນກ່ອນກັບມາສູ່ໂລກໄດ້ຢ່າງປອດໄພເມື່ອຕົ້ນປີ 2013 ທີ່ຜ່ານມາ ກ່ອນໜ້ານີ້ອິຣານເອງເຄີຍເຮັດໃຫ້ຊາດມະຫາອຳນາດຕ້ອງຂົນຫົວລຸກ ເມື່ອໄດ້ສະແດງຜົນງານສົ່ງຈະຫຼວດພ້ອມດາວທຽມທີ່ສ້າງຂຶ້ນເອງ ສູ່ວົງໂຄຈອນໄດ້ສຳເລັດມາແລ້ວຫຼາຍຕໍ່ຫຼາຍຄັ້ງ ແຕ່ທັງໝົດນີ້ກໍຍັງບໍ່ພຽງພໍຕໍ່ຄວາມທະເຍີທະຍານທີ່ອິຣານມີ ເພາະອົງການອະວະກາດອິຣາໄດ້ອອກມາເປີດເຜີຍເຖິງແຜນການສົ່ງມະນຸດຂຶ້ນສູ່ຫ້ວງອະວະກາດໃຫ້ໄດ້ພາຍໃນປີ 2021 ລວມທັງຕັ້ງເປົ້າໝາຍຈະສ້າງເມືອງໃນອະວະກາດອີກດ້ວຍ.

ອິສະຣາແອນ: ອົງການອະວະກາດອິສະຣາແອນ

ອິສະຣາແອນ: ອົງການອະວະກາດອິສະຣາແອນ
ອິສະຣາແອນ: ອົງການອະວະກາດອິສະຣາແອນ

ອິສະຣາແອນ ເຈົ້າຂອງຕຳແໜ່ງປະເທດທີ່ມີຂະໜາດນ້ອຍທີ່ສຸດທີ່ມີຄວາມສາມາດໃນການສົ່ງຍານຂຶ້ນສູ່ອະວະກາດ ອົງການອະວະກາດອິສະຣາແອນ (ISA) ສ້າງຕັ້ງຂຶ້ນເມື່ອປີ 1983 ມີບົດບາດໃນການປ່ອຍດາວທຽມທັງໃນທາງການຄ້າແລະການທະຫານມາແລ້ວຫຼວງຫຼາຍ ດາວທຽມໜ່ວຍທຳອິດຂອງອິສະຣາແອນ “ໂອເຟກ-1” ຖືກປ່ອຍຂຶ້ນສູ່ວົງໂຄຈອນດ້ວຍຈະຫຼວດ “ຊາວິຕ” ມາຕັ້ງແຕ່ປີ 1988 ເບີກທາງໃຫ້ອິສະຣາແອນກາຍເປັນອີກຊາດຜູ້ນຳອາຊີໃນເລື່ອງຂອງການສົ່ງຈະຫຼວດຂຶ້ນສູ່ວົງໂຄຈອນ ທັງຍັງມີໂຄງການດາວທຽມແລະກ້ອງໂທລະທັດທີ່ກຳລັງຢູ່ໃນຂັ້ນຕອນຂອງການພັດທະນາຢ່າງຫຼວງຫຼາຍນຳອີກ.

ອິລັນ ຣາມອນ ນັກບິນອະວະກາດຊາວອິສະຣາແອນຜູ້ທຳອິດ ໄດ້ຮ່ວມປະຕິບັດພາລະກິດເທິງກະສວຍອະວະກາດໂຄລັມເບຍຂອງອົງການນານາ ແຕ່ໂຊກຮ້າຍທີ່ທ່ຽວບິນທຳອິດຂອງເຂົາກາຍເປັນທ່ຽວບິນສຸດທ້າຍຂອງຍານໄປພ້ອມໆ ກັບຈຸບິນທັງໝົດ 7 ຄົນ ທີ່ລ້ວນແຕ່ເສຍຊີວິດຈາກການທີ່ກະສວຍອະວະກາດໂຄລັມເບຍເກີດອຸບັດເຫດລະເບີດຂຶ້ນ ໃນຂະນະກຳລັງເຂົ້າສູ່ຊັ້ນບັນຍາກາດໂລກເມື່ອວັນທີ 1 ກຸມພາ 2003.