ຫົກຄົນ ຖືກແທງ ບາດເຈັບ ໃນການໂຈມຕີ ຢູ່ ສະຖານີ ລົດໄຟ ໃນຈີນ (ວີດີໂອ)

0
1800
ບັນດາເຈົ້າໜ້າທີ່ ກຳລັງທຳການສືບສວນ ຢູ່ບໍລິເວນເດີ່ນ ສະຖານີລົດໄຟ ເມືອງ Guangzhou ໃນພາກໃຕ້ຂອງຈີນ

ສື່​ມວນຊົນ​ຂອງທາງການ​ຈີນກ່າວ​ວ່າ ຫົກ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນການໂຈມຕີ
ໂດຍໃຊ້ມີດແທງ ໃນ​ວັນ​ອັງຄານ​ມື້​ນີ້ ຢູ່ທີ່ສະຖານີ​ລົດໄຟ ທີ່ຫົວ​ເມືອງແຫ່ງນຶ່ງ
ໃນ​ພາກ​ໃຕ້ຂອງປະເທດ ຊຶ່ງ​ເປັນບ່ອນ​ຫຼ້າ​ສຸດ​ ໃນ​ການ​ໂຈມ​ຕີ​ທີ່ມີມາເປັນ
ລຳດັບນັ້ນ.

ໜັງສືພິມປະຊາຊົນລາຍວັນ ຫລື People Daily ກ່າວ​ວ່າ
ຜູ້​ຊາຍ​ທີ່ມີ​ມີດເປັນ ອາວຸດສີ່​ຄົນ ນຸ່ງ​ເຄື່ອງຂາ​ວທັງໝົດ ພາກັນ​ໄລ່ແທງ​ຄົນ​ໂດຍສານ
ທີ່​ຫາ​ກໍ່​ລົງ​ຈາກ​ລົດ​ໄຟ ​ທີ່​ສະຖານີ​ລົດ​ໄຟ Guangzhou​.

ລາຍ​ງານ​ກ່າວ​ວ່າ ຕຳຫລວດ​ໄດ້​ຍິງປືນ​ໃສ່​ພວກ​ຜູ້​ຊາຍຈຸນີ້ ເຮັດໃຫ້ຄົນນຶ່ງເສຍຊີ ວິດ
ແລະຈັບໄດ້ຄົນນຶ່ງ. ສ່ວນອີກ 2 ຄົນ ສາມາດຫລົບໜີໄປໄດ້ ແຕ່ລາຍງານ ຂ່າວບາງ
ກະແສຂອງສື່ມວນຊົນລັດຖະບານແຈ້ງວ່າ ອີກຄົນນຶ່ງໄດ້ຖືກຈັບໃນເວລາຕໍ່ມາ.

ພວກເຈົ້າໜ້າທີ່ບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບຈຸດປະສົງໃນການໂຈມຕີຄັ້ງນີ້ ແຕ່
ການໂຈມຕີດັ່ງກ່າວແມ່ນມີລັກສະນະຄ້າຍຄືກັນກັບຄັ້ງກ່ອນໆ ທີ່ລັດຖະບານ ໄດ້ຖິ້ມ
ໂທດໃສ່ພວກກໍ່ການຮ້າຍຈາກເຂດຊິນຈຽງ ທີ່ວຸ້ນວາຍໃນພາກຕາເວັນຕົກ ຂອງຈີນ.

ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານນາງ Hua Chunying ບໍ່ໄດ້
ຄາດເດົາໃດໆກ່ຽວກັບຈຸດປະສົງຂອງພວກຄົນຮ້າຍ ແຕ່ກໍໃຫ້ຄຳໝັ້ນສັນຍາວ່າ ຈະມີ
ການເອົາມາດຕະການທີ່ເຂັ້ມແຂງແລະມີປະສິດທິຜົນ ເພື່ອປົກປ້ອງໃຫ້ສັງ ຄົມມີ
ສະຖຽນລະພາບຢ່າງແທ້ຈິງ.