ສະຫະລັດອາເມຣິກາ ແລະ ກູບາ ບັນລຸຂໍ້ຕົກລົງ ຟື້ນຟູການບໍລິການຖ້ຽວບິນການຄ້າ ຮ່ວມກັນແລ້ວ!

EyWwB5WU57MYnKOuX7EUWOLDHiO3Zls9TDYUfSoUPnfH18EtaB8PNh

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ທັນວານີ້ວ່າ ສະຫະລັດອາເມຣິກາ ແລະ ກູບາ ເຫັນດີໃນຂໍ້ຕົກລົງ ຟື້ນຟູການໃຫ້ບໍລິການຖ້ຽວບິນການຄ້າ ລະຫວ່າງສອງປະເທດແລ້ວ ໃນວັນພະຫັດທີ 17 ທັນວາຜ່ານມາ ໂດຍຂໍ້ຕົກລົງດັ່ງກ່າວນີ້ ຈະເປັນການພັດທະນາທາງທຸລະກິດ ເຮັດໃຫ້ສາຍການບິນຂອງ ສະຫະລັດອາເມຣິກາ ສາມາດບິນເຂົ້າໄປກູບາໄດ້ ຊຶ່ງຄາດວ່າຈະມີຫລາຍກ່ວາ ສິບຖ້ຽວບິນຕໍ່ມື້.

ແນວໃດກໍຕາມ ເຖິງແມ່ນຈະມີການບັນລຸຂໍ້ຕົກລົງດັ່ງກ່າວແລ້ວ ແຕ່ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກເຕືອນພົນລະເມືອງຂອງຕົນວ່າ ຄຳສັ່ງຫ້າມນັກທ່ອງທ່ຽວ ເດີນທາງໄປຍັງປະເທດກູບາ ກໍຍັງຄົງມີຜົນບັງຄັບໃຊ້ຢູ່.