ຈີນກຽມເປີດຂົວອູ່ ສູງທີ່ສຸດອັນດັບສອງຂອງໂລກ ຕ້ອນຮັບວັນຂຶ້ນປີໃໝ່ 2016 ນີ້!

558000014274401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ຂົວຂ້າມແມ່ນ້ຳຊິງສຸ່ຍ ຊຶ່ງເປັນຂົວອູ່ສູງທີ່ສຸດ ອັນດັບສອງຂອງໂລກ ຈະກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ຕ້ອນຮັບວັນຂຶ້ນປີໃໝ່ 2016 ທີ່ຈະມາເຖິງນີ້ ໂດຍຂົວແຫ່ງດັ່ງກ່າວ ສ້າງຂຶ້ນເທິງພູທີ່ສູງຊັນ ເພື່ອພັດທະນາເສັ້ນທາງຄົມມະນາຄົມ ລະຫວ່າງນະຄອນກຸ້ຍຢາງ ເມືອງເອກຂອງແຂວງກຸ້ຍໂຈວ ກັບບັນດາເມືອງຕ່າງໆອ້ອມຂ້າງ.

ຂົວແຫ່ງດັ່ງກ່າວນີ້ ສ້າງຂຶ້ນໂດຍໃຊ້ງົບປະມານທັງໝົດ 1.54 ຕື້ຢວນ ແລະ ໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ, ມີຄວາມສູງ 406 ແມັດ ແລະ ມີຄວາມຍາວ 1,130 ແມັດ ກາຍເປັນຂົວອູ່ທີ່ສູງທີ່ສຸດ ອັນດັບທີສອງຂອງໂລກ ຖັດຈາກຂົວອູ່ຂ້າມແມ່ນ້ຳຊື່ຕູ້ ຕັ້ງຢູ່ເມືອງປາຕົງ ແຂວງຫູເປີ່ຍ ທາງພາກກາງຂອງປະເທດຈີນ ທີ່ເປັນ ຂົວອູ່ສູງທີ່ສຸດໃນໂລກ ຈາກຄວາມສູງທັງໝົດ 496 ແມັດ.
558000014274402 558000014274403 558000014274404