ສະຫະລັດຯຖອຍ! ຍອມຮັບຈຸດຢືນຣັດເຊຍ ບໍ່ກົດດັນປົດຕຳແໜ່ງ ອັດຊາດ ປ່ອຍໃຫ້ຊາວຊີຣີກຳນົດເອງ!

U.S. Secretary of State Kerry and U.S. Ambassador in Russia Tefft attend meeting with Russian president Putin and Foreign Minister Lavrov at Kremlin in Moscow

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ທ່ານ ຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ກ່າວຢູ່ກອງປະຊຸມ ຫາລືບັນຫາຊີຣີ ທີ່ນະຄອນຫລວງມົດສະກູ ປະເທດຣັດເຊຍ ເມື່ອວັນທີ 15 ທັນວາ 2015 ຜ່ານມານີ້ວ່າ ອາເມຣິກາ ແລະ ພັນທະມິດ ໄດ້ຫັນປ່ຽນນະໂຍບາຍ ບໍ່ຄິດປ່ຽນແປງລະບອບການປົກຄອງຢູ່ຊີຣີແລ້ວ ແລະ ຍອມຮັບຈຸດຢືນຂອງຝ່າຍຣັດເຊຍ ທີ່ບໍ່ສະເໜີແນວທາງ ໃນການປົດຕຳແໜ່ງ ປະທານາທິບໍດີ ບາຊາ ອັນ-ອັດຊາດ ໂດຍປ່ອຍໃຫ້ປະຊາຊົນຊາວຊີຣີ ເປັນຜູ່ກຳນົດຊາຕາກຳທາງການເມືອງ ພາຍໃນປະເທດດ້ວຍຕົນເອງ.

ພ້ອມກັນນັ້ນ, ພາຍໃນກອງປະຊຸມ ຍັງເຫັນດີຈະຈັດໃຫ້ມີການປະຊຸມລະດັບສາກົນ ເພື່ອຫາທາງຢຸຕິ ສົງຄາມກາງເມືອງຢູ່ຊີຣີ ຊຶ່ງຈະຈັດຂຶ້ນໃນວັນສຸກທີ 18 ທັນວານີ້ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ, ຈາກນັ້ນ ຈຶ່ງຈະນຳສະເໜີຍັດຕິ ເຂົ້າສູ່ສະຫະປະຊາຊາດ ເປັນຂັ້ນຕອນຕໍ່ໄປ.