ໂອບາມາອະນຸມັດ ຂາຍອາວຸດຊຸດໃຫຍ່ໃຫ້ໄຕ້ຫວັນ ດ້ານຈີນປະທ້ວງ ພ້ອມຂູ່ຂວ້ຳບາດທຸກບໍລິສັດກ່ຽວຂ້ອງ!

U.S. President Barack Obama delivers remarks at naturalization ceremony at the National Archives Museum in Washington

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວານີ້ວ່າ ໃນມື້ວານນີ້ (16 ທັນວາ) ລັດຖະບານສະຫະລັດອາເມຣິກາ ໄດ້ແຈ້ງຕໍ່ລັດຖະສະພາຢ່າງເປັນທາງການ ກ່ຽວກັບການຕົກລົງ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນການອະນຸມັດ ຂາຍອາວຸດຊຸດໃຫຍ່ ຊຶ່ງປະກອບມີເຮືອກຳປັ່ນສູ້ຮົບ 2 ລຳ, ຂີປະນາວຸດຕໍ່ຕ້ານລົດຕັງ, ຍານໂຈມຕີສະເທືອນນ້ຳສະເທືອນບົກ ແລະ ອື່ນໆ ມູນຄ່າ 1.83 ຕື້ໂດລາ ໃຫ້ແກ່ໄຕ້ຫວັນ ໂດຍອ້າງການສົ່ງອອກອາວຸດ ໃຫ້ແກ່ໄຕ້ຫວັນຄັ້ງນີ້ ເປັນນະໂຍບາຍທີ່ລັດຖະບານສະຫະລັດອາເມຣິກາ ຕະຫລອດ 6 ຊຸດທີ່ຜ່ານມາ ໄດ້ຍຶດຖືປະຕິບັດຢ່າງຕໍ່ເນື່ອງ, ແຕ່ແນວໃດກໍຕາມ ສະຫະລັດອາເມຣິກາ ກໍຍັງຄົງຍຶດຖືນະໂຍບາຍຈີນດຽວ ຢູ່ຄືເກົ່າ.

ດ້ານລັດຖະບານຈີນ, ທ່ານ ເຈີ້ງເຊກວງ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດຈີນ ໄດ້ຮຽກຕົວ ທ່ານ ຄາເຢລີ ອຸປະທູດສະຫະລັດ ປະຈຳປະເທດຈີນ ເຂົ້າມາພົບເພື່ອປະທ້ວງ ແລະ ຂູ່ຈະທຳການຂວ້ຳບາດ ຕໍ່ກັບທຸກໆບໍລິສັດຂອງອາເມຣິກາ ທີ່ມີສ່ວນກ່ຽວຂ້ອງ ກັບການສົ່ງອອກອາວຸດໃຫ້ແກ່ໄຕ້ຫວັນຄັ້ງນີ້.

ທັງນີ້ ຈີນຖືວ່າໄຕ້ຫວັນ ແມ່ນເປັນພຽງແຂວງໜຶ່ງ ທີ່ຂຶ້ນປັບສາທາລະນະລັດປະຊາຊົນຈີນ ຊຶ່ງລັດຖະບານຈີນ ບໍ່ເຫັນດີເປັນຢ່າງຍິ່ງ ທີ່ສະຫະລັດຂາຍອາວຸດໃຫ້ແກ່ໄຕ້ຫວັນ ຊຶ່ງຂັດຕໍ່ກົດໝາຍລະຫວ່າງປະເທດ ແລະ ເປັນໄພຮ້າຍແຮງ ຕໍ່ອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນ.