ປະທານາທິບໍດີຟິລິບປິນ ປະກາດຈະປັບຂຶ້ນເງິນເດືອນພະນັກງານລັດ 84%!

400 philippines-money

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນ​ທີ 3 ພະຈິກ 2015, ທ່ານ ​ເບ​ນິ​ໂ ອາ​ກິ​ໂນ ປະທານາທິບໍດີ ຂອງຟິລິບ​ປິນ ຈະປັບ​ຂື້ນເງິນ​​ເດືອນພະນັກງານ​ລັດ ທົ່ວປະເທດ  1,3 ລ້ານຄົຈາກ​ 55% ເພີ່ມຂື້ນ84% ລວມທັງ ເງິນເດືອນ ຜູ້ບໍລິຫານ ລະດັບສູງ ຈະເພີ່ມຂື້ນ ຫລາຍກວ່າ ຄ່າແຮງງານ ລະດັບດຽວກັນ  ໃນ​ບໍລິສັດ ເອກກະຊົນ70% ຂະນະທີ່ ເງິນເດືອນ ຂອງ ປະທານາທິບໍດີ ຈະເພີ່ມຂຶ້ນອີກ ປະມານ 400.000 ເປໂຊ ຈາກເມື່ອກ່ອນ 120.000 ເປໂຊ ລວມເປັນ 520.000 ເປໂຊ ຄິດເປັນ ມູນຄ່າ ປະມານ 11,080 ໂດລາສະຫະລັດ.

 

ແຫລ່ງຂ່າວ:

ຂປລ