ກະຊວງຊັບຯ ຈະສູ້ໍຊົນອອກໃບຕາດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນ ພາຍໃນປີ 2020!

IMG_1761

ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສີສະຫວັດ ວິທະໄຊ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ນ້າຄືນັບແຕ່ປີ 2016-2020 ຈະສູ້ຊົນຈັດຕັ້ງປະຕິບັດການຂຶ້ນທະບຽນທີ່ດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນຂອງຈໍານວນ 1,8 ລ້ານຕອນດິນທີ່ຍັງບໍ່ທັນອອກໃບຕາດິນໃນທົວປະເທດ, ຂະນະທີ່ຂໍ້ມູນທີ່ດິນຫລາຍກວ່າ 1,2 ລ້ານຕອນໃນຈໍານວນ 2,6 ລ້ານຕອນທົ່ວປະເທດ, ໄດ້ເອົາເຂົ້າຖານເກັບຂໍ້ມູນລະບົບຄອມພິວເຕີແລ້ວ ແລະ ເພື່ອປ້ອງກັນບັນຫາການສວຍໂອກາດອອກໃບຕາດິນປອມ, ອອກໃບຕາດິນຊໍ້າຊ້ອນ, ອັນເປັນສາເຫດຕົ້ນຕໍກໍ່ໃຫ້ເກີດຂໍ້ຂັດແຍ່ງທາງດ້ານທີ່ດິນຫລວງຫລາຍໃນໄລຍະຜ່ານມານັ້ນ, ແມ່ນພວກເຮົາໄດ້ທົດລອງນໍາໃຊ້ລະບົບໄອທີທັນສະໄໝ LLMS ເຂົ້າໃນການຄຸ້ມຄອງບໍລິຫານທີ່ດິນຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫລວງວຽງຈັນຄື: ຕິດຕາມການຮັບເອກກະສານຈາກຜູ້ມາໃຊ້ບໍລິການກ່ຽວກັບທີ່ດິນ, ເກັບກໍາຂໍ້ມູນການຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນມອບໂອນຕອນດິນ, ແຍກແບ່ງດິນ, ໂຮມຕອນດິນ, ພິມໃບຕາດິນ, ໃບທະບຽນທີ່ດິນ, ອອກໃບຄິດໄລ່ເກັບລາຍຮັບຈາກການເສຍຄ່າທໍານຽມທີ່ດິນ, ອາກອນຈາກການຊື້ຂາຍສິດນໍາໃຊ້ທີ່ດິນເພື່ອໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນເອົາໃບບິນໄປຖອກເງິນເຂົ້າຄັງເງິນແຫ່ງຊາດໂດຍບໍ່ຜ່ານການຂຽນດ້ວຍມື ແລະ ກວດກາຫລາຍຂອດ ແລະປ່ຽນຈາກການແຕ້ມຕອນດິນດ້ວຍມືມາແຕ້ມດ້ວຍຄອມພິວເຕີທັນສະໄໝຊັດເຈນຖືກຕ້ອງຫລາຍຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ