ລາວສູນເສຍລາຍຮັບຫລາຍສີບລ້ານໂດລາ ຍ້ອນລາຄາແຮ່ທາດຕົກຕໍ່າ!

mining

ຫົວໜ້າກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ການດຳເນີນທຸລະກິດແຮ່ທາດແມ່ນປະເພດທຸລະກິດທີ່ມີຄວາມສ່ຽງສູງເຊັ່ນ: ສ່ຽງໃນການສຳຫລວດຊອກຫາປະລິມານສະສົມ, ສ່ຽງຕໍ່ຕົ້ນທຶນການຜະລິດ ແລະ ສ່ຽງຕໍ່ການເໜັງຕີງຂອງລາຄາໂລຫະໃນຕະຫລາດໂລກ, ໂດຍສະເພາະ ປັດຈຸບັນລາຄາແຮ່ຄຳ, ທອງ,ເຫລັກ, ກົ່ວ ແລະ ໂປຕາສ ມີທ່າອ່ຽງຫລຸດລົງຫລາຍ ແລະ ຕໍ່ບັນຫາການເໜັງຕີງດ້ານລາຄາດັ່ງກ່າວນັ້ນ, ໄດ້ສົ່ງຜົນສະທ້ອນຕໍ່ການຜະລິດແຮ່ທາດຢູ່ລາວຫລຸດລົງ ແລະ ມີຜົນສະທ້ອນຕໍ່ການເກັບພັນທະຂອງລັດຖະບານເຊັ່ນ: ຄ່າຊັບພະຍາກອນ, ອາກອນກຳໄລ, ເງິນປັນຜົນ, ອາກອນເງິນເດືອນ, ອາກອນລາຍໄດ້ຂອງຜູ້ຮັບເໝົາອື່ນໆຫລຸດລົງຫລາຍ ດັ່ງກໍລະນີປີ 2013 ບໍລິສັດ ລ້ານຊ້າງມີເນໂຣນຈຳກັດ, ໄດ້ຕັດສິນໃຈຢຸດການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຊົ່ວຄາວເພື່ອຮັກສາຕົ້ນທຶນການຜະລິດ ແລະ ປົດພະນັກງານອອກເກືອບ 500 ຄົນ, ສ່ວນກໍລະນີຢູ່ໂຄງການບໍ່ຄໍາ-ທອງເຊໂປນ ແມ່ນລາຍຮັບທາງກົງຂອງລັດຖະບານໃນປີ 2014 ໄດ້ແຕ່ 110 ລ້ານໂດລາສະຫະລັດ, ຖ້າທຽບໃສ່ປີ 2013 ໄດ້ 136 ລ້ານໂດລາສະ ຫະລັດ ແລະ ປີ 2012 ໄດ້ 189 ລ້ານໂດລາສະຫະລັດ, ສຳລັບປີ 2015 ຄາດຄະເນຈະໄດ້ຮັບພຽງ 90 ລ້ານໂດລາສະ ຫະລັດເທົ່ານັ້ນ.

ກົມດັ່ງກ່າວໃຫ້ຮູ້ວ່າ: ຜ່ານມາຂະແໜງແຮ່ທາດເຄີຍເປັນຂະແໜງໜຶ່ງທີ່ໄດ້ປະກອບສ່ວນໃຫ້ GDP ແຫ່ງຊາດຂະຫຍາຍໂຕບໍ່ຫລຸດ 8% ຕໍ່ປີ(ປີ 2012 ລາຍຮັບຂອງລັດຖະບານໄດ້ 293 ລ້ານໂດລາສະຫະລັດ, ປີ 2013 ໄດ້ 264 ລ້ານໂດລາສະຫະລັດ ແລະ ມາຮອດປີ 2014 ໄດ້ 192 ລ້ານໂດລາສະຫະລັດ. ສະນັ້ນ ລາຍຮັບຈາກຂະແໜງການບໍ່ແຮ່ຫລຸດລົງເຊັ່ນນີ້ເຮັດໃຫ້ການປະຕິບັດແຜນເສດຖະກິດ-ສັງຄົມຈະມີຜົນກະທົບຢ່າງແນ່ນອນ, ແຕ່ແນວໃດກໍຕາມ ຕໍ່ສະພາບດັ່ງກ່າວລັດຖະບານໄດ້ມີທິດທາງແກ້ໄຂຄື: ຕ້ອງປຸກລະດົມໃຫ້ຜູ້ລົງທຶນເອົາໃຈໃສ່ ຫລຸດຜ່ອນການຜະລິດ ດ້ວຍການຕັດລາຍຈ່າຍທີ່ບໍ່ຈຳເປັນ ພ້ອມທັງນຳໃຊ້ວັດຖຸດິບຢູ່ພາຍໃນໃຫ້ຫລາຍຂຶ້ນ, ສົ່ງເສີມຜູ້ລົງທຶນນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝມີປະສິດທິຜົນ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍໃຊ້ຕົ້ນທຶນຕໍ່າເພື່ອປະຄອງໂຄງການບໍ່ແຮ່ຂອງຕົນໃຫ້ສາມາດສືບຕໍ່ດຳເນີນໄປໄດ້ ແລະ ຕ້ອງທົບທວນຄືນການປະຕິບັດພັນທະຂອງຜູ້ລົງທຶນຈຳນວນໜຶ່ງ, ໂດຍສະເພາະຜູ້ຂໍໂຈະກິດຈະການຍ້ອນລາຄາຕົກຕໍ່າ ແລະ ການປະຕິບັດພັນທະຊ້ຳຊ້ອນ ແລະ ສຳລັບໃນໄລຍະຍາວ ເພື່ອຮັບປະກັນໃຫ້ສະພາບການຜະລິດແຮ່ທາດມີການຕໍ່ເນື່ອງ ຈະໄດ້ເພີ່ມທະວີການເອົາໃຈໃສ່ສົ່ງເສີມ ໃຫ້ມີອຸດສາຫະກຳຕໍ່ເນື່ອງຂອງຂະແໜງແຮ່ທາດພາຍໃນປະເທດໃຫ້ຫລາຍຂຶ້ນ.

 

ແຫລ່ງຂ່າວ:

ລພນ