ນາຍົກກຳປູເຈຍຄາດ ນັກທ່ອງທ່ຽວຈີນ ຈະເຂົ້າປະເທດເຖິງ 5 ແສນຄົນໃນປີນີ້

ae0000203

 

ນາຍົກລັດຖະມົນຕີຮຸນແຊນ ເປີດເຜີຍວ່າ ປະເທດກຳປູເຈຍຄາດວ່າຈະໄດ້ຕ້ອນຮັບນັກທ່ອງທ່ຽວຊາວຈີນ ປະມານ

500,000​ ຄົນໃນປີນີ້ ເພີ່ມຂຶ້ນຈາກປີກ່ອນ 8%.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ທັນວາຜ່ານມາວ່າ ນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ຮຸນແຊນ ໄດ້

ກ່າວໃນພິທີຮັບໃບປະກາສະນິຍະບັດ ຂອງນັກສຶກສາສະຖາບັນເຕັກໂນໂລຊີວ່າ ໃນຊ່ວງ 9 ເດືອນທຳອິດຂອງປີນີ້ ໄດ້

ມີນັກທ່ອງທ່ຽວຊາວຈີນ ເດີນທາງມາຢ້ຽມຢາມກຳປູເຈຍແລ້ວ 407,000 ຄົນ ແລະ ຍັງໄດ້ກ່າວຕື່ມວ່າ ກຳປູເຈຍຕັ້ງ

ເປົ້າຈະຕ້ອນຮັບນັກທ່ອງທ່ຽວຊາວຈີນໃຫ້ໄດ້ 1.3 ລ້ານຄົນ ພາຍໃນປີ 2020.

 

ທັງນີ້ ນັກທ່ອງທ່ຽວຊາວຈີນ ຖືເປັນກຸ່ມນັກທ່ອງທ່ຽວທີ່ໃຫຍ່ທີ່ສຸດເປັນອັນດັບທີ 2​ ຂອງກຳປູເຈຍ ຖັດຈາກກຸ່ມນັກ

ທ່ອງທ່ຽວຊາວຫວຽດນາມ ເຊິ່ງຜູ້ອຳນວຍການຝ່າຍສະຖິຕິ ແລະ ແຜນການ ຂອງກະຊວງການທ່ອງທ່ຽວກຳປູເຈຍ

ໄດ້ລະບຸວ່າ ຄວາມສຳພັນອັນດີລະຫວ່າງຈີນ ແລະ ກຳປູເຈຍ ລວມທັງແຫລ່ງທ່ອງທ່ຽວຂອງປະເທດ ເປັນປັດໃຈຫຼັກ

ໃນການດຶງດູດນັກທ່ອງທ່ຽວຊາວຈີນ ໃຫ້ເດີນທາງມາຢ້ຽມຢາມ.