ສາວອາຍຸ 23 ປີ ຕາຍປິດສະໜາເທິງເຮືອບິນ ຢູໄນເຕັດ ແອຣ໌ລາຍ

EyWwB5WU57MYnKOuFIxuZxJyrET3pcnD93cEB5Ia4knhCL1Hz0SzxZ

 

ພົບຍິງສາວອາຍຸ 23 ປີ ເສຍຊີວິດເທິງເຮືອບິນ ຢູໄນເຕັດ ແອຣ໌ລາຍ ໃນລະຫວ່າງການເດີນທາງຈາກລອນດອນ ໄປ

ສະຫະລັດອາເມຣິກາ ໂດຍບໍ່ມີການເປີດເຜີຍສາເຫດຂອງການເສຍຊີວິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ທັນວາຜ່ານມານີ້ວ່າ ຍິງສາວຄົນດັ່ງກ່າວ ໂດຍສານມາກັບຖ້ຽວບິນ UA

115 ອອກຈາກສະໜາມບິນລອນດອນຮີດໂທຣ ໃນເວລາ 18:45 ໂມງ ຂອງວັນຈັນ (ຕາມເວລາໃນທ້ອງຖິ່ນ) ເພື່ອເດີນ

ທາງໄປຍັງສະໜາມບິນເມືອງນວກ ໃນລັດນິວເຈີຊີ ສະຫະລັດອາເມຣິກາ, ຢ່າງໃດກໍຕາມ ໃນລະຫວ່າງການເດີນທາງ

ນາງໄດ້ຖືກພົບວ່າໄດ້ໝົດສະຕິຢູ່ເທິງເຮືອບິນ ໂດຍມີຜູ້ໂດຍສານທີ່ເປັນແພດ ໄດ້ພະຍາຍາມໃຫ້ຄວາມຊ່ວຍເຫລືອ

ແລ້ວ ແຕ່ກໍບໍ່ໄດ້ຮັບຜົນ.

 

ດ້ານໂຄສົກຂອງສະໜາມບິນນິວເຈີຊີ ໄດ້ເປີດເຜີຍວ່າ ນາງມີປະຫວັດທີ່ມີບັນຫາທາງດ້ານສຸຂະພາບມາແລ້ວກ່ອນ

ໜ້ານີ້ ແຕ່ກໍຍັງບໍ່ທັນຮູ້ສາເຫດທີ່ແທ້ຈິງຂອງການເສຍຊີວິດເທື່ອ.