ກຳມະກອນບໍ່ຖ່ານຫີນ ຖືກສັງຫານເສຍຊີວິດ 36 ຄົນ ໃນເຄນຢາ ຄາດຝີມືກຸ່ມກໍ່ການຮ້າຍ

583183-01

 

ກຳມະກອນບໍ່ແຮ່ທາງພາກເໜືອປະເທດເຄນຢາ ຖືກສັງຫານເສຍຊີວິດ 36 ຄົນ ທາງການສົງໄສອາດເປັນຝີມືກຸ່ມ

ກໍ່ການຮ້າຍຫົວຮຸນແຮງຈາກໂຊມາລີ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ທັນວາຜ່ານມານີ້ວ່າ ກຳມະກອນບໍ່ຖ່ານຫີນທາງພາກເໜືອຂອງເຄນ

ຢາ ຖືກສັງຫານເສຍຊີວິດ 36 ຄົນ ໃນຕອນເຊົ້າຂອງວັນທີ 2 ທັນວາ ຕາມເວລາໃນທ້ອງຖິ່ນ ໂດຍທາງການເຊື່ອວ່າ

ເຫດການດັ່ງກ່າວເປັນຝີມືຂອງກຸ່ມກໍ່ການຮ້າຍຫົວຮຸນແຮງຈາກປະເທດໂຊມາລີ ເຊິ່ງເກີດຂຶ້ນໃນເມືອງເມນເດີຣ່າ

ໃກ້ກັບຊາຍແດນຂອງໂຊມາລີ.

 

ທັງນີ້ ຂໍ້ມູນໄດ້ລາຍງານວ່າ ກຳມະກອນໄດ້ຖືກໂຈມຕີໃນຂະນະທີ່ກຳລັງນອນຫລັບຢູ່ ແລະ ຈົນຮອດປັດຈຸບັນກໍຍັງບໍ່

ທັນມີກຸ່ມໃດໆອອກມາອ້າງຄວາມຮັບຜິດຊອບຕໍ່ກັບເຫດການດັ່ງກ່າວເທື່ອ.