ຫວຽດນາມ ຄາດການເຕີບໂຕຂອງເສດຖະກິດ ຂະຫຍາຍຕົວໄວໃນປີໜ້າ

 

VIETNAM-POLITICS-ASSEMBLY

 

ຫວຽດນາມ ຄາດການເຕີບໂຕທາງເສດຖະກິດຂອງປະເທດ ຂະຫຍາຍຕົວວ່ອງໄວໃນປີໜ້າ ຢູ່ທີ່ລະດັບ 6.2% ຫລາຍກ່ວາ

ທີ່ຕັ້ງເປົ້າໄວ້ຂອງປີນີ້ 5.8%.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ກ່າວໃນກອງປະຊຸມ

ສະພາແຫ່ງຊາດ ໃນວັນທີ 20 ຕຸລາຜ່ານມານີ້ວ່າ ລັດຖະບານມີແຜນທີ່ຈະຮັກສາລະດັບອັດຕາເງິນເຟີ້ໃນປີໜ້າ ໃຫ້ຢູ່ໃນ

ລະດັບ 5% ແລະ ໂດຍພາຍຫລັງເສດຖະກິດມີການຂະຫຍາຍຕົວໃນລະດັບ 5.42% ໃນປີ 2013 ເຊິ່ງມາໃນປີນີ້ ເສດຖະກິດ

ຂອງຫວຽດນາມກໍຂະຫຍາຍຕົວໄວຂຶ້ນ ດ້ວຍອັດຕາການເຕີບໂຕທາງເສດຖະກິດ ໃນໄຕມາດທີ 3 ຂອງປີ 2014 ນີ້ແມ່ນ

ຢູ່ທີ່ 6.19% ເພີ່ມຂຶ້ນຈາກ 5.42% ໃນໄຕມາດທີ 2 ແລະ 5.09% ຂອງໄຕມາດທຳອິດໃນປີນີ້.

 

ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIII ຂອງ ສສ ຫວຽດນາມ ຈະສິ້ນສຸດ

ລົງພາຍໃນທ້າຍເດືອນພະຈິກນີ້ ເຊິ່ງຄາດວ່າຈະມີການອະພິປາຍ ແລະ ລົງມະຕິຮັບຮອງເອົາເປົ້າໝາຍຂອງແຜນພັດ

ທະນາເສດຖະກິດ – ສັງຄົມຂອງລັດຖະບານ ປະຈຳປີ 2015 ແລະ ຫລັງຈາກທີ່ນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ໄດ້

ປະກາດຜົນການປະເມີນຜົນທາງເສດຖະກິດໃນທິດທາງບວກ ສຳລັບປີ 2014 ແລະ ເປົ້າໝາຍທີ່ຈະຂະຫຍາຍຕົວໄວໃນ

ປີ 2015 ນັ້ນ ກໍໄດ້ສົ່ງຜົນເຮັດໃຫ້ຫຸ້ນຂອງຫວຽດນາມ ປັບໂຕຂຶ້ນເລັກໜ້ອຍອີກດ້ວຍ.