ຕັດອິດສະຫຼະພາບ ມານສາດສະໜາ

ອີງຕາມການລາຍງານຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ ສານປະຊາຊົນແຂວງຫົວພັນໄດ້ພິຈາລະນາຕັດສິນຄະດີ ໃຫ້ທ້າວ ຄຳປະເສີດ ເຂົ້າຄຸກເປັນເວລາ 3 ປີ ພາຍຫຼັງທີ່ຜູ້ກ່ຽວມີພຶດຕິກຳທີ່ ເປັນການສ້າງຄວາມເສື່ອມເສຍແກ່ ອົງການພຸດທະສາດສະໜາ.

ທ້າວ ຄຳປະເສີດ ອາຍຸ 30 ປີ ຈຳເລີຍ ເປັນຄົນບ້ານດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໄດ້ໄປບວດຢູ່ຫຼວງພະບາງ ແລ້ວເດິນທາງໄປຈຳວັດຢູ່ວັດແຫ່ງໜຶ່ງ ທີ່ເມືອງຊຽງຄໍ້ແຂວງຫົວພັນ.
ຈຳເລີຍໄດ້ໃຫ້ການຮັບສາລະພາບວ່າ ພາຍຫຼັງຜູ້ກ່ຽວໄດ້ໄປຈຳວັດຢູ່ແຫ່ງດັ່ງກ່າວ ກໍໄດ້ມີພຶດຕິກຳທີ່ຜິດຕໍ່ວິໄນສົງ ແລະລະບຽບກົດໝາຍບ້ານເມືອງ ເຊິ່ງຜູ້ກ່ຽວໄດ້ມີການພົວພັນກັບສີກາ (ຍິງສາວ) ແລະພາຍິງສາວມານອນຢູ່ວັດນຳຫຼາຍຄັ້ງ ແລະກ່ອນຈະຖືກຈັບກຸມແມ່ນໄດ້ລັກເອົາພະພຸດທະຮູບນ້ອຍ ຈຳນວນ 10 ອົງຈາກວັດໄປຂາຍໃຫ້ທ້າວຕວນ ຄົນຫວຽດນາມ ຈາກນັ້ນກໍຖືກເຈົ້າໜ້າທີ່ຈັບກຸມມາດຳເນີນຄະດີ.

Laopost

ຮູບປະກອບຈາກອິນເຕີເນັດ ບໍ່ກ່ຽວກັບຂ່າວແຕ່ຢ່າງໃດເລີຍ