ພໍ່ແມ່ຊ໊ອກ! ລູກຊາຍຊາວຈີນ ຖືກໝີສວນສັດກັດແຂນຂາດ ຂະນະໃຫ້ອາຫານໝີ!

6

 

ພໍ່ແມ່ຊາວຈີນສຸດຊ໊ອກ ເມື່ອລູກຊາຍ 9 ປີ ຖືກໝີໃນສວນສັດ ກັດແຂນຂາດໃນຂະນະກຳລັງຍື່ນແຂນໃຫ້ອາຫານໝີ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນຕອນບ່າຍຂອງວັນທີ 18 ຕຸລາທີ່ຜ່ານມາ ທີ່ສວນສັດຜິງຕິ່ງຊານ ເມືອງເຫີ

ປິ່ນ ແຂວງເຫີໜານ ເກີດເຫດການບໍ່ຄາດຄິດຂຶ້ນ ເມື່ອໝີທີ່ຢູ່ໃນຄອກ ກັດແຂນເດັກນ້ອຍຊາຍຊາວຈີນ ອາຍຸ 9 ປີ

ໃນລະຫວ່າງທີ່ເຂົາກຳລັງຍື່ນແຂນໃຫ້ອາຫານໝີທີ່ຢູ່ໃນຄອກ.

 

ທັງນີ້ ແພດຂອງໂຮງໝໍຜິງຕິ່ງຊານ ໄດ້ເຂົ້າມາເບິ່ງອາການ ແລະ ໃຫ້ການປິ່ນປົວແກ່ເດັກນ້ອຍຄົນດັ່ງກ່າວແລ້ວ

ໂດຍທາງແພດໄດ້ກ່າວວ່າ ເດັກຄົນດັ່ງກ່າວຕ້ອງສູນເສຍແຂນຂ້າງຂວາ ເຊິ່ງນັ້ນໝາຍເຖິງເຂົາອາດຈະກາຍເປັນຄົນ

ພິການແຂນໃນທັນທີ.

 

ຢ່າງໃດກໍຕາມ ໃນຕອນນີ້ທາງສວນສັດ ແລະ ອຸທິຍານ ກໍຍັງບໍ່ໄດ້ອອກມາຊີ້ແຈງກ່ຽວກັບເລື່ອງທີ່ເກີດຂຶ້ນແຕ່ຢ່າງ

ໃດ ເຖິງແມ່ນວ່າທາງຜູ້ປົກຄອງຂອງເດັກ ຈະມີການຮຽກຮ້ອງເຖິງຄວາມຮັບຜິດຊອບໄປແລ້ວກໍຕາມ.

 

557000012474701

557000012474702

557000012474703

557000012474704