Ford ຈົດສິດທິບັດລະບົບລັອກລົດເມື່ອລູກຄ້າບໍ່ຈ່າຍຄ່າງວດລົດ

0
852

ບໍລິສັດ Ford ໄດ້ຍື່ນຂໍຈົດສິດທິບັດໃນການນຳໃຊ້ຄັອມພິວເຕີ ທີ່ສາມາດປິດການເຮັດວຽກຂອງລົດໄດ້ ເມື່ອລູກຄ້າບໍ່ຈ່າຍຄ່າງວດລົດ ແລະ ມັນຈະຂັບດ້ວຍຕົວມັນເອງໄປໃຫ້ທະນາຄານ.

ໃນເດືອນແລ້ວນີ້ ມີຄຳຂໍຈົດສິດທິບັດເພື່ອໃຫ້ເຈົ້າຂອງລົດທີ່ບໍ່ເຕັມໃຈຄືນລົດທີ່ຖືກຍຶດໃຫ້ກັບພວກເຂົາ ດ້ວຍປິດການເຮັດວຽກຂອງລົດຈາກໄລຍະໄກ ຖ້າບໍ່ມີການແຈ້ງຊຳລະຄ່າງວດລົດ.

ໃນເບື້ອງຕົ້ນກໍຈະມີການສົ່ງຄຳເຕືອນໃຫ້ໄປຈ່າຍ ຫຼື ຜ່ອນຄ່າງວດລົດກ່ອນ ຕໍ່ມາກໍອາດຈະມີການປິດການເຮັດວຽກບາງສ່ວນທີ່ບໍ່ອັນຕະລາຍ ແຕ່ສ້າງຄວາມລຳຄານ ເຊັ່ນ ປິດວິທະຍຸ ປິດແອ ແລະ ຕໍ່ມາກໍຈະລັອກລົດໄວ້ບໍ່ໃຫ້ເຂົ້າລົດ.

ໃນສິດທິບັດຍັງມີການເວົ້າເຖິງ ໃນລົດຈະມີກ້ອງຕິດໃນລົດ ແລະ GPS ເພື່ອມີເຫດສຸກເສີນເຊັ່ນ ລູກຄ້າໜີການສົ່ງລົດຄືນເມື່ອບໍ່ຈ່າຍຄ່າງວດລົດ ລະບົບຄອມພິວເຕີກໍຈະແຈ້ງໄປຫາຕຳຫຼວດ ພ້ອມກັບຕຳແໜ່ງຂອງລົດ.

ຢ່າງໃດກໍຕາມ Ford ຍັງບໍ່ມີການນຳໃຊ້ໃນໄວໆນີ້ ແລະ ນີ້ແມ່ນສິດທິບັດໜຶ່ງໃນພັນທີ່ຈົດໄປໃນປີໜຶ່ງເທົ່ານັ້ນ.

ແຫຼ່ງຂ່າວ theguardian