ອະນິເມະ Attack on Titan SS2 ປະກາດມື້ສາຍແລ້ວ!

0
1695

ຫຼັງຈາກທີ່ Shokukeki no Soma SS2 ອະນິເມະແນວເຮັດອາຫານ (ຢ້ຳວ່າເຮັດອາຫານ!!) ຫາກ່ອນສາຍຕອນທີ 1 ຈົບໄປຊ່ວງວັນເສົານີ້, ກໍມີຂ່າວດີສຳລັບຄໍອະນິເມະແນວແອັກຊັ່ນ ຄື Attack on Titan ປະກາດກຽມເອົົາ SS2 ຂອງເລື່ອງນີ້ເຂົ້າສາຍແລ້ວ ເຊິ່ງຈະສາຍຊ່ວງລະດູໃບໄມ້ປົ່ງ ປີ 2017 ທີ່ຈະມາເຖິງນີ້.

ຖືໄດ້ວ່າເປັນອະນິເມະທີ່ມີກະແສຕອບຮັບທີ່ດີເລີຍສຳລັບ Attack on Titan ຊີຊັ່ນທຳອິດເພາະໂດ່ງດັງໃນທົ່ວໂລກເລີຍສຳລັບອະນິເມະເລື່ອງນີ້ ແຕ່ຫຼັງຈາກທີ່ສາຍຈົບໄປ ປີ 2013 ກະແສກໍຄ່ອຍໆໝົດໄປເພາະມີເວີຊັ່ນ Live-Action ຫຼືເວີຊັ່ນຄົນສະແດງອອກມາ (ເຮັດໃຫ້ແຟນອະນິເມະບໍ່ພໍໃຈກ່ຽວກັບບົດເລື່ອງໂດຍສະເພາະມິຄາສະ) ແລະຊີຊັ່ນ 2 ທີ່ກຳລັງຈະສາຍນີ້ຈະເຮັດໃຫ້ເລື່ອງນີ້ມີກະແສໂດ່ງດັງຄືເກົ່າຫຼືບໍ່? ຄົງຕ້ອງຖ້າຕິດຕາມຊ່ວງປີ 2017 ເດີ້ ^^
ທີ່ມາ:online station,ເດັກລາວ