ມາລີທີ່ພວມນອນຫຼັບຝັນຫວານເຫັນເຖິງຊ່ວງເວລາທີ່ໂທນີສາລະພາບຮັບກັບຕົນ ສຳພັດຈູບທີ່ແສນນຸ້ມນວນພ້ອມອ້ອມກອດທີ່ອົບອຸ່ນມັນຊ່າງດີຕໍ່ໃຈບໍ່ໜ້ອຍ ແຕ່ຄວາມຝັນນັ້ນຕ້ອງລະລາຍຫາຍໄປເພາະສຽງແມ່ເຮັ່ງກວ່າໂມງປຸກ ມາລີຄານລົງມາຈາກຕຽງຄ່ອຍລຸກຂຶ້ນຍ່າງໂຊເຊໄປເຂົ້າຫ້ອງນ້ຳອາບນ້ຳປ່ຽນເຄື່ອງນັກຮຽນ ແລະ ລົງໄປກິນເຂົ້າເຊົ້າ, ທີ່ໂຮງຮຽນເພາະວ່າອີກບໍ່ພໍເທົ່າໃດມື້ກໍ່ຮອດມື້ສອບເສັງຈົບຊັ້ນແລ້ວ ເພື່ອນໆນັກຮຽນໃນຫ້ອງຕ່າງພາກັນເອົາປື້ມບັນທຶກຫົວນ້ອຍມາໃຫ້ຂຽນ ມາລີເອງກໍ່ໄດ້ເອົາປື້ມບັນທຶກຫົວນ້ອຍສີຟ້າໃຫ້ເພື່ອນສະໜິດຢ່າງມັງກອນ ກັບເກສອນຂຽນຄືກັນ ຫຼັງຈາກນັ້ນມາລີໄດ້ເອົາປື້ມໄປໃຫ້ໂທນີຂຽນແຕ່ໂທນີບໍ່ຍອມຂຽນມາລີຈິ່ງຖາມດ້ວຍຄວາມສົງໃສ
ມາລີ: ໂທນີ! ເຫຼືອເພິ່ນຄົນດຽວທີ່ບໍ່ຍອມຂຽນບັນທຶກໃຫ້ເຂົາ
ໂທນີຕອບດ້ວຍນ້ຳສຽງນິ້ງໆ: ຄົນທີ່ຂຽນແມ່ນຄົນທີ່ຕ້ອງຈາກກັນ ສະນັ້ນຂ້ອຍຈິ່ງບໍ່ຈຳເປັນຕ້ອງຂຽນ ເພາະເຮົາຈະບໍ່ມີວັນຈາກກັນ
ມາລີ: ຫ່ະ
ໂທນີ: ເວົ້າຂະໜາດນີ້ແລ້ວຖ້າຍັງຢາກໃຫ້ຂຽນອີກ ຂ້ອຍກໍ່ຈະຂຽນໃຫ້
ມາລີ: ຊັ້ນເພິ່ນບໍ່ຕ້ອງຂຽນກໍ່ໄດ້
ແລ້ວເຊົ້າວັນສອບເສັງກໍ່ມາຮອດ ສຽງໂມງປຸກທີ່ຫົວຕຽງມາລີໄດ້ດັງຂຶ້ນ ປະສານກັບສຽງຂາປະຈຳນັ້ນກໍ່ຄືສຽງແມ່
ແມ່ມະລິ: ມາລີ…! ຕື່ນໄດ້ແລ້ວລູກ ມື້ນີ້ມີເສັງໃດ໋
ມາລີຄ່ອຍໆມືນຕາຂຶ້ນແບບສະໝອງຍັງມຶນໆ ມືຂອງນາງເດ່ ໄປຈັບເອົາໂມງປຸກທີ່ຕັ້ງໄວ້ເທິງຫົວຕຽງມາເບິ່ງ ຕອນນີ້ເປັນເວລາ 7:00 ນາທີ ມາລີເຖິງກັບຕາຊື່ນຟ້າວລຸກຈາກຕຽງແຕ່ເຂົ້າໄປຫ້ອງນ້ຳ ຫຼັງຈາກອາບນ້ຳແຕ່ຕົວແລ້ວກໍ່ຟ້າວແລ່ນລົງມາດ້ວຍໜ້າຕາຕື່ນ
ພໍ່ຫວັນ ກັບ ແມ່ມະລິທີ່ນັ່ງກິນອາຫານເຊົ້າທີ່ໂຕະກິນເຂົ້າໄດ້ບອກໃຫ້ມາລີກິນອາຫານເຊົ້າກ່ອນແລ້ວຄ່ອຍໄປແຕ່ມາລີຕອບ “ມັນສວາຍແລ້ວ! ໄປເສັງກ່ອນເດີ້”
ພໍ່ຫວັນ: ເສັງໃຫ້ໄດ້ເດີ້ລູກ
ແມ່ມະລິ: ສູ້! ສູ້
ມາລີຍິ້ມໃຫ້ພໍ່ແມ່ພ້ອມທັງເຮັດທ່າສູ້ໆຕອບກັບ ເມື່ອໄຂປະຕູເຮືອນອອກມາລີກໍ່ຕ້ອງແປກໃຈເມື່ອເຫັນໂທນີຢືນຖ້າຢູ່ໜ້າປະຕູເຮືອນ
ມາລີ: ເອ໋…! ເປັນຫຍັງຄືມາຢູ່ນີ້
ໂທນີ: ມາຮັບໄປໂຮງຮຽນພ້ອມກັນ
ມາລີເຖິງກັບອ້າປາກຕາໃຫຍ່ຂຶ້ນ: ຫ່ະ
ໂທນີ: ຟັງບໍ່ຜິດດອກ! ຂຶ້ນລົດໄວສວາຍແລ້ວ
ມາລີຟ້າວຊ້ອນທ້າຍລົດໂທນີທັນທີ
ທັງສອງຍ່າງອອກຈາກຄອກຝາກລົດໂຮງຮຽນກ່ອນຈະແຍກກັນໄປທີ່ຫ້ອງສອບເສັງຂອງຕົນເອງ ໂທນີໄດ້ເອີ່ຍບາງຄຳ
ໂທນີເອົາມືຈັບໜ້າມາລີພ້ອມເວົ້າດ້ວຍສີໜ້າຍິ້ມແຍ້ມ: ໂຊກດີ! ເຮັດໃຫ້ເຕັມທີ່ເດີ້
ມາລີຍິ້ມພ້ອມເຮັດທ່າປະກອບໃນເວລາຕອບກັບ: ອຶ້! ເຊັ່ນກັນເດີ້! ສູ້ໆ
ເປັນວັນທຳອິດ ແລະ ເປັນຊົ່ວໂມງທຳອິດໃນການສອບເສັງມາລີຮູ້ສຶກຕື່ນເຕັ້ນເລັກນ້ອຍ ຊົ່ວໂມງນີ້ເລີ່ມຕົ້ນດ້ວຍການເສັງວິຊາພາສາລາວ-ວັນນະຄະດີ ຄຳຖາມສອບເສັງບໍ່ຍາກບໍ່ງ່າຍຈົນເກີນໄປ ມາລີສາມາດເຮັດໄດ້ຫຼາຍກວ່າ 60% ຂຶ້ນໄປ ຫຼັງອອກຈາກຫ້ອງເສັງມັງກອນ ກັບ ເກສອນກໍ່ຟ້າວມາຫາມາລີທັນທີ
ມັງກອນ: ມາລີເຮັດໄດ້ບໍ່
ມາລີ: ພໍເຮັດໄດ້ຢູ່ ແລ້ວພວກເພິ່ນສອງຄົນເດະ
ເກສອນ: ສະບາຍຫຼາຍ
ມັງກອນ: ກໍ່ພໍໄດ້
ມາລີສອດແນມສາຍຕາຫາໂທນີທີ່ເດີ່ນກໍ່ບໍ່ເຫັນ ມາລີເລີຍຈົ່ມພຶມພຳເບົາໆ “ຫາຍໄປທາງໃດ…ເສັງແລ້ວແຕ່ດົນລ່ະ ຄືຍັງບໍ່ມາຫາເຮົາ”
ເກສອນ: ໂຕຈົ່ມຫາໃຜ
ມາລີ: ໂທນີ! ເສັງແລ້ວແຕ່ດົນລ່ະຄືບໍ່ເຫັນມາ
ມັງກອນ: ເຮີຍຍຍຍ! ສິຈົ່ມຫາພະແສງຫຍັງເບາະ! ມັນສິໄປໃສກໍ່ເລື່ອງຂອງມັນເທາະ! ໄປໆ ໄປຫາຫຍັງກິນເພີ່ມພະລັງດີກວ່າ ແລະ ໄປຫາບ່ອນນັ່ງອ່ານໜັງສືກຽມເສັງພາກບ່າຍດີກວ່າ
ມາລີເຮັດໜ້າງໍໃສ່ມັງກອນ: ພວກເພິ່ນສອງຄົນໄປກ່ອນໂລດເຂົາຈະຖ້າໂທນີ!
ມາລີຈົກໂທລະສັບຂຶ້ນມາໂທຫາໂທນີ “ຄືບໍ່ຮັບສາຍນໍ້”
ເກສອນ: ສອງຄົນນີ້ມີ something ຫຍັງກັນບອກມາ
ມາລີສະດຸ້ງຕອບກະອຶກກະອັກ: ບໍ່ມີ! ບໍ່ມີຊຳຕົງຊຳຕິງຫຍັງດອກນ່າ
ແລ້ວໂທນີກໍ່ຍ່າງຍິ້ມແປ້ນມາພ້ອມກັບສອນໄຊ
ໂທນີ: ພາກັນຢືນຈຸ້ມຫຍັງກັນ
ມາລີຕອບດ້ວຍສີໜ້າຍິ້ມແຍ້ມ: ກໍ່ຖ້າເພິ່ນຫັ້ນລ່ະ
ສອນໄຊ: ໄປຫາບ່ອນກິນເຂົ້າ ແລະ ບ່ອນອ່ານໜັງສືກັນດີກວ່າ
ມັງກອນເອົາແຂນມາກອດຄໍມາລີ: ໄປ໋ມາລີ! ດຽວປ໋າສິພາໄປກິນແນວແຊ໊ບໆ
ມາລີຍິ້ມຕອບ: ໂອເຄ
ພໍແຕ່ມາລີກັບມັງກອນກ້າວຂາໄດ້ພຽງກ້າວດຽວໂທນີກໍ່ຈັບແຂນມາລີດຶງກັບມາຈົນເຮັດໃຫ້ມັງກອນ ແລະ ມາລີຫັນມາເບິ່ງໂທນີທີ່ກຳລັງເບິ່ງພວກເຂົາດ້ວຍສີໜ້າຫຶງຫວງ
ມັງກອນ: ມີບັນຫາຫວະ
ມາລີຄິດຂຶ້ນໄດ້ວ່າຕອນນີ້ຕົນຢູ່ໃນຖານະແຟນຂອງໂທນີແລ້ວ ຈະເຮັດຄືເກົ່າກັບມັງກອນບໍ່ໄດ້ແລ້ວ ດັ່ງນັ້ນມາລີ ຈິ່ງໄດ້ເອົາແຂນຂອງມັງກອນທີ່ກອດຄໍຂອງຕົນເອງອອກແລ້ວຍ່າງໄປຢືນຂ້າງໆໂທນີ ໂດຍບໍ່ສົນໃຈສີໜ້າແວວຕາຂອງມັງກອນທີ່ເບິ່ງດ້ວຍຄວາມບໍ່ພໍໃຈ ເກສອນ ແລະ ສອນໄຊກໍ່ຈັບສຳພັດເຖິງຄວາມແປກຂອງທັງສອນ (ມາລີກັບໂທນີ)
ມາລີກົ້ມໜ້າເວົ້າ: ເຮົາໄປກັນເທາະ
ໂທນີຈັບມືມາລີຍ່າງຮຽງຂ້າງບໍ່ຮ່າງກາຍ ອາດຈະເປັນພາບທີ່ມັງກອນເບິ່ງແລ້ວຂັດໃຈແຕ່ກໍ່ຕ້ອງຂົ່ມໃຈໄວ້ ເພາະຈະມີເລື່ອງກັບໂທນີໃນຊ່ວງເວລາມີການສອບເສັງເຫັນເປັນຊ່ວງທີ່ບໍ່ເໝາະສົມໃນໃຈມັງກອນຄິດວ່າໄວ້ສອບເສັງແລ້ວຄ່ອຍຄິດບັນຊີເລື່ອງນີ້ພາຍຫຼັງ
ຕະຫຼອດສາມວັນໃນການສອບເສັງທີ່ກໍ່ຮອດວັນສິ້ນສຸດ ຫຼັງສຽງກະດິ່ງດັ່ງຂຶ້ນ ນັກຮຽນພາກັນອອກຈາກຫ້ອງຮຽນດ້ວຍສຽງໂຫ່ຮ້ອງດີໃຈ ຕ່າງຄົນຕ່າງແຈກລາຍເຊັນໃສ່ເສື້ອນັກຮຽນໃຫ້ກັນ ແລະ ກັນ ແລະ ບາງຄົນ ບາງກຸ່ມກໍ່ຖ່າຍຮູບຮ່ວມກັນເປັນທີ່ລະນຶກ ບັນຍາກາດເຕັມໄປດ້ວຍຄວາມສຸກປົນເສົ້າເລັກນ້ອຍ ເພາະເພື່ອນທີ່ຮຽນຮ່ວມກັນຫຼາຍປີຕ້ອງຈາກກັນ ພຽງແຕ່ຄິດບາງຄົນກໍ່ເຖິງຂັ້ນນ້ຳຕາໄຫລ
ໃນຂະນະທີ່ທຸກຄົນກຳລັງວຸ້ນໆກັບການແຈກລາຍເຊັນໃສ່ເສື້ອເພື່ອນເກສອນກໍ່ຊວນມາລີໄປຫາບ່ອນງຽບໆນັ່ງລົມກັນ ພວກເຂົາພາກັນໄປທີ່ຫ້ອງກິດຈະກຳ
ມາລີ: ເກສອນເພິ່ນລາກເຂົາມານີ້ມີເລື່ອງຫຍັງສິເວົ້ານຳເຂົາແບບສວນຕົວຫວະ
ເກສອນ: ແມ່ນລ່ະ! ເອີ້ມາລີ ເພິ່ນຍັງຈຳໄດ້ບໍ່ທີ່ຕອນນັ້ນເຂົາວ່າເຂົາມີຫຍັງສິບອກເພິ່ນ
ມາລີ: ເອີໆ! ຈຳໄດ້ ແລ້ວເພິ່ນມີເລື່ອງຫຍັງສິບອກເຂົາລະ
ເກສອນ: ຄື…ເຂົາຢາກສາລະພາບຮັກກັບມັງກອນ ເພິ່ນວ່າເຂົາຄິດຖືກບໍ່
ມາລີຍິ້ມດ້ວຍຄວາມຕົກໃຈເລັກນ້ອຍ: ໂອ້! ເພິ່ນມັກມັງກອນຂາໃຫຍ່ຫວະ
ເກສອນພະຍັກໜ້າແບບອາຍໆ
ມາລີ: ແລ້ວໄປສະປ໊າບຂາໃຫຍ່ເຮົາຕັ້ງແຕ່ຕອນໃດ
ເກສອນ: ກໍ່ບໍ່ຮູ້ຄືກັນ! ແຕ່ເຮົາຮູ້ສຶກອຶດອັດທຸກຄັ້ງທີ່ເຫັນມັງກອນນ່ະເພິ່ນ! ເຮົາພະຍາຍາມຈະບໍ່ຄິດເກີນເລີຍກັບມັງກອນ! ແຕ່ແຮງພະຍາຍາມລືມກັບແຮງຄິດຮອດລາວ ແລະ ກໍ່ເຈັບປວດທຸກຄັ້ງ ເພາະເຮົາຮູ້ດີວ່າຄົນທີ່ມັງກອນມັກຄືເພິ່ນ
ມາລີ: ເຫີ່! ຄິດເລື່ອງນີ້ມາມັນກໍ່ກຸ້ມ! ແຕ່ຈະປ່ອຍໃຫ້ຄວາມສຳພັນຄຸມເຂືອແບບນີ້ຕໍ່ໄປຄົງບໍ່ໄດ້ດອກ! ຂ້ອຍບໍ່ເຄີບຄິດກັບມັງກອນເກີນເພື່ອນ ເຈົ້າກໍ່ໜ້າຈະຮູ້ດີວ່າຂ້ອຍຊັດເຈນກັບໂທນີຫຼາຍໃດ! ເຊື່ອເຮົາສ່ຽວ ເຮັດຕາມຫົວໃຈແມ່ນສິ່ງທີ່ຖືກຕ້ອງທີ່ສຸດ ເຖິງຜົນລັບອາກອອກມາບໍ່ເປັນແບບທີ່ເຮົາຄິດ ແຕ່ຢາກນ້ອຍເຮົາກໍ່ໄດ້ເຮັດໄດ້ເວົ້າສິ່ງທີ່ເຮົາຄິດເຮົາຕ້ອງການ! ສູ້ໆ! ຄວາມຮັກຕ້ອງກ້າຫານ
ເກສອນ: ອື້! ຄວາມຮັກຕ້ອງກ້າຫານ
ສຽງໂທລະສັບມາລີດັງຂຶ້ນ
ມາລີ: ວ່າແນວໃດ
ມັງກອນ: ຢູ່ໃສ! ພວກເຈົ້າຟ້າວມາເດີ້ເຂົາສິພາກັນອອກໄປຮ້ານແລ້ວນີ້ນ່ະ
ມາລີ: ເຄໆ! ດຽວເຈີກັນ
ທີ່ຄອກຝາກລົດໂຮງຮຽນ
ມັງກອນ: ມາລີມື້ນີ້ບໍ່ໄດ້ເອົາລົດມາຫວາ
ມາລີ: ແມ່ນລ່ະເຂົາມາກັບໂທນີ
ມັງກອນຮູ້ສຶກໃຈບໍ່ດີເລີຍທີ່ໄດ້ຍິນທີ່ມາລີບອກ: ຊັ້ນມາຂຶ້ນລົດໄປພ້ອມເຂົາກໍ່ໄດ້
ມາລີແກວ່ງຫົວ: ໄດ້ລ່ະ! ເຂົາມາກັບຜູ້ໃດເຂົາກໍ່ຈະໄປກັບຜູ້ນັ້ນ
ມາລີຟ້າວຍ່າງໄປຊ້ອນລົດກັບໂທນີທີ່ຈອດຖ້າຢູ່
ໂທນີ: ຈັບດີໆເດີ້
ມາລີຊ້ອນລົດໄປກັບໂທນີດ້ວຍສີໜ້າທີ່ມີຄວາມສຸກຄືກັນກັບໂທນີ ພາຍໃຕ້ແວ່ນໝວກກັນກະທົບສີໜ້າຂອງມັງກອນບົ່ງບອກເຖິງຄວາມເສຍໃຈທີ່ເຫັນຍິງທີ່ຕົນຮັກໄປກັບຊາຍຄົນອື່ນ ແລະ ມີທ່າທາງຄືມີໃຈໃຫ້ກັບຊາຍຄົນນັ້ນ ເກສອນທີ່ຂັບລົດນຳມາຕິດໆກໍ່ຮູ້ສຶກເຈັບເພາະນາງຮູ້ດີວ່າມັງກອນຕອນນີ້ກຳລັງເຈັບທີ່ເຫັນພາບບາດໃຈ ຄວາມຮູ້ສຶກນີ້ເກສອນຮູ້ດີທີ່ສຸດ
ທີ່ຮ້ານອາຫານ ທັງຄູແລະນັກຮຽນຫ້ອງ 6/3 ມາຮວມຕົວກັນ ທັງໝົດ 46 ຊີວິດ ທີ່ຮ້ານປິ້ງເປັດເຖິງຂັ້ນປິດຮ້ານລ້ຽງເລີຍກໍ່ວ່າໄດ້ ມີກຸ່ມນັກຮຽນຫົວດື້ກຸ່ມໜຶ່ງເກີດຄວາມຄິດບໍ່ເຂົ້າທ່າ ເອົາເຫຼົ້າມາປະສົມກັບແປັບຊີ ແລະ ເຢັນປັນກັນດື່ມ ທັງຄູແລະນັກຮຽນຕ່າງກໍ່ພາກັນວິນໆ ບາງຄົນກໍ່ເມົາໜັກ ບາງຄົນກໍ່ເມົາໜ້ອຍ ສ່ວນໂທນີດື່ມໄປບໍ່ຫຼາຍກໍ່ພຽງມີອາການຊຶມໆເທົ່ານັ້ນ ມາລີກັບເກສອນ ແລະ ມັງກອນກໍ່ດື່ມໄປບໍ່ຫຼາຍປານໃດອາດມີວິນໆ ແຕ່ກໍ່ບໍ່ເຖິງຂັ້ນເມົາແຮງ ເມື່ອມຶນມາຄວາມກ້າບ້າບິ່ນກໍ່ມາສະຕິເລີ່ມຫລຸດລອຍໄປ ມັງກອນທີ່ຫງຸດງິດໃຈເລື່ອງມາລີກັບໂທນີຕັ້ງແຕ່ຕອນກາງເວັນມັນຍັງຄາໃຈບໍ່ຫາຍ ມາຮອດຮ້ານຍັງເຫັນພວກເຂົານັ່ງຮຽງຂ້າງກັນຄ້າຍກັບເປັນຄູ່ຮັກມັນປຽບກັບເອົາມີດປາຍແຫຼມສຽບແທງເຂົ້າຫົວໃຈ ສິ່ງທີ່ຄ້າງຄາໃນໃຈວັນນີ້ຕ້ອງຈົບລົງ ມັງກອນລຸກຂຶ້ນຈາກບ່ອນນັ່ງຍ່າງມຸ່ງໜ້າໄປຫາມາລີ
ມັງກອນ: ມາລີ! ໄປລົມກັບຂ້ອຍທີ່ຫຼັງຮ້ານແນ່! ຂ້ອຍມີເລື່ອງຢາກເວົ້າ
ມາລີໃນໃຈພໍເດົາໄດ້ວ່າມັງກອນຈະເວົ້າເລື່ອງຫຍັງກັບຕົນ ດັ່ງນັ້ນນາງຈິ່ງບໍ່ຢາກໄປເລີຍແນມເບິ່ງໜ້າໂທນີ ໂທນີ: ມີຫຍັງເວົ້າຢູ່ນີ້ໂລດ
ມັງກອນບໍ່ປາກແຕ່ຈັບມືມາລີ: ໄປລົມກັບຂ້ອຍຢູ່ຫຼັງຮ້ານ
ໂທນີຈັບມືມາລີໄວ້: ເວົ້າຢູ່ນີ້ແຫຼະ
ມັງກອນເລືອດຮ້ອນຈິ່ງໄດ້ປ່ອຍມືມາລີແລ້ວປ່ຽນໄປກຳຄໍເສື້ອໂທນີແທນ ສາຍຕາທີ່ມັງກອນເບິ່ງໂທນີຖ້າຕອນນັ້ນມັງກອນມີປືນຄົງຍິງໂທນີຖິ້ມໂດຍບໍ່ລັງເລ ມັງກອນເວົ້າກັບໂທນີດ້ວຍນ້ຳສຽງຮ້າຍໆ “ກູຈະລົມກັບມາລີແລ້ວມຶງມາເສືອກຫຍັງ’
ໂທນີກຳຄໍເສື້ອມັງກອນດຶງເຂົ້າມາໃກ້ໆແລ້ວເວົ້າໃສ່ໜ້າວ່າ: “ບໍ່ໄດຢາກເສືອກ! ແຕ່ບໍ່ອະນຸຍາດໃຫ້ແຟນຂອງຕົນເອງໄປລົມກັບຊາຍຄົນອື່ນໃນທີ່ລັບຕາ”
ທ່າມກາງຄວາມຕົກໃຈຂອງເພື່ອນໆ ແລະ ຄູອາຈານເພາະຢ້ານທັງສອງຈະຊົກຕ່ອຍກັນກໍ່ຕ້ອງຢຸດສະງັກໄປພັກໜຶ່ງຍ້ອນຄຳເວົ້າຂອງໂທນີ
ມັງກອນໂມໂຫໜັກຂຶ້ນຈົນຟິວຂາດ ທັງສອງໄດ້ລົງມືຊົກຕ່ອຍກັນໃນຮ້ານທ່າມກາງສາຍຕາເພື່ອນຝູງ ຄູປະຈຳຫ້ອງ ແລະ ເພື່ອນໆໄດ້ພາກັນມາຫ້າມ ມາຈັບທັງສອງແຍກອອກ
ມັງກອນຫັນໄປຖາມມາລີດ້ວຍຄວາມຢາກຮູ້: ມາລີ! ສິ່ງທີ່ມັນເວົ້າບໍ່ແມ່ນຄວາມຈິງແມ່ນບໍ່
ມາລີກົ້ມໜ້າຕອບດ້ວຍສຽງສັ່ນ: ແມ່ນຄວາມຈິງ! ເຂົາຂໍໂທດ
ມີເພື່ອນນັກຮຽນຍິງຄົນໜຶ່ງໃນຫ້ອງເວົ້າຂຶ້ນ: ໂຫຍມາລີ! ເຫັນແບບນີ້ບໍ່ເບົາເລີຍເນາະ! ພວກຂ້ອຍເຝົ້າແຍງທຸກມື້ ພ້ອມທັງຫວາຍທັງກາຍໃຈ ບໍ່ເຫັນວ່າເພິ່ນສິເຮັດຫຍັງສຸດທ້າຍຄາບໄປແດກຕັດໜ້າຊ້ຳເນາະ
ຄູປະຈຳຫ້ອງ: ພໍໆ! ເຊົາໆ ຢ່າເຮັດໃຫ້ງານເສຍບັນຍາກາດ! ມື້ນີ້ພວກເຮົາທຸກຄົນມາມ່ວນມາສັງສັນອຳລາກັນຄັ້ງສຸດທ້າຍ ແຕ່ພວກເຈົ້າກັບມາເຮັດແບບນີ້ຄູຮູ້ສຶກບໍ່ດີເລີຍ
ມັງກອນເມື່ອໄດ້ຍິນຄຳຕອບຂອງມາລີແລ້ວກໍ່ເສຍໃຈແຮງຈິ່ງຟ້າວແລ່ນອອກຈາກຮ້ານຈັບລົດຂັບອອກໄປ ເກສອນເຫັນທ່າບໍ່ດີເລີຍຕາມມັງກອນໄປ ໂທນີເອງກໍ່ຮູ້ສຶກໃຈບໍ່ດີໝົດອາລົມມ່ວນ ຈິ່ງໄດ້ຈັບມືມາລີຍ່າງອອກຈາກຮ້ານ
ເລື່ອງລາວທຸກຢ່າງມັນຍາກທີ່ຈະຍອມຮັບຄວາມຈິງໄດ້ ຫຼັງຈາກເຫດການໃນວັນນັ້ນ ມັງກອນ, ເກສອນ ແລະ ມາລີກໍ່ກາຍເປັນຄົນແປກໜ້າ ຈາກທີ່ເຄີຍຮັກແພງສະໜິດສະໜົມກໍ່ເດີນໄປຄົນລ່ະທາງ ເກສອນໄດ້ໄປສາລະພາບຮັກກັບມັງກອນແຕ່ຖືກມັງກອນປະຕິເສດຮັກແບບຊູ້ສາວ ເກສອນຮູ້ສຶກຈັບປວດເມື່ອຖືກຫັກອົກ ຈິ່ງໄດ້ໜີຮັກໄປຮຽນຕໍ່ທີ່ຕ່າງປະເທດໃນສາຂາອອກແບບດັ່ງທີ່ຝັນໄວ້ ສ່ວນມັງກອນຈາກການອົກຫັກໃນຄັ້ງນີ້ເຮັດໃຫ້ເຂົາໝົດຄວາມສັດທາກັບຄວາມຮັກ ມັງກອນຮຽນທີ່ວິຈິດສິນ ແລະ ເປັນໜຸ່ມເພຣບອຍເສື້ອຜູ້ຍິງຕົວພໍ່, ສອນໄຊເພື່ອນຂອງໂທນີກໍ່ເປັນນັກຂຽນໂປຣແກຣມເມີສົມໃຈ ສ່ວນໂທນີກັບມາລີກໍ່ກາຍເປັນຄູ່ຮັກທີ່ແສນຫວານພວກເຂົາທັງສອງຮຽນສາຂາສັດຕະວະແພດ ເພາະທັງສອງມີຄວາມຝັນຢາກເປີດຄຣີນິກປົວສັດຮ່ວມກັນ ແລະ ສ້າງຄອບຄວາມທີ່ມີຄວາມສຸກ, ໝັ້ນຄົງນຳກັນ.
(ຈົບບໍລິບູນ)