spot_img
Homeນານາສາລະຝັນຫວານທີ່ທ່າແຂກ

ຝັນຫວານທີ່ທ່າແຂກ

Published on

ແນວໃດກໍແນວລະ ຂອງວ່າບໍ່ເຄີຍມາທ່າແຂກຈັກເທື່ອ ເມື່ອມີໂອກາດແລ້ວຕ້ອງເລາະໃຫ້ຮູ້ວ່າທ່າແຂກມີຫຍັງໜ້າສົນໃຈ ເພາະວ່າມື້ອື່ນເຊົ້າຂ້ອຍຕ້ອງອອກເດິນທາງຕໍ່ແຕ່ເຊົ້າ ຖ້າບໍ່ເລາະພາຍໃນມື້ນີ້ກໍຄົງບໍ່ມີເວລາແລ້ວລະ.

ຂ້ອຍເລິ່ມຕົ້ນຈາກຊົມບັນຍາກາດແຄມຂອງເລີຍ ເພາະພໍໄປຮອດກໍຈວນເວລາຕາເວັນໃກ້ຈະຕົກດິນແລ້ວ ຟາກຂອງເບື້ອງນັ້ນແມ່ນນະຄອນພະນົມ ຕາເວັນກຳລັງຈະຫຼັບຂອບຟ້າ ສະທ້ອນແສງສີທອງມາຍັງຝັ່ງເມືອງທ່າແຂກ ທີ່ມີຕົ້ນຕານຢືນລຽງລາຍເປັນລະບຽບ, ຜູ້ຄົນຈຳນວນຫຼາຍ ບາງຄົນມາເບິ່ງຕາເວັນຕົກ, ບາງຄົນມາແລ່ນອອກກຳລັງກາຍ ແລະອີກຫຼາຍໆ ຄົນກຳລັງນັ່ງດື່ມຢ່າງມີຄວາມສຸກ.

ສາຍລົມຂອງເດືອນຍີ່ ກຳລັງພັດຫອບອຸ້ມເອົາຄວາມເຍືອກເຢັນເຂົ້າມາ ຂ້ອຍຮູ້ສຶກຂົນແຂນລຸກເປັນບາງເທື່ອຕາມຈັງຫວະຂອງສາຍລົມ ຫຼຽວເບິ່ງໂມງຕອນນີ້ 21:00 ພໍດີ ມັນຄົງເຖິງເວລາຕ້ອງໄດ້ອຳລາຈອກເບຍ ໄປຫາບ່ອນນອນຈັກແຫ່ງສາກ່ອນ ເພື່ອນອນເອົາແຮງໄວ້ເດິນທາງຕໍ່ໃນມື້ອື່ນເຊົ້າ.

ຕີນລົດເລື່ອນອອກຈາກເດິ່ນໜ້າຮ້ານກິນດື່ມ ແລ່ນໄປຕາມເສັ້ນທາງແຄມຂອງຢ່າງຊ້າໆ ຜ່ານໜ້າວັດນາໂບໄປບໍ່ໄກ ຂ້ອຍລ້ຽວຊ້າຍເຂົ້າສູ່ຕົວເມືອງ ຕັ້ງໃຈເອົາໄວ້ວ່າເຫັນບ້ານພັກບ່ອນໃກກໍຈະເຂົ້ານອນບ່ອນນັ້ນ ເພາະອາກາດໜາວແຮງ. ຂ້ອຍໃຊ້ເວລາຂີ່ໄປດົນເຕີບ ກໍບໍ່ຮູ້ວ່າຕົນເອງຢູ່ບ່ອນໃດຂອງເມືອງທ່າແຂກ ຮູ້ແຕ່ວ່າແຖວນີ້ບໍ່ມີໄຟເຍືອງທາງ ຜູ້ຄົນກໍບໍ່ມີ ລົດພໍຄັນຊິແລ່ນກາຍກໍບໍ່ເຫັນ ມັນຄົງເປັນຍ້ອນອາກາດໜາວແຮງ ເລີຍບໍ່ມີຄົນຢາກອອກໄປຫລິ້ນນອກເຮືອນກໍໄດ້.

ລົດຂ້ອຍແລ່ນກາຍຕົ້ນໄມ້ໃຫຍ່ໆ ຕົ້ນໜຶ່ງ ກ່ອນແສງຕາລົດຈະເຍືອງເຫັນປ້າຍບ້ານພັກຫຼັງໜຶ່ງ ຂ້ອຍບໍ່ສົນໃຈວ່າບ້ານພັກຊື່ຫຍັງຊໍ້າ ກໍຮີບລ້ຽວລົດເຂົ້າໄປຕາມລູກສອນຊີ້ເຂົ້າໄປທາງຮ່ອມເບື້ອງຂວາມື ຂ້ອຍນຳໄປຕາມຮ່ອມໄກເຕີບ ຈຶ່ງເຫັນອີກປ້າຍໜຶ່ງມີລູກສອນຊີ້ເຂົ້າໄປທາງເບື້ອງຊ້າຍ ຂ້ອຍກໍນຳໄປບໍ່ດົນກໍເຫັນປາກປະຕູກຳແພງບ້ານພັກ ຂ້ອຍບໍ່ຄິດຫຍັງ ລ້ຽວລົດເຂົ້າໄປທັນທີ.

ບັນຍາກາດຂ້າງໃນບໍລິເວນບ້ານພັກ ມິດງຽບ ແສງສະຫວ່າງຈາກດອກໄມ້ໄກໆ ພໍໃຫ້ແນມເຫັນແຕ່ປາຍໄມ້ເໜັງໂນຍນາຍເລກໜ້ອຍ ບ້ານພັກເປັນອາຄານສອງຊັ້ນເກົ່າໆ ຢູ່ຕໍ່ໜ້າມີຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ເຊິ່ງຂ້ອຍເຂົ້າໃຈວ່າເປັນຕົ້ນໄຮ. ບຶດໜຶ່ງມີຜູ້ຍິງໄວກາງຄົນຍ່າງມາຫາ ແລ້ວຂ້ອຍເອີ້ນຖາມວ່າ: ຍັງມີຫ້ອງວ່າງທີ່ມີນໍ້າອຸ່ນບໍ?, ຍິງໄວກາງຄົນ ງຶກຫົວ ພ້ອມທັງຊີ້ໄປໃສ່ປະຕູຫ້ອງທີ່ຢູ່ຕໍ່ໜ້າລົດຂອງຂ້ອຍເລີຍ. ຂ້ອຍຖາມຕໍ່ວ່າ: ລາຄາທໍ່ໃດ, ແສນໜຶ່ງ? (ຂ້ອຍເດົາວ່າປະມານແສນໜຶ່ງ) ນາງງຶກຫົວຕອບໂດຍທີ່ບໍ່ໄດ້ປາກນຳຂ້ອຍພໍຄຳ. ຂ້ອຍຈົກເງິນຍື່ນໃຫ້ນາງແລະແລ້ວປະຕູຫ້ອງກໍເປີດແງ້ມອອກມາ ຂ້ອຍກໍລາກກະເປົາເຂົ້າໄປຢ່າງບໍ່ລັງເລ.

ຕໍ່ໜ້າປາກປະຕູຫ້ອງມີໂຕະໄມ້ທີ່ເຮັດຈາກເຫງົ້າໄມ້ແລະຕັ່ງໄມ້ຢູ່ສອງໜ່ວຍ ສະພາບເກົ່າໝອງຄືບໍ່ຄ່ອຍມີຄົນນັ່ງເລື້ອຍປານໃດ. ຫ້ອງພັກບໍ່ມີປ່ອງຢ້ຽມ ມີແຕ່ປະຕູເຂົ້າ, ຂ້າງໃນມີຕູ້ໃສ່ເຄື່ອງນຸ່ງ, ມີໂທລະທັດໂຊນີ່ແຂວນໄວ້ສູງໆ ແລະມີຮູບແຕ້ມຂາວດຳຕິດໄວ້ຂ້າງຝາໜຶ່ງແຜ່ນ ເປັນຮູບຍິງສາວຜົມຍາວດົກດຳ ສອງໜ່ວຍຕາຄ້າຍຄືວ່າຈັບຈ້ອງຕໍ່ຕາຂອງຂ້ອຍ ຂ້ອຍຈະຢູ່ມຸມໃດຂອງຫ້ອງຫຼຽວໄປກໍຄ້າຍຄືວ່າຮູບນັ້ນກຳລັງເບິ່ງຂ້ອຍຢ່າງບໍ່ລະສາຍຕາ ກັບຮອຍຍິ້ມທີ່ເຊື່ອງຊ້ອນເລື່ອງລາວ ຄ້າຍຄືວ່າມີຫຍັງຢາກບອກໃຫ້ຂ້ອຍຮູ້.

ພໍຂ້ອຍຈັດການທຸກຢ່າງຮຽບຮ້ອຍ ຂ້ອຍລົ້ມໂຕລົງນອນ ພ້ອມທັງໄຕ້ດອກໄຟໃນຫ້ອງນໍ້າເອົາໄວ້ ເພື່ອໃຫ້ພໍມີແສງເຂົ້າມາໃນແງ່ປະຕູ ຂ້າງນອກມິດງຽບ ໄດ້ຍິນພຽງສຽງໝາເຫົ່າມາແຕ່ໄກໆ. ດ້ວຍຄວາມອິດເມື່ອຍມາໝົດມື້ ຈັກຂ້ອຍເຊືອບຫຼັບໄປຕອນໃດກໍບໍ່ຮູ້. ບໍ່ດົນຂ້ອຍໄດ້ຍິນສຽງຍ່າງມາແຕ່ທາງໜ້າຫ້ອງ ສຽງນັ້ນແມ່ນສຽງເກີບສົ້ນສູງຄັກແນ່ ແລ້ວກໍມາເຄາະປະຕູຫ້ອງຂອງຂ້ອຍ, ຂ້ອຍບໍ່ໄດ້ຄິດຫຍັງຫຼາຍເພາະເປັນຜູ້ຊາຍເອິກສາມສອກຢູ່ແລ້ວ ຂ້ອຍຟ້າວພູດພາດໄປເປີດປະຕູ ສິ່ງທີ່ຢືນຢູ່ຕໍ່ໜ້າຂອງຂ້ອຍແມ່ນຍິງສາວຜູ້ຮູບໂສມສວຍງາມ ກິ່ນຫອມດອກໄມ້ທີ່ບໍ່ຮູ້ວ່າມັນມາແຕ່ໄສ ຖືກລົມພັດໂຊຍເຂົ້າສູ່ຫ້ອງນອນຂອງຂ້ອຍ ມັນຊ່າງເປັນກິ່ນສະເໜ່ຫາ ທີ່ຫອມຫວນຊວນຫຼົງໃຫຼເອົາແທ້ໆ.

ຂ້ອຍ: ນ້ອງມາຫາໃຜ?
ນາງ: ນີ້ເປັນຫ້ອງທີ່ນ້ອງນອນປະຈຳຢູ່ແລ້ວ
ຂ້ອຍ: ອ້າວ! ແລ້ວເປັນຫຍັງເຈົ້າຂອງບ້ານພັກຄືເປີດໃຫ້ອ້າຍເຂົ້ານອນ (ຂົນແຂນຜູ້ຂຽນລຸກວາບຂຶ້ນທັນທີ).
ນາງ: ເຂົາເຈົ້າບໍ່ເຫັນນ້ອງຢູ່, ເຂົາອາດຈະຄິດວ່າຫ້ອງນີ້ວ່າງກໍໄດ້!
ຂ້ອຍ: ຄັນຊັ້ນອ້າຍຂໍໂທດນຳຫຼາຍໆ ເດີ ອ້າຍຊິຍ້າຍໄປຢູ່ຫ້ອງອື່ນກໍໄດ້.
ນາງ: ບໍ່ເປັນຫຍັງ ລົມກັນກ່ອນຈັກໜ້ອຍຈັ່ງຍ້າຍກໍໄດ້ ພໍໄດ້ຮູ້ຈັກຮັກແພງກັນ, ນ້ອງບໍ່ວ່າຫຍັງດອກ ມັນບໍ່ແມ່ນຄວາມຜິດຂອງອ້າຍ ແລະນ້ອງກໍເຊື່ອວ່າອ້າຍຈະບໍ່ເຮັດຫຍັງທີ່ເປັນອັນຕະລາຍຕໍ່ນ້ອງ.
ຂ້ອຍ: ໂດຍ!… ຈັ່ງໃດກະຂໍໂທດນຳເດີ ທີ່ລົບກວນນ້ອງ.
ນາງ: ບໍ່ເປັນຫຍັງດອກອ້າຍ ບາງເທື່ອມັນເປັນບຸນວາດສະໜາໃຫ້ເຮົາໄດ້ມາພົບມາພໍ້ກັນກໍໄດ້.
ຂ້ອຍ: ອ້າຍລະຢ້ານວາດສະໜາທີ່ພາແຟນນ້ອງມາພໍ້ເຮົາສອງຄົນນີ້ຕິ ຫົວອ້າຍຊິບໍ່ແຕກບໍ.
ນາງ: ບໍ່ດອກ! ຖ້ານ້ອງມີແຟນ ນ້ອງກໍຄົງບໍ່ເລືອກແຟນທີ່ໃຈຮ້າຍແບບນັ້ນ…

ພວກຂ້ອຍລົມກັນສະອິກສະອ້ອຍຕາມປະສາບ່າວສາວ ທີ່ພົບພໍ້ກັນໂດຍເຫດບັງເອີນ ເວລາລ່ວງເລີຍໄປອາກາດຍິ່ງໜາວເຢັນຂຶ້ນເລື້ອຍໆ ຂ້ອຍຮູ້ສຶກໜາວຫຼາຍ, ສຽງລົມພັດຕົ້ນໄມ້ແລະສັງກະສີຂ້າງນອກດັງໂຄມຄາມແຮງຂຶ້ນເລື້ອຍໆ ຄ້າຍຄືພາຍຸຝົນລົມ, ການລົມກັນກໍຕ້ອງໄດ້ຍັບເຂົ້າໃຫ້ໃກ້ກັນ ຈົນບາງເທື່ອຕ້ອງເວົ້າຈີ້ໃສ່ຫູຈຶ່ງໄດ້ຍິນ ແລະແລ້ວຄວາມໜາວເຢັນແລະລົມແຮງໄດ້ເຮັດໃຫ້ນາງເຂົ້າມາຢູ່ໃນອ້ອມກອດຂອງຂ້ອຍແຕ່ຍາມໃດກໍບໍ່ຮູ້… ຂ້ອຍເປັນຄົນທີ່ຂ້ອນຂ້າງຢ້ານຕໍ່ພາຍຸລົມພັດ ໂດຍສະເພາະແມ່ນສຽງຟ້າຮ້ອງຟ້າຜ່າ ແລະທີ່ຢ້ານແຮງທີ່ສຸດແມ່ນຢ້ານຜີ ດັ່ງນັ້ນ, ການມີຄູ່ຫູຢູ່ນຳກັນຢ່າງສະໜິດສະໜົມແບບນີ້ ຊໍ້າຍັງເປັນຍິງສາວທີ່ຮູບງາມຈຶ່ງເປັນໂຊກດີອັນໜຶ່ງກໍໄດ້. ສຽງລົມພັດດັງໂຄມຄາມແຮງຂຶ້ນຢ່າງບໍ່ຢຸດຢ່ອນ ຫົວໃຈຂອງຂ້ອຍຫ້ວນຂຶ້ນຢູ່ກ້ອງຄໍຫອຍ ໃນອ້ອມແຂນກອດນາງເອົາໄວ້ຢ່າງແໜ້ນ ທັນໃດນັ້ນສຽງຟ້າຜ່າກໍດັງ ປ້ຽງ! ຈົນຂ້ອຍສະເດີດຕື່ນ.

ໂອ້ຍ!!!! ຮ່າມັນເອີ້ຍ! ເດັກນ້ອຍເຕະບານຖືກປະຕູ. ຂ້ອຍຫຼຽວເບິ່ງໂມງເປັນເວລາແປດໂມງປາຍແລ້ວ… ຈັ່ງແມ່ນຝັນຄັກຝັນແນ່ ຝັນເປັນຕາຢ້ານກະດໍ້.

ໂດຍ: ລິດຈະນາ ງາມວິໄລ

ບົດຄວາມຫຼ້າສຸດ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ...

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...