ຕອນທີ 24 ຄົ້ນຄ້ວາບົດຮຽນ
ທ່ຽງຄືນແລ້ວເກສອນຍັງນັ່ງຢູ່ໃນຫ້ອງນອນລຳພັງ ມີພຽງແສງດອກໄຟທີ່ເປັນແສງສະຫວ່າງດຽວໃນຕອນນີ້ ມືຂອງນາງຄ່ອຍໆເດ່ອອກໄປລູບໜ້າຮູບທີ່ໃສ່ໄວ້ໃນກອບແກ້ວ ມັນເປັນຮູບຖ່າຍນັກຮຽນສາມຄົນຄົນໜຶ່ງຄືຍິງທີ່ເປັນເພື່ອນຮັກ ແລະ ຊາຍອີກໜຶ່ງຄົນນອກຈາກຈະເປັນເພື່ອນຮັກແລ້ວຍັງເປັນດັ່ງຊາຍຄົນໜຶ່ງທີ່ຕົນແອບຫຼົງຮັກ ແລະ ເດັກຜູ້ຍິງອີກໜຶ່ງຄົນນັ້ນກໍ່ຄືຕົວຂອງເຂົາເອງ ເກສອນນັ່ງເບິ່ງດ້ວຍແວວຕາເສົ້າ ນາງຮູ້ດີວ່າມັງກອນມີໃຈໃຫ້ກັບມາລີ ແລະ ມາລີກໍມີໃຈໃຫ້ກັບໂທນີ ແລະ ຕົນເອງກໍມີໃຈໃຫ້ກັບມັງກອນ ນີ້ປຽບເໝືອນພັນທະນາການຮູບແບບຄວາມຮັກທີ່ຊັບຊ້ອນບົດສະຫຼຸບຍາກທີ່ຈະຄາດເດົາ ແລະ ຜົນຫຼັບຂອງເລື່ອງນີ້ອາດເປັນນາງທີ່ເຈັບທີ່ສຸດ ຫຼືອາດຈະເປັນທັງຕົວນາງ ແລະ ມັງກອນທີ່ເຈັບທີ່ສຸດ
ເກສອນຖອນຫາຍໃຈ: ຂ້ອຍບໍ່ມັກຄວາມທໍລະມານແບບນີ້ເລີຍ
ວັນເສົາພວກເຂົານັດລວມຕົວກັນທວນຄືນໜັງສືທີ່ເຮືອນຂອງໂທນີ ເພາະເຮືອນຂອງໂທນີມາຫ້ອງອ່ານໜັງສື ມີກະດານ ມີໂຕະໄວ້ນັ່ງຮຽນສະບາຍ ມາລີທີ່ກຳລັງກຽມຂະໜົມກັບແມ່ເມສາທີ່ເຮືອນຄົວເມື່ອໄດ້ຍິນສຽງກະດິ່ງດັງກໍ່ອາສາໄປເປີດປະຕູໃຫ້
ມາລີ: ສົງໃສເກສອນ ກັບ ມັງກອນຈະມາແລ້ວ! ດຽວລູກຈະອອກໄປເປີດປະຕູໃຫ້ພວກເຂົາ
ມາລີຕັ້ງໜ້າແລ່ນອອກໄປເປີດປະຕູ ເກສອນຍ່າງເຂົ້າເຮືອນດ້ວຍສີໜ້າເບີກບານ ສ່ວນມັງກອນມີສີໜ້າບຶ້ງຕຶງເພາະຝືນໃຈມາ ນີ້ເປັນຄັ້ງທຳອິດທີ່ເກສອນກັບມັງກອນມາທີ່ເຮືອນຂອງໂທນີ ເກສອນເບິ່ງໄປຮອບໆດ້ວຍສີໜ້າຍິ້ມອີ່ມສຸກ ສ່ວນມັງກອນເບິ່ງໄປຮອບໆເຮືອນດ້ວຍສີໜ້າເສີຍໆ
ເກສອນ: ວ້າວ! ເຮືອນໂທນີຕົບແຕ່ງໄດ້ເກ໋ຄືໃນອິນເຕີເນັດເລີຍ
ມາລີ: ແມ່ນບໍ່ລ່ະ
ມັງກອນ: ກໍ່ງັ້ນໆລ່ະ
ເກສອນ: ຢ່າໄປສົນຄົນຫົວບູຮານເລີຍ
ມັງກອນ: ນີ້
ແມ່ເມສາຍ່າງອອກມາຈາກຫ້ງຄົວມືທັງສອງຖືຖາດຂະໜົມເຄັກອອກມາພ້ອມທັງທາຍດ້ວຍສີໜ້າຍິ້ມແຍ້ມ
ແມ່ເມສາ: ມາຮອດກັນແລ້ວບໍ! ແມ່ຕັ້ງໃຈກຽມຂະໜົມເຄັກ ແລະ ນ້ຳໝາກໄມ້ໄວ້ໃຫ້ພວກເຈົ້າທຸກຄົນເລີຍໃດ໋! ມີມາລີມາຊ່ວຍກຽມແຕ່ເຊົ້າພ້ອມ
ເກສອນມຸ່ງໜ້າໄປຫາຂະໜົມເຄັກດ້ວຍສາຍຕາລຸກວາວ: ວ້າວ! ສຸດຍອດທີ່ສຸດເລີຍ
ແມ່ເມສາ: ເຈົ້່ມັກກິນຂະໜົມເຄັກຫວາ! ດຽວແມ່ຈະຕັດໃຫ້ເຈົ້າປ່ຽງໃຫຍ່ໆເລີຍ
ເກສອນ: ຂອບໃຈແມ່! ລືມແນະນຳຕົວ! ລູກຊື່ວ່າເກສອນ ແລະ ຜູ້ຊາຍຄົນນັ້ນຊື່ວ່າມັງກອນ ພວກເຮົາສອງຄົນເປັນເພື່ອນຮ່ວມຫ້ອງຂອງໂທນີ
ແມ່ເມສາ: ແມ່ຊື່ແມ່ເມສາ! ດີໃຈທີ່ເຫັນພວກເຈົ້າ! ຕາມສະບາຍເລີຍເດີ້
ມັງກອນເມື່ອເຫັນແມ່ເມສາແລ້ວກໍ່ຄິດຮອດແມ່ຂອງຕົວເອງ ຈົນໃຫ້ເຂົາຮູ້ສຶກເສົ້າໃຈຂຶ້ນມາທັນທີ
ແມ່ເມສາ: ມັງກອນ! ມານີ້ມາ ດຽວແມ່ຈະຕັດຂະໜົມເຄັກໃຫ້
ມັງກອນຄ່ອຍໆຍ່າງເຂົ້າໄປໃກ້ໆແມ່ເມສາດ້ວຍແວວຕາເສົ້າ ເມື່ອແມ່ເມສາມອບຈານຂະໜົມເຄັກໃຫ້ມັງກອນກໍ່ກ່າວຂອບໃຈດ້ວຍນ້ຳສຽງສຸພາບ
ມາລີ: ເອີ…! ແມ່ເມສາ ແລ້ວໂທນີເດ! ລູກມາຕັ້ງດົນຄືບໍ່ເຫັນ
ແມ່ເມສາ: ອໍ! ໂທນີໄປຖ້າພວກລູກຢູ່ໃນຫ້ອງອ່ານໜັງສືແຕ່ເຊົ້າແລ້ວ
ມາລີ: ຊັ້ນເຮົາເຂົ້າໄປໃນຫ້ອງກັນດີກວ່າ
ທັງສາມຄົນໄດ້ພາກັນຖືກຂອງກິນຍ່າງເຂົ້າໄປໃນຫ້ອງ ເມື່ອໄຂປະຕູເຂົ້າໄປກໍ່ເຫັນໂທນີນັ່ງອ່ານໜັງສືມາດນິ້ງແຕ່ແບບສະບັບເຈົ້າຊາຍເຢັນຊາ
ເກສອນເວົ້າຊຸບຊິບຂ້າງຫູມາລີ: ຂະໜາດເຂົານັ່ງນິ້ງໆຍັງຫຼໍ່ທະລຸມິຕິໄດ້ພຽງນີ້
ມາລີ: ແມ່ນາງກ່າວຖືກແລ້ວ
ມັງກອນມ້ານຄໍໃສ່: ຫຼໍ່ຕາຍລ່ະ
ສອງສາວຫັນມາເບິ່ງໜ້າມັງກອນແບບບໍ່ພໍໃຈເລັກນ້ອຍ
ໂທນີເລີ່ມຕາຂຶ້ນມາເບິ່ງເຫັນສາມຄົນຢືມຊຸບຊິບກັນທີ່ໜ້າປະຕູເລີຍເວົ້າອອກມາດ້ວຍສີໜ້າລຽບໆວ່າ: ຈະພາກັນຢືນຢູ່ຫັ້ນດົນບໍ່
ທັງສາມຄົນເລີຍຟ້າວຍ່າງມານັ່ງທີ່ຕັ່ງໃກ້ໆໂທນີ
ໂທນີ: ຈະເລີ່ມວິຊາໃດກ່ອນ
ມັງກອນເວົ້າໜ້າກວນ: ຢາກສອນຫຍັງກອນລ່ະ
ເກສອນເອົາສອກທັ່ງຂ້າງມັງກອນ
ມາລີ: ເລີ່ມຄະນິດສາດກ່ອນສ່ະ
ໂທນີ: ກ່ອນທີ່ພວກເຈົ້າຈະມາຂ້ອຍລອງຂັດເລືອກຄຳຖາມທີ່ຄິດວ່າມັນຈະອອກເສັງໄວ້ຄົ້ນຄວ້າໃນມື້ນີ້ກ່ອນ 10 ຂໍ້
ມັງກອນ: ໂຊພາວ! ຮູ້ໄດ້ແນວໃດວ່າຄຳຖາມທີ່ເຈົ້າເລືອກມາມັນສິອອກ
ໂທນີຈ້ອງເບິ່ງໜ້າມັງກອນດ້ວຍສາຍຕາຊວນຂົນລຸກ
ມາລີ: ມັງກອນ…
ໂທນີຫັນໄປຂຽນຄຳຖາມໃສ່ກະດານ: ເລີ່ມເຮັດຂໍ້ທີ 1 ກ່ອນ
ນີ້ເປັນຄຳຖາມງ່າຍສຸດ! ດຽວພວກເຈົ້າລອງເຮັດເບິ່ງ ຂ້ອຍສິໃຫ້ເວລາແກ້ຂໍ້ນີ້ 10 ນາທີ
ເມື່ອຜ່ານໄປ 10 ນາທີ ໂທນີໄດ້ຍ່າງມາກວດຂອງແຕ່ລ່ະຄົນ ແຕ່ເຂົາກໍ່ຕ້ອງປວດຫົວເມື່ອທຸກຄົນຕອບຜິດໝົດ
ໂທນີ: ບໍ່ຖືກຈັກຄົນເລີຍ
ມາລີ: ໂທນີຊ່ວຍແກ້ໃຫ້ພວກເຮົາເບິ່ງແນ່!
ໂທນີໄດ້ອະທິບາຍ ເລກຂໍ້ນີ້ພ້ອມທັງແກ້ໃຫ້ພວກເຂົາເບິ່ງ
ທັງສາມຄົນຟັງຄຳອະທິບາຍຂອງໂທນີຢ່າງຕັ້ງໃຈ ເມື່ອແກ້ຂໍນີ້ແລ້ວກໍ່ຜ່ານໄປຂໍ້ໃໝ່ ໂທນີພະຍາຍາມສື່ສານໃຫ້ເພື່ອນເຂົ້າໃຈງ່າຍທີ່ສຸດ ແລະ ມັນກໍ່ໄດ້ຜົນ 3 ຊົ່ວໂມງໃນການຄົ້ນຄວ້າບົດຮຽນນຳກັນເຮັດໃຫ້ ມາລີ, ເກສອນ ແລະ ມັງກອນເຂົ້າໃຈໃນສຸດເລກ ແລະ ການນຳໃຊ້ສູດເລກແທນເຂົ້າການແກ້ຄຳຖາມໄດ້ຫຼາຍຂຶ້ນກວ່າເມື່ອກ່ອນ
ກ່ອນພວກເຂົາຈະເລີກຄົ້ນຄວ້າ ແມ່ມະລິກໍ່ນຳໝາກໄມ້ມາສົມທົບກັບອາຫານຫວ່າງຂອງແມ່ເມສາ ທັງສອງແມ່ໄດ້ນຳຂອງກິນເຂົ້າມາໃນຫ້ອງ
ແມ່ມະລິ: ພວກລູກໆເໝື່ອຍກັນຫຼາຍບໍ່
ມາລີ: ທີ່ສຸດເລີຍ ທັງເໝື່ອຍທັງຫິວ
ເກສອນ: ວາວ! ມີຂອງຫວ່າງຫຼາຍແທ້
ແມ່ເມສາ: ກໍ່ພວກລູກພາກັນຮຽນໜັກກໍ່ຕ້ອງກິນຫຼາຍເພື່ອເພີ່ມພະລັງງານ
ມັງກອນເມື່ອເຫັນຄວາມອົບອຸ່ນຂອງທັງສອງແມ່ກໍ່ເຮັດໃຫ້ເຂົາມີຄວາມສຸກປົນເສົ້າ ເນື່ອງຈາກດົນນານມາແລ້ວທີ່ເຂົາໄດ້ສຳພັດຄວາມອົບອຸ່ນແບບນີ້ຈາກແມ່ຂອງເຂົາ
ຫຼັງຈາກພວກເຂົາກິນຂອງຫວ່າງແລ້ວ ທີ່ໜ້າບ້ານ ຕອນມັງກອນກັບເກສອນຈະກັບມາລີຫາກໍ່ສັງເກດວ່າທັງສອງຂີ່ລົດຄັນດຽວກັນມາກໍ່ເລີຍເວົ້າຢອກ
ມາລີເວົ້າດ້ວຍສີໜ້າຍິ້ມກວນ: ຂີ່ລົດຄັນດຽວກັນມາ! ອັນແນ້…
ເກສອນຍິ້ມແບບເຂີນອາຍ ແຕ່ມັງກອນຟ້າວປະຕິເສດ: ກໍ່ເຮືອນເກສອນເປັນທາງຜ່ານມາ ປະຢັດນ້ຳມັນເລີຍຮັບມາພ້ອມ! ສິມາອັນແນ້ອັນນ້າອີຫຍັງ
ມາລີ: ກໍ່ບໍ່ໄດ້ວ່າຫຍັງ! ແຕ່ເບິ່ງແລ້ວກໍ່ເໝາະສົມກັນດີ
ເກສອນແຮງຍິ້ມເຂີນກວ່າເກົ່າ
ມາລີ: ເກສອນໜ້າແດງ! ຫູແດງ! ອາຍວະນິ
ມັງກອນ: ເອີ້ເກສອນແລ້ວເພິ່ນໜ້າແດງຫູແດງເຮັດຫຍັງ! ປວດຂີ້ຫວະ
ເກສອນ: ບ້າ! ປວດຂີ້ບ້ານໃດໜ້າແດງຫູແດງ
ມາລີຍິ້ມແບບມີເລໄນ່: ເຫີ! ເຫິ! ເຫິ….
ເກສອນ: ພໍແລ້ວມາລີ! ເອີ້ມື້ອື່ນຫຼັງຈາກເຮົາຄົ້ນຄວ່າບົດຮຽນແລ້ວໄປເບິ່ງຮູບເງົາຢູ່ໄປເຕັກດີບໍ່
ມາລີ: ໄປ! ໄປ! ຕັ້ງແຕ່ໃກ້ເສັງມານີ້ມີແຕ່ຄົ້ນຄວ້າບົດຮຽນເບື່ອຈະຕາຍ
ມັງກອນ: ດີເລີຍມາລີເຮົາຈະໄດ້ໄປເບິ່ງໜັງນຳກັນສອງຕໍ່ສອງ
ໂທນີຄິ້ວຫຍຸ້ງທັນທີເມື່ອໄດ້ຍິນມັງກອນເວົ້າແບບນີ້ ສ່ວນເກສອນກໍ່ເຮັດໜ້າເຊັງໆ
ມາລີ: ໂອ້ຍ! ເວົ້າບ້າໆໄປນຳກັນຕັ້ງຫຼາຍຄົນ ນອກຈາກເຂົາກັບເພິ່ນແລ້ວ ຍັງມີເກສອນ ແລະ ໂທນີອີກແມ່ນບໍ່
ໂທນີ: ເຂົາບໍ່ໄປ! (ໂທນີຈົກຖົງໂສ້ງຍ່າງເຂົ້າເຮືອນ)
ມັງກອນຫົວຂຶ້ນ 5555: ບໍ່ໄປກໍ່ດີແລ້ວ
ເກສອນ: ເມື່ອເຖາະ! ເວົ້າຢູ່ນີ້ແຫລະບໍ່ຈົບຈັກເທື່ອແລ້ວຈັກໂມງສິຮອດເຮືອນ
ມັງກອນ: ເອີ້! ຊັ້ນມາລີມື້ອື່ນເຈີກັນເດິ
ມາລີ: ໂອເຄບ່າຍ
ເມື່ອມັງກອນກັບເກສອນຂີ່ລົດຈາກໄປ ມາລີກໍ່ຟ້າວແລ່ນເຂົ້າມາຫາໂທນີທີ່ເຮືອນ ເກສອນນັ່ງຢູ່ດ້ານຫຼັງມັງກອນດ້ວຍຫົວໃຈສຸ່ມຊື່ນປົນເສົ້າເລິກໆ ເພາະເຖິງວ່າຈະສາມາດຢູ່ໃກ້ ແລະ ສຳພັດໄດ້ ແຕ່ມັນກໍ່ເປັນພຽງຮ່າງກາຍເທົ່ານັ້ນ ເພາະເກສອນຮູ້ິດີຊ່ວງເວລາແຫ່ງຄວາມສຸກນີ້ໄວ້ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເວລາມັນຈະໝົດໄປ
ເກສອນ: ມັງກອນຄ່ອຍໆຂັບເມືອກໍ່ໄດ້ບໍ່ຕ້ອງຟ້າວ
ມັງກອນ: ອ້າວແມ່ນຫວະ! ຄິດວ່າມັນໃຫ້ຂັບໄວໆຊັ້ນດອກ! ຊັ້ນຈັດໄປຕາມໃຈຜູ້ໂດຍສານ! ຂັບຊ້າຊ່ຳນີ້ໂອເຄບໍ່
ເກສອນຍິ້ມເບົາໆ: ມັນຊ້າເກີນໄປຈົນລົດຖີບແຊງເຮົາໄປແລ້ວ
ມັງກອນ: ໄວຊ່ຳນີ້ເດະໂອເຄບໍ່
ເກສອນຍິ້ມໜ້າບານ: ອຶມ! ໂອເຄແລ້ວ