ຕອນທີ 15 ໄຂ້ຍຸງເປັນໃຈ
ມາລີຊ່ວຍແມ່ເຮັດຂອງກິນ
ແມ່ມະລິ: ມາລີລູກຊ່ວຍໄປເອົາຫົວສີໃຄ ແລະ ເກັບຜັກຫວານທີ່ສວນຫຼັງບ້ານມາໃຫ້ແມ່ແນ່ໄປ໋
ມາລີກໍ່ໄປທີ່ສວນຫຼັງບ້ານຕາມຄຳສັງຂອງແມ່ ອາດເປັນເພາະມາລີເປັນຄົນຄີງຫວານຍຸງກໍ່ເລີຍມັກກັດ ກວ່ານາງຈະເອົາຫົວສີໃຄ ແລະ ເກັບຜັກຫວານແລ້ວຍຸງກໍ່ກັດນາງໄປຫຼາຍດອກ
ຫຼາຍວັນຕໍ່ມາມາລີຮູ້ສຶກບໍ່ສະບາຍຕົນຕົວຕົກແລງມາຄືມີໄຂ້ ແລະ ປວດຕາມຂໍ້ ມີອາການຄ້າຍໆຄືໄຂ້ຫວັດໃຫຍ່ ວັນນີ້ເປັນວັນທີສາມທີ່ມາລີມີໄຂ້ ແຕ່ນາງບໍ່ຢາກຂາດໂຮງຮຽນນາງເລີຍຝືນໄປຮຽນດ້ວຍຮ່າງກາຍທີ່ສຸດໂຊມໃບໜ້າຈີດຈາງ
ທີ່ໂຮງຮຽນ ມື້ນີ້ເປັນວິຊາພາລະສຶກສາ
ມັງກອນ: ມາລີຂ້ອຍເບິ່ງເຈົ້າຄືບໍ່ສະບາຍແຮງໃດ! ຄອບຄູແມະ ບໍ່ຕ້ອງລົງດອກມື້ນີ້ນ່ະ
ມາລີ: ບໍ່ລົງບໍ່ໄດ້ ມື້ນີ້ເສັງ
ເກສອນ: ໄຫວບໍ່ເພິ່ນ
ມາລີ: ກິນຢາໃສ່ແລ້ວດຽວກໍ່ໂອເຄ! ກາຍກ່ວງນ່າເຂົາບໍຕາຍງ່າຍໆດອກ
ທີ່ເດີ່ນໂຮງຮຽນ ກ່ອນຈະລົງຕົວຈິງຕ້ອງມີການແລ່ນອ້ອມເດີ່ນວອມຮ່າງກາຍກ່ອນ ມັງກອນ ກັບ ເກສອນຮູ້ວ່າມາລີບໍ່ສະບາຍດ້ວຍຄວາມເປັນຫ່ວງພວກເຂົາເລີຍແລ່ນຂ້າງໆມາລີຢ່າງບໍ່ຮ່າງຈາກກາຍ ໂທນີເຫັນມີສອງຄົນແລ່ນປະກົບຂ້າງມາລີແລ້ວ ກໍ່ບໍ່ຢາກໄປຫຍຸ້ງ ເພາະບໍ່ຖືກກັບມັງກອນແນ່ແຕ່ເຂົາກໍ່ແລ່ນໄປສັງເກດເບິ່ງມາລີໄປຢ່າງຫ່ວງໆ ແ່ນຮອບທີໜຶ່ງຜ່ານໄປ ຮອບທີສອງຍັງບໍ່ຄົບຮອບມາລີກໍ່ລົ້ມລົງໝົດສະຕີ ໂຊກດີທີ່ມັງກອນຮັບຕົວມາລີໄວ້ໄດ້ທັນ ໂທນີກໍ່ຟ້າວແລ່ນມາຫາມາລີທັນທີທ່າມກາງຄວາມຕົກໃຈຂອງຄູ່ແລະເພື່ອນຮ່ວມຫ້ອງ ມັງກອນໄດ້ອຸ້ມມາລີຍ່າງນຳຫຼັງຄູໄປຂຶ້ນລົດໃຫຍ່ເພື່ອນຳສົ່ງມາລີໄປທີໂຮງໝໍ ໂດຍມີເກສອນຂຶ້ນລົດໄປນຳອີກຄົນ ໂທນີກໍ່ຟ້າວແລ່ນໄປເອົາລົດຈັກໃນຄອກລົດແລ້ວບິດນຳລົດໃຫຍ່ຄູພາລະໄປຈົນເຖິງໂຮງໝໍ ໂທນີແອບຍ່າງຕາມໄປສ່ອງເບິ່ງມາລີທີ່ຫ້ອງສຸກເສີນເຝົ້າສັງເກດອາການຢູ່ລັບໆຢ່າງຫ່ວງໆ ທີ່ໂທນີຕ້ອງເຮັດແບບນີ້ເພາະບໍ່ຕ້ອງການປະທະກັບມັງກອນບໍ່ວ່າຈະເປັນການປະທະກັນໃນດ້ານໃດກໍ່ຕາມຍ້ອນທັງສອງບໍ່ຖືກກັນ
ມາລີນອນທີ່ຕຽງໃນຫ້ອງສຸກເສີນເພື່ອໃຫ້ແພດກວດອາການໂດຍມີມັງກອນ ເກສອນ ຢືນຄຽງຂ້າງບໍ່ໜີຫ່າງ ສ່ວນຄູ່ແລ່ນເລື່ອງປື້ມກວດ ແລະ ຢາ, ເບື້ອງຕົ້ນແພດມີການວັດຄວາມດັນ, ວັດໄຂ້ ມາລີມີໄຂ້ຂຶ້ນສູງເຖິງ 39 c ແພດເລີຍສັ່ງຢາ ແລະ ໃສ່ນ້ຳເກືອ ຈາກນັ້ນກໍ່ເຈາະເອົາເລືອດເພື່ອນຳໄປກວດຫາເຊື້ອໄຂ້ຍຸງ
ມັງກອນໄດ້ຕິດຕໍ່ຫາແມ່ຕົນເອງເພື່ອໃຫ້ແມ່ຂອງຕົນໄປສົ່ງຂ່າວໃຫ້ແມ່ມາລີຮູ້ວ່າມາລີເຂົ້າໂຮງໝໍ ກ່ອນທີ່ເຂົາຈະກັບໄປທີ່ໂຮງຮຽນຜ່ານໄປ 20 ນາທີແມ່ຂອງມາລີກັບແມ່ຂອງໂທນີກໍ່ມາຮອດໂຮງໝໍ ແລະ ພາກັນຍ່າງມຸ່ງໜ້າໄປທີ່ຫ້ອງສຸກເສີນ ແລະ ໄດ້ພົບກັບຄູຂອງມາລີພ້ອມດ້ວຍເພື່ອນສະໜິດຢ່າງມັງກອນກັບເກສອນ ພວກເຂົາໄດ້ທັກທາຍກັນ
ມັງກອນ, ເກສອນຍົກມືນົບ: ສະບາຍດີແມ່
ແມ່ໂທນີ ແລະ ແມ່ມາລີ: ສະບາຍດີລູກ
ແມ່ມະລິ: ນີ້ຄົງເປັນຄູຂອງມາລີ! ສະບາຍດີຄູ
ແມ່ເມສາ: ສະບາຍດີຄູ
ຄູພາລະ: ສະບາຍດີ
ແມ່ມະລິ: ຂອບໃຈຫຼາຍໆທີ່ຄູພາມາລີສົ່ງໂຮງໝໍ
ຄູພາລະ: ບໍ່ເປັນຫຍັງ! ມັນເປັນຄວາມຮັບຜິດຊອບຂອງຄູຢູ່ແລ້ວ! ເອົາລ່ະ ເມື່ອແມ່ມາລີມາແລ້ວພວກເຮົາກໍ່ຕ້ອງກັບໄປທີ່ໂຮງຮຽນ ເຫຼືອເວລາ 1 ຊົ່ວໂມງຍັງເສັງທັນຢູ່
ມັງກອນ: ຄູເລື່ອນໄປເສັງທິດໜ້າບໍ່ໄດ້ຫວະ! ຂະນ້ອຍຢາກຢູ່ເປັນເພື່ອນມາລີ
ຄູພາລະ: ບໍ່ໄດ້! ຕາມໃຈເຈົ້າໃດ໋ ບໍ່ເສັງຄື 0
ເກສອນ: ມັງກອນກັບໄປເສັງກ່ອນແລ້ວຕອນສວາຍເຮົາຈິ່ງມາໃໝ່ ຢູ່ນີ້ກໍ່ມີແມ່ເຝົ້າຢູ່ບໍ່ມີຫຍັງໜ້າເປັນຫ່ວງດອກ
ທັງກອນຕ້ອງຈຳໃຈຈາກໄປພ້ອມກັບຄູ ແລະ ເກສອນທັງໆທີ່ບໍ່ຢາກໄປຈັກໜ້ອຍ
ທີ່ໂຮງຮຽນ ເພາະເວລາເຫຼືອບໍ່ຮອດຊົ່ວໂມງ ຄູເລີຍປ່ຽນແຜນຈາກເບື້ອງຕົ້ນຈະໃຫ້ແຕ່ລະຄົນເສັງປະຕິບັດຕົວຈິງ ແຕ່ຕ້ອງປ່ຽນແຜນເປັນການເສັງທິດສະດີແທນ ເຮັດໃຫ້ນັກຮຽນເຖິງກັບຮ້ອງໂຫ ເພາະບໍ່ໄດ້ພາກັນອ່ານບົດຮຽນ ແຕ່ໂຊກດີທີ່ໂທນີເວລາຮຽນຕັ້ງໃຈຟັງຄຳຂອງຄູໃນເວລາອະທິບາຍບົດຮຽນ ແລະ ລາວກໍ່ມີຄວາມຈຳທີ່ດີ ສຳລັບຄຳຖາມສອບເສັງວັນນີ້ ເຂົາເລີຍຕອບໄດ້ຄ່ອຍຂ້າງດີ ຄາດວ່າດີກວ່າຄົນອື່ນໆ
ຂ່າວຂອງມາລີເປັນລົມຈົນຖືກຫາມສົ່ງໂຮງໝໍດັງໄປທົ່ວໂຮງຮຽນ ໂມງເລີກຫຼິິ້ນ ສອນໄຊກັບໂທນີໄດ້ໄປນັ່ງລົມກັນທີ່ເດີ່ນໂຮງຮຽນ ສອນໄຊເລີຍຖາມເຖິງອາການຂອງມາລີ
ສອນໄຊ: ມາລີເປັນແນວໃດແນ່
ໂທນີ: ຍັງບໍ່ຮູ້! ຕອນນີ້ຍັງນອນຟັງອາການທີ່ໂຮງໝໍ
ສອນໄຊ: ນາງຊວຍຫຼາຍເນາະທີ່ມາປ່ວຍຖືກຕອນເສັງປະຈຳເດືອນ! ຖ້າຄູໃຫ້ເສັງຄືນຄົນດຽວກໍ່ໃຄແນ່ ຢ້ານແຕ່ບໍ່ໄດ້ຫັ້ນຕີ້
ໂທນີນັ່ງມິດຄິດເຖິງແລື່ອງນີ້ມາເຖິງກັບເຮັດໃຫ້ລາວເກີດຄວາມກັງວົນ
ພັກທ່ຽງຕອນສວາຍ ເກສອນ ກັບ ມັງກອນກໍ່ໄປຢາມມາລີທີ່ໂຮງໝໍ ແມ່ເມສາ ກັບແມ່ມະລິແປກໃຈເມື່ອບໍ່ເຫັນໂທນີມາຢາມມາລີ
ມັງກອນ ກັບ ເກສອນຊື້ໝາກໄມ້ ແລະ ຂອງກິນເຂົ້າໄປໃຫ້ແມ່ຂອງມາລີ ກັບແມ່ໂທນີ
ແມ່ມະລິ: ຂອບໃຈພວກລູກ! ລຳບາກພວກເຈົ້າແລ້ວ
ເກສອນ: ແມ່ບໍ່ຕ້ອງເກງໃຈ
ມັງກອນ: ໝໍວ່າແນວໃດ
ແມ່ມະລິ: ຜົນກວດເລືອດອກມາວ່າມາລີມີເຊື້ອໄຂ້ຍຸງ ຕ້ອງນອນຕິດຕາມອາການທີ່ໂຮງໝໍຈັກ 1 ອາທິດ
ເກສອນ, ມັງກອນ: ເປັນໄຂ້ຍຸງ ຕ້ອງນອນໂຮງໝໍ 1 ອາທິດ
ມັງກອນ: ແມ່! ມາລີຄືນອນດົນແທ້ ບໍ່ແມ່ນນອນຕັ້ງແຕ່ຕອນທີ່ມາໂຮງໝໍພຸ້ນຫວາ
ແມ່ມະລິ: ຕື່ນເທື່ອໜຶ່ງແລ້ວ ແລະ ຫາກໍ່ນອນໃໝ່
ມັງກອນເບິ່ງມາລີໃນສະພາບລັບດ້ວຍສາຍຕາທີ່ອົບອຸ່ນ ທັງເປັນຫ່ວງສຸດໆ ຖ້າເຈັບແທນໄດ້ກໍ່ຢາກປ່ຽນແທນ
ໃນຂະນະທີ່ມັງກອນກັບເກສອນນັ່ງລົມກັບແມ່ມະລິ: ແມ່ເມສາກໍ່ອອກໄປນອກຫ້ອງເພື່ອໄປໂທຫາລູກຊາຍ
ໂທນີຮັບໂທລະສັບແມ່: ມີຫຍັງແມ່
ແມ່ເມສາ: ໂທນີ! ລູກຢູ່ໃສຄືບໍ່ມາຢາມມາລີກັບພວກເພື່ອນໆ
ໂທນີ: ລູກຢູ່ໂຮງຮຽນ! ກຳລັງເບິ່ງບົດຮຽນກຽມເສັງຕອນແລ້ງ! ໄວ້ເລີກຮຽນລູກແວ່ໄປຮັບແມ່ຢູ່ໂຮງໝໍເດີ້! ເທົ່ານີ້ເນາະ
ແມ່ເມສາ: ແມ່ຍັງເວົ້າບໍ່ທັນຈົບກໍ່ວາງສາຍໄປແລ້ວ ເສຍມາລະຍາດແທ້ລູກຄົນນີ້
ຫຼັງຈາກວາງສາຍໂທລະສັບຂອງແມ່ ໂທນີກໍ່ໄປພົບຄູທີ່ຫ້ອງ ເພື່ອສອບຖາມ
ໂທນີ: ສະບາຍດີຄູ
ຄູປະຈຳຫ້ອງ: ນັ່ງລົງກ່ອນ! ມີຫຍັງຈິ່ງມາຫາຄູ
ໂທນີ: ຂະນ້ອຍມີເລື່ອງຈະມາຖາມຄູກ່ຽວກັບການສອບເສັງຂອງມາລີ! ເພາະຊ່ວງນີ້ເປັນຊ່ວງເສັງປະຈຳເດືອນ ແຕ່ມາລີພັດປ່ວຍຕ້ອງໄດ້ນອນໂຮງໝໍ ສະນັ້ນຫຼັງຈາກກັບມາແລ້ວມາລີຈະໄດ້ເສັງຄືນບໍ່
ຄູປະຈຳຫ້ອງ: ເລື່ອງນີ້ທາງໂຮງຮຽນເຮົາມີນະໂຍບາຍຢູ່ ແຕ່ຕ້ອງໃຫ້ຜູ້ປົກຄອງນຳເອກະສານຢັ້ງຢືນຈາກທາງໂຮງໝໍມາແຈ້ງໃຫ້ໂຮງຮຽນຊາບ ເພື່ອໂຮງຮຽນຈະໄດ້ຮັບຮູ້ວ່ານາງຂາດມີເຫດຜົນແທ້ຈິງ ແລ້ວທາງຄູແຕ່ລະວິຊາຈະເຮັດການພິຈາລະນາຕາມເຮັດສົມຄວນ
ໂທນີ: ຂອບໃຈຄູ
ໃນຫ້ອງທີ່ກຳລັງສອບເສັງວິຊາພູມສາດ ໂທນີຕັ້ງໃຈເຮັດຂໍ້ສອບໃຫ້ແລ້ວໄວທີ່່ສຸດເທົ່າທີ່ຈະເຮັດໄດ້ ເພາະຄົນທີ່ເຮັດແລ້ວກ່ອນແມ່ນອອກຈາກຫ້ອງໄດ້ກ່ອນໝົດໂມງ, ມັງກອນມົວແຕ່ເປັນຫ່ວງມາລີ ຈົນບໍ່ມີສະມາທິເຮັດຂໍ້ສອບມັງກອນແຮງພະຍາຍາມເຮັດໃຫ້ແລ້ວໄວໆເທົ່າໃດກໍ່ແຮງຄິດຄຳຕອບບໍ່ອອກ
ໂທນີອອກມາຈາກຫ້ອງກໍ່ຟ້າວໄປຫາມາລີທີ່ໂຮງໝໍ
ທີ່ໂຮງໝໍ ໃນຂະນະທີ່ມາລີກຳລັງດື່ມນ້ຳ ໂທນີກໍ່ເຂົ້າມາ
ມາລີ: ຄືເລີກຮຽນໄວແທະ
ໂທນີ: ພໍດີຂ້ອຍເຮັດຂໍສອບແລ້ວໄວເລີຍໄດ້ອອກມາໄວ
ມາລີ: ອໍ
ແມ່ເມສາ: ເກັ່ງແທ້ລູກຊາຍແມ່
ແມ່ເມສາຕ້ອງການໃຫ້ມາລີກັບໂທນີຢູ່ນຳກັນ ດັ່ງນັ້ນຈິ່ງໄດ້ຊວນແມ່ມະລິອອກໄປທາງນອກ ແມ່ມະລິກໍ່ຮູ້ງານເມື່ອເພື່ອນສົ່ງສັນຍານກໍ່ລຸກທັນທີ
ມາລີ: ພວກເຈົ້າຈະພາກັນໄປໃສ
ແມ່ມະລິ: ພວກແມ່ວ່າຈະພາກັນໄປຫ້ອງນ້ຳ! ໄປກ່ອນເດີ້ ພວກລູກກໍ່ຢູ່ລົມກັນໄປກ່ອນ
ທັງສອນແມ່ໄດ້ພາກັນອອກໄປທາງນອກ
ມາລີ: ປານເອື້ອຍກັບນ້ອງຂາດກັນບໍ່ໄດ້ຂະໜາດໄປຫ້ອງນ້ຳຕ້ອງໄປນຳກັນ
ໂທນີ້ຍິ້ມມຸມປາກເບົາໆ ເພາະເຂົ້າໃຈແຜນຂອງແມ່ເຂົາດີກ່ອນຈະເອີ່ຍຖາມມາລີດ້ວຍແວວຕາເປັນຫ່ວງ: ຍັງວິນຫົວຢູ່ບໍ່
ມາລີ: ຍັງວິນຢູ່
ໂທນີ: ໝໍວ່າແນວໃດແນ່
ມາລີ: ໝໍວ່າຂ້ອຍເປັນໄຂ້ຍຸງ ຕ້ອງນອນຕິດຕາມອາການທີ່ໂຮງໝໍຫຼາຍມື້
ໂທນີເມື່ອໄດ້ຍິນມາລີບອກວ່າເປັນໄຂ້ຍຸງໃນໃຈກໍ່ຮູ້ສຶກເປັນຫ່ວງ ເນື່ອງຈາກໄຂ້ຍຸງເປັນໄຂ້ທີ່ອັນຕະລາຍຄົນທີ່ເປັນມີເປີເຊັນເສຍຊີວິດໄດ້ ແຕ່ເພື່ອບໍ່ຢາກໃຫ້ມາລີກັງວົນໃຈເລີຍເວົ້າອອກໄປວ່າ
ໂທນີ: ຍຸງທີ່ມາດຸດເລືອດເຈົ້າຊ່າງເປັນຍຸງທີ່ບໍ່ຣົດນິຍົມ
ມາລີ: ໃຜບອກຍຸງໂຕນັ້ນມັນໂຊກດີກວ່າຖືກເລກ 5 ໂຕ ເພາະມັນໄດ້ດື່ມເລືອດສາວບໍລິສຸດ
ໂທນີຍິ້ມເບົາໆ: ເຮັດບຸນໄດ້ໂທດເນາະ ອຸສ່າບໍລິຈາກເລືອດໃຫ້ຍຸງ ແຕ່ກັບຕ້ອງມານອນປ່ວຍ
ມາລີ: ແມ່ນລ່ະ! ຍຸງມັນຊ່າງບໍ່ສຳນຶກບຸນຄຸນເລີຍ
ໂທນີ: ເອົາລ່ະ ເວົ້າຫຼາຍດຽວເຈົ້າສິເມື່ອຍ! ກິນໝາກ້ຽງບໍ່
ມາລີ: ກໍ່ດີ!
ໂທນີປອກໝາກກ້ຽງທີ່ຕົນເອງຊື້ມາໃຫ້ມາລີກິນ
ມາລີ: ໂທນີ! ເສັງເປັນແນວໃດ
ໂທນີ: ກໍ່ດີ
ມາລີນອນສະແຄງແລ້ວເວົ້າດ້ວຍນ້ຳສຽງສັ່ນໆຄ້າຍຄົດກຳລັງໄຫ້ກັ້ນ: ເຂົາບໍ່ໜ້າປ່ວຍຖືກຕອນເສັງເລີຍ
ໂທນີຮັບຮູ້ເຖິງຄວາມເສຍໃຈທີ່ມາລີມີຢູ່ແຕ່ກໍ່ຊ່ວງຫຍັງບໍ່ໄດ້ນອກຈາກນັ່ງເປັນເພື່ອນຢູ່ຂ້າງໆ
ໂທນີ: ຢ່າຄິດຫຼາຍ! ຄູບອກວ່າເມື່ອເຈົ້າຫາຍດີແລ້ວສາມາດກັບໄປເສັງຄືນໄດ້
ມາລີຫັນມາເບິ່ງໜ້າໂທນີ: ແທ້ຫວະ
ໂທນີ: ແທ້
ມາລີດີໃຈຈົນລືມຕົວຮ້ອງ ເຢ້! ເຢ້ ສຽງລັ່ນຫ້ອງ ຈົນຕົນໃນຫ້ອງຫັນມາເບິ່ງດ້ວຍສີໜ້າຕື່ນຕົກໃຈ
ຕອນແລງ ເມື່ອພໍ່ມາລີມາຮອດໂຮງໝໍ
ພໍ່ຫວັນເອົາມືໄປລູບຫົວມາລີເບົາໆຢ່າງອົບອຸ່ນ: ນາງຟ້າຂອງພໍ່ປ່ວຍເປັນນຳເຂົາເສີຍ
ມາລີຍິ້ມເບົາໆ: ພໍ່ກະຊ່າງວ່າ ເຖິງລູກຈະເປັນນາງຟ້າແຕ່ກໍ່ຍັງເປັນນາງຟ້າຕົວໜ້ອຍຢູ່ໃດ໋
ແມ່ເມສາ: ເອີ້ເຖົ້າ! ຂ້ອຍກັບລູກສິກັບເມືອເຮືອນກ່ອນເດີ້ ແລ້ວຕອນແລງຈິ່ງສິອອກມາພ້ອມກັບພໍ່ໂທນີ
ແມ່ມະລິ: ຂອບໃຈຫຼາຍໆເຖົ້າ ມື້ນີ້ເຈົ້າກໍ່ຢູ່ເຝົ້າລູກຊ່ວຍຂ້ອຍໝົດມື້ ແລະ ຍັງມີໂທນີອີກທີ່ມາຢູ່ເປັນເພື່ອນ້ອງ
ແມ່ເມສາ: ມັນເປັນສິ່ງທີ່ສົມຄວນແລ້ວ! ໄປເດີ້ ມື້ແລງສິມາໃໝ່
ພໍ່ຫວັນ: ໂອເຄມື້ແລງເຈີກັນ! ຂອບໃຈຫຼາຍໆ
ໃນລະຫວ່າງທາງຍ່າງອອກຈາກໂຮງໝໍ ໂທນີກັບແມ່ໄດ້ພົບກັບມັງກອນ ແລະ ເກສອນທີ່ຫອບເຄື່ອງຕ້ອນອີລຸງຕຸງນັງໄປໝົດຍ່າງມຸ່ງໜ້າໄປໃນຫ້ອງທີ່ມາລີຮັກສາຕົວຢູ່
ມັງກອນເຂົ້າໄປໃນຫ້ອງພ້ອມທັກທາຍມາລີກັບພໍ່ແມ່ດ້ວຍໃບໜ້າຍິ້ມແຍ້ມ: ສະບາຍດີພໍ່, ສະບາຍດີແມ່! ອ້າວຄົນງາມຂອງຂ້ອຍຕື່ນແລ້ວບໍ
ເກສອນ: ສະບາຍດີພໍ່ສະບາຍດີແມ່! ຈັ່ງໃດສ່ຽວ
ມາລີຍິ້ມຮັບ: ຍັງບໍ່ຕາຍງ່າຍ
ເກສອນ: ໜັງໜຽວ ກິນຫຼາຍຄືເຈົ້າເຢົາມະທູດເພິ່ນກໍ່ກ້າເອົາດອກ ຈັກໜ່ອຍເິ່ນກໍ່ໃຫ້ເຈົ້າຫາຍດີໄວໆລະໄລ່ອອກໂຮງໝໍສະ
ແມ່ມະລິຫົວຂຶ້ນ: ລູກເກສອນນີ້ກະຊ່າງເວົ້າເນາະ
ພໍ່ຫວັນ: ແລ້ວພວກເຈົ້າຫອບຫຍັງມາຫຼາຍແທ້
ມາລີ: ແມ່ນລ່ະຄືພາກັນເອົາມາຫຼາຍແທ້
ເກສອນ: ນິເດະ! ບອກວ່າເພິ່ນບໍ່ສະບາຍຕ້ອງບຳລຸງຫຼາຍ
ມັງກອນ: ແມ່ນລ່ະຄົນປ່ວຍຕ້ອງກິນຫຼາຍ ຈິ່ງຈະໄດ້ມີແຮງ
ມາລີ: ນີ້ມັນຫຼາຍໂພດບໍ່
ແມ່ມະລິ: ຊ່າງເທາະ! ຈັ່ງໃດກໍ່ຕ້ອງຂອບໃຈມັງກອນກັບເກສອນຫຼາຍໆ ທີ່ເປັນຫ່ວງມາລີ
ມັງກອນ: ພໍ່ແມ່! ມື້ນີ້ລູກຂໍອະນຸຍາດນອນເຝົ້າມາລີເປັນເພື່ອນພວກເຈົ້າເດີ້
ເກສອນ ກັບມາລີ ແນມເບິ່ງໜ້າມັງກອນ: ເອົາແທ້ຫວະ
ມັງກອນ: ມີຫຍັງໃຫ້ລັງເລ
ພໍ່ຫວັນ: ຢ່າເລີຍມື້ືອື່ນເຈົ້າຍັງມີຮຽນ ກັບເມືອພັກຜ່ອນອ່ານໜັງສືດີກວ່າ ສ່ວນທາງນີ້ບໍຕ້ອງເປັນຫ່ວງ
ມັງກອນ: ພໍ່ກັບແມ່ບໍ່ຕ້ອງເກງໃຈ ລູກຍິນດີສຸດໆທີ່ຈະໄດ້ຢູ່ດູແລມາລີ ເລື່ອງບົດຮຽນລູກກຽມໜັງສືມາອ່ານຮຽບຮ້ອຍແລ້ວ ເຝົ້າກັນຫຼາຍໆຄົນມີຫຍັງເກີດຂຶ້ນຈະໄດ້ຊ່ວຍໆກັນ
ເພື່ອບໍ່ໃຫ້ເສຍນ້ຳໃຈມັງກອນທີ່ມີຄວາມຕັ້ງໃຈອັນແຮງກ້າໃນການຂານອາສາເຝົ້າໄຂ້ຊ່ວຍພໍ່ກັບແມ່ມາລີເລີຍອະນຸຍາດໃຫ້ມັງກອນຊ່ວຍເຝົ້າໃນຄືນນີ້
ເມື່ອຮອດເວລາປະມານ 19:00 ໂມງ ເກສອນຂໍຕົວລາກັບ
ເກສອນ: ມາລີ ຄືນນີ້ເຂົາຢູ່ເປັນເພື່ອນເພິ່ນບໍ່ໄດ້ເດີ້ ພໍ່ແມ່ກັບເອື້ອຍເຂົາສິໄປດອງບໍ່ມີຄົນເຝົ້າເຮືອນ ໄວ້ມື້ອື່ນເຂົາສິມາຢາມເພິ່ນໃໝ່
ມາລີ: ກັບບ້ານດີໆລ່ະ! ຂອບໃຈທີ່ມາຢຽມ
ເກສອນຕົບບ່າມັງກອນ: ມີຄວາມຄືບໜ້າຫຍັງລະໂທມາລາຍງານເຂົາໄດ້ຕະຫຼອດ 24 ຊົ່ວໂມງເດີ້
ເກສອນ: ກັບກ່ອນເດີ້ພໍ່ແມ່
ພໍ່ແມ່ມາລີ: ຂອບໃຈລູກ! ກັບບ້ານປອດໄພ
ຫຼັງຈາກເກສອນກັບໄປຄອບຄົວໂທນີກໍ່ມາພ້ອມຂອງກິນ
ພໍ່ຈອນນີ: ຈັ່ງໃດນາງຟ້າຕົວນ້ອຍຂອງລຸງ
ມາລີ: ໝົດແຮງ
ພໍ່ຈອນນີ: ໂອ້! ແບບນີ້ຕ້ອງນອນສາກແບັດຫຼາຍມື້ເລີຍໃດ໋ເນາະ
ພໍ່ຈອນນີກັບພໍ່ຫວັນອອກໄປຢືນລົມກັນທາງນອກ ເພາະທາງໃນຫ້ອງແອອັດແລ້ວ
ແມ່ເມສາ: ມາລີແມ່ເຮັດແກງຈີດກະດູກໝູໃສ່ເຕົ້າຮູ້ຂອງໂປດທີ່ມາລີມັກກິນມາຝາກ! ອ້າຍໂທນີກໍ່ຊ່ວຍແມ່ເຮັດນຳໃດ໋
ມາລີເບິ່ງໜ້າໂທນີແລ້ວຍິ້ມ: ຂອບໃຈແມ່ເມສາ! ລູກຈະກິນໃຫ້ໝົດນ້ຳກໍ່ບໍ່ໃຫ້ເຫຼືອ
ແມ່ມະລິ: ຂອບໃຈເຖົ້າ
ແມ່ເມສາ: ແລ້ວຄືນໃຜເຝົ້າມາລີ
ແມ່ມະລິ: ມີເຮົາ! ພໍ່ມາລີ ແລະ ມັງກອນ
ໂທນີໄດ້ຍິນວ່າມັງກອນຈະມານອນເຝົ້າເຖິງຂັ້ນເຮັດຂິ້ວຫຍຸ້ງເກືອບຕິດກັນ ເພາະຮູ້ສຶກບໍ່ພໍໃຈ ມັງກອນທີ່ນັ່ງກອດເອິກຂ້າງໆມາລີກໍ່ເຮັດໜ້າເຊີດໃສ່ໂທນີ
ໂທນີເບື່ອທ່າທາງຂອງມັງກອນເລີຍຍ່າງອອກຈາກຫ້ອງ ເມື່ອໂທນີອອກຫ້ອງໄປມາລີເຖິງກັບໜ້າເສົ້າ ໂທນີໄດ້ຍ່າງໄປຫາພໍ່ຂອງມາລີທີ່ຢືນລົມກັບພໍ່ຕົນເອງເພື່ອລົມເລື່ອງໂຮງຮຽນ ກ່ອນທີ່ເຂົາຈະໄປນັ່ງຖ້າພໍ່ແມ່ທີ່ລົດ
ພໍ່ແມ່ໂທນີຢຽມໄຂ້ມາລີປະມານ 30 ນາທີກໍ່ຂໍຕົວກັບ ໃນລະຫວ່າງຂັບລົດກັບ
ແມ່ເມສາ: ໂທນີລູກຄືອອກມາຢູ່ລົດຄົນດຽວ! ຄືບໍ່ຢູ່ເປັນເພື່ອນລົມກັບມາລີກ່ອນ
ໂທນີຕອບແມ່ດ້ວຍສີໜ້າບຶ້ງຕຶງ: ເໝັນຢາ ແລະ ອີກຢ່າງຄົນຢູ່ກັບມາລີກໍ່ຫຼາຍຄົນແລ້ວ ລູກບໍ່ເຫັນມີຄວາມຈຳເປັນຕ້ອງຢູ່ບ່ອນນັ້ນກໍ່ໄດ້
ແມ່ເມສາ: ບໍ່ໄດ້ໃດ໋ລູກ! ຖ້າລູກຍັງຄິດແບບນີ້ແມ່ມີຫວັງຕ້ອງເສຍມາລີໃຫ້ກັບເພື່ອນທີ່ຊື່ມັງກອນແນ່ນອນ
ໂທນີ: ແມ່ເວົ້າຫຍັງຂອງແມ່ນິ! ເຫຼວໄຫລຫຼາຍລ່ະໃດ
ພໍ່ຈອນນີທີ່ຂັບລົດຢູ່ກໍ່ໄດ້ເວົ້າອອກມາ: ເຊົາເວົ້າເທາະແມ່ມັນ! ໂທນີເຮັດຖືກແລ້ວ! ລະເຈົ້າກໍ່ບໍ່ຄວນໄປຫຍຸ້ງເລື່ອງສ່ວນຕົວຂອງລູກຈົນເກີນຂອບເຂດ! ເລື່ອງມາລີຈະຄົບໃຜ ເລື່ອງລູກເຮົາຈະຄົບໃຜໃຫ້ພວກເຂົາຕັດສິນໃຈເອງ
ແມ່ເມສາ: ພໍ່ລູກພວກເຈົ້າຊ່າງບໍ່ເຂົ້າໃຈຂ້ອຍເລີຍ
ໂທນີກັບພໍ່ເຖິງກັບຖອນຫາຍໃຈ: ເຮີ້