ຕອນທີ 8 ເປັນພຽງເລື່ອງເຂົ້າໃຈຜິດ
ໂທນີນັ່ງແກ້ບົດເລກທີ່ຫ້ອງນອນ ນຶກຂຶ້ນໄດ້ວ່າໄດ້ຂະໜົມຄຸກກີ້ຈາກມາລີກໍ່ເລີຍຄິດວ່າຈະເອົາມາກິນເປັນຂອງຫວ່າງໃນລະຫວ່າງການຄົ້ນຄວ້າບົດເລກ ພຽງໂທນີກັດຄຸກກີ້ຄຳດຽວເຖິງກັບຜູ່ອອກຈາກປາກດ້ວຍຣົດຊາກທີ່ທັງເຄັມທັງຂົມ ຣົດຊາດຫ່ວຍສຸດບັນຍາຍ ໂທນີຟ້າວດື່ມນົມໝົດຈອກທັນທີເພື່ອໃຫ້ດັບຄວາມຂົມຄວາມເຄັມພາຍໃນປາກ
ໂທນີ: ນີ້ມັນຂະໜົມຫຼືຢາພິດ ເກືອບຕາຍແລ່້ວເຮົາ
ໂທນີເບິ່ງອອກໄປນອກປ່ອງຢຽມເຫັນຫ້ອງນອນມາລີປິດໄຟມືດເລີຍຈົ່ມພຶມພຳ: ຄືນນີ້ຄືນອນໄວແທ້
ທີ່ໜ້າຮົ້ວເຊົ້ານີ້ ມາລີຕ້ອງຕົກໃຈເມື່ອເຫັນໂທນີມາຢືນຖ້າພ້ອມລົດຖີບ ແຕ່ດ້ວຍຄວາມເສຍໃຈທີ່ໂທນີເລືອກເກສອນບໍ່ໄດ້ເລືອກຕົວເອງນາງຈິ່ງເຮັດຄືບໍ່ສົນໃຈໂທນີ ມື້ນີ້ມາລີຂີ່ລົດຈັກໄປໂຮງຮຽນ ເຊິ່ງມັນສ້າງຄວາມແປກໃຈມຶນງົງໃຫ້ໂທນີບໍ່ໜ້ອຍ
ມາລີຍ່າງເຂົ້າມາໃນຫ້ອງດ້ວຍສີໜ້າເບື່ອເຊັງບໍ່ເວົ້າກັບໃຜທັງນັ້ນ ຈາກຄົນທີ່ເຄີຍສົດໃສເຮຮາກໍ່ກາຍເປັນຄົນມິດງຽບ ເຊົ້ານີ້ທັງມັງກອນ ທັງເກສອນບໍ່ພາກັນມາໂຮງຮຽນ ມາລີເລີຍນັ່ງເສົ້າລຳພັງທີ່ໂຕະ ໂທນີເອົາປື້ມເພື່ອນນັກຮຽນທຸກຄົນໃນຫ້ອງ 5/1 ໄປສົ່ງອາຈານພ້ອມກັບສອນໄຊ ແຕ່ທາງຂຶ້ນໄປຫ້ອງການຊັ້ນສາມນັ້ນຕ້ອງຜ່ານຫ້ອງ 5/6 ກ່ອນ ເມື່ອໄປຮອດຫ້ອງ 5/6 ໂທນີ ກັບ ສອນໄຊຈິ່ງໄດ້ຢຸດແວ່ເບິ່ງ ສາວໆທີ່ຫ້ອງ 5/6 ເຫັນໂທນີກໍ່ພາກັນທັກທາຍເວົ້າຢອກ ມາລີກໍ່ຫັນມາເບິ່ງພຽງບຶດໜຶ່ງກໍ່ໝູບລົງໜ້າໂຕະ ເຊິ່ງຍິ່ງເຮັດໃຫ້ໂທນີແປກໃຈ ເພາະປົກກະຕິແລ້ວມາລີຖືວ່າເປັນຕິ່ງຕົວແມ່ຂອງລາວ ທຸກຄັ້ງທີ່ເຫັນໂທນີມາລີກໍ່ຈະມັກດີໃຈແບບອອກໜ້າອອກຕາແຕ່ມື້ນີ້ກັບຫງອຍເຫງົາດັ່ງຄົນຜິດຫວັງ ສ່ວນສອນໄຊແນມເຂົ້າໄປຫ້ອງບໍ່ເຫັນເກສອນກໍ່ຖອນໃຈ ເພາະຜິດຫວັງທີ່ບໍ່ໄດ້ເຫັນໜ້າເກສອນ
ໃນຕອນສວາຍຫຼັງຈາກທຸກຄົນກິນເຂົ້າສວາຍແລ້ວ ມາລີກໍ່ເກັບຕົວງຽບໃນຫ້ອງຄົນດຽວນອນໝູບໂຕະຕາມເຄີຍ ເກສອນຍ່າງມາດ້ວຍສີໜ້າບຶ້ງຕຶງ ພ້ອມກັບກ່ອງຂອງຂວັນເຂົ້າໄປຫາມາລີ
ເກສອນ: ມາລີໄປກັບເຂົາແນ່
ມາລີເງີຍໜ້າຂຶ້ນເບິ່ງເກສອນ: ໄປໃສ
ເກສອນ: ໄປຮອດແລ້ວຫາກສິຮູ້
ມາລີແນມເຫັນກ່ອນຂອງຂວັນໃນມືເກສອນ ເຖິງກັບໝູບລົງໜ້າໂຕະຄືນ: ເຂົາບໍ່ໄປ
ເກສອນ: ບໍ່ມີເວລາແລ້ວ! ໄປ! ໄປ
ເກສອນບໍ່ເວົ້າຫຼາຍເລື່ອງຫິ້ວມາລີຍ່າງມຸ່ງໜ້າໄປທີ່ຫ້ອງ 5/1 ເກສອນໄດ້ຖາມຫາຄົນຊື່ສອນໄຊ ແລະ ເພື່ອນນັກຮຽນໃນຫ້ອງບອກວ່າສອນໄຊຢູ່ທີ່ສວນດອກໄປຂ້າງໂຮງຮຽນ ດັ່ງນັ້ນເກສອນກໍ່ລາກມາລີໄປທີ່ສວນດອກໄມ້ນຳ ມາລີຮູ້ສຶກງົງກັບການກະທຳຂອງໝູ່
ມາລີ: ເພິ່ນສິນຳຫາຄົນຊື່ສອນໄຊເຮັດຫຍັງ
ເກສອນ: ເຫັນແລ້ວຫາສິຮູ້
ເກສອນໄປທີ່ສວນດອກໄມ້ຂ້າງໂຮງຮຽນ ກໍ່ເຫັນສອນໄຊຢູ່ກັບໂທນີ ແລະ ກໍ່ຜູ້ຍິງອີກຄົນນັ້ນກໍ່ຄືສຸພາພອນ ເກສອນຍ່າງໄປໃກ້ສອນໄຊພ້ອມຍື່ນກ່ອງຂອງຂວັນໃຫ້ ສອນໄຊກໍ່ຮັບເອົາກ່ອງຂອງຂວັນດ້ວຍສີໜ້າງົງໆ
ເກສອນ: ທຸກຢ່າງທີ່ເຈົ້າສົ່ງໃຫ້ຂ້ອຍສົ່ງຄືນ! ເຈົ້າຍັງບໍ່ແມ່ນຄົນນັ້ນຂອງຂ້ອຍ! ຂໍໂທດ
ເວົ້າຈົບເກສອນກໍ່ຟ້າວຍ່າງກັບໄປທ່າມກາງຄວາມມຶນງົງຂອງຜູ້ຄົນບໍລິເວນນັ້ນ ມາລີກໍ່ຟ້າວແລ່ນຕາມຫຼັງເກສອນໄປດ້ວຍສີໜ້າງົງແຕ່ກໍ່ແອບດີໃຈທີ່ກ່ອງຂອງຂວັນນັ້ນບໍ່ແມ່ນຂອງໂທນີ ແຕ່ເປັນຂອງສອນໄຊ
ການທີ່ເກສອນມາສົ່ງຂອງຂວັນຄືນແບບນີ້ເປັນການປະຕິເສດຮັກຢ່າງບໍ່ມີເຍື້ອໃຍ ເຊິ່ງຖືວ່າເປັນການກະທຳທີ່ໂຫດຮ້າຍເລືອດເຢັນ ສອນໄຊເຈັບປວດດັ່ງຖືກຟ້າຜ່າກາງແຈ້ງ ຖືກສາວຫັກອົກຕໍ່ໜ້າຜູ້ຄົນ ສອນໄຊໜ້າຊາມືສັ່ນບີບກ່ອງຂອງຂວັນສຸດແຮງຈົນກ່ອງຂອງຂວັນບຸ້ມ ສອນໄຊຈັບກ່ອງຂອງຂວັນຟາດລົງພື້ນພ້ອມເອົາຕີນຢຽບໆຈົນກ່ອງຂອງຂວັນທີ່ສວຍງາມບໍ່ຫຼົງເຫຼືອສະພາບເລີຍ
ພາກບ່າຍນີ້ສອນໄຊບໍ່ເຂົ້າຮັບຫ້ອງ ເພາະເຂົາກັບບ້ານເພື່ອຮັກສາບາດແຜໃນໃຈ ໂທນີກໍ່ບໍ່ຮູ້ວ່າຈະເຮັດແນວໃດເພາະຕົວເອງກໍ່ບໍ່ເຄີຍມີປະສົບການເລື່ອງຄວາມຮັກເລີຍບໍ່ຮູ້ຈະຊ່ວຍສອນໄຊແນວໃດດີ ແຕ່ກໍ່ຫວັງວ່າສອນໄຊຈະເອົາຊະນະຄວາມເຈັບປວດນີ້ໄປໄດ້
ເກສອນກໍ່ຮູ້ສຶກບໍ່ສະບາຍໃຈກັບການກະທຳຂອງຕົນເອງ ມັນອາດເປັນພຽງອາລົມຊົ່ວວູບເທົ່ານັ້ນ ເອກສອນຄິດແລ້ວຍິ່ງຮູ້ສຶກຜິດກັບການກະທຳຂອງຕົວເອງ
ເກສອນເວົ້າດ້ວຍສີໜ້ານ້ຳເສຍກັງວົນບວກກັບຄວາມຮູ້ສຶກຜິດ: ມາລີ! ເພິ່ນວ່າເຂົາໃຈດຳເກີນໄປບໍ່
ມາລີ: ເບິ່ງໃນແງ່ໜຶ່ງກໍ່ໃຈດຳໂພດ ແຕ່ເບິ່ງຕາມຄວາມຈິງແມ່ນບໍ່ດອກ ເລື່ອງຄວາມຮັກມັນບັງຄັບໃຈກັນບໍ່ໄດ້ ນີ້ອາດເປັນການທຳຮ້າຍແບບໂຫດຫ້ຽມໃນສາຍຕາຄົນອື່ນ ແຕ່ຖ້າຄິດດີການທີ່ບໍ່ຫຼອກຫຼວງຫົວໃຈຕົວເອງເພື່ອໃຫ້ຄວາມຫວັງຄົນອື່ນມັນເປັນສິ່ງທີ່ຖືກຕ້ອງ ເພາະບໍ່ໄດ້ທໍລະມານຕົວເອງ ແລະ ທໍລະມານຄົນອື່ນ
ເກສອນ: ແມ່ນບໍ່! ເຂົາກໍ່ຄິດແບບນັ້ນລະ ຈິ່ງເຮັດລົງໄປແນວນັ້ນ
ມັງກອນບໍ່ຮູ້ເລື່ອງເລີຍເຮັດໜ້າງົງໃນເມື່ອເຫັນສອງສາວເພື່ອນຮັກຂອງຕົນກຳລັງເວົ້າປອບໃຈກັນ
ມັງກອນ: ເປັນຫຍັງສອງສາວ
ເກສອນ: ງານເຂົ້າເຂົາແລ້ວເພິ່ນ
ມັງກອນ: ໃຜ! ໃຜລັງແກເພິ່ນ! ບອກມາດຽວເຂົາສິໄປຈັດໃຫ້
ມາລີ: ພໍ! ພໍ! ບໍ່ມີໃຜເຮັດຫຍັງໃຫ້ເກສອນດອກ
ມັງກອນ: ເອົ້າແລ້ວມັນເກີດຫຍັງຂຶ້ນ
ມາລີ: ໄວ້ມື້ໜ້າຈະເລົ່າສູ່ຟັງ: ໂອເຄ
ມັງກອນ: ໂອເຄ (ແບບງົງໆສົງໃສ)
ແຕ່ຄວາມລັບບໍ່ມີໃນໂລກຂ່າວທີ່ເກສອນປະຕິເສດຮັກສອນໄຊດັງໄປທົ່ວໂຮງຮຽນ ມັງກອນດີໃຈທີ່ເພື່ອນຮັກຂອງຕົນເກສອນໄປຫັກອົກສອນໄຊເພື່ອນຮັກຂອງໂທນີສັດຕູຫົວໃຈຂອງຕົນ ມັງກອນຈິ່ງໄດ້ຫົວຂຶ້ນດ້ວຍຄວາມສະໃຈ
ມັງກອນ: ໄປ! ສາວໆມື້ນີ້ປ໊າລ້ຽງ ຢາກກິນຫຍັງສັ່ງເຕັມທີ່
ເກສອນ,ມາລີ: ແທ້ນ່ະ!
ມາລີ: ຂ້ອຍສິສັ່ງອາຫານແພງໆມາກິນ
ທັງກອນ: ສຳລັບເຈົ້າບໍ່ມີຫຍັງແພງສຳລັບຂ້ອຍ
ເກສອນ: ແວ໋ະ! ລ້ຽນຈະຫຼອດເລີຍໂຕນິ
ຫຼັງຈາກຄວາມຈິງເລື່ອງກ່ອງຂອງຂວັນໄດ້ຖືກເປີດເຜີຍກໍ່ຄືກັບໄດ້ຄາຍບົມບັນຫາຄາໃຈຂອງມາລີໃຫ້ສິ້ນສຸດສົງ ຈາກເມື່ອວານທີ່ມາລີອາການໝົດອາໄລຕາຍຢາກຄ້າຍດອກໄມ້ແຫ່ວຂາດນ້ຳໃກ້ຕາຍ ກໍ່ກັບມາເປັນສາວນ້ອຍທີ່ມີຊີວິດຊີວາຄືແຕ່ເກົ່າ ມາລີທີ່ສວນດອກໄມ້ໜ້າບ້ານທັງຫົດນ້ຳດອກໄມ້ທັງເຕັ້ນໄປຮ້ອງເພງໄປ ຄວາມສົດໃສນ່າຮັກຂອງນາງເຮັດໃຫ້ບໍລິເວນນັ້ນເບິ່ງມີຊີວິດຊີວາຂຶ້ນ ໂທນີທີ່ຢືນເບິ່ງຂ້າງຮົ້ວກໍ່ມີຮອຍຍິ້ມ ເພາະຮູ້ສຶກຕະລົກໄປກັບທ່າເຕັ້ນແປກໆຂອງມາລີ ນັບຈາກວັນນັ້ນມາລີກໍ່ກັບມາຂີລົດຖີບໄລ່ຕາມຫຼັງໂທນີຄືເກົ່າ
ມາລີ: ໂທນີ! ຖ້າແນ່! ໂທນີ! ຫວໍ ສີ໋ ຮວນ ຫນີ່