ຕອນທີ 5 ຄູ່ແຂ່ງທາງຫົວໃຈ
ທີ່ຫ້ອງ 5/1 ສຸພາພອນສາວຄະນະຫ້ອງຄົນທີສາມ ນອກຈາກຈະເປັນດອກໄມ້ງາມປະຈຳຫ້ອງແລ້ວ ການຮຽນຂອງນາງກໍ່ບໍ່ນ້ອຍໜ້າໃຜນອກຈາກເປັນຮອງພຽງໂທນີ ແລະ ສອນໄຊ ເທົ່ານັ້ນ ມີຜູ້ຊາຍທັງໃນຫ້ອງ ແລະ ຫ້ອງອື່ນໆມາສົນໃນນາງຫຼາຍຄົນ ແຕ່ເບິ່ງຄືວ່າສາຍຕາຂອງນາງທັງສອງມີພຽງແຕ່ໂທນີເທົ່ານັ້ນ
ສຸພາພອນຖືປຶ້ມຍ່າງໄປຫາໂທນີທີ່ນັ່ງຢູ່ໂຕະຮຽນ: ໂທນີເຂົາມີເລືອງໃຫ້ຊ່ວຍ
ໂທນີ: ມີເລື່ອງຫຍັງ
ສຸພາພອນ: ເຂົາບໍ່ເຈົ້າໃຈຄຳຖາມເຄມີຂໍນີ້ເພິ່ນຊ່ວຍອະທິບາຍໃຫ້ເຂົາແນ່ໄດ້ບໍ່
ສອນໄຊ: ເຂົາຊ່ວຍອະທິບາຍກະໄດ້ໃດ໋
ສຸພາພອນ: ຢ່າແຫຼະ! ຂອບໃຈໄວ້ເທື່ອໜ້າເດີ້ສອນໄຊ
ຄວາມຈິງແລ້ວໂຈດເຄມີທີ່ສຸພາພອນເອົາມາຖາມໂທນີນັ້ນ ສຳລັບລະດັບຂອງສຸພາພອນແລ້ວມັນບໍ່ແມ່ນເລື່ອງຍາກທີ່ຈະຊອກຫາຄຳຕອບ ແຕ່ເພາະນາງຕ້ອງການຫາເຫດຜົນເຂົ້າໃກ້ໂທນີເທົ່ານັ້ນເອງ
ສຸພາພອນ: ຂອບໃຈເດີ້ທີ່ຊ່ວຍອະທິບາຍໃຫ້ເຂົາເຂົ້າໃຈ! ໄວ້ເຂົ້າສິຫາສິ່ງມາຕອບແທນ
ໂທນີ: ບໍ່ຈຳເປັນນີ້ບໍ່ແມ່ນເລື່ອງໃຫຍ່
ຊົ່ວໂມງພັກທ່ຽງນັກຮຽນບາງຄົນຄ້ານກັບບ້ານກໍ່ກິນເຂົ້າທີ່ໂຮງຮຽນເລີຍ ຊ່ວງນີ້ໂທນີ ແລະ ມາລີຂີ່ລົດຖີບມາກໍ່ຄ້ານກັບເຮືອນຈິ່ງກິນເຂົ້າສວາຍທີ່ໂຮງຮຽນ ເກສອນ ກັບ ມັງກອນກໍ່ປ່ຽນມາກິນເຂົ້າທີ່ໂຮງຮຽນເປັນໝູ່ມາລີ, ສຸພາພອນຮູ້ວ່າໂທນີກິນເຂົ້າສວາຍທີ່ໂຮງຮຽນນາງກໍ່ເລີຍຢູ່ກິນເຂົ້າສວາຍນຳ
ໂທນີ ແລະ ສຸພາພອນຍ່າງຮຽງກັນໄປທີ່ຮ້ານອາຫານ ບັງເອີນມາລີຢືນຢູ່ລະບຽງຊັ້ນສອງຂອງໂຮງຮຽນແນມລົງເຫັນຮູ້ສຶກໂມໂຫ ເລີຍຮ້ອງໃສ່ໂທນີ
ມາລີ: ຫວໍ ສີ໋ ຮວນ ຫນີ່ (2 ເທື່ອ) ພ້ອມໂບກມື
ສຽງຂອງມາລີດັງກ້ອງຈົນໂທນີໄດ້ຍິນເລີຍຢຸດຍ່າງແລ້ວຫັນຊອກຫາສຽງແລ້ວກໍ່ພົບມາລີເຈົ້າຂອງສຽງທີ່ຢືນຢູ່ເຖິງລະບຽບຊັ້ນສອງຂອງໂຮງຮຽນ ທັງໂທນີ ແລະ ສຸພາພອນໄດ້ແນມເບິ່ງມາລີດ້ວຍຄວາມແປກໃຈ
ສຸພາພອນ: ເວົ້າຫຍັງຂອງນາງ
ໂທນີມິດງຽບຍິ້ມມຸມປາກເບົາໆ ທັນໃດນັ້ນມັງກອນກໍ່ຍ່າງມາກອດຄໍມາລີຈາກດ້ານຫັງ ສີໜ້າຂອງໂທນີໄດ້ປ່ຽນໄປກາຍເປັນບຶ້ງຕຶງທັນທີຈາກທີ່ເຄີຍຢືນຫ່າງຈາກສຸພາພອນໄລຍະເປັນວາ ໂທນີກໍ່ຢັບເຂົ້າໃກ້ສຸພາພອນ ແລ້ວທັງຄູ່ກໍ່ຍ່າງຄຽງຂ້າງກັນໄປທີ່ຮ້ານອາຫານ
ມາລີຈັບແຂນຂອງມັງກອນທີ່ກອດຄໍຕົນອອກ ນາງວ່າຈະລົງໄປຍ່າງນຳໂທນີແຕ່ຖືມັງກອນດຶງໄວ້
ມັງກອນ: ສິໄປໃສອາຫານກຽມພ້ອມໝົດແລ້ວໝູ່ຖ້າກິນເຂົ້າຢູ່
ມັງກອນດຶງແຂນມາລີເຂົ້າໄປໃນຫ້ອງ ໂດຍທີ່ມາລີຍັງເບິ່ງຕາມຫຼັງໂທນີຢ່າງຕາລະຫ້ອຍ
ຕອນເລີກເມືອໂທນີ ແລະ ມາລີໄດ້ຂີ່ລົດຖີບຮຽງກັນເມືອ
ມາລີ: ຄົນນັ້ນແມ່ນໃຜ
ໂທນີ: ຄົນໃດ
ມາລີ: ຜູ້ຍິງຄົນນັ້ນຫັ້ນນ່າ
ໂທນີ: ສຸພາພອນ
ມາລີ: ຜູ້ງາມເນາະ
ໂທນີ: ນາງເປັນພຽງເພື່ອນຮ່ວມຫ້ອງຮຽນ
ແລ່ວໂທນີກໍ່ຖີບລົດກາຍມາລີເພື່ອເຂົ້າເຮືອນ ມາລີຢືນຊຶງທີ່ໜ້າປະຕູຮົ້ວພ້ອມັງພຶມພຳເບົາໆຄົນດຽວ
ມາລີ: ເປັນພຽງເພື່ອນຮ່ວມຫ້ອງຮຽນ ສະແດງວ່າຄວາມສຳພັນເປັນເພື່ອນທຳມະດາທົ່ວໄປ! ສະບາຍໃຈແລ້ວເຮົາ
ເຊົ້າວັນຕໍ່ມາກ່ອນຈະອອກຈາກເຮືອນແມ່ຂອງໂທນີໄດ້ກຽມເຂົ້າໃສ່ປິນໂຕໃຫ້ລູກຊາຍຖືໄປໂຮງຮຽນ 2 ກ່ອງ
ແມ່ເມສາ: ລູກຊາຍຍຍຍ! ເອົານີ້ໄປກິນ
ໂທນີ: ແມ່! ເຮົາກິນຄົນດຽວຄືມີສອງກ່ອງ
ແມ່ເມສາ: ກ່ອງໜຶ່ງເປັນຂອງລູກ ສ່ວນອີກກ່ອງແມ່ຝາກໄປໃຫ້ມາລີ
ໂທນີໜ້າເຊັງ: ເຮົາສິເອົາໄປກ່ອງດຽວ
ແມ່ເມສາ: ບໍ່ໄດ້! ແມ່ຕັ້ງໃຈໄວ້ແລ້ວ
ໂທນີ: ແຕ່ວ່າເລື່ອງຫຍັງເຮົາຕ້ອງເອົາໄປໃຫ້ລາວນຳ
ແມ່ເມສາເຮັດໜ້າຈິງຈັງ: ນີ້ເປັນຄຳສັ່ງຂອງແມ່ລູກຕ້ອງເອົາໄປ ບໍ່ມີຄຳວ່າແຕ່! ໂອເຄ
ໂທນີຖອນຫາຍໃຈໃຫຍ່ ຈຳໃຈຈັບເອົາຖົງກ່ອງເຂົ້າທັງສອງໄປທີ່ໂຮງຮຽນ
ເລີກຮຽນຕອນສວາຍໃນລະຫວ່າງຄົນກຳລັງລັ່ງອອກຫ້ອງ ໂທນີພ້ອມຖົງກ່ອງເຂົ້າສີບົວລາຍຄິດຕີ້ຫວານແຫວ໊ວຍ່າງມຸ້ງໜ້າໄປທີ່ຫ້ອງ 5/6 ຄົນພາກັນຫຼຽວເບິ່ງ ເຊິ່ງເປັນບັນຍາກາດທີ່ອຶດອັດທີ່ສຸດອີກເຫດການໜຶ່ງທີ່ໂທນີເຄີຍພົບເຈີ ໂທນີໄດ້ໄປຢືນທີ່ປ່ອງຢຽມຂອງຫ້ອງ 5/6 ສາຍຕາຂອງເຂົາກວດຫາມາລີ ເພື່ອນໆໃນຫ້ອງໂດຍສະເພາະສາວໆຕ່າງກີ໊ດກ໊າດທີ່ເຫັນໂທນີມາຢືນທີ່ປ່ອງຢຽມຂອງຫ້ອງ ພວກເຂົາຕ່າງສົງໃສວ່າໂທນີມານີ້ເຮັດຫຍັງ? ມາຫາໃຜ!
ໂທນີ: ມາລີມານີ້
ທຸກຄົນເຖິງກັບອຶ້ງເມື່ອໂທນີເອີ້ຍຊື່ມາລີ ມາລີເອງກໍ່ກະອຶກກະອັກເຮັດຕົວບໍ່ຄ່ອຍຖືກຍ່າງອອກໄປຫາໂທນີທີ່ໜ້າຫ້ອງ
ມາລີ: ມີຫຍັງ
ໂທນີຢື່ນຖົງກ່ອງເຂົ້າໃຫ້: ແມ່ຝາກມາໃຫ້
ແລ້ວໂທນີກໍ່ຍ່າງຈາກໄປດ້ວຍການເກັບອາການເຂີນໄວ້ໃນໃຈ
ຂ່າວທີ່ໂທນີເອົາຖົງເຂົ້າໄປໃຫ້ມາລີເຖິງຫ້ອງດັງໄປທົ່ວໂຮງຮຽນ ສະນັ້ນຈິ່ງເຮັດໃຫ້ມາລີກາຍເປັນຄົນດັງໄປທັນທີ ມີສາວໆຈາກທັງໂຮງຮຽນປ່ຽນກັນມາເບິ່ງໜ້າມາລີ ແຕ່ແນ່ນອນວ່າບໍ່ໄດ້ມາແບບເປັນມິດ ເພາະຕອນນີ້ພວກເຂົາຖືວ່າ ມາລີເປັນສັດຕູຫົວໃຈໝາຍເລກໜຶ່ງ
ມາລີໄດ້ຮັບຖົງກ່ອງເຂົ້າຈາກໂທນີທຸກມື້ຈົນສາວໆຫຼາຍຄົນອິດສາ ແລະ ສ້າງຄວາມບໍ່ພໍໃຈໃຫ້ມັງກອນ
ມັງກອນ: ຫ້າມເພິ່ນກິນເຂົ້າທີ່ໝໍນັ້ນສົ່ງມາໃຫ້
ມາລີ: ເປັນຫຍັງ! ນີ້ແມ່ນອາຫານທີ່ແມ່ໂທນີເຮັດຝາກມາໃຫ້
ມັງກອນ: ນັບຈາກມື້ອື່ນເຂົາສິເປັນຄົນເຮັດອາຫານມາໃຫ້ເພິ່ນເອງ! ແລ້ວຕໍ່ໄປກໍ່ຫ້າມເພິ່ນຮັບຖົງເຂົ້າຈາກໝໍນັ້ນອີກ
ທີ່ຕັ່ງມ້າຂ້າງເດີ່ນບານ
ສອນໄຊ: ເຮີ້ຍ! ໄດ້ຂ່າວວ່າສົ່ງເຂົ້າສາວຫ້ອງ 5/6 ທຸກມື້ເລີຍຫວະຊ່ວງນິ
ໂທນີ: ຕາມນັ້ນແຫຼະ
ສອນໄຊ: ມັກລາວຫວະ! ຈິ່ງໄດ້ສົ່ງເຂົ້າໃຫ້ລາວທຸກມື້
ໂທນີ: ມັກຫວະ… (ມິດງຽບ)
ສອນໄຊ: ເຮີ້ຍ! ມາລະສຸພາພອນຂອງເຈົ້າ
ໂທນີ: ລາວບໍ່ແມ່ນຂອງຂ້ອຍ
ສຸພາພອນຍ່າງມຸ່ງໜ້າມາຫາໂທນີ ແລະ ສອນໄຊດ້ວຍຮອຍຍິ້ມ ພໍໃກ້ຈະຍ່າງມາຮອດໂທນີພັດລຸກຍ່າງຕັ່ງແລ້ວຍ່າງມຸ່ງໜ້າໄປທາງຫ້ອງຮຽນຢ່າງງຽບໆ
ສອນໄຊ: ເຮີ້ຍ! ບໍ່ຖ້າສາວກ່ອນຫວະ
ສຸພາພອນເຮັດໜ້າເສົ້າຄືຖືກຫັກໜ້າກາງອາກາດເມື່ອເຫັນໂທນີຍ່າງໄປຈາກບ່ອນນັ້ນແບບບໍ່ສົນໃຈຕົນ