ສະຫວັນຊັ້ນຈາຕູມມະຫາຣາຊິກາ ມີທ້າວມະຫາຣາດທັງ 4 ເປັນຜູ້ປົກຄອງ ເບິ່ງແຍງ ຄອຍແບ່ງກັນປົກຄອງດັ່ງນີ້:
1. ດ້ານທິດຕາເວັນອອກ ເປັນທີ່ຢູ່ຂອງທ້າວຕະຖະຣະຖະ ມີພວກຄັນທັບເປັນບໍຣິວານ, ພວກຄັນທັບນີ້ເປັນເທວະດາພວກໜຶ່ງ ເຊິ່ງມີຄວາມຖະໜັດໃນການດົນຕຣີ , ສີລະປະການຂັບລໍາ ຟ້ອນ ຕຸຣິຍາງຄະສີນ, ເມື່ອໃດເທວະດາທັງຫຼາຍຊຸມນຸມກັນເພື່ອຄວາມບັນເທິງສະໜຸກສະໜານ ເມື່ອນັ້ນພວກຄັນທັບ ກໍຈະໄປທຳໜ້າທີ່ຂັບກ່ອມບັນເລງເພງ ແລະຟ້ອນລຳເພື່ອຄວາມສຳລານຂອງເທວະດາເຫຼົ່າອື່ນ.
2. ດ້ານທິດໃຕ້ ເປັນທີ່ຢູ່ຂອງທ້າວວິຣູປັກຂະ ມີພວກນາຄເປັນບໍຣິວານ ນາກໜີເປັນພວກກາຍທິບພວກໜຶ່ງ ມີຣິດເດດມາກ ເພາະພຽງແຕ່ພົ່ນພິດຂອງນາກຕ້ອງບຸກຄົນໃດບຸກຄົນໜຶ່ງ ກໍສາມາດຕັດເອົາຜິວໜັງຂອງບຸກຄົນນັ້ນ ແລະທຳໃຫ້ເຖິງແກ່ຄວາມຕາຍໄດ້ໃນພິບຕາດຽວ, ພວກນາກຮູ້ຈັກນິຣະມິດເປັນມະນຸດ, ສັດ, ແລະເປັນເທວະດາ, ເພື່ອທ່ອງທ່ຽວໄປຕາມ ສະຖານທີ່ຕ່າງໆ ຕາມອັດທະຍາໄສໄດ້ຢ່າງສະໜຸກສຳລານ, ຫາກບຸກຄົນໃດໄດ້ຍິນໄດ້ຟັງວວ່າພວກນາກມີອາຍຸຍືນ ມີວັນນະງາມ ມີຄວາມສຸກມາກ ທຳໃຫ້ຊອບໃຈ ແລ້ວທຳຄວາມງາມຄວາມດີດ້ວຍກາຍ ວາຈາ ແລະໃຈ ພ້ອມທັງປາຖະໜາໄປເກີດເປັນນາກ ບຸກຄົນນັ້ນລະໂລກນີ້ແລ້ວກໍຈະໄປເກີດເປັັນນາຄໃນຊາດຕໍ່ໄປຕາມຄວາມປາຖະໜາ.
4. ດ້ານທິດເໜືອ ເປັນທີ່ຢູ່ຂອງທ້າວເວດສຸວັນ ຫຼືທ້າວເວດສະຫວັນ, ທ້າວເວດສຸວັນມີພວກຍັກເປັນບໍຣິວານ ຍັກນີ້ເປັນພວກກາຍທິບພວກໜຶ່ງ ມີສັນດານແຕກຕ່າງກັນໄປ ບາງຕົນກໍມີສັນດານດີປະກອບດ້ວນສິນທັມ, ບາງຕົນມີສັນດາຮ້າຍເຕັມໄປດ້ວຍ ໂລພະ ໂທສະ ໂມຫະ ເປັນອັນທະພານມີຈິດໃຈກ້າຫານ ຮ້າຍກາຍກາດ.
– ທ້າວເວດສຸວັນ ມີຊື່ອີກຢ່າງຮຽກອີກຢ່າງໜຶ່ງວ່າ ທ້າວກຸເວນ ເພາະສະໄໝທີ່ທີ່ໂລກຍັງວ່າງຈາກພຣະພຸດທະສາສນາ ບໍ່ມີພຣະສັມມາສັມພຸດທະເຈົ້າ ສະເດັດອຸບັດນັ້ນ ມີພຣາມຜູ້ໜຶ່ງມີນາມວ່າ ກຸເວຣະ ເປັນຄົນມີຈິດໃຈເມດຕາກະຣຸນາ ປະກອບສັມມາຊີບດ້ວຍ ການທຳໄຮ່ອ້ອຍ ນຳຕົ້ນອ້ອຍຕັດໃສ່ລົງໄປໃນຫີບເຄື່ອງຍົນ ແລ້ວບີບນ້ຳອ້ອຂາຍລ້ຽງຊີບ ແລະບຸດພັນລະຍາ ຕໍ່ມາກິດຈະການຈະເຣີນຂຶ້ນ ຈົນເປັນເຈົ້າຂອງຫີບອ້ອຍເຖິງ 7 ເຄື່ອງ ຈຶ່ງສ້າງທີພັກຮັບຄົນເດີນທາງ ແລະບໍຣິຈາກນ້ຳອ້ອຍຈາກຫີບເຄື່ອງຍົນນັ້ນ ເຄື່ອງມີປະຣິມານອ້ອຍ ຫຼາຍກວ່າເຄື່ອງຍົນເຄື່ອງອື່ນໆ ໃນເປັນທານແກ່ຄົນເດີນທາງຜ່ານໄປມາຕລອດອາຍຸໄຂຍ໌.
– ດ້ວຍອຳນາດແຫ່ງບຸນກຸສົນທີ່ບໍຣິຈາກນໍ້າອ້ອນໃຫ້ເປັນທານນັ້ນ ທຳໃຫ້ກຸເວຣະໄດ້ໄປອຸບັດເປັນເທພບຸດຢູ່ເທິງສະຫວັນຊັ້ນ ຈາຕຸມມະຫາຣາຊິ ການມີນາມວ່າ “ກຸເວຣະເທບພະບຸດ” ຕໍ່ມາກຸເວຣະເທພບຸດ ໄດ້ເທວາພິເສກເປັນຜູ້ປົກຄອງເບິ່ງແຍງພຣະນະຄອນດ້ານທິດເໜືອ ຈຶ່ງໄດ້ມີພຣະ ນາວ່າ “ທ້າວເວສສຸວັນ ຫຼືເສສະຫວັນ”
ທ້າວ ຈະຕຸໂລກະບານທັງ 4 ບາງຄັ້ງຮຽກວ່າທ້າວມະຫາຣາຊທັງ 4 ມີ: 1. ທ້າວທະຕະຣະຖະ: ຢູ່ທາງທິດຕາ້ເວັນອອກ ຂອງພຸເຂົາສິເນຣຸເປັນຜູ້ປົກຄອງຄັນທັບພະເທວະດາທັງໝົດ. 2. ທ້າວວິຣູລະຫະກະ: ຢູ່ທາງທິດໃຕ້ຂອງພູເຂົາສິເນຣຸ ເປັນຜູ້ປົກຄອງກຸມພັນເທວະດາທັງໝົດ. 3. ທ້າວວິຣູປັກຂະ: ຢູ່ທາງທິດຕາເວັນຕົກຂອງເຂົາສິເນຣຸ ເປັນຜູ້ປົກຄອງນາຄະເທວະດາທັງໝົດ. 3. ທ້າວກຸເວຣະ ຫຼືທ້າວເວສສຸວັນນ ຢູ່ທາງທິດເໜືອຂອງພູເຂົາສິເນຣູ ເປັນຜູ້ປົກຄອງຍັກຂະເທວະດາທັງໝົດ, – ເທວະດາທີ່ຢູ່ພາຍໃຕ້ການປົກຄອງທ້າວຈະຕຸມະຫາຣາຊ ຄື: 1. ປັພພັຖຖະເທດວະດາ: ເທວະດາທີ່ອາໄສພູເຂົາຢູ່. 2. ອາກາສັຖຖະເທວະດາ, ເທວະດາທີ່ອາໄສຢູ່ໃນອາກາດ. 3. ຂິທທາກະໂທສິກະເທວະດາ: ເທວະດາທີ່ມີຄວາມເພີດເພິນໃນການຫຼິ້ນກິລາ ຈົນລືມບໍຣິໂພກອາຫານແລ້ວຕາຍ. 4. ມະໂນປະໂທສິກເທວະດາ: ເທວະດາທີ່ຕາຍເພາະຄວາມໂກດ. 5. ສີຕະວະລາຫະກະເທວະດາ: ເທວະດາທີ່ທໍາໃຫ້ອາກາດເຢັນເກີດຂຶ້ນ. 6. ອຸນຫະວະລາຫະກະເທວະດາ: ເທວະດາທີ່ທຳໃຫ້ອາກາດຮ້ອນເກີດຂຶ້ນ. 7. ຈັນທິມະເທວະປຸຕຕະເທວະດາ: ເທວະດາທີ່ອາໄສຢູ່ພຣະຈັນ. 8. ສຸຣິຍະເທວະປຸຕຕະເທວະດາ: ເທວະດາທີ່ອາໄສຢູ່ໃນພຣະອາທິດ.
ຈະຕຸໂລກະບານ: – ທ້າວມະຫາຣາດທັງ 4 ຍັງມີໜ້າທີ່ເປັນຈະຕຸໂລກະບານທັງ 4 ຄືເປັນຜູ້ຄຸ້ມຄອງ ແລະກວດກາເບິ່ງໂລກເຊິ່ງເປັນທີ່ຢູ່ຂອງມະນຸດ 4 ທິດ ອີກ, ໂດຍວັນ 8 ຄ່ຳ ອຳມາດຂອງທ້າວມະຫາຣາດທັງ 4 ຈະເປັນຜູ້ກວດເບິ່ງໂລກ; ສ່ວນວັນ 15 ຄ່ຳ ທ້າວມະຫາຣາດທັງ 4 ຈະເປັນຜູ້ກວດການ ເບິ່ງແຍງໂລກເອງ ວ່າພວກມະນຸດພາກັນບໍຳຣຸງບິດາມານດາ, ສະມະນະຊີພຣາວມວັດວາພຸດທະສາສນາ ໄຫວ້ພຣະສູດມົນ, ທັງເປັນຜູ້ນອບນ້ອມຜູ້ໃຫຍ່ໃນຕະກູນ ຮັກສາອຸໂປສົດສິນ ແລະທຳບຸນກຸສົນເປັນຈຳນວນຫຼາຍຫຼືນ້ອນຫຼືບໍ່. – ຄັນກວດກາເບິ່ງແລ້ວ ຈະໄປບອກແກ່ພວກເທບຊັ້ນດາວະດຶງ ເຊິ່ງມາປະຊຸມກັນໃນສຸທັມມສເທວະສະພາ, ຖ້າໄດ້ຟັງວ່າພວກມະນຸດທຳດີນ້ອຍ ພວກເທບະດາຊັ້ນກໍມີໃຈຫົດຫູ່ ເພາະກາຍທີບຈະລົດນ້ອຍຖອຍລົງ, ອະສຸຣະກາຍຈະເພິ່ມພູນຂຶ້ນ ແຕ່ຖ້າໄດ້ຟັງວ່າພວກມະນຸດທຳດີຫຼາຍ ພວກເທຍຊັ້ນດາວະດິງ ກໍມີໃຈຊື່ນບານ ເພາະທິພການຈະເພີ່ມພູນ ອະສຸຣະກາຍຈະລົດນ້ອຍ ຖອຍລົງ.
ຕຳນານອາຕານາຕິຍະປະຣິຕ, ອານາຕິຍະສູດກ່າວໄວ້ວ່າ. – ໃນສະໄໝໜຶ່ງ ເມື່ອພຣະພຸດທະເຈົ້າປະທັຍ ນະທີ່ເຂົາຄິຊກູຕ ເມືອງຣາຊະຄືຫະ ທ້າວຈາຕະມະຫາຣາດມາເຝົ້າ, ຄືທ້າວທະຕະຣະຖະ, ທ້າວວິຣຸລະຫະກະ, ທ້າວວິຣູປັກຂະ ແລະທ້າວກຸເວຣະ, ພ້ອມດ້ວຍບໍຣິວານອັນໄດ້ແກ່ ຄັນທັພພະ, ກຸມພັນດະ, ນາຄະ ແລະຍັກຂ໌ ມາເຝົ້າ ພຣະພຸດທະເຈົ້າ, ທ້າວມະຫາຣາຊເຫຼົ່ານີ້ບາງຄັ້ງກໍຮຽກວ່າ ຈະຕຸໂລກະບານ(ຜູ້ຮັກສາຍັງໂລກທັງ 4) ເຊິ່ງເປັນຜູ້ນັບຖືພຣະພຸດທະສາສນາ, ເມື່ອໄດ້ເຂົ້າເຝົ້າພຣະພຸດທະເຈົ້າທ້າວກຸເວຣະຂາບທູນວ່າ ອະມະນຸດທີ່ເປັນບໍຣິວານຂອງຈະຕຸໂລກະບານ ບາງພວກກໍເຫຼື້ອມໃສພຣະພຸດທະເຈົ້າ, ບາງພວກກໍບໍ່ເຫຼື້ອມໃສ ເພາະພຣະອົງຊົງສະແດງທັມໃຫ້ຖືສິນ 5 ຄືໃຫ້ລະເວັ້ນຈາກການຂ້າສັດ, ການລັກຊັບ, ການປະພຶດຜິດໃນກາມ, ການເວົ້າຕົວະ ແລະການດື່ມສຸຣາແຕ່ ອະມະນຸດ ແລະຍັກຍັງມັກທຳບາບເຫຼົ່ານີ້ ຈຶ່ງຂັດໃຈ ບໍ່ຄ່ອຍເຫຼື້ອມໃສ ພວກສາວົກຂອງພຣະອົງທີ່ປະກອບວິປັດສະນາທຸຣະ ໄປບໍເພັງສະມະຖະທັມໃນເສນາສະນະປ່າປ່ຽວ ເມື່ອບໍ່ມີສິ່ງປ້ອງຫັນ ອະມະນຸດກໍຈະຣົບກວນບຽດບຽນໃຫ້ລຳບາກ ຂໍພຣະອົງທົງຮັບເອົາເຄື່ອງປ້ອງກັນຮັກສາຄື ອາຕານາຕິປະຣິຕຳໄວ້ ຈະໄດ້ປະທານສາວົກສູດຈະທຳໃຫ້ອະມະນຸດເຫຼື້ອມໃສ ບໍ່ບຽດບຽຣພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ ແລະກັບມາຊ່ວຍຄຸ້ມຄອງຮັກສາໃຫ້ຢູ່ຢ່າງຜາສຸກແລ້ວ ຈຶ່ງກ່າວ ອາຕານາຕິຍະປະຣິຕ ຂຶ້ນໃນເວລານັ້ນວ່າ ວິປັສສິສສະ ນະມັຕຖຸ ເປັນຕົ້ນ. – ເມື່ອພຣະອົງຊົງຮັບແລ້ວ ທ້າວກຸເວຣະຈຶ່ງຂາຍທູນຕໍ່ໄປອີກວ່າ ຜູ້ທີ່ຈະເຣີນອານາຕິຍະປະຣິດດີແລ້ວ ອະມຸນຸດຈະບໍ່ທໍາຮ້າຍ ຖ້າອະມະນຸດຜູ້ ຍັງຝືນກະທຳຈະຜ່າຍແພ້ປາຣາໄຊໄພຕົວເອງ ຈາກນັ້ນພຣະພຸດທະເຈົ້າ ຈຶ່ງນໍາມາຕັດເລົ່າໃຫ້ແຫ່ພຣະພິກຂຸທັງຫຼາຍຟັງໃນພາຍຫຼັງ
ຂໍ້ມູນຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ ນາງສາຍວາລິນ ບໍລະວົງ
ແຫລ່ງຂໍ້ມູນ: ບູຮານຄະດີ ແລະ ປະຫວັດສາດລາວ History Laos