spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 35

ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 35

Published on

ຕອນທີ 35

ເອກເລືອກທີ່ຈະມາຕັ້ງຫຼັກທີ່ແຂວງຜົ້ງສາລີ ເພາະຄັ້ງອາດີດໄດ້ຕົນເອງໄດ້ພາອາລີ້ມາທ່ຽວພູຟ້າ, ສວນຊາພັນປີ ແລະ ເດີນທາງໄປຊົມທຳມະຊາດ ແລະ ວິຖີການດຳລົງຊີວິດຂອງຄົນຊົນເຜົ່າອະຂ່າທີ່ປາກນ້ຳນ້ອຍ ເຖິງເວລາຈະຜ່ານໄປເປັນປີກວ່າແລ້ວ ແຕ່ເວລາທີ່ເອກກັບມາທ່ຽວຊົມສະຖານທີ່ພວກນີ້ທຸກຄວາມຊົງຈຳກໍ່ຍັງຄົງຄືເກົ່າອາຍກິນຂອງທຳມະຊາດ, ເຄຫາສະຖານທີ່, ອາຫານ ແລະ ຜູ້ຄົນທີ່ອາໃສຢູ່ທີ່ນີ້ເອກຍັງສຳພັດມັນໄດ້ບໍ່ປ່ຽນແປງ ແຕ່ມີສິ່ງໜຶ່ງທີ່ບໍ່ຄືເກົ່າ ເພາະການມາເທື່ອນີ້ບໍ່ມີຫວານໃຈຢ່າງອາລີ້ຮ່ວມເສັ້ນທາງມານຳ ອາດຈະເຮັດໃຫ້ເອກຮູ້ສຶກເຫງົາໃຈ ແຕ່ກໍ່ຫວັງວ່າຟ້າຈະເປັນໃຈເຮັດໃຫ້ໄດ້ພົບກັບນາງແບບບັງເອີນ.

ອາລີ້ຫຼັງຈາກລາສຶກອອກຈາກວັດກໍ່ເດີນທາງຂຶ້ນມາຫາເອື້ອຍຮັກມີຊື່ວ່າ “ໜູນາ” ທີ່ອະດີດເຄີຍແມ່ຄົວຢູ່ຮ້ານອາຫານຂອງນູ່ນີ່ເອື້ອຍຂອງເອກ ແຕ່ຫຼັງຈາກແຕ່ງງານກໍ່ອອກຈາກຮ້ານອານັ້ນແລ້ວມາເປີດກິດຈະ ການຮ້ານອາຫານແຖວໆນ້ຳຊອງ ເຊິ່ງເປັນຮ້ານອາຫານຕາມສັ່ງເປີດຮ້ານເວລາ 09:00 ໂມງເຊົ້າ – 23:00 ໂມງຄ່ຳ ເຊິ່ງອາລີ້ໄດ້ມາເປັນແມ່ຄົວຢູ່ທີ່ຮ້ານນີ້ເປັນເວລາກວ່າສອງເດືອນແລ້ວ ນາງເຮັດວຽກໜັກທຸກມື້ນອນເດິກຕື່ນເຊົ້າຕາມແບບສະບັບຂອງລູກຈ້າງ ໂດຍໄດ້ຮັບຄ່າຈ້າງເດືອນລະ 2 ລ້ານກີບ ກິນນອນກັບຮ້ານ, ຫຼັງເລີກວຽກທີ່ຫ້ອງນອນດ່ຽວຂອງນາງກ່ອນນອນທຸກຄືນອາລີ້ກໍ່ຈະຈັບເອົາຮູບແຕ້ມຂອງເອກທີ່ນາງແຕ້ມຂຶ້ນມາເອງແລ້ວໃສ່ໄວ້ໃນກອບຮູບທີ່ວາງນອນໄວ້ໝອນຂ້າງໆຂຶ້ນມາເວົ້າກັບຮູບທຸກຄືນ ເຊັ່ນຄືນນີ້ກໍ່ຄືກັນນີ້ລວມເປັນໄລຍະເວລາ 2 ເດືອນແລ້ວທີ່ອາລີ້ມີພຶດຕິກຳແບບນີ້

ອາລີ້ກ່າວກັບຮູບດ້ວຍສີໜ້າຄຳເວົ້າທີ່ມີຄວາມສຸກປົນເສົ້າ: “ອ້າຍເອກ! ມື້ນີ້ແຂກເຂົ້າຮ້າຍຫຼາຍໆ ນ້ອງເຮັດຂອງກິນຈົນຂີ້ແຮ້ຂອງຄັວນເລີຍ! ເມື່ອຍໆຕອນນີ້! ແຕ່ກໍ່ດີໃຈທີ່ລູກຄ້າສ່ວນໃຫຍ່ຍ້ອງວ່າອາຫານທີ່ນ້ອງເຮັດຫັ້ນແຊ໊ບວ່າຊັ້ນເດະ!” ອາລີ້ໄດ້ກອດຮູບຂອງເອກໄວ້ແລ້ວກໍ່ກ່າວຕໍ່ໄປອີກດ້ວຍສີໜ້າເສົ້າກັບຫົວໃຈທີ່ເຫງົາອອກໄປວ່າ: “ຖ້າຕອນນີ້ມີອ້າຍເອກຢູ່ຄຽງຂ້າງເຮົາກໍ່ຄົງນີ້! ອ້າຍເອກຄົງຈະບໍ່ປ່ອຍໃຫ້ເຮົາຕ້ອງເມື່ອຍຂະໜາດນີ້! ແລະ ຕອນນີ້ອ້າຍເອກຈະເປັນແນວໃດແນ່ນໍ້ຈະມີຄວາມສຸກດີຫຼືບໍ່! ຈະສະບາຍດີຫຼືບໍ່ ແລະ ຈະຄິດຮອດເຮົາ ຫຼື ບໍ່ນໍ້! ແຕ່ຕອນນີ້ນ້ອງຄິດຮອດອ້າຍເອກເຫຼືອເກີນ”

ເມື່ອເວົ້າຈົບຄວາມອາລີ້ກໍ່ເອົາຮູບຂອງເອກວາງໝູນໝອນ ແລະ ເອົາຜ້າຫົ່ມໄວ້ຄ່າເອິກລົງມາຄ້າຍມີເອກນອນຢູ່ຂ້າງກາຍຕະຫຼອດຄືນ ຄວາມຄະນຶງຫາ, ຄວາມຢາກພົບໜ້າຊາຍຄົນຮັກເລີ່ມກໍ່ຕົວຊັດເຈນຂຶ້ນທຸກມື້ ຕອນນີ້ຢາກໃຫ້ເອກໄດ້ຮັບຮູ້ໄວ້ວ່າ ນາງບໍ່ອາດປ່ອຍວາງບໍ່ອາດລືມເລືອນເອກໄປຈາກໃຈໄດ້ ເພາະຮອຍຍິ້ມ, ແວວຕາ ແລະ ຄວາມດີຂອງເອກນັ້ນຄືທີ່ເພິ່ງພາອັນແສນອົບອຸ່ນຂອງນາງ.

ເປັນເວລາສອງເດືອນແລ້ວທີ່ເອກໃຊ້ຊີວິດເປັນໜຸ່ມພະເນຈອນທ່ອງທ່ຽວໄປທົ່ວຈາກຜົ້ງສາລົງ, ມາບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລ້ວໃນທີ່ສຸດເອກກໍ່ເດີນທາງມາຮອດເມືອງວັງວຽງແຂວງວຽງຈັນໃນຕອນສວາຍ ແລະ ໄດ້ເຂົ້າພັກໃນໂຮງແຮມແຫ່ງໜຶ່ງ ທີ່ຕັ້ງຢູ່ໃກ້ກັບສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງເມືອງວັງວຽງ ເຂດນ້ຳຊອງ, ມີວັນໜຶ່ງເອກໄດ້ຂີ່ລົດຖີ້ມເລາະກິນລົມຊົມວິວ ເກີດຮູ້ສຶກເມື່ອຍ ແລະ ຮູ້ສຶກຫິວ ເອກຈິ່ງໄດ້ເຂົ້າໄປນັ່ງທີ່ຮ້ານອາຫານຕາມສັ່ງຮ້ານໜຶ່ງ ແລະ ໄດ້ສັ່ງເຂົ້າພັກໄຂ່ດາວມາ 1 ຈານ ພ້ອມກັບນ້ຳດື່ມຕຸກນ້ອຍມາ 1 ຕຸກ. ຄຳທຳອິດທີ່ເອກກິນເຂົ້າພັດນັ້ນລົງໄປເອກຮູ້ສຶກຄືກັບວ່າຣົດຊາດເຂົ້າພັດມັນຄຸ້ນໆຄືກັບເຄີຍກິນອາຫານຣົດຊາດແບບນີ້ມາກ່ອນ ແຕ່ມັນດົນມາແລ້ວ ເອກກິນເຂົ້າພັດໄປ ແລະ ກໍ່ຄິດຮອດອາລີ້ຍິງຄົນຮັກໄປ ເມື່ອກິນແລ້ວຈ່າຍເງິນເອກກໍ່ຍ່າງອອກມາຈາກຮ້ານ ແລະ ຂີ່ລົດຖີບຕາມພາສານັກທ່ອງທ່ຽວ ແຕ່ໃນຂະນະທີ່ລາວຖີບລົດກິນລົມຊົມວິວຢູ່ນັ້ນເອກກໍ່ຄິດຮອດເຖິງອາລີ້ຍິງຄົນຮັກຖ້າເວລານີ້ມີນາງມາຖີບລົດຫຼິ້ນເປັນເພື່ອນເຂົາຄົງມີຄວາມສຸກຫຼາຍກວ່ານີ້, ຣົດຊາດຂອງເຂົ້າພັດ ມັນເປັນຕົ້ນເຫດທີ່ນຳພາເອກມາກິນເຂົ້າທີ່ຮ້ານນີ້ທຸກຄາບທັງເຊົ້າ, ສວາຍ, ແລງ 2 ມື້ແລ້ວທີ່ເອກມາກິນອາຫານທີ່ຮ້ານນີ້ ເພາະມາກິນເທື່ອໃດກໍ່ເຮັດໃຫ້ເອກຮູ້ສຶກວ່າໄດ້ກິນສີມືຄົວຂອງອາລີ້ຍິງຄົນຮັກ ເຊິ່ງບໍ່ໄດ້ກິນມາດົນນານແລ້ວ ເອກມີຄວາມຢາກຮູ້ວ່າແມ່ຄົວທີ່ຂົ້ວເຝີເສັ້ນໃຫຍ່ນີ້ແມ່ນໃຜມີໜ້າຕາແນວໃດ ເປັນຜູ້ຍິງ ຫຼື ຜູ້ຊາຍທີ່ເຮັດ ເປັນຫຍັງຣົດຊາດອາຫານມັນຈິ່ງຄຸ້ນປາກຄ້າຍກັບສີມືຂອງຄົນໆໜຶ່ງແທ້ ລາວຈິ່ງໄດ້ຖາມກັບພະນັກງານເສີບຂອງຮ້ານໃນເວລາຈ່າຍເງິນ

ເອກ: “ນ້ອງໆ! ອ້າຍຂໍລົມນຳແນ່ຈັກບຶດໜຶ່ງ! ອ້າຍຢາກຂໍພົບແມ່ຄົວ ຫຼື ພໍ່ຄົວຜູ້ທີ່ຂົ້ວເຝີເສັ້ນໃຫຍ່ຈານນີ້ແນ່ຈະໄດ້ບໍ່”
ພະນັກງານເສີບຖາມຄືນດ້ວຍແປກໃຈເລັກນ້ອຍ: “ເຝີເສັ້ນໃຫຍ່ນີ້ເປັນແນວໃດອ້າຍມັນມີຫຍັງຂາດຕົກບົກຜ່ອງບໍ”
ເອກ: “ຄືວ່າອາຫານຈານນີ້ແຊ໊ບຫຼາຍອ້າຍເລີຍຢາກເຫັນໜ້າຄົນຂົ້ວ”
ພະນັກງານເສີບຍິ້ມເບົາໆ: “ຂອບໃຈທີ່ມັກອາຫານຂອງທາງຮ້ານພວກເຮົາ! ແຕ່ຖ້າອ້າຍຕ້ອງການພົບກັບແມ່ຄົວຂອງທາງຮ້ານພວກເຮົາໃນເວລານີ້ນ້ອງຕ້ອງຂໍໂທດນຳຫຼາຍ ເພາະຕອນນີ້ແຂກເຂົ້າຮ້ານຫຼາຍ ນ້ອງເກງວ່າແມ່ຄົວຂອງຮ້ານເຮົາຈະຍັງບໍ່ຫວ່າງອອກມາພົບກັບອ້າຍ! ໄວ້ໂອກາດໜ້າເດີ້! ຂໍໂທດຫຼາຍໆ”
ເອກເຮັດໜ້າປິດຫວັງເລັກນ້ອຍ: “ອໍ…ອ້າຍເຂົ້າໃຈແລ້ວບໍ່ເປັນຫຍັງ”

ເຖິງຕອນນີ້ອາດຈະຍັງບໍ່ໄດ້ເຫັນໜ້າແມ່ຄົວ ຫຼື ພໍ່ຄົວທີ່ເຮັດອາຈານນີ້ ແຕ່ເອກກໍ່ບໍ່ຍົກເລີກຄວາມພະຍາ ຍາມ ຕອນຄ່ຳເອກກໍ່ມາກິນອາຫານທີ່ຮ້ານນີ້ອີກຄັ້ງຫວັງວ່າຕອນຄ່ຳຄົນຈະໜ້ອຍແຕ່ເອກມານັ່ງຖ້າເກືອບຊົ່ວໂມງແລ້ວ ເບິ່ງທ່າທາງມື້ນີ້ຄືສິບໍ່ໄດ້ພົບອີກ ເພາະຄົນເຂົ້າເຕັມຮ້ານບໍ່ຂາດສາຍ ເອກເລີຍອອກຈາກຮ້ານໄປກ່ອນ ແລະ ກໍ່ໄປນັ່ງດື່ມເບຍທີ່ຮ້ານອາຫານແຄມນ້ຳເພື່ອຂ້າເວລາ ໃນຂະນະທີ່ເຂົາກຳລັງນັ່ງດື່ມເບຍຟັງເພງຢູ່ນັ້ນກໍ່ມີສາວງາມຄົນໜຶ່ງຍ່າງເຂົ້າມາຫາ ແລະ ກໍ່ຂໍນັ່ງເປັນເພື່ອນດື່ມ ເຊິ່ງເອກກໍ່ອະນຸຍາດ ສາວຄົນນັ້ນມີທ່າທີ່ສົນໃຈເອກຢູ່ບໍ່ນ້ອຍ

ສາວນ້ອຍ (ສາວໃນພລັບ): “ຂ້ອຍຊື່ນ້ອຍ! ຄົນຫຼໍ່ມີຊື່ວ່າແນວໃດ”
ເອກແນມເບິ່ງສາວນ້ອຍດ້ວຍສີໜ້າແວວຕາຊິນຊາກ່ອນຈະຕອບຊື້ຕົນໄປຕາມມາລະຍາດ: “ຂ້ອຍຊື່ເອກ”
ສາວນ້ອຍ: “ມາທ່ຽວຄົນດຽວຫວາບ່າວ! ຂ້ອຍຂໍນັ່ງນຳໄດ້ບໍ່”
ເອກ: “ເຊີນ”
ສາວນ້ອຍ: “ເຫດໃດຄົນຫຼໍ່ຄືເຈົ້າຈິ່ງມານັ່ງເຫງົາຢູ່ຄົນດຽວ ສົນໃຈໄປນັ່ງດື່ມທີ່ໂຕະນັ້ນກັບຂ້ອຍບໍ່”

ເອກແນມໄປເບິ່ງໂຕະທີ່ສາວນ້ອຍຊີ້ໄປ ເຊິ່ງຢູ່ຫ່າງຈາກໂຕະຂອງຕົວເອງທີ່ນັ່ງດື່ມຢູ່ປະມານ 5 ໂຕະ ໃນໂຕະນັ້ນມີສາວງາມປະມານ 3 ຄົນຄາດວ່າຄົງເປັນເພື່ອນໆຂອງສາວນ້ອຍ ແຕ່ເອກບໍ່ສົນໃຈ ໜ້າໂຕະຂອງເອກມີເບຍປະມານ 3 ປ໋ອງ ເອກໄດ້ຈົກເງິນຂຶ້ນມາວາງໄວ້ໜ້າໂຕະເພື່ອຈ່າຍຄ່າເບຍ ແລ້ວລຸກຂຶ້ນຈາກໂຕະ ສາວນ້ອຍກໍ່ຍິ້ມດີໃຈ ຄິດວ່າເອກຈະຍ້າຍໄປດື່ມທີ່ໂຕະຂອງຕົນທີ່ມີເພື່ອນຖ້າຢູ່ແຕ່ກໍ່ຕ້ອງຍິ້ມຄ້າງກິນແຫ້ວໜ້າແຕກໄປ ເພາະກ່ອນທີ່ເອກຈະຍ່າງອອກຈາກໂຕະເອກໄດ້ກ່າວດ້ວຍສີໜ້າຍິ້ມສີກມຸມປາກຂ້າໜຶ່ງອອກໄປວ່າ

ເອກ: “ຂອບໃຈສຳລັບຄຳຊວນ! ແຕ່ເມຍຂ້ອຍຖ້າຢູ່ຫ້ອງຄົງບໍ່ດີຖ້າຂ້ອຍຈະປ່ອຍໃຫ້ນາງຕ້ອງລໍດົນ”
ເມື່ອເວົ້າຈົບເອກກໍ່ຍ່າງມາດນິ້ງຈາກນາງໄປຢ່າງບໍ່ໃຍດີ ເຮັດໃຫ້ສາວນ້ອຍຍິ້ມເຮັດໜ້າສະເງິສະງ່າດ້ວຍຄວາມເຂີນອາຍບໍ່ຮູ້ຈະເຮັດແນວໃດດີເລີຍ.

ເອກຄິດໄດ້ວ່າຕ້ອງກັບມາທີ່ຮ້ານກ່ອນເພື່ອຈະມາຂໍພົບໜ້າຄົນທີ່ເຮັດອາຫານໃຫ້ເຂົາກິນ ແຕ່ເມື່ອມາຮອດຮ້ານກັບຕ້ອງຜິດຫວັງອີກຄືເກົ່າເພາະຮ້ານປິດແລ້ວ ເອກເບິ່ງໂມງທີ່ແຂນນີ້ເປັນເວລາ 23:30 ນາທີ ລາວເອົາມືທັງສອງຄຸມໜ້າດ້ວຍຄວາມເສຍດາຍບໍ່ໜ້າລືມເວລາປິດຮ້ານເລີຍ ແຕ່ມື້ອື່ນຍັງມີແລ້ວເຂົາຈະກັບມາໃໝ່, ດັ່ງນັ້ນເອກຈິ່ງກັບຄືນໄປທີ່ພັກ ເມື່ອຂຶ້ນຫ້ອງພັກອາບນ້ຳແລ້ວກໍ່ໂນ້ມຕົວລົງທີ່ບ່ອນນຸ້ມໆຫອມໆ ໃນຫ້ອງທີ່ສະອາດ ແລະ ເຢັນສະບາຍ ກ່ອນຫຼັບຕານອນເອກໄດ້ເປີດຮູບອາລີ້ທີ່ຢູ່ໂທລະສັບ ແລະ ສູບຮູບຜ່ານໜ້າຈໍເບົາໆກ່ອນທີ່ຈະເອີ່ຍອອກມາວ່າ: “ຄົນງາມຂອງຂ້ອຍຕອນນີ້ເຈົ້າຢູ່ທີ່ໃດ? ອ້າຍຄິດຮອດເຈົ້າເຫຼືອເກີນ” ແລ້ວກໍ່ຫຼັບຢ່າງສະໜິດ ໃນຣາຕີທີ່ຍາວນານເອກໄດ້ຫຼັບຝັນໄປໃນນິມິດຝັນເຫັນອາລີ້ເຮັດອາຫານຫຼາຍຢ່າງທັງຄາວຫວານເຕັມໂຕະໃຫ້ຕົນເອງກິນ ທັງສອງໄດ້ກິນເຂົ້າຮ່ວມກັນຢ່າງມີຄວາມສຸກຄືເມື່ອອະດີດທີ່ຜ່ານມາ ແຕ່ຝັນໄດ້ບໍ່ດົນກໍ່ຕື່ນຮູ້ເມື່ອຂຶ້ນມາຕອນໃຫ້ແຈ້ງເອກແນມເບິ່ງໂມງຕອນນັ້ນເປັນເວລາ 4 ໂມງເຊົ້າ ກ່ອນຈະຫາຍໃຈເຫືອກໃຫຍ່ເຫືອກໜຶ່ງແລ້ວຈົ່ມພຶມພຳເບົາໆຄົນດຽວເທິງຕຽງໃນຫ້ອງວ່າ:

ເອກ: “ອາລີ້! ເຈົ້າຈະໃຫ້ອ້າຍໄດ້ແຕ່ຝັນເຫັນເຈົ້າໄປຈົນເຖິງເມື່ອໃດ? ອ້າຍຢາກພົບກັບເຈົ້າ! ຢາກຢູ່ກັບເຈົ້າໃຈຈະຂາດຢູ່ແລ້ວ! ແລ້ວເຈົ້າເດ? ຍັງຮັກອ້າຍ ແລະ ຄິດຮອດອ້າຍຄືເກົ່າບໍ່”
ເອກຈັບເອົາຜ້າພັນຕໍທີ່ອາລີ້ມອບໃຫ້ທີ່ວາງໄວ້ຂ້າງໆມາກອດໄວ້ແນບເອິກແລ້ວຄ່ອຍໆຫຼັບຕາລົງຊ້າພຽງເວລາບໍ່ດົນເອກກໍ່ຫຼັບໄປອີກຄັ້ງ, ປະມານ 10 ໂມງເຊົ້າຂອງວັນຕໍ່ມາເອກກັບໄປທີ່ຮ້ານ ແລະ ສັ່ງອາຫານມາກິນ 1 ຢ່າງ ແຕ່ເທື່ອນີ້ອາຫານມີຣົດຊາດຕ່າງຈາກວັນກ່ອນໆທີ່ເຄີຍມາກິນໃນຕອນເກັບເງິນເອກຈິ່ງໄດ້ຖາມກັບພະນັກງານເສີບຄົນເກົ່ານັ້ນວ່າ
ເອກ: “ມື້ນີ້ປ່ຽນແມ່ຄົວເຮັດອາຫານບໍຣົດຊາດຂອງອາຫານຈິ່ງຕ່າງຈາກທຸກມື້”
ພະນັກງານເສີບ: “ຣົດຊາດອາຫານເປັນແນວໃດຖ້າບໍ່ຖືກປາກອ້າຍທາງຮ້ານເຮົາຕ້ອງຂໍອະໄພ”
ເອກ: “ຢ່າເຂົ້າໃຈຜິດ! ອາຫານມື້ນີ້ກໍ່ແຊບຫຼາຍແຕ່ອ້າຍມັກກິນອາຫານຣົດຊາດຄືມື້ທີ່ຜ່ານໆມາເທົ່ານັ້ນເອງ”
ພະນັກງານເສີບຍິ້ມເບົາໆກ່ອນກ່າວວ່າ:​ “ອ້າຍນີ້ຊ່າງເປັນຄົນຊຶມອາຫານເກັ່ງແທ້ຈິ່ງສາມາດແຍກຣົດຊາດຂອງອາຫານອອກໄດ້ເປັນຢ່າງດີ”
ເອກສັງເກດເຫັນມື້ນີ້ມີແຂກເຂົ້າຮ້ານປະມານ 3-4 ໂຕະ ສະນັ້ນແມ່ຄົວຄົງຈະບໍ່ຫຍຸ້ງວຽກປານໃດຈິ່ງເອີ່ຍອອກໄປວ່າ: “ນ້ອງໆ! ມື້ນີ້ອ້າຍພໍຈະຂໍພົບຄົນທີ່ເຮັດອາຫານໃຫ້ອ້າຍກິນໃນມື້ຜ່ານໆມາໄດ້ຫຼືບໍ່”
ພະນັກງານເສີບຍິ້ມກວ້າງແລ້ວຕອບໄປວ່າ: “ມື້ນີ້ເອື້ອຍອາລີ້ເພິ່ນຖືກຄິວພັກຜ່ອນຕອນກາງເວັນ ເພິ່ນຈະກັບມາເຮັດອາຫານອີກຄັ້ງເມື່ອຕອນພາກແລງພຸ້ນລະ”
ເອກເຖິງກັບສະທ້ານຕົກໃຈເລັກນ້ອຍເມື່ອໄດ້ຍິນພະນັກງານເສີບເວົ້າວ່າເອື້ອຍອາລີ້ ເອກຈິ່ງໄດ້ເປີດຮູບໃນໂທລະສັບໃຫ້ພະນັກງານເສີບຄົນນັ້ນເບິ່ງ ແລະ ຖາມຊ້ຳດ້ວຍສີໜ້າແວວຕາລຸ້ນກັບຄຳຕອບ: “ເອື້ອຍອາລີ້ຜູ້ເປັນແມ່ຄົວທີ່ນ້ອງເວົ້ານັ້ນແມ່ນຜູ້ຍິງຄົນດຽວກັນນີ້ບໍ່”
ພະນັກງານເສີບໄດ້ຈັບໂທລະສັບຂອງເອກຂຶ້ນມາເພື່ອເບິ່ງຜູ້ຍິງທີ່ຢູ່ໃນໂທລະສັບ ແລະ ຕອບກັບໄປວ່າ: “ແມ່ນແລ້ວຄົນນີ້ລະອ້າຍ”
ເອກດີໃຈຈົນແທບຢາກກະໂດດຮ້ອງແຕ່ກໍ່ເກັບອາການໄວ້ສຸດໆສະແດງອອກພຽງຮອຍຍິ້ມບານໆເຕັມໜ້າກ່ອນກ່າວອອກໄປວ່າ: “ນ້ອງມີເບີຕິດຕໍ່ລາວບໍ່ອ້າຍຂໍແນ່”
ພະນັກງານເສີບຊາຍຜູ້ໜຸ່ມນ້ອຍໄດ້ຂຽນເບີໂທຂອງອາລີ້ໃສ່ເຈ້ຍສົ່ງໃຫ້ເອກໄປ ເຊິ່ງເອກເບິ່ງແລ້ວນີ້ອາດເປັນເບີໂທເບີໃໝ່ຂອງອາລີ້ ເອກຄິດຢູ່ໃນໃຈວ່າ “ສົມພໍແລ້ວເບີເກົ່າຂອງນາງເຮົາຈິ່ງບໍ່ສາມາດຕິດຕໍ່ໄດ້” ແລະ ຍັງຖາມພະນັກງານເສີບຄົນນັ້ນຕໍ່ໄປວ່າ: “ນ້ອງພໍຮູ້ຈັກບໍ່ວ່າເອື້ອຍອາລີ້ນາງມັກໄປສະຖານທີ່ໃດໃນວັນພັກ”
ພະນັກງານເສີບ: “ອ້າຍລອງໄປຫາເບິ່ງທີ່ຂົວສີສົ້ມຫັ້ນເດີ້ ບາງເທື່ອອາດພົບລາວ ເພາະລາວມັກໄປຍ່າງຫຼິ້ນຢູ່ຂົວນັ້ນເປັນປະຈຳ”

ໜ້າເອກເຕັມໄປດ້ວຍຮອຍຍິ້ມທີ່ເຕັມໄປດ້ວຍຄວາມສຸກຄວາມຫວັງໃໝ່ ເອກໄດ້ຈັບເອົາເງິນໃບລະແສນ 1 ໃບອອກມາຈາກກະເປົາແລ້ວຢັດໃສ່ມືຂອງພະນັກງານເສີບຜູ້ນັ້ນກ່ອນກ່າວອອກໄປວ່າ:“ທີ່ເຫຼືອອ້າຍໃຫ້ເຈົ້າ” ແລ້ວກໍ່ແລ່ນອອກຈາກຮ້ານ ສ່ວນພະນັກງານເສີບຜູ້ນັ້ນກໍ່ດີໃຈເພາະໄດ້ທິບຕັ້ງ 70,000 ກີບ.

ເອກລອງເດີນທາງໄປທີ່ຂົວເຫຼັກສີສົ້ມ (ຂົວຂ້າມໄປຖ້ຳຈັງ) ຕາມຄຳແນະນຳຂອງພະນັກງານຄົນນັ້ນບອກ ເມື່ອໄປຮອດສະຖານທີ່ເອກໄດ້ຍ່າງກ້າວໄປທີ່ຂົວແນມຢູ່ໄກໆເຫັນຍິງຄົນໜຶ່ງຢືນຫັນຂ້າງມືຈັບຂອບຂົວຫັນໜ້າໄປທາງທິດເໜືອ ເອກໄດ້ຍ່າງກ້າວຂາເທື່ອລະກ້າວຊ້າຍຂວາໄລຍະທາງຍັບເຂົ້າໃກ້ຍິງຄົນນັ້ນເຖິງແມ່ນວ່າສອງຈະຢືນຫ່າງກັນບໍ່ຮອດ 10 ແມັດ ເອກກໍ່ໝັ້ນໃຈແລ້ວວ່າຍິງສາວທີ່ກຳລັງຢືນຫຼັບຕາເງີຍໜ້າສຳພັດແດດອ່ອນໆພ້ອມສູດດົມອາກາດບໍລິສຸດດ້ວຍທ່າທາງສະບາຍໃຈນັ້ນຄືອາລີ້ຍິງຄົນຮັກຂອງຕົນທີ່ຕາມຫາມາດົນແທ້ໆ ເອກໄດ້ຈັບໂທລະສັບຈາກຖົງໂສ້ງຂຶ້ນມາກົດເບີທີ່ພະນັກງານເສີບຄົນນັ້ນຂຽນໃຫ້ຕົນ ແລະ ເອົາໂທລະສັບມາແນບໄວ້ທີ່ຫູຂ້າງຂວາ ສາຍໂທຕິດດັງຕື໊ດ!ຕື໊ດ!ຕື໊ດ ຕິດຕໍ່ກັນຫຼາຍບາດ ໃນທີ່ສຸດຍິງຄົນນັ້ນກໍ່ຮັບສາຍໂທລະສັບ

ອາລີ້ເວົ້າໃນໂທລະສັບ: “ຮາໂຫຼ”
ເອກນ້ຳຕາຊຶມເພາະຄວາມດີໃຈແຮງຈົນເກືອບຈະຮ້ອງໄຫ້ອອກມາ: “ອາລີ້”

ອາລີ້ເຖິງກັບອຶ້ງເມື່ອໄດ້ຍິນສຽງຊາຍທີ່ຫຼອດຜ່ານສາຍໂທລະສັບມານັ້ນເປັນສຽງທີ່ອົບອຸ່ນສຽງນີ້ທີ່ຄຸ້ນເຄີຍກ່ອນທີ່ນາງຈະງວກຊ້າຍຫຼຽວຂວາເພື່ອຫາເຈົ້າຂອງສຽງໃນທີ່ສຸດອາລີ້ກໍ່ເຫັນຊາຍເຈົ້າຂອງສຽງນັ້ນກໍ່ຄືເອກໜຸ່ມຄົນຮັກຂອງຕົນທີ່ກຳລັງຍ່າງເຂົ້າມາຫາ ອາລີ້ຢືນນ້ຳຕາໄຫລພາກດ້ວຍຄວາມດີໃຈ ເພາະບໍ່ຄິດແລ້ວວ່າຊາດນີ້ຈະໄດ້ພົບໜ້າກັນອີກຄັ້ງ ເອກຍ່າງໄດ້ສອງສາມກ້າວມັນຊ້າໄປເລີຍແລ່ນພຸ້ງມຸ້ງເຂົ້າມາກອດຍິງຄົນຮັກໄວ້ແໜ້ນດ້ວຍຄວາມດີໃຈເຖິງຂີດສຸດ. ແລ້ວໃນທີ່ສຸດການລໍຄອຍທີ່ແສນຈະທໍລະມານ ການເດີນທາງຫຼາຍຮ້ອຍພັນກິໂລແມັດເພື່ອຕາມຫາຄົນຮັກກໍ່ໄດ້ສິ້ນສຸດ ເພາະວັນນີ້ໂຊກຊະຕາໄດ້ລິຂິດໃຫ້ພວກເຂົາທັງສອງກັບມາພົບກັນອີກຄັ້ງ ທັງສອງໄດເປັບຄວາມເຂົ້າໃຈກັນໃນເວລາພາຍເຮືອລ່ອງແມ່ນ້ຳແບບສອງຕໍ່ ສອງ ທັງສອງໄດ້ຖາມໄຖສາລະທຸກສຸກດິບຂອງກັນ ແລະ ກັນໃນໄລຍະທີ່ຢູ່ຫ່າງກັນ ກ່ອນຈະເວົ້າເຂົ້າເລື່ອງ

ເອກກ່າວ: “ທີ່ຜ່ານມາອ້າຍສົ່ງຂໍ້ຄວາມອະທິບາຍເລື່ອງທັງໝົດໃຫ້ນ້ອງອ່ານ ນ້ອງໄດ້ອ່ານມັນ ຫຼື ບໍ່”
ອາລີ້ແກວ່ງຫົວ: “ບໍ່ໄດ້ສົນໃຈອ່ານມັນເລີຍ”
ເອກເຖິງກັບຖອນຫາຍໃຈໃຫຍ່ໜຶ່ງເທື່ອຫາງຫົວຄິ້ວທັງສອງແລ່ນເຂົ້າຫາກັນທັນທີ ກ່ອນຈະຕັ້ງໃຈເວົ້າໄປໃໝ່ອີກວ່າ: “ເມື່ອເຈົ້າໄດ້ຮັບຮູ້ຄວາມຈິງທັງໝົດ ແລະ ໄດ້ເຫັນຫຼັກຖານຄວາມຈິງທັງໝົດ ຕອນນີ້ເຈົ້າເຊື່ອອ້າຍແລ້ວ ຫຼື ຍັງວ່າອ້າຍເປັນຄົນບໍລິສຸດ”
ອາລີ້ງຶກຕົວຕອບ: “ອື່! ເຊື່ອແລ້ວ”
ເອກຍິ້ມອອກເລັກນ້ອຍກ່ອນເຮັດໜ້າງອນໃສ່ອາລີ້ແລ້ວກ່າວດ້ວຍຄວາມນ້ອຍໃຈ: “ແລ້ວຕອນນັ້ນເປັນຫຍັງຄືບໍ່ໄວ້ໃຈອ້າຍ! ພໍຕອນນີ້ເຫດໃດເຈົ້າຈິ່ງເຊື່ອໃນສິ່ງທີ່ອ້າຍເວົ້າງ່າຍແທ້”
ອາລີ້ຕອບແບບໜ້າຕາຍ: “ກໍ່ຕອນນັ້ນບໍ່ຢາກເຊື່ອ! ແຕ່ຕອນນີ້ຢາກເຊື່ອກໍ່ເລີຍເຊື່ອ”
ເອກພໍຢາກງາຍໝາລົງນ້ຳເມື່ອໄດ້ຍິນຄຳຕອບແບບກວນໆຂອງອາລີ້, ເອກຈິກປາກອອກສຽງ!ຈິກ!ຈິກ!ຈິກ ກ່ອນຈະເວົ້າໄປວ່າ: “ເຈົ້ານີ້ຊ່າງຮ້າຍກາດກວ່າທີ່ຄິດ ແບບນີ້ຕ້ອງສັ່ງສອນ”
ອາລີ້ໜ້າຕາຕື່ນກ່ອນເວົ້າໄປວ່າ: “ອ້າຍເອກຊິເຮັດຫຍັງ”

ເອກຍິ້ມລໍ້ໜ້າອາລີ້ ແລ້ວສັ່ນເຮືອໄປມາ ອາລີ້ຮ້ອງກີ໊ດກ໊າດຕົກໃຈໜ້າຈີດ ແລະ ຮ້ອງບອກໃຫ້ເອກຢຸດ ເພາະນາງຢ້ານຕົກນ້ຳ ເນື່ອງຈາກນາງລອຍນ້ຳບໍ່ເປັນ ດັ່ງນັ້ນເອກກໍ່ເລີຍຢຸດແກ້ງອາລີ້ຢຸດສັ່ນເຮືອ ແຕ່ເລື່ອງນີ້ມັນບໍ່ຂຳ ເພາະອາລີ້ມີສີໜ້າບຶ້ງຕຶງຄ້າຍຈະຄຽດງອນ ເອກກໍ່ເລີຍງໍ້ເພື່ອໃຫ້ນາງອາລົມດີ. ອາລີ້ເບິ່ງໂມງເຫັນວ່າສົມຄວນເວລາກັບໄປທີ່ຮ້ານແລ້ວ ເພາະຕົນຍັງມີໜ້າທີ່ເຮັດອາຫານໃຫ້ລູກຄ້າທີ່ຮ້ານກິນໃນພາກແລງ ເອກເຖິງຢາກຈະຢູ່ຕໍ່ອາລີ້ອີກຈັກໜ່ອຍແຕ່ກໍ່ພໍເຂົ້າໃຈເຖິງເຫດຜົນທີ່ອາລີ້ເວົ້າຈິ່ງຍອມໃຫ້ນາງກັບໄປເຮັດວຽກທີ່ຮ້ານໂດຍມີຕົນເອງຍ່າງຮຽງຂ້າງໄປສົ່ງເຖິງຮ້ານ ແລະ ຍັງນັ່ງເຝົ້າຈົນຮ້ານປິດ ເພື່ອລໍພົບກັບ ໜູນາ ເຈົ້າຂອງຮ້ານ, ໜູນາເມື່ອເຫັນເຖິງກັບສະເງິຊຶງໄປພັກໜຶ່ງດ້ວຍຄວາມຕົກໃຈດີໃຈປົນເປກັນໄປບໍ່ຮູ້ວ່າຈະຢູ່ໃນອາລົມໃດດີ ເອກໄດ້ຂໍລົມກັບໜູນາເປັນການສ່ວນຕົວກວ່າ 30 ນາທີ ໜູນາຕົກລົງໃຫ້ອາລີ້ກັບໄປພ້ອມນາຍນ້ອຍເອກໄດ້ຫາກວ່ານາງຕ້ອງການ ເຊິ່ງແນ່ນອນວ່າອາລີ້ຕ້ອງການໄປກັບເອກຢູ່ແລ້ວ.

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...