ຕອນທີ 34
ຫຼັງຈາກຈົມນ້ຳຝື້ນຂຶ້ນມາເອກກໍ່ໄດ້ນອນພັກຮັກສາຕົວຢູ່ທີ່ເຮືອນໂດຍທາງຄອບຄົວໃຫ້ແພດປະຈຳຕະກູນມາຫວດເຊັກຮ້າງກາຍໃຫ້ເອກເປັນເວລາ 2 ມື້ແລ້ວ ເຖິງເອກຈະມີໄຂ້ບໍ່ສູງ ແຕ່ກັບເບິ່ງແລ້ວຄ້າຍກັບຄົນປ່ວຍໜັກ ໝໍໄດ້ວັດແທກຄວາມດັນກໍ່ປົກກະຕິດີ, ເຈາະເລືອດໄປກວດກໍ່ປົກກະຕິດີ ແຕ່ເອກກໍ່ຍັງມີອາການຊືມເສົ້າອ່ອນເພຍດັ່ງຄົນບໍ່ມີເຫື່ອແຮງ ດັ່ງນັ້ນ ມາດາມ ລິນດາ ຈິ່ງພາລູກຊາຍຂ້າມຝັ່ງໄປກວດທີ່ໂຮງໝໍໜອງຄາຍຜົນກວດກໍ່ອອກມາປົກກະຕິດີບໍ່ມີພະຍາດຫຍັງ ດັ່ງນັ້ນທັງມາດາມ ລິນດາ, ດ.ຣ ສົມບູນ, ນູ່ນີ່ ແລະ ຈິດຕະກອນຜູ້ເປັນລູກເຂີຍໄດ່ມານັ່ງປຶກສາຫາລືກັນ ທຸກຄົນລົງມະຕິເຫັນເປັນສິ່ງດຽວກັນວ່າເອກກຳລັງຢູ່ໃນພາວະໂຣກໄຂ້ໃຈ ເຊິ່ງໂລກນີ້ເປັນໂຣກທີ່ຮັກສາຍາກບໍ່ມີຢາໃດຮັກສາໄດ້ນອກຈາກຕ້ອງໃຊ້ໃຈ ແລະ ເວລາເທົ່ານັ້ນ. ເປັນອາທິດໜຶ່ງເຕັມໆແລ້ວທີ່ເອກນອນພັກຢູ່ໃນຫ້ອງບໍ່ເວົ້າບໍ່ຈາກັບໃຜ ກິນເຂົ້າກິນນ້ຳກໍ່ກິນໜ້ອຍໆ ໃນແຕ່ລະຄືນຍັງຄົງນອນກອດຜ້າພັນຄໍຜືນນັ້ນທີ່ອາລີ້ທັກໃຫ້ເປັນຂອງຂັວນບໍ່ຫ່າງກາຍ ເອກເຝົາແຕ່ຄະນຶງຫາວັນເກົ່າໆ ຄັ້ງໜຶ່ງໂຫຍຫາຄຳໝັ້ນ ຄັ້ງໜຶ່ງເສຍໃຈທີ່ເຄີຍຕັດສິນໃຈຜິດພາດຫາກວັນນັ້ນວັນທີ່ອາລີ້ຖາມຕົນກ່ຽວກັບເລື່ອງລາວທີ່ເກີດຂຶ້ນວ່າມັນແມ່ນຄວາມຈິງຫຼື ບໍ່! ຖ້າຕົນບໍ່ຄິດເຮັດເລື່ອງໃຫ້ມັນຊັບ ຊ້ອນ! ຕອບແລະອະທິບາຍໃຫ້ອາລີ້ເຂົ້າໃຈຕັ້ງແຕ່ຕອນນັ້ນຕົນກໍ່ບໍ່ຕ້ອງມາພົບກັບຈຸດຈົບແບບນີ້. ທຸກຄ່າຄືນເອກມັກຈະອອກໄປຢືນຕາກອາກາດທີ່ລະບຽງຫ້ອງ ແລະ ແນມໄປທີ່ສາລາສວນດອກໄມ້ກໍ່ລຳລຶກໄດ້ເຖິງອະດີດທີ່ປັດຈຸບັນແສນຫງຽບເຫງົາ ພາບແຫ່ງວັນວານມັນຍັງຂັງເຂົາໄວ້ໃນຄວາມຊົງຈຳ! ອຸກອັ່ງ! ຢຶດໝັ້ນ! ໃຈສະລາຍກັບຄວາມຜູກພັນທີ່ຍາກຈະຕັດຂາດ ພະຍາຍາລືມແລ້ວ ເມົາມາຍກໍ່ແລ້ວ ແຕ່ທຸກຍາມທີ່ຫຼັບຝັນໄປເມື່ອຕື່ນຂຶ້ນມາກໍ່ຍັງຄິດຮອດ ແລະ ມີນ້ຳຕາບໍ່ແຫ້ງຂາດ, ຄວາມທໍລະມານນີ້! ບາດແຜນີ້ໃຜເດ້ຈະມາຊ່ວຍຮັກສາໃຫ້ຫາຍດີໄດ້ ເພາະຕອນນີ້ຕົນເຈັບປວດເກີນທີ່ຈະແຍກແຍະເຫດ ແລະ ຜົນອອກຈາກຈິດທີ່ອ່ອນແອນີ້ໄດ້ແລ້ວ.
ດັ່ງຄຳບູຮານທີ່ເຄີຍໄດ້ຍິນເຂົາກ່າວໄວ້ວ່າ “ຊາຍຜູ້ກ້າມັກເສຍທ່າໃຫ້ສາວງາມ” ຄໍານີ້ຍັງຄົງໃຊ້ໄດ້ກັບທຸກຍຸກທຸກສະໄໝ ຮອງປະທານເອກນັກທຸລະກິດໜຸ່ມໄຟແຮງຜູ້ມີອານາຄົດໄກທີ່ຫຼາຍໆຄົນຈັບຕາເບິ່ງຄວາມຈະເລີນກ້າວໜ້າຂອງເຂົາກັບຕ້ອງຜິດຫວັງໄປຕາມໆກັນ ຕອນນີ້ໄດ້ແຕ່ເກັບຕົວງຽບຢູ່ໃນຫ້ອງນອນສີ່ຫຼ່ຽມລຳພັງກັບອາການປ່ວຍເປັນໂຣກໄຂ້ໃຈ ນັບຈາກວັນທີ່ເອກຄິດຂ້າຕົວຕາຍມານັ້ນສຸກະພາບຂອງເອກກໍ່ອ່ອນແອລົງ ແລະ ບໍ່ມີສະມາທິໃນການເຮັດວຽກງານຄືເມື່ອກ່ອນ ບາງມື້ກໍ່ເຂົ້າຫ້ອງການ ບາງມື້ກໍ່ບໍ່ເຂົ້າຫ້ອງການ ທຸກສິ່ງຢ່າງກ່ຽວກັບເລື່ອງວຽກທີ່ເຄີຍເປັນເລື່ອງສຳຄັນຕໍ່ເຂົາກັບກາຍເປັນເລື່ອນລອຍບໍ່ມີຄວາມສຳຄັນອີກຕໍ່ໄປ ແຜນການຕະຫຼາດຫຼາຍໆຢ່າງທີ່ເອກຮັບຜິດຊອບໂປຣເຈັກບາງແຜນກໍ່ຕ້ອງຢຸດໄວ້ກ່ອນ ບາງແຜນວຽກກໍ່ຕ້ອງໂອນໃຫ້ນູ່ນີ່ເປັນຄົນບໍລິຫານຈັດການຕໍ່ ຕັ້ງແຕ່ເອກປ່ວຍໃຈມາສອງເດືອນຍອດລາຍຮັບຂອງບໍລິສັດກໍ່ຫຼົ່ນລົງຢ່າງໜ້າຕົກໃຈ ເພາະມີຫຼາຍວຽກທີ່ບໍ່ເດີນໄປຕາມແຜນ ມີລູກຄ້າບາງລາຍຖອດຕົວໃນການສັ່ງອໍເດີ້ສິນຄ້າ ນູ່ນີ່ເອົາເອກະສານບົດສະຫຼຸບຕົວເລກລາຍຮັບມາໃຫ້ເອກທີ່ນອນຢູ່ໃນຫ້ອງເບິ່ງ ແລະ ກ່າວກັບນ້ອງຢ່າງພະຍາຍາມໃຈເຢັນວ່າ
ນູ່ນີ່: “ເອກ! ຖ້າເຈົ້າຈະອົກຫັກ! ເສຍໃຈກໍ່ບໍ່ເຄີຍມີໃຜວ່າຫຍັງໃຫ້ເຈົ້າ ແຕ່ເອື້ອຍຂໍໃຫ້ເຈົ້າເສຍໃຈຢ່າງມີສະຕິ ເສຍໃຈຢູ່ໃນລະດັບທີ່ພໍດີ ບໍ່ແມ່ນເຮັດໃຫ້ຕົວເອງຕົກຕ່ຳລົງແບບນີ້”
ເອກ: “ເອື້ອຍໝີນ້ອຍເວົ້າຖືກ! ຂ້ອຍເອງກໍ່ບໍ່ຢາກຕົກຢູ່ໃນສະພາບແບບນີ້! ບໍ່ແມ່ນວ່າຂ້ອຍບໍ່ຮູ້ຈັກຄຳວ່າປ່ອຍວາງ ແຕ່ຕອນນີ້ຂ້ອຍຍັງບໍ່ຮູ້ວ່າຈະເລີ່ມປ່ອຍວາງຈາກຈຸດໃດກ່ອນ”
ນູ່ນີ່ແນມເບິ່ງນ້ອງຊາຍຄົນດຽວທີ່ຕອນນີ້ມີສະພາບໜ້າສົງສານຈັບໃຈ ນາງຖອນຫາຍໃຈເຫືອກໃຫຍ່ໜຶ່ງເທື່ອກ່ອນຈະກ່າວກັບນ້ອງຊາຍວ່າ: “ເອື້ອຍຈະຊ່ວຍເວົ້າກັບແມ່ເລື່ອງຂໍໃຫ້ເຈົ້າພັກງານຊົ່ວຄາວ! ເອື້ອຍຈະໃຫ້ອິດສະຫຼະກັບເຈົ້າເປັນເວລາ 3 ເດືອນ ເພື່ອໄປທ່ອງທ່ຽວ ສະຖານທີ່ໃດທີ່ເຈົ້າຢາກໄປກໍ່ໄປຕາມສະບາຍໃຈ ຫຼື ເຈົ້າຈະໃຊ້ເວລາ 3 ເດືອນນີ້ຕາມຫາຄົນຮັກຂອງເຈົ້າກໍ່ຕາມໃຈ ເມື່ອຄົບກຳນົດ 3 ເດືອນເອື້ອຍຫວັງວ່າເອື້ອຍຈະໄດ້ນ້ອງຊາຍຄົນເກົ່າກັບມາ”
ເອກຍິ້ມເບົາໆກ່າວດ້ວຍນ້ຳສຽງອ່ອນແຮງວ່າ: “ຂອບໃຈທີ່ເອື້ອຍເຂົ້າໃຈ ແລະ ຢູ່ຂ້າງນ້ອງຊາຍຄົນນີ້ສະເໜີ”
ນູ່ນີ່ເອົາມືຕົບບ່ານ້ອງເບົາໆກ່ອນເວົ້າດ້ວຍຮອຍຍິ້ມວ່າ: ”ກໍ່ເຮົາເປັນເອື້ອຍນ້ອງກັນເດ້”
ເອກ: “ໃນເວລາທີ່ນ້ອງໄປຕາມຫາອາລີ້! ນ້ອງລົບກວນຝາກເອື້ອຍຈັດການເລື່ອງຂອງໝີນ້ອຍກັບລູກຂອງນາງແທນດ້ວຍ”
ນູ່ນີ່: “ບໍ່ຖືເປັນການລົບກວນດອກ! ເລື່ອງນີ້ເອື້ອຍຮັບປາກເອື້ອຍຈະຈັດການໃຫ້ເຈົ້າເອງ”
ເອກ: “ແລະ ຍັງມີອີກເລື່ອງໜຶ່ງຄືເອື້ອຍຕ້ອງພະຍາຍາມບອກກັບແມ່ວ່າຢ່າໄປເຈົ້າຄິດເຈົ້າແຄ້ນສົ່ງຄົນໄປທຳຮ້າຍນາງກັບລູກເດັດຂາດບໍ່ວ່າຜົນຈະອອກມາເປັນແນວໃດກໍ່ຕາມ ເວນຕ້ອງລະງັບດ້ວຍການບໍ່ຈອງເວນ ປ່ອຍໃຫ້ເວນກຳຈັດການກັບນາງເອງ ຢ່າໃຫ້ແມ່ເຂົ້າໄປຫຍຸ້ງ ແລະ ເຮັດເລື່ອງຫຍັງໃຫ້ວຸ້ນວາຍໄປກວ່ານີ້”
ນູ່ນີ່: “ໂອເຄ! ເຈົ້າບໍ່ຕ້ອງຫ່ວງເອື້ອຍຈະຈັດການທຸກຢ່າງຕາມທີ່ເຈົ້າບອກ! ໄດ້ຜົນແນວໃດເອື້ອຍຈະສົ່ງຂ່າວບອກເປັນໄລຍະໄລຍະເດີ້”
ເມື່ອຮັບປາກກັບນ້ອງຊາຍແລ້ວນູ່ນີ່ກໍ່ໄດ້ໄປກ່າວຕໍ່ມາດາມ ລິນດາ ຜູ້ເປັນແມ່ ເບື້ອງຕົ້ນມາດາມ ລິນດາກໍ່ບໍ່ເຫັນດີທີ່ເອກຈະພັກຜ່ອນເພື່ອໄປທ່ອງທ່ຽວໃຫ້ເສຍເວລາໄປຫລ້າໆ ແຕ່ຖືກນູ່ນີ່ຂົນແມ່ນ້ຳທັງຫ້າຂຶ້ນມາເວົ້າກ່ອມຜູ້ເປັນແມ່ດົນກວ່າຊົ່ວໂມງ ໃນທີ່ສຸດການເຈລະຈາກກໍ່ສຳເລັດໄປດ້ວຍດີ ມາດາມ ລິນດາ ອະນຸ ຍາດໃຫ້ເອກໄປພັກຜ່ອນຕາມທີ່ນູ່ນີ່ຂໍ ແຕ່ກໍ່ຍັງບໍ່ວາຍແອບສົ່ງຄົນໄປຄອຍຕິດຕາມເບິ່ງລູກຊາຍຕົວເອງຢ່າງໃກ້ຊິດຢູ່ຄືເກົ່າ.
ຫັນມາກ່າວເຖິງອາລີ້ ຕົວເອກຂອງເລື່ອງນີ້ ເຖິງແມ່ນນາງຈະຫັນໜ້າເຂົ້າຫາພຣະທັມໂດຍການຖືສິນໃນຜ້າຂາວເປັນເວລາເກືອບເຄິ່ງປີແລ້ວ ແຕ່ຈິດໃຈກໍ່ຍັງບໍ່ສະຫງົບສຸກຢູ່ຫຼາຍສ່ວນ ໃນໃຈຂອງນາງຍັງມີກິເລດວົນວຽກໃນຄວາມຮັກທີ່ຍາກຈະປ່ອຍວາງລົງໄດ້ ເຖິງແມ່ນວ່າໃນແຕ່ລະວັນນາງເຝົ້າຄອຍອະທິຖານໃຫ້ຄວາມ ເຈັບປວດຈາກເຄາະດ່ານຮັກເທື່ອນີ້ຜ່ານພົ້ນໄປກັບສາຍນ້ຳສາຍລົມກໍ່ຕາມ ແຕ່ດ້ວຍສຳພັນຮັກທີ່ບໍ່ອາດຕັດຂາດລົງໄດ້ນາງຈິ່ງຍັງຄົງເຝົ້າຄະນຶງຫາຊາຍຄົນຮັກຢູ່ບາງເວລາ. ເມື່ອເປັນແບບນີ້ນາງຈິ່ງເຂົ້າໃຈແລ້ວວ່າຄວາມຮັກຂອງນາງທີ່ມີຕໍ່ຊາຍຄົນນັ້ນມັນຫຼາຍທຽບເທົ່າຮັກກັນມື້ໜຶ່ງເທົ່າຮັກກັນຊາດໜຶ່ງ ສ່ວນເລິກໃນໃຈຍັງຢາກຄອງຄູ່ຈົນແກ່ເຖົ້າ ແຕ່ເມື່ອຟ້າລິດຂິດໃຫ້ຮັກຕ້ອງຂາດລົງກໍ່ຄົງຕ້ອງປ່ອຍໃຫ້ຮັກນີ້ແລກສະຫຼາຍໄປດັ່ງຂີ້ເຖົ່າສາ. ອາລີ້ຢືນກອດເອິກລຳພັງຕ້ານລົມໜາວທີ່ພັດຜ່ານທົ່ວຮ່າງກາຍທີ່ແຄມຂອງຫຼັງວັດ ສາຍ ຕາຫຼຽວໄປເບິ່ງຂົວມິດຕະພາບລາວ-ໄທ 1 ເຫັນລົດແລ່ນກາຍໄປມາຢູ່ເທິງຂົວ ແລະ ກໍ່ຄິດຢູໃນໃຈວ່າ ມັນເຖິງເວລາແລ້ວທີ່ຕົນຈະອອກໄປປະເຊີນກັບໂລກຂອງຄວາມຈິງ ມັກຮອດເລວາແລ້ວທີ່ຕົນຈະຕ້ອງໄປໃຊ້ຊີວິດຢ່າງມະນຸດໂລກທົ່ວ ເມື່ອຢູ່ໃນນີ້ໃຈກໍ່ຍັງບໍ່ອາດສະຫງົບໄດ້ຮ້ອຍເປີເຊັນສູ້ໄປຕາຍເອົາດາບໜ້າດີກວ່າປ່ອຍຊີວິດໃຫ້ຢຸດຢູ່ພຽງເທົ່ານີ້ ເມື່ອຄິດໄດ້ແບບນີ້ອາລີ້ຈິ່ງໄປຂອບລາແມ່ຂາວແພງ ແລະ ແມ່ຂາວອົງອື່ນໆທີ່ຢູ່ໃນວັດ ຮຸ່ງເຊົ້າມາຫຼັງຈັງຫັນແລ້ວຍາພໍ່ໃຫຍ່ກໍ່ເຮັດການສຶກປົດສິນໃຫ້ອາລີ້ໃຫ້ເປັນສາມັນຊົນຄົນທຳມະດາທີ່ຖືພຽງສິນ 5 ຕາມປົກກະຕິ ແລ້ວອາລີ້ຈະອອກເດີນທາງຂຶ້ນເໜືອໄປຫາເອື້ອຍຮັກທີ່ເປີດຮ້ານອາຫານແຖວນ້ຳຊອງຈຸດທ່ອງທ່ຽວຂອງເມືອງວັງວຽງ ແຂວງວຽງຈັນ
ກັບມາກ່າວເຖິງໝີນ້ອຍອາຍຸຄັນຂອງນາງຖ້ານັບກໍ່ກ້າວເຂົ້າເດືອນທີ 8 ແລ້ວ ທ້ອງໃຫຍ່ໃກ້ເກີດໄປເອໂກ້ເບິ່ງນາງໄດ້ລູກສາວ ເຖິງແມ່ນວ່າຕະຫຼອດໄລຍະເວລາການຖືພາຂອງນາງຈະເຕັມໄປດ້ວຍຄວາມທຸກໃຈ ເນື່ອງຈາກໃນຈາກຂອງນາງມີແຕ່ຄວາມຄຽດແຄ້ນ, ຊິງຊັງ, ອິດສາລິດສະຫຍາ, ອາຄາດພະຍາບາດຄິດແຜນຮ້າຍແຂ່ງຂັນຊິງດີຊິງເດັ່ນຕະຫຼອດເວລາ ຫວັງໃນສິ່ງທີ່ບໍ່ຄວນຫວັງຢາກໄດ້ໃນສິ່ງທີ່ບໍ່ແມ່ນຂອງຕົນມາຕັ້ງແຕ່ທຳອິດ ຊີວິດນາງຈິ່ງຕົກຢູ່ກັບແຕ່ຄວາມທຸກລະທົມໃຈ ລູກໃນທ້ອງກໍ່ບໍ່ຮູ້ແນ່ຊັດວ່າໃຜເປັນພໍ່, ເອກຜູ້ຊາຍທີ່ຕົນໃຊ້ແຜນຊົ່ວຍາດຊິງມາກໍ່ບໍ່ສົນໃຈຍອມຮັບຕົນກັບລູກ ເຖິງແມ່ນວ່າຈະບໍ່ມີອາລີ້, ຈະບໍ່ມີຜູ້ຍິງຄົນໃດກ້າເຂົ້າມາວຸ້ນວາຍກັບເອກ ແຕ່ໝີນ້ອຍກໍ່ຍັງບໍ່ເຄີຍໄດ້ເຂົ້າໄປຢູ່ໃນສາຍຕາຂອງເອກພຽງແຕ່ວິນາທີດຽວ, ໝີນ້ອຍຍິ່ງຍັບເຂົ້າໃກ້ເອກກໍ່ຍິ່ງຫ່າງອອກໄປ ເມື່ອອຳນາດຂອງເອກຖືກຖອດຖອນນາງຈິ່ງຕົກງານ ເພາະທາງບໍລິສັດບໍ່ຍອມຮັບນາງເຂົ້າເປັນພະນັກງານບໍ່ວ່າຕຳແໜ່ງໃດກໍ່ຕາມ ເອກຜູ້ເປັນເສົາຫຼັກໃຫ້ກັບົນກໍ່ຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ ເບີໂທກໍ່ບໍ່ສາມາດຕິດຕໍ່ໄດ້ແລ້ວ ໝີນ້ອຍພະຍາຍາມອອກຕາມຫາໄປທົ່ວນະ ຄອນຫຼວງແຕ່ກັບບໍ່ພົບ ທັງສອບຖາມຄົນທີ່ຄິດວ່າເອກຈະໄປຫາ ຫຼື ສາມາດຕິດຕໍ່ເອກໄດ້ແຕ່ກັບຜິດຫວັງ ເພາະພວກຄົນເຫຼົ່ານັ້ນກໍ່ປະຕິເສດວ່າບໍ່ຮູ້ບໍ່ເຫັນ ຫຼື ພວກເຂົາຈະປິດບັງຄວາມຈິງກັບຕົວເອງກໍ່ຢາກທີ່ຈະຍັ່ງຮູ້ເຖິງໃຈຄົນໄດ້, ໝີນ້ອຍເມື່ອຍທັງກາຍໃຈທໍ້ແທ້ດັ່ງຄົນສິ້ນຫວັງນອນຢູ່ໃນຫ້ອງຂອງເຮືອນຫຼັງໃຫຍ່ແຕ່ສຸດແສນຈະຫງຽບເຫງົາດັ່ງປ່າຊ້າ ລູກຂອງນາງມີອາຍຸຄັນພຽງ 8 ເດືອນເທົ່ານັ້ນກໍ່ເກີດ ອາດເປັນເພາະເປັນເດັກບໍ່ເຕັມເດືອນ (ຄົບຕາມກຳນົດ 9 ເດືອນ) ແລະ ທັງໄດ້ຮັບຜົນກະທົບຈາກແມ່ເມື່ອເວລາຕອນຢູ່ໃນທ້ອງແມ່ ລູກຂອງນາງທີ່ເກີດອອກມາຈິ່ງມີສຸຂະພາບບໍ່ແຂງແຮງນ້ຳໜັກຫຼຸດມາດຕະຖານ ເດັກມີນ້ຳໜັກພຽງ 1.7 ກິໂລກຣາມ, ຕົວນ້ອຍ ຕ້ອງໄດ້ເຂົ້າຕູ້ອົບເພື່ອຕິດຕາມອາການຢ່າງໃກ້ຊິດ ແລະ ທີ່ຊ້ຳຮ້າຍໄປກວ່ານັ້ນເວລາເດັກເກີດອອກມາບໍ່ມີສຽງຮ້ອງໄຫ້ຄືກັບເດັກທົ່ວໄປ (ເຊິ່ງຄາດວ່າຈະເປັນເດັກພິການທາງການເວົ້າ ແລະ ການໄດ້ຍິນ) ອາດເປັນເວນກຳທີ່ແມ່ສ້າງໄວ້ແລ້ວມາຕົກໃສ່ລູກ ຫຼື ໃນເວລາທີ່ແມ່ຖືພາບໍ່ມີເວລາເອົາໃຈບຳລຸງລູກຢູ່ໃນທ້ອງຢ່າງຖືກວິທີ ຈິ່ງໃຫ້ລູກຂອງນາງເກີດມາເປັນແບບນີ້ ໝີນ້ອຍແນມເບິ່ງລູກທີ່ນອນຢູ່ໃນຕູ້ອົບດ້ວຍຄວາມຜິດຫວັງ ແລະ ເຈັບປວດໃຈເຖິງທີ່ສຸດ ນາງກັບລູກສາວຂອງນາງຮັກສາຕົວຢູ່ທີ່ໂຮງໝໍປະມານ 9 ມື້ ກ່ອນຈະໄດ້ຮັບອະນຸຍາດໃຫ້ກັບເຮືອນໄດ້ ພໍ່ແມ່ຂອງນາງຊວນນາງໄປຄ້ຳກຳຢູ່ເຮືອນທີ່ຊຽງຄວັນ ແຕ່ໝີນ້ອຍບໍ່ຍອມໄປ ນາງຢືນຢັນຈະກັບໄປຢູ່ທີ່ເຮືອນຂອງເອກລັງຢູ່ດອນປ່າໄໝ່ ຜ່ານມາໜຶ່ງອາທິດແລ້ວແຕ່ບໍ່ມີເພື່ອນພຽງຄົນດຽວມາຫຼິ້ນມາຢາມນາງກັບລູກເລີຍ ຄິດມາລະຊ່າງໜ້ານ້ອຍໃຈແທ້ເພື່ອນທີ່ນາງຄົບຜ່ານມາເຫັນທາດແທ້ກໍ່ມື້ນີ້ເອງເພາະເພື່ອນທີ່ນາງຄົບເປັນແຕ່ເພື່ອນກິນຍາມມີກິນມີສຸກຈິ່ງຄ່ອຍເຫັນໜ້າ ບາດເວລາມີວຽກມີງານຫາຍຫົວໄປໝົດ ໂທຫາໃຜກໍ່ບໍ່ຫວ່າງຕ່າງກໍ່ຄາວຽກກັນທັງນັ້ນ, ໃນໄລຍະທີ່ໝີນ້ອຍກັບລູກຢູ່ທີ່ໂຮງໝໍນູ່ນີ່ໄດ້ໃຫ້ນາຍໝໍເຮັດການກວດ DNA ຂອງເດັກວ່າຕົງກັບເອກນ້ອງຊາຍຂອງຕົນຫຼືບໍ່ ເຊິ່ງຜົນອອກມາກໍ່ເປັນໄປຕາມຄາດ DNA ຂອງເດັກບໍ່ຕົງກັບ DNA ເອກ ນັ້ນກໍ່ໝາຍຄວາມວ່າລູກຂອງໝີນ້ອຍບໍ່ມີສ່ວນກ່ຽວພັນກັບນ້ອງຊາຍຕົນ ເຊິ່ງມັນໄດ້ສ້າງຄວາມໂລ່ງໃຈໃຫ້ນູ່ນີ່ ແລະ ຄອບຄົວຫຼາຍເຕີບ, ນູ່ນີ່ໄດ້ຖືໂອກາດໄປຢ້ຽມຢາມໝີນ້ອຍທີ່ເຮືອນ ແລະ ໄດ້ນຳຫຼັກຖານຈາກຜົນກວດທີ່ຢັ້ງຢືນຈາກ ດ.ຣ ຂອງໂຮງ 103 ໄປມອບໃຫ້ໝີນ້ອຍ, ເມື່ອໝີນ້ອຍເຫັນນາງຕົກໃຈໜ້າຕື່ນ ແລະ ຢືນ ຢັນວ່າລູກຂອງທາງເປັນລູກຂອງເອກຄືກັນ ຜົນກວດທີ່ນູ່ນີ່ເອົາມານັ້ນເປັນຂອງປອມ, ໝີນ້ອຍຫາວ່າຄອບ ຄົວຂອງນູ່ນີ່ໃຊ້ເງິນຊື້ໃບຜົນກວດນີ້ມານາງບໍ່ຍອມຮັບກັບຜົນກວດນີ້ເດັດຂາດ, ເຫັນທ່າເລື່ອງຈະບໍ່ຈົບແບບງ່າຍໆຢ່າງທີ່ຄິດ, ນູ່ນີ່ຈະຂໍໃຫ້ມີການກວດ DNA ອີກຮອບ ແຕ່ໝີນ້ອຍໃຊ້ສິດຄວາມເປັນແມ່ບໍ່ຍອມອະນຸ ຍາດໃຫ້ມີນຳທຸກສ່ວນທີ່ເປັນຂອງລູກນາງໄປກວດແມ່ນແຕ່ເສັ້ນຜົມ ການເຈລະຈາຂອງສອງຝ່າຍເກີດຄວາມຕຶງຄຽດ ຈົນນູ່ນີ່ໝົດຄວາມອົດທົນງັດຫຼັກຖານສິ້ນສຳຄັນອອກມາໃຫ້ໝີນ້ອຍເບິ່ງ ທັງຫຼັກຖານທີ່ໝີນ້ອຍເປັນຄົນປ່ອຍຂໍ້ມູນລັບຂອງບໍລິສັດ ແລະ ໂຍນຄວາມຜິດໃຫ້ເລຂາເກົ່າຂອງເອກຕ້ອງຮັບຜິດຖືກໄລ່ອອກ, ທັງເລື່ອງທີ່ໝີນ້ອຍໄປທຳຮ້າຍສະລັກໃຈເລຂາຄົນຕໍ່ມາຂອງເອກ ແລະ ລັກຖານສຸດທ້າຍນີ້ແມ່ນຫຼັກຖານໃຫຍ່ທີ່ພວກເຂົາໃຊ້ເວລາສືບຫາເປັນເວລາດົນນັ້ນກໍ່ຄືຄລິບຄຳສາລະພາບຂອງຄົນທີ່ໝີນ້ອຍວ່າຈ້າງໃຫ້ໃສ່ຢາສະຫຼົບລົງນ້ຳໃຫ້ເອກດື່ມເພື່ອສ້າງເລື່ອງວ່າເອກຂົ່ມຂືນຕົວເອງຈົນນຳມາສູ່ການຖືພາ. ທຸກເລື່ອງທີ່ກ່າວມານັ້ນຖ້າໝີນ້ອຍບໍ່ຍອມດີໆ ນາງສົ່ງເລື່ອງຟ້ອງໝີນ້ອຍ ແລະ ໃນສ່ວນຜູ້ທີ່ຖືກກະທຳຢ່າງສຸດສະດາ ກັບ ສະລັກໃຈ 2 ເລຂາເກົ່າຂອງເອກກໍ່ຈະມາຊ່ວຍຟ້ອງດຳເນີນຄະດີກັບນາງອີກທາງ ງານນີ້ບອກໄເ່ຄຳດຽວວ່າໝີນ້ອຍມີແຕ່ເສຍກັບເສຍເທົ່ານັ້ນ, ໝີນ້ອຍເຖິງກັບທາງຕັນເວົ້າບໍ່ໄດ້ໄອບໍ່ດັງມີແຕ່ກົ້ມໜ້າຢ່າງດຽວບໍ່ມີສຽງຕອບໂຕ້ໃດໆກັບມາທ່າທີ່ແຂງກະດ້າງໃນເບື້ອງຕົ້ນກໍ່ອ່ອນຕົວລົງ, ພໍ່ແມ່ຂອງນາງເມື່ອໄດ້ຮັບຮູ້ເລື່ອງກໍ່ເກືອບຊັອກ ເພາະພວກເຂົາບໍ່ຢາກເຊື່ອວ່າລູກສາວທີ່ໜ້າຮັກເບິ່ງແລ້ວບໍ່ມີຜິດໄພຢ່າງໝີນ້ອຍຈະເຮັດເລື່ອງຊົ່ວຊ້າຕັ້ງຫຼາຍເລື່ອງແບບນີ້ ພວກທ່ານຮູ້ສຶກຜິດຫວັງທີ່ສຸດແຕ່ດ້ວຍຄວາມເປັນພໍ່ແມ່ທີ່ມີໃຈຮັກລູກ ພໍ່ແມ່ຂອງໝີນ້ອຍເຖິງກັບນັ່ງຄຸກເຂົ່າຂໍຄວາມເຫັນໃຈຈາກນູ່ນີ່ ເຊິ່ງມັນໄດ້ເຮັດໃຫ້ນູ່ນີ່ ແລະ ໝີນ້ອຍເຖິງກັບຕົກໃຈ ແຕ່ນູ່ນີ່ກໍ່ໃຈແຂງບໍ່ໄດ້ສະແດງອາການໃດໆອອກໄປ
ພໍ່ແມ່ຂອງໝີນ້ອຍຄຸກເຂົ່າຕໍ່ໜ້າໝີນ້ອຍດ້ວຍສີໜ້າໂສກເສົ້າກ່ອນທີ່າແມ່ຂອງໝີນ້ອຍຈະເປັນຜູ້ກ່າວ: “ນາຍຍິງນູ່ນີ່ ປ້າກັບລຸງຂໍຄວາມເຫັນໃຈຢ່າເອົາເລື່ອງເອົາຄວາມກັບລູກສາວຂອງປ້າເລີຍ! ຄວາມຜິດນີ້ເປັນເພາະປ້າກັບລຸງທີ່ອົບຮົບລູກສາວໄດ້ບໍ່ດີຈິ່ງໄດ້ເກີດເລື່ອງແບບນີ້ຂຶ້ນ”
ໝີນ້ອຍຟ້າວຍ່າງມາໂຈມເອົາພໍ່ແມ່ລຸກຂຶ້ນ ພ້ອມທັງຫຼວງເບິ່ງໜ້ານູ່ນີ່ດ້ວຍສາຍຕາບໍ່ພໍໃຈ ແລະ ກ່າວອອກໄປວ່າ: “ພໍ່ກັບແມ່ລຸກຂຶ້ນ! ຢ່າໄປຂໍຮ້ອງພວກເຂົາ” ແຕ່ພໍ່ກັບແມ່ຂອງໝີນ້ອຍບໍ່ຍອມລຸກຂຶ້ນຕາມທີ່ໝີນ້ອຍຕ້ອງການ
ພໍ່ໝີນ້ອຍ: “ເຈົ້າຫຸບປາກ! ບໍ່ຕ້ອງເວົ້າສິ່ງໃດອອກມາ! ນາຍຍິງນູ່ນີ່ກະລຸນາຢ່າເອົາຄວາມກັບລູກສາວຂອງລຸງກັບປາກເລີຍ ເພາະຕອນນີ້ເວນກຳທັງໝົດມັນກໍ່ໄດ້ສະໜອງກຳລູກສາວຂອງລຸງກັບປ້າແລ້ວ”
ນູ່ນີ່ບໍ່ເຂົ້າໃຈທີ່ພໍ່ຂອງໝີນ້ອຍເວົ້າຈິ່ງຖາມໄປດ້ວຍຄວາມສົງໃສ: “ທີ່ວ່າເວນກຳສະໜອງນັ້ນມັນສະໜອງແບບໃດ”
ແມ່ຂອງໝີນ້ອຍກ່າວທັງນ້ຳຕາ: “ລູກທີ່ເກີດມາເປັນເດັກພິການ ລິ້ນໄກ່ສັ້ນໝໍບອກວ່າເດັກອາດຈະເວົ້າບໍ່ໄດ້ ແລະ ມີບັນຫາເລື່ອງການໄດ້ຍິນ”
ໝີນ້ອຍ: “ພໍໄດ້ແລ້ວ”
ນູ່ນີ່ທັງຕົກໃຈກັບສິ່ງທີ່ແມ່ຂອງໝີນ້ອຍເວົ້າ ແຕ່ເມື່ອແນມໄປເບິ່ງເດັກນ້ອຍຜູ້ໜ້າສົງສານທີ່ກຳລັງຮ້ອງໄຫ້ແຕ່ບໍ່ມີສຽງຜູ້ນັ້ນແລ້ວຮູ້ສຶກສັງເວນໃຈ ນີ້ມັນເປັນເພາະເຫດໃດ ຫຼື ເວນກຳທີ່ແມ່ເປັນຄົນສ້າງກັບໄປຕົກໃສ່ລູກ.
ໝີນ້ອຍ: “ເຈົ້າຕ້ອງການໃຫ້ຂ້ອຍເຮັດສິ່ງໃດກໍ່ບອກມາ”
ນູ່ນີ່: “ເຊັນລົງຊື່ ພ້ອມຈ້ຳໂປ້ໃນເອກະສານນີ້” ເຊິ່ງເນື້ອໃນເອກະສານໄດ້ລະບຸໄວ້ປະມານວ່າ (ຂ້າພະເຈົ້ານາງ ໝີນ້ອຍ ຂໍຢັ້ງຢືນວ່າທັງຕົວຂ້າພະເຈົ້າກັບລູກບໍ່ມີສ່ວນກ່ຽວຂ້ອງໃດໆກັບ ທ້າວ ເອກກະພົນ (ເອກ) ແລະ ຈະບໍ່ກັບມາວຸ້ນວາຍກັບຄອບຄົວຂອງທ້າວ ເອກກະພົນ ແລະ ບໍລິສັດອີກຕໍ່ໄປ, ຖ້າເມື່ອໃດທີ່ຂ້າພະເຈົ້າກັບມາວຸ້ນວາຍ ຫຼື ສ້າງຄວາມເສຍຫາຍ, ເສື່ອມເສຍກຽດຕິຍົດຊື່ສຽງ ແລະ ຊັບສິນຂອງ ທ້າວ ເອກກະພົບ ຂອງບໍລິສັດ ຜ້າໄໝລາວ ຈຳກັດ ຂ້າພະເຈົ້າຍິນດີໃຫ້ຝ່າຍຂອງທ້າວ ເອກກະພົນ ດຳເນີນຈະດີຕາມກົດໝາຍບ້ານເມືອງກັບຂ້າພະເຈົ້າໄດ້ທຸກເວລາ).
ໝີນ້ອຍໃຈຈິງແລ້ວນາງກໍ່ບໍ່ໄດ້ຕ້ອງການເຊັນລົງຊື່ຈ້ຳໂບ້ເອກະສານໃບນັ້ນ ແຕ່ກໍ່ຈຳເປັນ ນອກຈາກໝີນ້ອຍໄດ້ເຊັນເອກກະສານແລ້ວ ຜູ້ເປັນພໍ່ແມ່ກໍ່ຢັງໄດ້ເຊັນ ແລະ ເຈົ້າໂບ້ໃນຖານະເປັນພະຍານໃນການຍິນຍອມຂອງລູກສາວໃນເທື່ອນີ້ເຊັ່ນດຽວກັນ ກ່ອນນູ່ນີ່ຈະກັບນາງໄດ້ກ່າວອີກປະໂຫຍກວ່າ
ນູ່ນີ່: “ກະລຸນາຢ້າຍອອກຈາກເຮືອນຫຼັງນີ້ພາຍໃນ 24 ຊົ່ວໂມງດ້ວຍ ເພາະວ່າເອກໄດ້ຂາຍເຮືອນຫຼັງນີ້ໃຫ້ກັບຂ້ອຍແລ້ວ ອີກ 1-2 ມື້ຕໍ່ໜ້າຂ້ອຍຈະໃຫ້ຄົນມາເຮັດຄວາມສະອາດ ແລະ ຈະໃຫ້ຄົນຕ່າງປະເທດທີ່ມາເຮັດທຸລະກິດຢູ່ລາວເຂົ້າມາເຊົ່າ! ຫວັງວ່າຂ້ອຍຈະບໍ່ໄດ້ເວົ້າຊ້ຳອີກເນາະ”
ເມື່ອເວົ້າຈົບນູ່ນີ່ກໍ່ຍ່າງໄປຂຶ້ນລົດທີ່ຈອດຖ້າຢູ່ໜ້າເຮືອນ ແລະ ໃຫ້ຄົນຂັບລົດຂັບພານາງກັບໄປທີ່ບໍລິສັດ ຕອນຢູ່ໃນລົດນູ່ນີ່ໄດ້ສົ່ງລາຍງານເລື່ອງທັງໝົດໃຫ້ກັບນ້ອງຊາຍໄດ້ຮູ້ຜ່ານທາງວັອບແອັບ ທັງຮູບຖ່າຍເອກະສານຍິນຍອມຂອງໝີນ້ອຍທີ່ເຊັນ, ທັງໃນຢັ້ງຢືນຜົນການກວດດີເອັນເອຈາກໂຮງໝໍທີ່ບົ່ງບອກວ່າລູກຂອງໝີນ້ອຍບໍ່ມີສາຍສຳພັນກ່ຽວກັບຕົນ ແລະ ກໍ່ລາຍງານເລື່ອງທີ່ໃຫ້ໝີນ້ອຍພ້ອມຄອບຄົວຍ້າຍອອກຈາກເຮືອນຫຼັງນັ້ນພາຍໃນ 24 ຊົ່ວໂມງ, ເຊິ່ງຕອນນີ້ເອກກຳລັງຢູ່ທີ່ບ້ານຫຼັກ 5, ເມື່ອງຜົ້ງສາລີ ແຂວງ ຜົ້ງສາລີ ເມື່ອໄດ້ເຫັນຂໍ້ຄວາມທີ່ເອື້ອຍສົ່ງໃຫ້ກໍ່ໂລ່ງໃຈທີ່ເລື່ອງທຸກຢ່າງຈົບລົງໄປແລ້ວ ເຫຼືອພຽງຕອນນີ້ຕົນຕ້ອງພະຍາຍາມທຳໃຈລືມຄວາມທຸກ ແລະ ໃຊ້ເວລາຕາມຫາຍິງທີ່ຕົນຮັກໃຫ້ພົບເລື່ອງດຽວເທົ່ານັ້ນ.
ໝີນ້ອຍກັບພໍ່ແມ່ ແລະ ລູກຕ້ອງຟ້າວເກັບເສື້ອຜ້າເຄື່ອງຂອງຍ້າຍອອກຈາກເຮືອນຫຼັງນັ້ນຕາມຄຳສັ່ງຂອງນູ່ນີ່.