spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 32

ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 32

Published on

ຕອນທີ 32

ຫຼັງເລີກວຽກເອກຂັບລົດໄປທີ່ເຮືອນເພື່ອຈະໄປຕໍ່ວ່າໝີນ້ອຍ ເອກຍ່າງເຂົ້າໄປທີ່ເຮືອນຍ່າງສຳຫຼວດເບິ່ງເຮືອນແລ້ວບໍ່ເຫັນມີອາລີ້ຢູ່ ເຫັນແຕ່ໝີນ້ອຍນັ່ງກິນສົ້ມຢູ່ທີ່ເຮືອນຄົວ ເອກຈິ່ງຍ່າງເຂົ້າໄປຈັບແຂນມີນ້ອຍດຶງກະຊາກລຸກຂຶ້ນຈາກຕັ່ງເອກກຳແຂນໝີນ້ອຍໄວ້ແໜ້ນຈົນຮູ້ສຶກໄດ້ເຖິງຄວາມເຈັບປວດ ໝີນ້ອຍພະຍາຍາມ ດຶ້ງແຂນໃຫ້ລຸດມື ແຕ່ບໍ່ລຸດ ນາງຈິ່ງກັດແຂ້ວຈ້ອງຕາສູ້ແລ້ວເວົ້າທ້າທາຍໄປວ່າ

ໝີນ້ອຍ: “ເອົາເລີຍ! ທຳຮ້າຍຂ້ອຍເລີຍແມະ! ຕີໃຫ້ລູກໃນທ້ອງຂ້ອຍລຸລູກອອກໄປເລີຍ”
ເອກກັດແຂ້ວປ່ອຍແຂນໝີນ້ອຍອອກຫ່າງແລ້ວກ່າວດ້ວຍຄວາມໂມໂຫວ່າ: “ຂ້ອຍຢາກຈະຂ້າເຈົ້າຖິ້ມສະ”
ໝີນ້ອຍ: “ເອົາເລີຍ! ຖ້າເຈົ້າບໍ່ຢ້ານລູກເຈົ້າທີ່ຢູ່ໃນທ້ອງຂອງຂ້ອຍມັນຕາຍໄປພ້ອມເຈົ້າກໍ່ຂ້າຂ້ອຍຖິ້ມເລີຍ”
ເອກໃຈສັ່ນໂມໂຫ: “ຄວາມຈິງກໍ່ຄືຄວາມຈິງຈັກມື້ໜຶ່ງຄວາມຈິງຈະຖືກເປີດເຜີຍແລ້ວເຈົ້າຈະໄດ້ຮັບກຳ”

ໝີນ້ອຍຍິ້ມເຢາະເຢີ້ຍໃສໜ້າເອກແບບບໍ່ສະທົບສະທ້ານກັບຄຳເວົ້າໃດໆ ຈົນເອກຮູ້ສຶກຜິດປົກກະຕິ ເມືອເອກຫຼັງໃສ່ໝີນ້ອຍກໍ່ຕ້ອງຕົກໃຈຢ່າງໜັກເມື່ອເຫັນອາລີຢືນນ້ຳຕານອງໜ້າຢູ່ຕໍ່ໜ້າຕົວເອງ ອາລີ້ໄດ້ຍິນທຸກຢ່າງທີ່ທັງສອງສົນທະນາກັນເຕັມສອງຫູ ຕາຍຫ່າຄວາມລັບທີ່ເອກພະຍາຍາມປິດບັງດ້ວຍຄວາມຍາກລຳບາກມາຕະຫຼອດກັບຕ້ອງຖືກເປີດເຜີຍແບບງ່າຍດາຍ.

ອາລີ້ສະທ້ານໃຈທີ່ໄດ້ຍິນແຕ່ກໍ່ເຊື່ອແນ່ບໍ່ເຊື່ອແນ່ ແຕ່ກໍ່ເທໃຈໄປທາງເຊື່ອຫຼາຍກວ່າ ເຖິງແນວໃດກໍ່ຕາມນາງກໍ່ຕ້ອງການໄດ້ຍິນຄຳຢືນຢັນຈາກປາກຂອງເອກ
ອາລີ້ກ່າວຖາມເອກດ້ວຍແວວຕາສີໜ້າທີ່ຫວັງວ່າສິ່ງທີ່ໄດ້ຍິນນັ້ນມັນບໍ່ແມ່ນເລື່ອງຄວາມຈິງ: “ເອກມັນບໍ່ແມ່ນເລື່ອງຈິງແມ່ນບໍ່”
ເອກມີທ່າທີລັງເລກັບຄຳຕອບ ແລະ ແນມໄປເບິ່ງໝີນ້ອຍທັງເຮັດໜ້າໜັກໃຈຄືກຳລັງຄິດສິ່ງໃດຢູ່ໃນໃຈ ກ່ອນຈະຫັນມາເບິ່ງໜ້າອາລີ້ດ້ວຍການສົ່ງສັນຍານສາຍຕາວ່າເລື່ອງທັງໝົດບໍ່ແມ່ນຄວາມຈິງ ແຕ່ອາລີ້ກໍ່ບໍ່ສາມາດສຳພັດສັນຍານໃຈທີ່ເອກສົ່ງຜ່ານສາຕາມາໃຫ້ຕົນໄດ້ ເອກຍັງບໍ່ທັນໄດ້ກ່າວຄຳໃດອອກໄປ ໝີນ້ອຍກໍ່ກ່າວຕັດບົດອອກມາວ່າ
ໝີນ້ອຍກ່າວດ້ວຍສີໜ້າຍິ້ມເຢາະເຢີ້ຍ: “ເອກມິດແບບນີ້ໝາຍຄວາມວ່າ…! ອາລີ້! ຫວັງວ່າເຈົ້າຈະໄດ້ຄຳຕອບແລ້ວເນາະ”

ອາລີ້ເສຍໃຈໜັກກັບຄຳຕອບທີ່ວ່າງເປົ່າທີ່ເອກມອບໃຫ້ ນາງຈິ່ງຄິດໄປເອງວ່າ ທີ່ເອກບໍ່ຕອບເພາະວ່າເລື່ອງທຸກຢ່າງມັນແມ່ນເລື່ອງແທ້, ເວລານັ້ນອາລີ້ທັງໂມໂຫທັງເສຍໃຈ ທຸກຢ່າງມັນສັບສົນໄປໝົດ ນາງຈິ່ງຕັດສິນໃຈແລ່ນຂຶ້ນຫ້ອງນອນອັດປະຕູຂັງຕົວເອງໄວ້ ເຖິງເອກະແລ່ນນຳຫຼັງມາຕິດໆກໍ່ບໍ່ທັນຊຸດດຶງນາງໄວ້ທັນ. ເອກຄອກປະຕູຮ້ອງໃຫ້ອາລີ້ເປີດປະຕູອອກມາລົມກັນໃຫ້ເຂົ້າໃຈດ້ວຍຄວາມຮ້ອນໃຈ ແຕ່ອາລີ້ບໍ່ຍອມເປີດປະຕູໃຫ້ດັ່ງນັ້ນເອກຈິ່ງຄິດຕັດສິນໃຈໂດດທຳປະຕູໄປສອງເທື່ອອາລີ້ຕົກໃຈຢ້ານປະຕູພັງຈິ່ງຮ້ອງບອກເອກວ່າ ຕົນເອງຕ້ອງການຢູ່ຄົນດຽວຢ່າເຂົ້າມາລົບກວນຕອນນີ້ ຖ້າເອກຍັງພະຍາຍາມຈະເຂົ້າມານາງຈະທຳຮ້າຍຕົວເອງ ເມື່ອເອກໄດ້ຍິນທີ່ອາລີ້ກ່າວເຖິງກັບຕ້ອງຢຸດທີ່ຈະພັງປະຕູທັນທີ. ເອກໂມໂຫໜັກຂັບລົດອອກຈາກເຮືອນດ້ວຍຄວາມໄວຈົນເກືອບຂັບລົດຕຳຄົນຂ້າງທາງແຕ່ໂຊກດີທີ່ຫັກລົບຈອດລົດຢູ່ຂ້າງທາງຈັບໂທລະສັບຂຶ້ນມາກົດໄທໄປຫາອາລີ້ຫຼາຍສາຍແຕ່ນາງບໍ່ຍອມຮັບສາຍ ແລະ ກໍ່ປິດເຄື່ອງໄປ, ດ້ວຍຄວາມໂມໂຫໜັກ ແລະ ຢາກລະບາຍເອກໄດ້ໄຂປະຕູລົງຈາກລົດ ແລ້ວແລ່ນໄປຫາກົກໄມ້ຂ້າງທາງຈາກນັ້ນກໍ່ເອົາກຳປັ້ນຊ້າຍຊົກໄປທີ່ກົກໄມ້ແຮງຫຼາຍໆບາດດ້ວຍຄວາມເຫຼືອໃຈຈົນມືອາບເລືອດ ເມື່ອໄດ້ລະບາຍອາລົມແລ້ວກໍ່ຮູ້ສຶກຜ່ອນຄາຍຂຶ້ນມາແນ່ກ່ອນຈະຂັບລົດກັບເຮືອນພໍ່ກັບແມ່ ເມື່ອຮອດເຮືອນເອກກໍ່ຍ່າງໄປຈັບກ່ອງພະຍາບານໃນນັ້ນມີອຸປະກອນຮັກສາບາດແພເອກໄດ້ຫິ້ວກ່ອງນັ້ນເຂົ້າໄປທີ່ຫ້ອງນອນຂອງຕົນເພື່ອຈັດການແຜທີ່ມືຄົນດຽວໂດຍບໍ່ໃຫ້ຄົນທີ່ເຮືອນຮັບຮູ້.

ອາລີ້ເມື່ອປິດໂທລະສັບແລ້ວກໍ່ອອກມາຈາກຫ້ອງນອກເພື່ອຈະມາຕໍ່ວ່າຮ້າຍດ່າໝີນ້ອຍຜູ້ເປັນເອື້ອຍ ໃນໃຈຢາກເຂົ້າໄປຕົບຕີໃຫ້ຕາຍຄາມື ແຕ່ເພາະອາລີ້ຄິດໄດ້ວ່າໝີນ້ອຍຜູ້ເປັນເອື້ອຍກຳລັງຖືພາຢູ່ເລີຍເກີດຢ້ານເດັກໃນທ້ອງຂອງເອື້ອຍເປັນອັນຕະລາຍນາງຈິ່ງຍັ້ງມືໄວ້ພຽງຕົບໜ້າໝີນ້ອຍໄປບາດໜຶ່ງຢ່າງແຮງ ແລະ ເວົ້າດ້ວຍນ້ຳຕາວ່າ

ອາລີ້ເວົ້າຂຶ້ນສຽງທັງນ້ຳຕາ: “ເຈົ້າເອົາຫຍັງເຮັດໃຈ! ຜົວຂອງນ້ອງໂຕເອງແທ້ໆເປັນຫຍັງເອື້ອຍຈິ່ງເຮັດໄດ້ລົງ! ເອື້ອຍຄືຊົ່ວປານສັດແທ້! ມົ້ວ! ບໍ່ເລືອກກິນ”
ໝີນ້ອຍໂມໂຫໜັກເພາະຖືກຕໍ່ວ່າດ້ວຍຄຳເສຍຫາຍ ແລະ ຍັງຖືກຕົບໜ້າໄປໜຶ່ງບາດ ນາງຈິ່ງໄດ້ຕົບໜ້າອາລີ້ພ້ອມທັງຫຍຸມຜົມອາລີ້ດຶງທົກຢ່າງແຮງ ແລະ ກ່າວດ້ວຍຄວາມໂມໂຫວ່າ: “ມຶງມັນໜ້າໂງ່! ກູກັບຜົວມຶງໄດ້ກິນກັນລັບໆຫຼາຍເທື່ອແລ້ວມຶງບໍ່ຮູ້ເອງ! ຄົນໜ້າໂງ່ຢ່າງມຶງສົມຄວນແລ້ວທີ່ຕ້ອງຖືກສວມເຂົາ”
ອາລີ້ຮູ້ສຶກເຈັບຈິ່ງໃຊ້ມືເບື້ອງໜຶ່ງຂອງຕົນຫຍຸມຜົມໝີນ້ອຍຄືນ ແລະ ກ່າວວ່າ: ”ເອີ້! ກູໂງ່ແຕ່ມຶງຊົ່ວ! ຊົ່ວກວ່າສັດ! ເຮັດໄດ້ແມ່ນແຕ່ຜົວນ້ອງຕົວເອງ”
ໝີນ້ອຍ: “ຖ້າຜົວມຶງບໍ່ເປັນໃຈກູສິເຮັດມັນໄດ້ແນວໃດ! ແລ້ວອີກຢ່າງກູບໍ່ເຄີຍເຫັນມຶງເປັນນ້ອງ ມຶງເປັນພຽງກາຝາກພໍ່ແມ່ຕາຍແລ້ວພໍ່ແມ່ກູເອົາມາລ້ຽງ ຕັ້ງແຕ່ນ້ອຍຈົນໃຫຍ່ມຶງແບ່ງທຸກສິ່ງທຸກຢ່າງໄປຈາກກູ! ທັງຄວາມຮັກຂອງພໍ່ແມ່, ທັງຂອງກິນ, ຂອງຫຼິ້ນ, ເສື້ອຜ້າ! ກູຊັງມຶງ ມຶງໜ້າຈະຕາຍໄປພ້ອມກັບພໍ່ແມ່ມຶງສະ”

ຄຳທີ່ໝີນ້ອຍກ່າວອາລີ້ຮູ້ສຶກອ່ອນລ່ອຍລົງທັນທີມັນເສຍຄວາມຮູ້ສຶກຢ່າງແຮງເມື່ອໄດ້ຍິນຄົນທີ່ຕົນຮັກແລະນັບຖືກ່າວອອກມາແບບນີ້ ມັນເຈັບກວ່າຖືກມືດແທງເຂົ້າຫົວໃຈ, ມັນເຈັບເກີນທີ່ຈະຮັບໄຫວ ມືທີ່ກຳຜົມໝີນ້ອຍຢູ່ປ່ອຍວາງຢ່າງອ່ອນແຮງລົງ ໝີນ້ອຍໄດ້ຍູ້ຫົວອາລີ້ໄປຕຳໃສ່ຝາເຮືອນ ກ່ອນຈະຍ່າງໜີຂຶ້ນຫ້ອງນອນ, ອາລີ້ເຂົ່າອ່ອນນັ່ງລົງອີງຝານ້ຳຕານອງໜ້າຄຳເວົ້າຂອງເອື້ອຍຍັງແວ້ວສຽງດັງກ້ອງເຂົ້າມາທີ່ຫູ ທັງເລື່ອງທີ່ໝີນ້ອຍມີຍັງກັບເອກຜູ້ເປັນຜົວຈົນຖືພາມານ ທັງຖືກປະຕິເສດວ່າບໍ່ເຄີຍນັບຕົນເອງເປັນນ້ອງ ເຖິງຮູ້ສຶກຕົກໃຈເຈັບປວດແທບຊັອກແຕ່ອາລີ້ກໍ່ຕ້ອງຕັ້ງສະຕິໄວ້ໃຫ້ດີ.

ຕອນນັ້ນເປັນເວລາປະມານ 20:00 ນາທີ ຕະເວັນຕົກດິນຟ້າມືດມິດ ອາລີ້ຍ່າງຕີນເບົ່າໜ້າແດງຫົວໂນເທົ່າໝາກນາວ ຜົວຫຍຸ້ງເຫຍີງປານລຳຍອງ ນ້ຳຕາໄຫລຖ້ວມໜ້າໄປຫາເພື່ອນທີ່ຢູ່ຫ້ອງແຖວຫ່າງອອກຈາກເຮືອນເກືອບ 100 ແມັດ ໃນລະຫວ່າງຍ່າງໄປຕາມທາງມີຄົນແນມເບິ່ງດ້ວຍຄວາມສົນໃຈສົງໃນແຕ່ອາລີ້ກໍ່ບໍ່ສົນໃຈມຸ່ງໜ້າຍ່າງໄປຕາມທາງລູກດຽວ ໃນທີ່ສຸດກໍ່ຮອດຫໍພັກຂອງເພື່ອນທີ່ເປັນຊາຍເກ (ແອັບແມນ) ທີ່ຮຽນຕັດເຄື່ອງນຳກັນເພື່ອຂໍຄວາມຊ່ວຍເຫຼືອ.

ແມັກກີ້ເພື່ອນຊາຍໄດ້ຍິນສຽງເຄາະປະຕູກໍ່ຍ່າງມາເປີດປະຕູເບິ່ງວ່າໃຜມາຫາ ພໍແຕ່ເປີດປະຕູເທົ່ານັ້ນເຖິງຂັ້ນຕົກໃຈໜັກແຕ໋ວແຕກທັນທີ ແມັກກີ້ຟ້າວໃຫ້ອາລີ້ເຂົ້າມາທີ່ຫ້ອງ ແລະ ພາໄປນັ່ງລົງພື້ນສາດກ່ອນເອົານ້ຳເຢັນໆມາໃຫ້ເພື່ອນດື່ມ ແລະ ກໍ່ນັ່ງລົງຂ້າງໆ ເພື່ອຊອບຖາມເລື່ອງລາວເຫດໃດອາລີ້ເຖິງມາພົບຕົນເອງໃນສະພາບນີ້ໃນເວລາຄ່ຳຄືນແບບນີ້ ແຕ່ແມັກກີ້ກໍ່ບໍ່ໄດ້ຄຳຕອບໃດໆ ເພາະອາລີ້ໄດ້ແຕ່ນັ່ງເມີ່ລອຍມິດງຽບຄົນດຽວບໍ່ເວົ້າບໍ່ຈາໃດໆ ເວລາຜ່ານໄປເດິດດື່ນຮອດ 23:00 – 24:00 ໂມງແລ້ວ ອາລີ້ຍັງໄດ້ແຕ່ນັ່ງມິດຢູ່ລຳພັງ ແມັກກີ້ນັ່ງເບິ່ງໂທລະທັດຢູ່ຂ້າງໆກໍ່ເກີດຢາກຫຼັບນອນ ຈິ່ງນຳເຄື່ອງບ່ອນນອນເສື່ອຜືນໝອນໃບຜ້າຫົ່ມຜືນ, ມຸ້ງໜຶ່ງດາງມາປູບ່ອນນອນຈັດກຽມໄວ້ໃຫ້ເພື່ອນສາວແລ້ວຕົນກໍ່ເຂົ້າໄປນອນທີ່ຫ້ອງ ອາລີ້ນັ່ງຈົນເດິກດື່ນຮອດ 2 ໂມງເຊົ້າຮ່າງກາຍເມື່ອຍລ້າອ່ອນແຮງຈິ່ງເຂົ້າໄປຫຼັບນອນໃນບ່ອນທີ່ເພື່ອນກຽມໄວ້ໃຫ້

ເອກບໍ່ໄດ້ຫຼັບບໍ່ໄດ້ນອນໝົດຄືນ ແຕ່ພໍຮຸ່ງເຊົ້າມາກໍ່ບໍ່ໄດ້ພັກຜ່ອນອີກ ເພາະຕ້ອງຂຶ້ນເຄື່ອງໄປສຳມະນາທີ່ປະເທດຈີນເປັນເວລາ 1 ອາທິດ ເມື່ອເກີດເລື່ອງນີ້ຂຶ້ນໃນໃຈຂອງເອກແທ້ຈິງແລ້ວກໍ່ບໍ່ຢາກໄປ ແຕ່ເລື່ອງມັນເກີດຂຶ້ນແບບກະທັນຫັນບໍ່ມີໂອກາດໄດ້ກຽມຕົວ ຫຼື ປ່ຽນທຸກຢ່າງທີ່ກຳນົດໄວ້ທັງໝົດແລ້ວໄດ້ ແລະ ການປະຊຸມເທື່ອນີ້ມັນເປັນໂອກາດສຳຄັນທີ່ເຂົາຈະໄດ້ພົບກັບນັກທຸກລະກິດຫຼາຍສັນຊາດ ເຊິ່ງມັນເປັນການເປີດທາງເຈາະຕະຫຼາດຂອງບໍລິສັດໃນອານາຄົດ ສະນັ້ນຊົ່ວໂມງນີ້ເມືອບໍ່ສາມາດປ່ຽນແປງໄດ້ກໍ່ຕ້ອງເຮັດໃຫ້ດີທີ່ສຸດ ເອກຕັດສິນໃຈເດີນທາງໄປເຂົ້າຮ່ວມສຳມະນາ ແຕ່ກ່ອນທີ່ເຮືອນບິນຈະອອກເອກລອງໂທຫາອາລີ້ອີກຄັ້ງແຕ່ໂທລະສັບອາລີ້ຍັງປິດເຄື່ອງຢູ່ເອກຈິ່ງສົ່ງຂໍ້ຄວາມໄປໄວ້ເພື່ອອາລີ້ເປີດເຄື່ອງແລ້ວຈະໄດ້ອ່ານຂໍ້ຄວາມທີ່ເຂົາສົ່ງໃຫ້.

ສ່ວນອາລີ້ສວາຍໂອກາດຈັງຫວະທີ່ໝີນ້ອຍອອກຈາກເຮືອນແອບລັກເຂົ້າເຮືອນໂດຍມີແມັກກີ້ເປັນຜູ້ຊ່ວຍງັດປະຕູເຮືອນຄົວທາງຫຼັງບ້ານເຂົ້າໄປໃນເຮືອນ, ອາລີ້ກັບເອກໄດ້ພາກັນຍ່າງເບົາໆຍ່ອງໆຂຶ້ນໄປທີ່ຫ້ອງ ອາລີ້ຟ້າວເກັບເສື້ອຜ້າເຄື່ອງຂອງທີ່ຈຳເປັນໃສ່ກະເປົາເດີນທາງສີຟ້າໜ່ວຍກາງ ກ່ອນຈະຟ້າວອອກຈາກເຮືອນຫຼັງນັ້ນໄປ.

ມື້ນີ້ແມັກກີ້ກໍ່ຕ້ອງຂາດຮຽນເພາະຊ່ວຍອາລີ້ເຮັດພາລະກິດສຳຄັນ ຫຼັງຈາກໄດ້ກະເປົາເຄື່ອງແລ້ວອາລີ້ກໍ່ໃຫ້ແມັກກີ້ຂັບລົດພາຕົວເອງກັບໄປທີ່ເຮືອນຂອງປ້າກັບລຸງທີ່ຊຽງຄວັນ, ອາລີ້ກອບຄວາມເຈັບຊ້ຳທີ່ໝີນ້ອຍກະທຳກັບຕົວເອງໄປເລົ່າສູ່ຜູ້ເປັນປ້າຟັງຫວັງຈະໃຫ້ມີຄົນເຂົ້າຂ້າງ ແຕ່ກໍ່ຕ້ອງຜິດຫວັງຊ້ຳຊ້ອນຢ່າງບໍ່ຄາດຄິດກັບຄຳທີ່ປ້າກ່າວ

ປ້າອາລີ້ກ່າວ: “ຕັດໃຈເສຍສະຫຼະນາຍນ້ອຍເອກໃຫ້ເອື້ອຍໄປສາຫຼ້າ! ແລ້ວເຈົ້າຈິ່ງຄ່ອຍຫາເອົາໃໝ່ ປ້າບໍ່ຢາກໃຫ້ເອື້ອຍນ້ອງພວກເຈົ້າຜິດໃຈກັນ! ອີກຢ່າງໜຶ່ງຕອນນີ້ເອື້ອຍເຈົ້າກໍ່ຖືພາລູກຂອງນາຍນ້ອຍເອກຢູ່! ຖືວ່າເຮັດເພື່ອຫຼາຍ! ລູກປ່ອຍພວກເຂົາໄປສະ”

ມັນເປັນຄຳເວົ້າທີ່ເວົ້າງ່າຍແຕ່ຟັງຍາກບາດເລິກ, ອາລີ້ເຮັດໜ້າງົງແລ້ວເວົ້າສຽງສັ່ນນ້ຳຕາຫຸ້ມປໍ້: “ນິ! ປ້າຄືເວົ້າແບບນີ້! ຫລື ວ່າປ້າຮູ້ເລື່ອງທຸກຢ່າງດີແລະປ້າຄິດວ່າເລື່ອງທຸກຢ່າງມັນຖືກຕ້ອງແລ້ວ” ປ້າກັບລຸງຫັນຂ້າງໃສ່ນັ່ງມິດງຽບທັງສອງບໍ່ເອີ່ຍຄໍາອອກມາ ອາລີ້ພຽງເຫັນກໍ່ເຂົ້າໃຈທຸກຢ່າງແລ້ວຈິ່ງກ່າວອອກໄປອີກວ່າ “ເຂົ້າໃຈແລ້ວ! ເລືອດຕ້ອງຂຸ້ນກວ່ານ້ຳ! ພວກເຈົ້າເຮັດຖືກແລ້ວ”

ອາລີ້ໄດ້ຄຳຕອບທີ່ຊັດເຈນຈາກລຸງກັບປ້າແລ້ວ ນາງຕັດສິນໃຈໄປຈາກເຮືອນຫຼັງນີ້ ເພາະຄົງຝືນໃຈອາໃສຢູ່ຮ່ວມເຮືອນນຳຕໍ່ໄປບໍ່ໄຫວ ຄັບທີ່ຢູ່ໄດ້ຄັບໃຈຢູ່ຍາກ ນາງຍ່າງເຂົ້າໄປເອົາກະເປົາເສື້ອຜ້າໂຕທີ່ນາງພາຍມາທີ່ເອົາເຂົ້າໄປເກັບໄວ້ໃນເຮືອນອອກມາຄືນ ແລ້ວຍ່າງໄປຂຶ້ນລົດທີ່ແມັກກີ້ຈອດຖ້າຢູ່ເພື່ອກັບມາຕັ້ງຫຼັກທີ່ຫ້ອງຂອງແມັກກີ້ຄືເກົ່າ, ສອງເຖົ້າລຸງກັບປ້ານ້ຳຕານອງໜ້າທັງຄູ່ເມື່ອເຫັນຫຼານສາວສຸດທີ່ຮັກທີ່ລ້ຽງມາຕັ້ງແຕ່ນອນຂຶ້ນລົດຈາກໄປ.

ໜຶ່ງອາທິດກ່ອນເກີດເລື່ອງໝີນ້ອຍໄດ້ມາຫາແມ່ທີ່ເຮືອນ
ໝີນ້ອຍ: “ແມ່! ພໍ່! ລູກມີເລື່ອງສຳຄັນຈະມາແຈ້ງໃຫ້ຮູ້! ຟັງແລ້ວພວກເຈົ້າຢ່າຕົກໃຈເດີ້”
ແມ່ໝີນ້ອຍ: “ຫ້ວຍ! ຄືມາເວົ້າເປັນຕາບໍ່ຢາກຟັງແທ້ລະ!”
ໝີນ້ອຍ: “ຕອນນີ້ລູກກຳລັງຖືພາລູກຂອງນາຍນ້ອຍເອກຢູ່”
ພໍ່ແມ່ໝີນ້ອຍ:​”ຫະ!”
ໝີນ້ອຍ: “ລູກເວົ້າແທ້! ຕໍ່ໄປລູກຈະໄດ້ເປັນເມຍຂອງນາຍນ້ອຍເອກລູກຊາຍຄົນດຽວຂອງຕະກູນຮັ່ງມີ ຕໍ່ໄປຊີວິດຂອງເຮົາຈະມີແຕ່ຄວາມສຸກ”
ແມ່ໝີນ້ອຍ: “ມັນເປັນໄປໄດ້ແນວໃດ! ໃນເມື່ອນາຍນ້ອຍເອກຮັກຢູ່ກັບອາລີ້ນ້ອງຂອງເຈົ້າ”
ໝີນ້ອຍ: “ມັນເປັນໄປແລ້ວ! ພໍ່ກັບແມ່ຕ້ອງເຂົ້າຂ້າງຂ້ອຍຖ້າເຫັນຂ້ອຍເປັນລູກ”
ພໍ່ໝີນ້ອຍ:​ ”ແລ້ວນ້ອງເດ! ນ້ອງຮູ້ເລື່ອງນີ້ແລ້ວບໍ! ນ້ອງວ່າແນວໃດ! ນ້ອງສິບໍ່ຄຽດໃຫ້ລູກຫວາ”
ໝີນ້ອຍ: “ແນ່ນອນເມື່ອນາງຮູ້ນາງຈະບໍ່ພໍໃຈໃນຕົວລູກອາດເຖິງຂັ້ນແຕກຫັກ! ເມື່ອເວລານັ້ນມາຮອດພໍ່ກັບແມ່ກໍ່ຕ້ອງເລືອກວ່າຈະຢູ່ຂ້າງໃຜຈະຢູ່ຂ້າງລູກໃນໃສ້ ຫຼື ຈະຢູ່ຂ້າງຫຼານ! ພໍ່ແມ່ຕ້ອງເລືອກແລ້ວລະ”
ຕາມທາງມາອາລີ້ນັ່ງມິດງຽບມີແຕ່ນ້ຳຕາເທົ່ານັ້ນທີ່ໄຫລແມັກກີ້ເລີຍຖາມດ້ວຍຄວາມເປັນຫ່ວງເພື່ອນ
ແມັກກີ້: “ໄຫວບໍ່ເພິ່ນ! ເວົ້າຫຍັງແນ່ແມະເພິ່ນ! ດຽວເຂົາກະໄຫ້ໄປກັບເພິ່ນລະນິ”

3 ມື້ແລ້ວທີ່ອາລີ້ບໍ່ປາກບໍ່ຈາກກັບໃຜເກັບຕົວຢູ່ແຕ່ໃນຫ້ອງເຊົ່າຂອງແມັກກີ້ ເປັນນາງເມລີຂີ້ເມົາ ມີເບຍເປັນເພື່ອນ ມີແມັກກີ້ເປັນສ່ຽວ ຕອນນີ້ເພື່ອນມັນກຳລັງເຫີ໊ດໜັກ ແມັກກີ້ເລີຍຂາດຮຽນຢູ່ເປັນໝູ່ ເພາະຢ້ານນາງຄິດສັ້ນຂ້າຕົວຕາຍ ອາລີ້ຂໍໃຫ້ແມັກກີ້ເກັບຄວາມລັບນີ້ໄວ້ຢ່າບອກໃຜວ່ານາງອາໃສຢູ່ຫ້ອງນີ້ ແລະ ໃຫ້ຢຽບເລື່ອງຄວາມເຈັບຊ້ຳອັບອາຍນີ້ໄວ້ໃຫ້ຈົມດິນ ເຊິ່ງແມັກກີ້ເອງກໍ່ສັນຍາກັບນາງໂດຍມີແກ້ວເບຍເປັນສັກຂີພະຍານ ຖ້າມື້ໃດແມັກກີ້ເຜີ້ເວົ້າອອກໄປຂໍ້ໃຫ້ລັງເບຍລົ່ນລົງມາທັບຕາຍ ເປັນອັນວ່າຈົບສັນຍາຕາມພາສາຄົນເມົາ ແຕ່ຟາດເມົາເຂົ້າໄປຮອດ 4-5 ມື້ແລ້ວ ທັງສອງຮ່າງກາຍກໍ່ເລີ່ມບໍ່ໄຫວ ຂະໜາດແມັກກີ້ຂຶ້ນຊື່ວ່າເປັນຄໍທອງແດງແລ້ວຍັງຖອຍ ເຊິ່ງແນ່ນອນວ່າອາລີ້ຕ້ອງນັອກສະຫຼົບຄາແກ້ວເບຍໄປແນ່ນອນ ທັງສອງມີອາການປວດແສບປວດທ້ອງດັ່ງປວດກະເພາະທົນບໍ່ໄຫວຈິ່ງພາກັນໄປໂຮງໝໍເພື່ອໃຫ້ແພດກວດ ແລະ ເອົາຢາມາກິນຮັກສາຕົນ ຮວບເວລາເຂົ້າເປັນອາທິດທີ່ອາລີ້ຈົມບັກເສຍໃຈຢູ່ກັບເລື່ອງນີ້ ນີ້ຖືເປັນ ຄວາມເສຍໃຈຄັ້ງໃຫຍ່ທີ່ສຸດທີ່ນາງເຄີຍພົບມາໃນຊີວິດ ເພາະການທີ່ຖືກຄົນທີ່ຮັກສຸດຫົວໃຈທັງສາມຄົນຫຸ້ມທຳຮ້າຍໃນເວລາດຽວກັນນັ້ນມັນເຈັບສຸດແສນຫາຫັດດັ່ງຕາຍທັງເປັນລົ້ມທັງຢືນ ແມັກກີ້ເຫັນເພື່ອນັ່ງເຫງົາງອຍຄໍຕົກໝົດອາໄລຕາຍຢາກບໍ່ຍອມກິນເຂົ້າຢາກຖາມຫາແຕ່ເຫຼົ້າເບຍມາມື້ ຄິດເປັນຫ່ວງຢ້ານເພື່ອນຕາຍຈິ່ງຫາເຂົ້າມາໃຫ້ກິນ ທັງກ່າວດ້ວຍນ້ຳສຽງປະຊົດປະຊັນໄປວ່າ

ແມັກກີ້: “ແດກເຂົ້ານີ້ລົງທ້ອງໄປໃຫ້ມັນມີແຮງ ຢ່າສູ່ຖາມຫາແຕ່ເຫຼົ້າແຕ່ເບຍຫຼາຍ”
ອາລີ້: “ຢາກຕາຍ! ຢາກເມົາໃຫ້ມັນລືມ”
ແມັກກີ້: “ເຫຼົ້າເບຍມັນບໍ່ຊ່ວຍຫຍັງເມົາໄປກໍ່ເສຍສຸຂະພາບຊື່ໆ! ເມົາແທບຕາຍກໍ່ບໍ່ເຮັດໃຫ້ລືມໄດ້ດອກ ຕື່ນຂຶ້ນມາຊ່າງເມົາແລ້ວກໍ່ຈື່ເລື່ອງທັງໝົດໄດ້ຄື່ເກົ່າ”
ອາລີ້: “ໂຕບໍ່ເປັນເຮົາໂຕບໍ່ຮູ້ດອກ! ຕອນນີ້ເຮົາຄືມີມີດ 3 ມາສຽບທີ່ໂຕເຮົາ! ດວງໜຶ່ງສຽບທີ່ໃຈ! ດວງໜຶ່ງສຽບທາງຫຼັງ! ອີກດວງໜຶ່ງແມ່ນສຽບທີ່ຫົວ ແລະ ຍັງມືດມົນດັ່ງມີຄົນມາຈົກແກ່ນຕາເຮົາໄປທັງສອງຂ້າງ! ຄວາມທໍລະມານນີ້ບໍ່ຖືກໃຜບໍ່ຮູ້! ເຮົາຢາກຕາຍ! ເຮົາຢາກຕາຍ!”
ແມັກກີ້: “ຢາກຕາຍແທ້ແມ່ນບໍ່! ໄປກັບເຮົາ! ລຸກຂຶ້ນ”
ແມັກກີ້ໂຈມອາລີ້ໄປທີ່ຫ້ອງນ້ຳແລ້ວຈັບຫົວໝູ່ກົດລົງຟຸ້ຍທີ່ມີນ້ຳເຕັມ ອາລີ້ດິ້ນທຸລົນທຸລາຍເພື່ອເອົາເອົາຕົວລອດ, ແມັກກີ້ເຫັນເພື່ອກຳລັງໃຈສິຂາດກໍ່ຖົກຫົວເພື່ອຂຶ້ນມາໃຫ້ໄດ້ມີໂອກາດຫາຍໃຈຈັກອຶກສອງອຶກກ່ອນຈະກົດຫົວເພື່ອນລົງໄປໃໝ່ ພ້ອມຖາມວ່າ “ມຶງຍັງຄິດຈະຢາກຕາຍອີກບໍ່”
ອາລີ້ເກີດຢ້ານຕາຍຂຶ້ນມາຈິ່ງບອກເພື່ອນສຽງດັງວ່າ: “ພໍ! ກູບໍ່ຢາກຕາຍແລ້ວ”

ແມັກກີ້ຫາຍໃຈເມື່ອຍ ອາລີ້ໂວຍວາຍຕົບຕີເພື່ອນເຫຼືອໃຈທີ່ແມັກກີ້ຈັບຕົວເອງກົດນ້ຳເກືອບຕາຍ ແຕ່ແມັກກີ້ຕົວສູງໃຫຍ່ບໍ່ຕອບໂຕ້ປ່ອຍໃຫ້ອາລີ້ຟາດຈົນເມື່ອຍເຊົາເອງ ຜ່ານໄປໜຶ່ງຊົວໂມງເຫດການກັບມາປົກກະຕິ ທັງແມັກກີ້ ກັບ ອາລີ້ໄດ້ພາກັນມານັ່ງກິນເຂົ້າ ແຕ່ອາລີ້ຍັງຄົງມີຄວາມຊຶມເສົ້າກິນເຂົ້າພຽງເລັກນ້ອຍກໍ່ເຊົາກິນ ແມັກກີ້ເຫັນແລ້ວເມື່ອຍໃຈເລີຍເວົ້າເຕື່ອນສະຕິເພື່ອນໄປວ່າ

ແມັກກີ້: “ເຖົ້າເອີ້ຍ! ໄຂ້ໃຈມັນຕ້ອງໃຊ້ເວລາໃນການຮັກສາ ແລະ ບໍ່ມີຢາຊະນິດໃດປົວໄຂ້ໃຈໄດ້ຕ້ອງໃຊ້ໃຈ ແລະ ສະຕິເທົ່ານັ້ນໃນການຮັກສາ! ຫຼຸດລະດັບຄວາມຮັກທີ່ມອບໃຫ້ຄົນອື່ນ ແລ້ວເອົາເພີ່ມໃຫ້ຮັກຕົວເອງຫຼາຍຂຶ້ນດີບໍ່ຄຳນາງ! ເສົ້າໃຈໄປກໍ່ເທົ່ານັ້ນ! ເສຍໃຈໄປກໍ່ເທົ່ານັ້ນ! ເວລາຜ່ານມາເປັນທິດແລ້ວຄວນຄິດຕົກໄດ້ແນ່ຈັກໜ້ອຍກໍ່ຍັງດີ! ການເລີກລາຈາກກັນມັນເປັນວັດທະຈັກຂອງໂລກເຮົາຕ້ອງຢູ່ກັບຄວາມຈິງໃຫ້ໄດ້! ຖ້າເພິ່ນຕັດໃຈຈາກລາວບໍ່ໄດ້ງ່າຍໆຄືກັບໄປຫາລາວຄືນໄປເວົ້າໄປລົມກັນໃຫ້ເຂົ້າໃຈ ຫຼື ມີອີກທາງຄືຖ້າຕອນນີ້ຍັງທຳໃຈເບິ່ງໜ້າກັນບໍ່ໄດ້ ເພິ່ນກໍ່ຖອຍອອກໄປກ່ອນລອງຫ່າງກັນກ່ອນໄວ້ໃຈເຢັນລົງກວ່ານີ້ຄິດໃໝ່ອີກເທື່ອຕັດສິນໃຈໄດ້ແນວໃດຈະຄົບຕໍ່ ຫຼື ຈະຕັດໃຈເຮົາຈິ່ງຄ່ອຍວ່າກັນພາຍຫຼັງ! ຖ້າຫາກເຈົ້າກັບລາວຄາດເປັນຄູ່ກັນວັນໃດວັນໜຶ່ງກໍ່ຕ້ອງຫວນກັບມາຫາກັນຄືເກົ່າ”

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...