ຕອນທີ 31
ເມື່ອອາລີ້ເສຍລູກໄປໝີນ້ອຍຕ້ອງການໃຫ້ລູກໃນທ້ອງຂອງຕົນສຽບແທນ ວັນໜຶ່ງທີ່ຫ້ອງເຮັດວຽກ ໃນຂະນະທີ່ເອກກຳລັງອ່ານອີເມລຢູ່ນັ້ນ ໝີນ້ອຍກໍ່ເຂົ້າມາຫາທີ່ຫ້ອງໂດຍພາລະການ ເຊິ່ງມັນໄດ້ສ້າງຄວາມຕົກໃຈ ແລະ ບໍ່ພໍໃຈໃຫ້ເອກບໍ່ໜ້ອຍ ເອກຫັນຂ້າງບໍ່ເບິ່ງໜ້າໝີນ້ອຍແລ້ວກ່າວສຽງແຂງອອກໄປວ່າ
ເອກ: “ກ້າວຂາຂອງເຈົ້າອອກໄປຈາກຫ້ອງຂອງຂ້ອຍດຽວນີ້”
ໝີນ້ອຍໜ້າຢີຢວນກວນປະສາດເວົ້າສຽງອອດອ້ອນ: “ສາມີທີ່ຮັກທີ່ເຂົ້າມານີ້ເມຍມີຂ່າວດີຂອງເຮົາມາແຈ້ງ”
ເອກ: “ຢ່າໃຊ້ຄຳວ່າເຮົາ! ເພາະມັນເປັນເລື່ອງຂອງເຈົ້າຄົນດຽວ”
ໝີນ້ອຍ:”ຄົງຈະເປັນເລື່ອງຂອງຂ້ອຍຄົນດຽວບໍ່ໄດ້ແລ້ວ ເພາະຕອນນີ້ຂ້ອຍກຳລັງຖືພາລູກຂອງເຈົ້າຢູ່”
ສຽງແວ້ວເຂົ້າຫູຄຳນັ້ນເຖິງຂັ້ນເຮັດໃຫ້ເອກສະດຸ້ງຫັ້ນມາເບິ່ງໝີນ້ອຍຢ່າງຊ້າໆດ້ວຍສີໜ້າຕາຕື່ນພ້ອມລຸກຂຶ້ນຢືນ ກຳມືທີ່ເຢັນໃຈສັ່ນໄວ້ແໜ້ນ, ປາກສັ່ນ ແລະ ມີສາຍຕາທີ່ດຸດັນດ້ວຍອາລົມໂມໂຫ ກ່ອນທີ່ເອກຈະກ່າວດ້ວຍນຳສຽງໜັກແໜ້ນວ່າ
ເອກ: “ເຈົ້າຢ່າເອົາເລື່ອງນີ້ມາເວົ້າຕວະຂ້ອຍ! ຢ່າໃຫ້ຂ້ອຍຕ້ອງໝົດຄວາມອົດທົນກັບເຈົ້າ”
ໝີນ້ອຍຕອບກັບຢ່າງບໍ່ສະທົບສະທ້ານພ້ອມທັງຢື່ນແນວກວດນ້ຳຍ່ຽວ ແລະ ຜົນກວດຈາກໂຮງໝໍໃຫ້ເອກເບິ່ງ: “ຫຼັກຖານ! ເທົ່ານີ້ພໍບໍ່”
ເມື່ອເອກເຫັນຫຼັກຖານທີ່ໝີນ້ອຍນຳມາອ້າງອີງກັບຕົນ ເຖິງກັບຫົວໃຈຕົກວູບລົງພື້ນເຂົ່າລ່ອຍຊຸດຕົວນັ່ງລົງຕັ່ງຄືນທັນທີ ໝີນ້ອຍເຫັນສະພາບຂອງເອກແລ້ວມີຄວາມສະໃຈຍິ້ມມຸມປາກເລັກນ້ອຍກ່ອນຄ່ອຍຍ່າງເຂົ້າມາໃກ້ໆແລ້ວເອີ່ຍອອກໄປວ່າ: “ສາມີຂອງຂ້ອຍດີໃຈເຖິງກັບເຂົ່າຊຸດ!ໜ້າຈີດເລີຍຫວານີ້” ນາງກົ້ມໜ້າເບິ່ງທີ່ທ້ອງແລ້ວໃຊ້ມືລູບທ້ອງເບົາໆກ່ອນຈະກ່າວດ້ວຍນ້ຳສຽງໃຈເຢັນອອກໄປວ່າ: “ລູກແມ່! ຟ້າວເກີດອອກມາເບິ່ງໜ້າພໍ່ຂອງເຈົ້າໄວໆເດີ້! ແມ່ຢາກໃຫ້ເຈົ້າຮັບຮູ້ວ່າພໍ່ຂອງເຈົ້າຮັກເຈົ້າຫຼາຍພຽງໃດ”
ເອກເອົາມີຂ້າງໜຶ່ງກຸມໜ້າຜາກໄວ້ເພາະເກີດມີອາການປວດຫົວຮຸນແຮງຂຶ້ນມາທັນທີກ່ອນຈະຄ່ອຍໆເວົ້າອອກໄປດັ່ງຄົນໝົດແຮງວ່າ: “ອອກໄປ”
ນັບຕັ້ງແຕ່ໝີນ້ອຍເປີດຕົວວ່າຕົນເອງກຳລັງຖືພາ ມັນຍິ່ງເພີ່ມທະວີຄວາມກຽດຊັງໃນໃຈເອກຈົນຍາກທີ່ຈະເບິ່ງໜ້າໝີນ້ອຍຕິດ ເພາະເອກໝັ້ນໃຈວ່າລູກໃນທ້ອງຂອງໝີນ້ອຍນັ້ນບໍ່ແມ່ນລູກຂອງຕົນແນ່ນອນ ແຕ່ຕອນນີ້ຍັງຫາຫຼັກຖານໃດມາຢືນຢັນບໍ່ໄດ້ ຕ້ອງອົດທົນເກັບງຳເລື່ອງນີ້ໄປຈົນກວ່າເດັກໃນທ້ອງຈະເກີດອອກມາແລ້ວເຮັດການກວດ DNA ຈິ່ງຈະມີຫຼັກຖານມາຢືນຢັນວ່າເດັກໃນທ້ອງນັ້ນບໍ່ແມ່ນລູກຂອງຕົນ ໃນໄລຍະນີ້ເອກຈິ່ງລະວັງຕົວຢູ່ຫ່າງກັບໝີນ້ອຍເພີ່ມຂຶ້ນກວ່າເກົ່າ, ເອກສັ່ງເລຂາສຸດສະດາຢ່າງໜັກແໜ້ນວ່າຫ້າມໝີນ້ອຍເຕະຕ້ອງວຽກຂອງຕົນ ແລະ ຫ້າມເຂົ້າມາໃນຫ້ອງ ໝີນ້ອຍມີໜ້າທີ່ຄືກັອບເອກະສານ ແລະ ສົ່ງເອກະສານເທົ່ານັ້ນ.
ໝີນ້ອຍຕ້ອງການກຳຈັດເລຂາສຸດສະດາອອກໄປໃຫ້ພົ້ນທາງ ຈິ່ງຫາແຜນເຮັດໃຫ້ເລາຂາສຸດສະດາບາດ ເຈັບ ແລງມື້ໜຶ່ງຫຼັງເລີກວຽກ ເພາະວ່າໄລຍະນີ້ວຽກຫຍຸ້ງຫຼາຍສຸດສະດາຜູ້ເປັນເລຂາຈິ່ງຕ້ອງເຮັດວຽກລ່ວງເວລາໃນຫ້ອງການຮອດເວລາ 20:00 ໂມງ ເຊິ່ງເປັນເວລາປອດຄົນ ໃນຂະນະທີ່ສຸດສະດາໄປເຂົ້າຫ້ອງນ້ຳ ໝີນ້ອຍແອບຍ່າງຄ່ອຍໆ ໄປໃສ່ລັອກປະຕູຂັງເລຂາສຸດສະດາໄວ້ໃນຫ້ອງນ້ຳ ແລະ ໝີນ້ອຍກໍ່ແອບເຂົ້າໄປວຸ້ນວາຍກັບຄອມພິວເຕີ້ຂອງສຸດສະດາເພື່ອທຳການເຜີຍແຜ່ແຜ່ນງານຂໍ້ມູນລັບຂອງບໍລິສັດ.
ສຸດສະດາຮ້ອງໂວຍວາຍໃນຫ້ອງນ້ຳ ເນື່ອງຈາກຄວາມໂມໂຫເພາະມີໃຜບໍ່ຮູ້ສຸດຈັງໄຮມາແກ້ງຂັງຕົນໄວ້ຫ້ອງນ້ຳທັງຢ້ານຜີກໍ່ປານນັ້ນ ແຕ່ໂຊກດີທີ່ນາງໄດ້ຖືໂທລະສັບມານຳ ສຸດສະດາຈິ່ງໂທໃຫ້ຍາມຂຶ້ນມາຊ່ວຍ.
ໝີນ້ອຍຫຼັງຈາກເຮັດພາລະກິດກັບຊົ່ວຮ້າຍສຳເລັດນາງກໍ່ຟ້າວຂັບລົດອອກຈາກບໍລິສັດຢ່າງໃຈເຢັນດັ່ງກັບບໍ່ມີເລື່ອງໃດເກີດຂຶ້ນ.
ອາລີ້ນັ່ງຄ້ຳແກ້ມດ້ວຍອາລົມຊຶມເສົ້າຢູ່ຄົນດຽວທີ່ໂຕະຫີນໃນສວນກຸຫຼາບຄອງຖ້າເອກຜູ້ເປັນຜົວ ນັບຈາກວັນນີ້ທີ່ຕົນແຂງແຮງຂຶ້ນຜົວກໍ່ບໍ່ມາຫາທີ່ເຮືອນ, ມີແຕ່ໂທມາໄດ້ເຫັນໜ້າແຕ່ທາງໂທລະສັບ ກັບດົນໆນັດພົບກັນທີ່ຮ້ານອາຫານຂ້າງໂຮງຮຽນ, ໃນເວລາພົບກັນເອກກໍ່ສະແດງຄືກັບຍັງຮັກ ແລະ ເປັນຫ່ວງຕົນດີຢູ່ ແຕ່ເບິ່ງຜ່ານສາຍຕາເຂົ້າໄປເລິກໆແລ້ວຄ້າຍກັບມີເລື່ອງປົກປິດຢູ່ໃນໃຈ. ໝີນ້ອຍເຫັນນ້ອງນັ່ງເສົ້າລຳພັງກໍ່ພໍຮູ້ໄດ້ວ່າອາລີ້ຜູ້ເປັນນ້ອງຊຶມເສົ້າເພາະເຫດໃດ ນາງຍ່າງໄປນັ່ງຂ້າງໆນ້ອງພ້ອມກ່າວອອກມາວ່າ
ໝີນ້ອຍ: “ອາລີ້ເອີ້ຍ! ວາດສະໜາເຈົ້າຄົງຈະດັບໄປພ້ອມກັບລູກເຈົ້າແລ້ວ”
ອາລີ້ຫັນມາເບິ່ງໜ້າເອື້ອຍດ້ວຍຄວາມບໍ່ພໍໃຈ: “ເປັນຫຍັງເອື້ອຍໝີນ້ອຍຈິ່ງກ່າວແບບນີ້! ວາດສະໜາຂ້ອຍມັນກ່ຽວພັນຫຍັງກັບການຈາກໄປຂອງລູກຂ້ອຍ”
ໝີນ້ອຍ: “ຕັ້ງ 30 ມື້ແລ້ວ ທີ່ຜົວຂອງເຈົ້າບໍ່ມາຫາ! ນີ້ອາດເປັນການສົ່ງສັນຍານບອກວ່າກຳລັງໝົດຮັກໃນຕົວເຈົ້າແລ້ວ”
ອາລີ້ສະດຸ້ງຄິດໃນຄຳເວົ້າຂອງເອື້ອຍເຖິງກັບໜ້າແດງຕາແດງກ່ອນຈະຕອບກັບໄປວ່າ: “ເຖິງອ້າຍເອກຈະບໍ່ມາຫາແຕ່ກໍ່ໂທມາທຸກມື້! ຊ່ວງນີ້ມີວຽກຫຼາຍຢ່າງທີ່ອ້າຍເອກຕ້ອງເຮັດເພື່ອປະຊຸມກັບລູກຄ້າ ແລະ ວາງແຜນເປີດຕະຫຼາດໃໝ່ທີ່ຕ່າງປະເທດ”
ໝີນ້ອຍ: “ເຈົ້າເຊື່ອໃນຄຳເວົ້າຂອງຜູ້ຊາຍ! ກໍ່ແມ່ນຢູ່ວ່າໄລຍະນີ້ບໍລິສັດມີວຽກເຂົ້າຫຼາຍ ແຕ່ເອື້ອຍເປັນເລຂາເອກເອື້ອຍຮູ້ດີວ່າເອກບໍ່ໄດ້ຫຍຸ້ງຈົນບໍ່ມີເວລາມາຫາເຈົ້າ! ແຕ່ເວລາທີ່ເຫຼືອຈາກວຽກງານເອກເອົາໄປໃຫ້ສາວຄົນອື່ນຕ່າງຫາກ”
ອາລີ້ໃຈສັ່ນຂື້ນມາທັນທີ່ກ່ອນຕອບເອື້ອຍໄປວ່າ: “ຄວາມຮັກທີ່ນ້ອງກັບອ້າຍເອກມີຕໍ່ກັນມັນຢາກທີ່ຈະກາຍເປັນອື່ນ! ນ້ອງບໍ່ມີທາງເຊື່ອຄຳທີ່ເອື້ອຍໝີນ້ອຍເວົ້າ”
ໝີນ້ອຍ: “ເຢັນໄວ້! ເດັກນ້ອຍຢ່າງເຈົ້າຢ່າເຊື່ອໃນສິ່ງທີ່ຕົນເຫັນຈົນເກີນໄປ ຮັກໃຜກໍ່ເພື່ອໃຈໄວ້ເຈັບແນ່ກໍ່ດີ! ເວລາປ່ຽນຄົນກໍ່ຍ່ອມປ່ຽນໄປໄດ້ເຊັ່ນດຽວກັນ ໂລກນີ້ບໍ່ມີສິ່ງໃດແນ່ນອນສະເໝີໄປ”
ອາລີ້ອາລົມເສຍໜັກໜ້າແດງຕາແດງດັ່ງກັບຄົນຈະຮ້ອງໄຫ້ ນາງບໍ່ເວົ້າບໍ່ຈາກຄຳໃດຕໍ່ເອື້ອຍມີແຕ່ລຸກຍ່າງໜີເຂົ້າມາໃນເຮືອນດ້ວຍອາລົມບຶ້ງຕຶງ, ອາລີ້ນັ່ງກອດເຂົ່າຢູ່ເທິງຄຽງຄົນດຽວດ້ວຍຄວາມຄິດສັບສົນ ທົບທວນຄຳເວົ້າຂອງໝີນ້ອຍລົບໄປລົບມາຫຼາຍຮອບ ຈົນນອນບໍ່ຫຼັບເລີຍຕັດສິນໃຈຈັບໂທລະສັບຂຶ້ນມາໂທຫາເອກ ແຕ່ເອກກໍ່ວຸ້ນກັບວຽກແບັດໂທລະສັບໝົດກໍ່ບໍ່ຮູ້ ເມື່ອອາລີ້ໂທຫາແລ້ວປິດເຄື່ອງນາງຈິ່ງເກັບຄຳເວົ້າຂອງເອື້ອຍມາຄິດໄປຕ່າງໆນານາ. ສາເຫດທີ່ເອກບໍ່ມາຫາອາລີ້ຄືແຕ່ກ່ອນມີສອງສາເຫດຫຼັກຄື: ເບື່ອເຫັນໜ້າໝີນ້ອຍ ເຫັນຢູ່ບ່ອນເຮັດວຽກບໍ່ເໝັນຂິວພໍແຮງແລ້ວຍັງຕ້ອງມາເຫັນທີ່ເຮືອນອີກເອກຮູ້ສຶກທົນບໍ່ໄຫວ ແລະ ສອງອັນນີ້ສຳຄັນ ຫາກຢູ່ຮ່ວມເຮືອນຫຼັງດຽວກັນຕະຫຼອດຕ້ອງມີຈັກມື້ໜຶ່ງທີ່ອາລີ້ຈັບພຶດຕິກຳຂອງໝີນ້ອຍທີ່ສະແດງອອກກັບຕົນ ແລະ ຈະເກີດຄວາມສົງໃສຈົນນຳໄປສູ່ການຈັບໄດ້ ດັ່ງນັ້ນວິທີ່ຢູ່ຫ່າງກັນ ແລະ ຕິດຕໍ່ຜ່ານທາງມືຖືນັ້ນເປັນສິ່ງທີ່ດີທີ່ສຸດ ເຖິງມັນຈະເຮັດຮູ້ສຶກຫ່າງກາຍ ແຕ່ມັນກໍ່ຍັງຮູ້ສຶກອຸ່ນໃຈ ແລະ ຫວັງວ່າອາລີ້ຍິງຄົນຮັກຈະຄິດໄດ້ແບບທີ່ຕົນຄິດ.
ຮຸ່ງເຊົ້າຂຶ້ນມາທີ່ບໍລິສັດ ສຸດສະດາເລຂາງານມີງານເຂົ້າເປັນງານໃຫຍ່ງານຫີນ ສຸດສະດາຢືນຕົວສັ່ນໃນຫ້ອງປະທານບໍລິສັດ ປະຕິເສດທຸກຂໍ້ກ່າວຫາ ມາດາມ ລິນດາ ໂມໂຫໜັກ ເມື່ອແຜນງານລັບທັງໝົດຂອງບໍລິສັດຖືກເຜີຍແຜ່ທົ່ວອິນເຕີເນັດ ມັນໄດ້ສ້າງຄວາມເສຍຫາຍຄັ້ງໃຫຍ່ໃຫ້ກັບບໍລິສັດ ຮອງປະທານເອກຮູ້ຢູ່ແກ່ໃຈວ່າ ສຸດສະດາເລຂາຖືກໝີນ້ອຍກັ່ນແກ້ງ ເພາະເຊົ້າມື້ນີ້ເອກມາຫ້ອງການແຕ່ເຊົ້າກວ່າໃຜ ເຫັນເຫດ ການທັງໝົດທີ່ບັນທຶກໄວ້ໃນວິດີໂອກ້ອງວົງຈອນປິດ ແຕ່ກໍ່ແກ້ຕ່າງສຸດສະດາບໍ່ໄດ້ ຖ້າເອກຈະເວົ້າຄວາມຈິງວ່າໃຜເປັນຄົນຢູ່ເບື້ອງຫຼັງເລື່ອງນີ້ ມີຫວັງໝີນ້ອຍຄົງຈະເປີດເຜີຍຄວາມລັບນັ້ນໃຫ້ໂລກຮູ້ແນ່ນອນ ດັ່ງ ນັ້ນເອກຈິ່ງໄດ້ແຕ່ມິດງຽບໄວ້ ສ່ວນຮອງປະທານນູ່ນີ່ ກໍ່ບໍ່ໄດ້ເອີ່ຍສິ່ງໃດເພາະນາງບໍ່ຮູ້ເລື່ອງຕື່ນເລິກໜາບາງກ່ຽວກັບເລື່ອງນີ້ ຈິ່ງແລ້ວແຕ່ການຕັດສິນໃຈຂອງປະທານບໍລິສັດ ມາດາມ ລິນດາ ແນ່ນອນວ່ານາງຈະບໍ່ລ້ຽງຄົນທີ່ທຳລາຍຜົນປະໂຫຍດຂອງບໍລິສັດໄວ້ ດັ່ງນັ້ນນາງຈິ່ງໃຊ້ສິດໄລ່ສຸດສະດາອອກຈາກການເປັນເລຂາຮອງປະທານເອກຖາທັນທີ.
ເລຂາສຸດສະດາເກັບເຄື່ອງຂອງ ແລະ ໄປຮັບເງິນເດືອນສາມເດືອນລ່ວງໜ້າຍ່າງຄໍຕົກອອກຈາກບໍລິສັດ ເອກຢືນຫັນໜ້າເສົ້າໄປທາງປ່ອງຢ້ຽມຫ້ອງເຮັດວຽກ ຫຼຽວເບິ່ງເລຂາຄົນເກັ່ງຂອງຕົນຂັບລົດອອກຈາກບໍລິສັດດ້ວຍຫົວໃຈເຈັບຊ້ຳ ແລະ ແຄ້ນໃຈໃຫ້ກັບໝີນ້ອຍເຖິງທີ່ສຸດ ແຕ່ຕ້ອງເກັບງຳຄວາມແຄ້ນນັ້ນໄວ້ໃຫ້ເລິກສຸດໃຈເພື່ອລໍວັນເອົາຄືນ, ໝີນ້ອຍໄດ້ຍ່າງເຂົ້າມາຫາທີ່ຫ້ອງເພື່ອຈະມາສະແດງຄວາມເສຍໃຈກັບເລື່ອງທີ່ເກີດຂຶ້ນ
ໝີນ້ອຍ ເວົ້າໜ້າເສົ້າ: “ເສຍດາຍຄົນເກັ່ງສີມືດີຢ່າງເລຂາ ສຸດສະດາ! ບໍ່ໜ້າເປັນຄົນຄິດນ້ອຍເຮັດເລື່ອງຕັດອານາຄົດເລີຍ”
ເອກຫັນມາເບິ່ງໝີນ້ອຍດ້ວຍສາຍຕາກຽດຊັງກ່ອນກ່າວດ້ວຍນ້ຳສຽງໂມໂຫວ່າ: “ເຈົ້າກຳລັງຫຼິ້ນລະຄອນເລື່ອງໃດຢູ່! ຢ່າຄິດວ່າຫຼອກຄົນອື່ນໄດ້ແລ້ວຈະຫຼອກຂ້ອຍໄດ້ອີກຄົນ! ເລື່ອງມັນເກີດຂຶ້ນຈາກໃຜເຈົ້າເອງກໍ່ຮູ້ດີແກ່ໃຈ”
ໝີນ້ອຍກ່າວດ້ວຍສີໜ້າຕາເສີຍ: “ຮອງປະທານເວົ້າເລື່ອງໃດຂະນ້ອຍບໍ່ເຫັນເຂົ້າໃຈ”
ເອກກຳກ່ຳປັ້ນທັງສອງມືແໜ້ນ, ໜ້າກ່ຳ, ຕາແດງ ມືສັ່ນຢາກຈະຊົກໜ້າໜີນ້ອຍຢ່າງແຮງແຕ່ກໍ່ຕ້ອງທົນເກັບອາການໄວ້ໄດ້ແຕ່ກ່າວໄລ່ດ້ວຍນ້ຳສຽງຮ້າຍໆວ່າ: “ອອກໄປ”
ໝີນ້ອຍຕົກໃຈທີ່ເອກຂຶ້ນສຽງໃສ່ນາງຈົນໜ້າຫຍຸ້ງຟ້າວຍ່າງອອກໄປຈາກຫ້ອງທັນທີ ແຕ່ໝີນ້ອຍກໍ່ຮູ້ສຶກດີໃຈຢູ່ເລິກ ແລະ ຄິດຫວັງສູງວ່າຈະໄດ້ເລື່ອນຂັ້ນມາເປັນເລຂາຕົວຈິງຂອງຮອງປະທານເອກ ແຕ່ດັ່ງກັບສາຍ ຟ້າຟາດເມື່ອມາດາມ ລິນດາ ພາວ່າທີ່ລູກໄພຄົນໃໝ່ທີ່ມີຊື່ວ່າ ສະລັກໃຈ ເຊິ່ງເປັນລູກສາວຜູ້ດີໄຮໂຊແຫ່ງເມືອງວັງວຽງທີ່ຫາກໍ່ຮຽນຈົບປະລິນຍາຕີ ສາຂາເສດຖະສາດ ມາໃໝ່ໆມາຊ່ວຍວຽກເປັນເລຂາຕົວຈິງຂອງເອກ ແລະ ເຮັດໃຫ້ໝີນ້ອຍເຊິ່ງຮຽນຮູ້ວຽກກ່ອນໜ້າຍັງຢູ່ໃນຕຳແໜ່ງຜູ້ຊ່ວຍເລຂາຄືເກົ່າ ເຊິ່ງມັນຄືກັບມີຄົນມາຍາດເອົາທ່ອນຄຳໄປຕໍ່ໜ້າຕໍ່ຕາ ເລື່ອງນີ້ຍອມຄວາມກັນງ່າຍໆບໍ່ໄດ້ຕ້ອງໄດ້ລົມກັບມາດາມ ລິນດາໃຫ້ຮູ້ແຈ້ງກັນໄປເລີຍ, ໝີນ້ອຍແບກສີໜ້າທີ່ບຶ້ງຕຶງຍ່າງເຊີດບ່າໄຫລ່ເຂົ້າໄປທີ່ຫ້ອງປະທານໂດຍບໍ່ສົນໃຈກັບເລຂາໜ້າຫ້ອງທີ່ສັ່ງຫ້າມ ໝີນ້ອຍໄຂປະຕູຍ່າງເຂົ້າໄປຢືນຢູ່ຕໍ່ໜ້າໂຕະປະທານແລ້ວຈ້ອງດ້ວຍສາຍຕາເຂັ່ງຂຶມ, ເລຂາປະທານຍ່າງເຂົ້າມາໃນຫ້ອງເພື່ອຈະມາພາຕົວໝີນ້ອຍອອກໄປຈາກຫ້ອງ ແຕ່ໝີນ້ອຍກໍ່ເປັນຄົນຂອງປະທານ ແລະ ເປັນທ່າທາງຈະມີເລື່ອງສຳຄັນຕ້ອງລົມດັ່ງນັ້ນ ມາດາມ ລິນດາ ຈິ່ງໃຫ້ເລຂາສ່ວນຕົວອອກໄປກ່ອນ
ມາດາມ ລິນດາເວົ້າກັບມີນ້ອຍຢ່າງໃຈເຢັນ: “ມີວຽກຫຍັງບໍ່ເວົ້າມາຂ້ອຍມີເວລາຮັບຟັງ 3 ນາທີ”
ໝີນ້ອຍຂົ່ມໃຈໂມໂຫລົງລະດັບໜຶ່ງກ່ອນເວົ້າ:”ເຫດໃດທ່ານປະທານຈິ່ງເອົາຄົນອື່ນຢ່າງອີ່ນາງນັ້ນມາເປັນເລຂາຕົວຈິງຂອງຮອງປະທານເອກ”
ມາດາມ ລິນດາຫັນມາເບິ່ງໜ້າໝີນ້ອຍຢ່າງບໍ່ພໍໃຈ ແລ້ວຕອບກັບໄປວ່າ: “ເຈົ້າບໍ່ມີສິດທີ່ຈະຮູ້ເຫດຜົນນີ້! ພະນັກງານຊັ້ນຜູ້ນ້ອຍຢ່າງເຈົ້າຈົ່ງເຮັດໜ້າທີ່ຂອງຕົນເອງໄປ”
ໝີນ້ອຍໂມໂຫຂຶ້ນສຽງໃສ່ມາດາມ ລິນດາ: “ເປັນຫຍັງຂ້ອຍຈະບໍ່ມີສິດຮູ້ໃນເມືອຂ້ອຍເປັນເມຍຂອງຮອງປະທານເອກ ແລະ ກຳລັງເປັນແມ່ຂອງລູກຮອງປະທານເອກທີ່ຢູ່ໃນທ້ອງຂອງຂ້ອຍໃນຕອນນີ້”
ມາດາມ ລິນດາ ໂມໂຫໜັກຈົນເຖິງຂັ້ນລຸກຈາກບ່ອນນັ່ງຂຶ້ນມາຕົບຕີໝີນ້ອຍພ້ອມທັງເວົ້າສຽງຮ້າຍວ່າ: “ອີ່ນາງຊັ້ນຕ່ຳມຶງເວົ້າຫຍັງອອກມາມຶງຮູ້ຕົວຫຼືບໍ່”
ໝີນ້ອຍທົນໃຫ້ມາດາມ ລິນດາຕົບຕີບໍ່ໄຫວຈິ່ງໄດ້ຢູ້ມາດາມ ລິນດາອອກຈາກຕົວແລ້ວແລ່ນໜີອອກໄປຈາກຫ້ອງ ເລຂາໜ້າຫ້ອງປະທານແລ່ນໜ້າຕັ້ງຄຳມາຫາປະທານທີ່ນັ່ງຢູ່ກັບພື້ນດ້ວຍຄວາມເປັນຫ່ວງ
ເລຂາ: ”ທ່ານປະທານເປັນຫຍັງຫຼາຍ ຫຼື ບໍ່!” ແລ້ວໂຈມເອົາມາດາມ ລິນດາລຸກຂຶ້ນຢືນ
ມາດາມ ລິນດາ: “ຂ້ອຍຍັງໄຫວ! ເຈົ້າໄປນຳຕົວຮອງປະທານເອກເຂົ້າມາພົບກັບຂ້ອຍດ່ວນ! ດຽວນີ້”
ໝີນ້ອຍເອົາມືບັງໜ້າຕົວເອງພ້ອມທັງແລ່ນອອກໄປຫາລົດຈັກທີ່ຈອດໄວ້ຄອກລົດໃນບໍລິສັດແລ້ວຂັບອອກໄປນອກບໍລິສັດໄປນັ່ງພັກໃຈທີ່ສວນສາທາລະນະແຄມຂອງເພື່ອຜ່ອນຄາຍອາລົມ ເມື່ອອາລົມເຢັນລົງ ຈິ່ງເຮັດໃຫ້ນາງຄິດຂຶ້ນມາໄດ້ວ່າສິ່ງທີ່ນາງເຮັດລົງໄປນັ້ນມັນມາຈາກອາລົມໂມໂຫຊົ່ວວູບ ຈິ່ງເຮັດໃຫ້ນາງຂາດສະຕິດຫຼົງເປີດເຜີຍຄວາມລັບນີ້ໃຫ້ມາດາມ ລິນດາໄດ້ຮັບຮູ້ ນາງຮູ້ສຶກຢ້ານຄວາມຜິດຂອງນາງຢູ່ເລັກໜ້ອຍແຕ່ຄິດທົບທວນໄປມາແລ້ວບໍ່ມີຫຍັງທີ່ຕ້ອງຢ້ານ ເພາະໃນທ້ອງຂອງຕົນມີລູກພວກເຂົາຄົງບໍ່ກ້າເຮັດສິ່ງໃດຮ້າຍແຮງກັບຕົວເອງແນ່ນອນ ສຳລັບເລື່ອງຊ້າໄວຈັ່ງໃດກໍ່ຕ້ອງຮູ້ຢູ່ດີ ບອກຕອນໃດມັນກໍ່ມີຄ່າເທົ່າກັນ.
ຮອງປະທານເອກເຂົ້າໄປທີ່ຫ້ອງເຫັນປະທານ ລິນດາ ຜູ້ເປັນແມ່ນັ່ງດົມຢາດົມທີ່ໂຕະເຮັດວຽກດັ່ງຄົນອິດເມື່ອຍ ມາດາມ ລິນດາ ຫຼຽວເບິ່ງລູກຊາຍແຕ່ຫົວຮອດຕີນດ້ວຍສາຍຕາຂຽວປັດ ດັ່ງກັບຄົນບໍ່ພໍໃຈກັນ ແຕ່ກໍ່ຂົ່ມໃຈຖາມລູກຊາຍໄປວ່າ
ມາດາມ ລິນດາ: “ເລື່ອງທີ່ນາງໝີນ້ອຍກ່າວວ່າມັນກັບເຈົ້າໄດ້ເສຍເປັນຜົວເມຍກັນຈົນເຖິງຂັ້ນມັນຖືພາກັບເຈົ້ານັ້ນມັນເປັນເລື່ອງຈິງ ຫຼື ບໍ່”
ເອກມີສີໜ້າຕົກໃຈໜັກທີ່ແມ່ຖາມແບບນີ້ ແຕ່ກໍ່ດຶງສະຕິກັບມາຕອບແມ່ໄປຢ່າງສຽງແຂງວ່າ: “ບໍ່ແມ່ນເລື່ອງຄວາມຈິງ”
ມາດາມ ລິນດາມີທ່າທີ່ອ່ອນລົງກວ່າຕອນທຳອິດກ່ອນຈະເອີ່ຍຖາມຊ້ຳກັບລູກອີກຄັ້ງ: ”ເຈົ້າແນ່ໃຈ”
ເອກ: “ລູກແນ່ໃຈ! ພຽງແຕ່ລູກຕ້ອງລໍເວລາເພື່ອຈະພິສູດເລື່ອງນີ້ໃຫ້ຊັດເຈນກ່ອນ”
ມາດາມ ລິນດາ: “ພໍ! ແມ່ເຊື່ອເຈົ້າ! ເຈົ້າອອກໄປໄດ້ແລ້ວ”