ຕອນທີ 28
ມາດາມ ລິນດາ ກັບ ມາດາມ ສອນນາລີ ຄິດວ່າລູກຂອງພວກເຂົາທັງສອງຈະໄປກັນໄດ້ດີ ຫຼັງຈາກໄດ້ນັ່ງກິນອາຫານຮ່ວມກັນໄດ້ສົນທະນາກັນແລ້ວ ທັງເອກ ແລະ ຈີ່ນ້າ ຄົງຈະສາມາດພັດທະນາຄວາມສຳພັນແບບຊູ້ສາວໄດ້.
ເຊິ່ງໃນຄວາມເປັນຈິງແລ້ວມັນກໍ່ບໍ່ໄດ້ເປັນໄປຢ່າງທີ່ຄິດ ເພາະວ່າ ຈີ່ນ້າໄດ້ກັບເມືອຮອດເຮືອນແລ້ວກໍ່ຟ້າວຍ່າງເຂ້າໄປຫາແມ່ທີ່ຫ້ອງນອນແລ້ວສະແດງອາການສີໜ້າ ພ້ອມກັນໃຊ້ຄຳເວົ້ານ້ຳສຽງຕໍ່ວ່າຜູ້ເປັນມານດາຢ່າງບໍ່ພໍອົກບໍ່ພໍໃຈທີ່ແມ່ເຮັດແບບນີ້ກັບຕົນເອງ, ສ່ວນທາງຝັ່ງຂອງເອກກໍ່ບໍ່ໜ້ອຍໜ້າເຊັ່ນດຽວກັນ ເອກຮູ້ສຶກບໍ່ພໍໃຈຢ່າງແຮງທີ່ຜູ້ເປັນແມ່ເຮັດແບບນີ້ກັບຕົວເອງ ຫຼັງອອກຈາກຫ້ອງອາຫານເອກໄດ້ຂັບລົດມຸ່ງໜ້າໄປຫາແມ່ທີ່ເຮືອນເພື່ອເຈລະຈາກັບຜູ່ເປັນແມ່ໃຫ້ຮູ້ເລື່ອງ, ເມື່ອໄປຮອດເຮືອນ ມາດາມ ລິນດາ ທີ່ກຳລັງນັ່ງດື່ມນ້ຳຊາກັບຜູ້ເປັນສາມີຢ່າງສະບາຍອົກສະບາຍໃຈຢູ່ທີ່ສາລາສວນດອກໄມ້ ກໍ່ໄດ້ແນມເຫັນລູກຊາຍຫົວແກ້ວຫົວແຫວນຄົນດຽວຂອງຕົນຍ່າງມຸ່ງໜ້າເຂົ້າມາຫາດ້ວຍສີໜ້າບຶ້ງຕຶງ ມາດາມ ລິນດາ ກໍ່ພໍເດົາອອກແລ້ວວ່າ ລູກຊາຍມາຫາຕົນດ້ວຍເລື່ອງອັນໃດ ເມື່ອເອກຍ່າງເຂົ້າມາຮອດ ດ.ຣ ສົມບູນ ກໍ່ກ່າວທັກທາຍລູກຊາຍດ້ວຍຮອຍຍິ້ມ
ດ.ຣ ສົມບູນ: “ຫາຍໜ້າຫາຍຕາໄປດົນ! ຫຼັງຈາກເມຍເສຍໄປແລ້ວເມື່ອໃດລູກຈິ່ງຈະກັບມາຢູ່ເຮືອນກັບພໍ່ແມ່”
ມາດາມ ລິນດາ ຍິ້ມມຸມປາກ ແລ້ວເອີ່ຍສຽດສີລູກອອກມາຢ່າງໃຈເຢັນວ່າ: “ລູກຊາຍເຮົາຄາເຝົ້າຈິ້ງຈອກ! ຄົງຫຼົງອີກດົນກວ່າຈະກັບມາຫາເຮົາ ຫຼື ອາດຈະບໍ່ກັບມາເລີຍ”
ດ.ຣ ສົມບູນ ກ່າວເອີ່ຍຖາມດ້ວຍຄວາມມຶນງົງ:”ມາດາມ ລິນດາ ເຫດໃດເຈົ້າຈິ່ງກ່າວແນວນັ້ນ ຂ້ອຍບໍ່ເຫັນເຂົ້າໃຈສິ່ງທີ່ເຈົ້າເວົ້າເລີຍ”
ມາດາມ ລິນດາ ຈັບຈອກນ້ຳຊາຂຶ້ນມາດື່ມແລ້ວກ່າວຢ່າງໃຈເຢັນອີກຮອບ: “ບາງເລື່ອງມັນຊັບຊ້ອນໄວ້ມື້ໜ້າຂ້ອຍຈະເລົ່າສູ່ເຈົ້າຟັງ” ເມື່ອເວົ້າຈົບກໍ່ແນມໄປເບິ່ງລູກຊາຍດ້ວຍສາຍຕາສຽບຄົມບາດເລິກ
ສອງແມ່ລູກປະທະຕໍ່ສູ້ກັນທາງສາຍຕາແບບບໍ່ມີໃຜຍອມໃຜໄປພັກໜຶ່ງກ່ອນທີ່ເອກຈະກ່າວອອກມາດ້ວຍນ້ຳສຽງເຢັນຊາວ່າ
ເອກ: “ພໍ່ບໍ່ຕ້ອງຄິດກັງວົນໄປດອກ ເພາະຈິ້ງຈອກທີ່ແມ່ກ່າວເຖິງນັ້ນຄືວ່າທີ່ລູກໄພ້ຂອງພໍ່ໃນອານາຄົດ”
ຄຳນີ້ມັນເຮັດໃຫ້ມາດາມ ລິນດາ ຮູ້ສຶກບໍ່ພໍໃຈທີ່ສຸດ ຈົນເກືອບຫຼຸດຟອມຜູ້ດີທີ່ເກັບໄວ້ດົນນານອອກໃຫ້ຜົວສຸດທີ່ຮັກໄດ້ຮັບຮູ້ ເມື່ອເລື່ອງນີ້ຕ້ອງລົມກັນຍາວ ແລະ ເຫັນທ່າວ່າຈະເປັນເລື່ອງສຳຄັນທີ່ຕ້ອງເຄຣຍໃຫ້ຈົບສອງແມ່ລູກຈິ່ງຂໍແຍກຕົວມາລົມກັນຕ່າງຫາກທີ່ຫ້ອງເຮັດວຽກສ່ວນຕົວພາຍໃນເຮືອນ.
ມາດາມ ລິນດາ ເອີ່ຍດ້ວຍນ້ຳສຽງບໍ່ພໍໃຈ: “ແມ່ບໍ່ມັກທີ່ລູກເອີ່ຍກັບພໍ່ເຈົ້າວ່າ ນາງຈິ້ງຈອກຄົນນັ້ນຈະມາເປັນລູກໄພ້ຂອງພໍ່ເຈົ້າໃນອານາຄົດ ເພາະມັນບໍ່ມີທາງຈະເປັນໄປໄດ້ ຄັ້ງໜ້າລູກຢ່າກ່າວແບບນີ້ອີກ”
ເອກ: “ຄວາມແນ່ນອນຄືສິ່ງທີ່ບໍ່ແນ່ນອນ ແມ່ຢ່າໝັ້ນໃຈຫຼາຍເລີຍ! ແລ້ວອີກຢ່າງແມ່ເລີກເອີ້ນອາລີ້ວ່າເປັນນາງຈິ້ງຈອກໄດ້ແລ້ວ ເພາະຖ້າແມ່ເອີ້ນແບບນັ້ນລູກກໍ່ຄົງຈະຕ້ອງກາຍຮ່າງເປັນຈິ້ງຈອກຕົວຜູ້ທີ່ຄອງຄູ່ຢູ່ກັບນາງ ຫວັງວ່າແມ່ຄົງບໍ່ຢາກເຫັນລູກຊາຍຂອງແມ່ຄົນນີ້ກາຍເປັນຈິ້ງຈອກ ຫຼື ສັດຕົວອື່ນໆ ທີ່ແມ່ມະໂນເອີ້ນ”
ມາດາມ ລິນດາ ບໍ່ພໍໃຈໜັກ: “ນີ້ເຈົ້າ! (ຂົ່ມໃຈໄວ້) ທີ່ມາຫາແມ່ໃນຄືນນີ້ຄົງບໍ່ໄດ້ມາພຽງເລື່ອງເທົ່ານີ້ແມ່ນບໍ່”
ເອກ: “ລູກຢາກມາເພື່ອບອກແມ່ວ່າ ຢ່າຫາແມ່ຍິງຄົນໃດມາໃຫ້ລູກອີກເດັດຂາດ ເພາະເທື່ອນີ້ລູກຈະບໍ່ວັນແຕ່ງງານກັບຜູ້ຍິງຄົນທີ່ແມ່ຫາມມາໃຫ້ອີກແລ້ວ”
ມາດາມ ລິນດາ ເບິ່ງລູກຊາຍດ້ວຍສາຍຕາບໍ່ພໍໃຈ: “ເພື່ອນາງຄົນນັ້ນເຈົ້າເຖິງກ້າຂັດຄຳສັ່ງຂອງແມ່ເລີຍຫວະ (ຂົ່ມໃຈອີກຄັ້ງເວົ້າອ່ອນລົງ) ລູກ….ຢ່າໂງ່ໄປເລີຍ! ຄວາມຮັກມັນກິນບໍ່ໄດ້ ເຮົາເປັນຄົນມີເງິນມີຖານະ ຕ້ອງແຕ່ງກັບຄົນລະດັບດຽວກັບເຮົາເຖິງຈະຖືກ! ເງິນຕໍ່ເງິນ! ອຳນາດຕໍ່ອຳນາດ ທຸລະກິດເຖິງຈະໝັ້ນຄົງ ແລະ ຍິ່ງໃຫຍ່ໄດ້! ອານາຄົດລູກຈະກາຍເປັນປະທານໃຫຍ່ຂອງບໍລິສັດ ລູກຈະຕ້ອງດູແລພະນັກງານຫຼາຍຊີວິດຕໍ່ຈາກແມ່ ດັ່ງນັ້ນ ລູກຕ້ອງຄິດໃຫ້ໜັກ ຮັກໃຫ້ເປັນ”
ເອກ: “ໃນຖານະລູກຊາຍຕອນນີ້ຮູ້ສຶກຜິດຫວັງກັບຄວາມເຫັນແກ່ຕົວຂອງຜູ້ເປັນແມ່, ໃນຖານະພະນັກງານໃນບໍລິສັດຮູ້ສຶກຜິດຫວັງໃນຕົວຂອງປະທານ ທີ່ບໍ່ເບິ່ງເຫັນສັກກະຍາພາບຂອງພະນັກງານໃນບໍລິສັດ, ມາດາມ ລິນດາ ດູຖູກຕົວເອງຈົນເກີນໄປ! ມາດາມ ລິນດາ ຫວັງອາໃສຄົນອື່ນຈົນເກີນໄປ ສິ່ງເຫຼົ່ານີ້ມັນຍາກທີ່ຈະຮັບເອົາມາພິຈາລະນາໄດ້”
ເລື່ອງນີ້ຫາກເວົ້າໄປຫຼາຍກໍ່ເທົ່ານັ້ນ ເພາະເອກກໍ່ຄົງຈະໄດ້ຄຳຕອບເກົ່າໆກັບຄືນມາຄືເກົ່າ ເອກຈິ່ງຕັດສິນໃຈຈົບການສົນທະນາຍ່າງອອກຈາກຫ້ອງໄປ ໂດຍບໍ່ສົນໃຈກັບຄຳຮຽກຂອງຜູ່ເປັນແມ່, ເອກຮູ້ສຶກເຊັງໜັກຈິ່ງໄດ້ຂັບລົດອອກໄປຫາຫຍັງດື່ມແກ້ເຊັງຄົນດຽວທີ່ພຣັບແຫ່ງໜຶ່ງ. ໃນຄວາມມືດມິດມີພຽງແສງໄຟມົວສະລົວຫຼາກສີດົນຕີບັນເລງເພງແດນຊ໌ຮ້ອນແຮງທຸກອົງສາ ບາງຄົນໂຍກໄປຕາມຈັງຫວະ, ບາງຄົນນັ້ນລົມກັນຕາມພາສາຄົນມາທ່ຽວ ບາງຄູ່ກອດຫອມກັນຕາມພາສາຄົນຮັກ ຄົນຮັກຫຼາກຫຼາຍຮູບແບບແລ້ວຈະເປັນໄປ ໃນຂະນະທີ່ນັ່ງດື່ມເພື່ອລືມຄວາມທຸກ ກໍ່ມີຍິງສາວຄົນໜຶ່ງເຊິ່ງເປັນຄົນທີ່ຕົນຄຸ້ນເຄີຍດີຍ່າງໂຊເຊດັ່ງຄົນເມົາຊຶມເລັກນ້ອຍເຂົ້າມາຫາ ນັ້ນກໍ່ບໍ່ແມ່ນຄົນອື່ນຄົນໃກ ເປັນໝີນ້ອຍເອື້ອຍຂອງອາລີ້ນີ້ເອງ ນາງໄດ້ມານັ່ງລົງທີ່ຕັ່ງຂ້າງໆ ໃນມືຖືຈອກເຫຼົ້າ ພ້ອມທັງກ່າວທັກທາຍດ້ວຍໃບໜ້າຍິ້ມແຍ້ມ ເອກຍິ້ມທັກທາຍຕອບຕາມມາລະຍາດ ເພາະຢ່າງໜ້ອຍກໍ່ຄິດວ່ານາງເປັນຍາດຂອງຍິງຄົນຮັກ, ໝີນ້ອຍ ເອີ່ຍສົນທະນາຕໍ່ເອກຫຼາຍຢ່າງ ແຕ່ຍ້ອນສຽງເພງໃນພຣັບມັນດັງ ແລະ ເອກກໍ່ບໍ່ໄດ້ສົນໃຈໃນສິ່ງທີ່ໝີນ້ອຍເວົ້າປານໃດເລີຍບໍ່ໄດ້ຍິນວ່າໝີນ້ອຍກ່າວສິ່ງໃດກັບຕົນເອງແນ່ ຜ່ານໄປປະມານ 10 ນາທີ ກໍ່ມີຜູ້ຊາຍຄົນໜຶ່ງເຂົ້າມາຫາໝີນ້ອຍ ເຊິ່ງເປັນໃຜນັ້ນເອກກໍ່ບໍ່ຮູ້ຈັກບໍ່ຄຸ້ນໜ້າ ແຕ່ເອກກໍ່ພໍເດົາໄດ້ວ່າທັງສອງເປັນຄູ່ຮັກໜຸ່ມສາວທີ່ມາທ່ຽວພຣັບນຳກັນ ເຖິງໝີນ້ອຍຈະເຮັດທ່າທີ່ເສີຍຊາຄືບໍ່ຮູ້ຈັກກັບຜູ້ຊາຍຄົນນັ້ນ ແຕ່ກໍ່ບໍ່ສາມາດເຊື່ອງຊ້ອນຄວາມສຳພັນນັ້ນກັບເອກໄດ້ເລີຍ ເພາະຝ່າຍຊາຍບຸກໜັກຂະໜາດນັ້ນ ບັນຍາກາດຊິວໆຂອງເອກໄດ້ຖືກທຳລາຍລົງຕັ້ງແຕ່ໝີນ້ອຍເຂົ້າມາຫາແຕ່ເລີ່ມແລ້ວນີ້ຕົນຈະທົນຢູ່ຕໍ່ໄປເພື່ອ…? ເອກຈິ່ງຕັດສິນໃຈອອກຈາກພຣັບຂັບລົດກັບເຮືອນດີກວ່າ ໃນລະຫວ່າງທາງຂັບລົດກັບໄປຫາອາລີ້ ບັງເອີນກາຍຮ້ານເຂົ້າປຽກແຄມທາງເຫັນຜົວເມຍເຖົ້າຄູ່ໜຶ່ງຊ່ວຍກັນຂາຍເຂົ້າປຽກຢ່າງແຂງຂັນຕັ້ງໃຈຈິ່ງຢຸດລົດເບິ່ງດ້ວຍຄວາມສົນໃຈ, ຍິງ-ຊາຍໄວໜຸ່ມທີ່ກຳລັງເສີບຢູ່ນັ້ນຄົງເປັນລູກສາວ ກັບ ລູກຊາຍຂອງພວກເຂົາ ເຮັດໃຫ້ເອກເກີດມີຄວາມຮູ້ສຶກອິດສາຄອບຄົວນີ້ຂຶ້ນມາ ນີ້ຖືວ່າເປັນຄວາມອິດສາຄັ້ງທຳອິດທີ່ເກີດຂຶ້ນໃນໃຈເອກ ຊາຍສູງໄວຜູ້ນັ້ນເຖິງຈະມີຊີວິດທີ່ລຳບາກແຕ່ເບິ່ງແລ້ວມີຄວາມສຸກບໍ່ໜ້ອຍທີ່ໄດ້ຢູ່ກັບຍິງຄົນຮັກຈົນແກ່ເຖົ້າ ແລະ ຍັງມີລູກທີ່ໜ້າຮັກຄອຍຊ່ວຍທຳມາຫາກິນ ເຊິ່ງຕ່າງກັບຕົວເອງໂດຍແທ້ ທີ່ມີຊີວິດສຸກສະບາຍບໍ່ຂາດເຂີນເງິນທອງໃຊ້ຈ່າຍ ດູແລຄົນເປັນຮ້ອຍໄດ້ ແຕ່ບໍ່ມີສິດໄດ້ດູແລຍິງທີ່ຕົນຮັກໄດ້ຢ່າງພາກພູມໃຈໄດ້ແບບເປີດເຜີຍ, ເອກຖອນຫາຍໃຈໃຫຍ່ເຫືອກໜຶ່ງເທື່ອກ່ອນຈະຂັບລົດໄປຕໍ່.
ຕອນນີ້ເປັນເວລາເດິກດື່ນທ່ຽງຄືນແລ້ວ ຄາດວ່າອາລີ້ຄົງນອນຫຼັບແລ້ວ ເອກຈິ່ງຄ່ອຍໄຂປະຕູເຮືອນເຂົ້າໄປ ແລະ ຄ່ອຍຍ່າງຂຶ້ນຂັ້ນໄດໄປຊັ້ນສອງຂອງເຮືອນເພື່ອໄປທີ່ຫ້ອງນອນ ແຕ່ຍັງເຫັນແສງໄຟລອດອອກມາຈາກປະຕູຫ້ອງ ກໍ່ແປກໃຈເລັກນ້ອຍ ເມື່ອໄຂປະຕູເຂົ້າໄປກໍ່ເຫັນອາລີ້ກຳລັງທັກຜ້າແພເບິ່ງຄ້າຍໆຜ້າພັນຄໍສີເທົາເຂັ້ມກ່ານຂາວຈິ່ງຢຸດນິ້ງເບິ່ງດ້ວຍຄວາມສົນໃຈ ກ່ອນຈະຍິ້ມເບົາໆແລ້ວຍ່າງເຂົ້າໄປກອດນາງໄວ້ດ້ວຍຄວາມອ່ອນໂຍນກ່ອນເອີ່ຍຖາມວ່າ
ເອກ: “ຄົນງາມຂອງຂ້ອຍ! ເດິກດື່ນປານນີ້ແລ້ວເຫດໃດເຈົ້າຈິ່ງບໍ່ນອນ”
ອາລີ້: “ວ່າຈະທັກຊ້ຳມັນຍັງເຫຼືອອີກໜ້ອຍດຽວ ຄາດວ່າທັກຕໍ່ອີກ 10 ນາທີກໍ່ຄົງຈະແລ້ວ”
ເອກ: “ອີກ 3-4 ເດືອນ ຈິ່ງຈະເຂົ້າລະດູໜາວ! ເຫດໃດເຈົ້າຈິ່ງຟ້າວທັກຜ້າພັນຄໍໄວ້ແລ້ວ”
ອາລີ້: “ມັນມີເຫດຜົນ! ໄວ້ມື້ໜ້າເຈົ້າຈະໄດ້ຮູ້”
ເອກ: “ຮ່ອງເຮົາຂ້ອຍນີ້ຊ່າງເຮັດຫຍັງຊັບຊ້ອນສະເໜີ”
ອາລີ້: “ອ້າຍເອກມີກິ່ນເຫຼົ້າ! ໄປດື່ມເຫຼົ້າມາຫວາ”
ເອກ: “ເລັກນ້ອຍ! ດຽວອ້າຍໄປອາບນ້ຳກ່ອນເດີ້”
ເອກຫອມໜ້າຜາກອາລີ້ເບົາໆໄປຄັ້ງໜຶ່ງກ່ອນຈະຍ່າງເຂົ້າໄປທີ່ຫ້ອງນ້ຳເພື່ອອາບນ້ຳ, ນ້ຳໄຫລຈາກຝັກບົວໄຫລຜ່ານລົງແຕ່ຫົວຮອດຕີນ ເຖິງຈະເມົາມາຍເລັກນ້ອຍແຕ່ກໍ່ຍັງລືມຄຳທີ່ແມ່ເວົ້າບໍ່ໄດ້ ຄິດມາແລ້ວໜັກໜ່ວງໃຈທີ່ສຸດ ນີ້ເປັນສົງຄາມຈິດຕະສາດທີ່ຍາກຕໍ່ການຄາດເດົາ ແລະ ບໍ່ຄິດຢາກຈະຕໍ່ສູ້ ເພາະຄູ່ຕໍ່ສູ້ເປັນແມ່ຂອງຕົວເອງ, ເອກກຸ້ມໃຈຄິດໜັກຫາວິທີສະຫງົບເສິກກັບແມ່ຢ່າງສັນຕິວິທີເທົ່າທີ່ຕົນພໍເຮັດໄດ້.
ມາດາມ ລິນດາ ນີ້ກໍ່ດື້ປານເດັກນ້ອຍຫົວແຂງບໍ່ຍອມຖອຍບໍ່ຍອມເລີກລາປ່ອຍວາງໝັ່ນຫາຍິງສາວມາໃຫ້ລູກສານສຳພັນ ແທ້ໆ ເຖິງວ່າຈະຮູ້ຢູ່ແກ່ໃຈດີວ່າມັນເປັນເລື່ອງທີ່ລູກຊາຍບໍ່ເຫັນດີເຫັນງາມ ແຕ່ຫົວອົກຂອງຄົນເປັນແມ່ກໍ່ຄິດສະເໝີທີ່ຈະມອບສິ່ງດີໆໃຫ້ກັບລູກ ໝັ່ນລອງຫາຍິງຄົນໃໝ່ມາໃຫ້ລູກຄົນນັ້ນລູກບໍ່ພໍໃຈກໍ່ປ່ຽນຄົນໃໝ່ ດ້ວຍຄວາມຫວັງວ່າຄົງຈະມີຈັກຄົນໜຶ່ງລະທີ່ລູກຈະຖືກໃຈ ປ່ຽນມາເປັນສິບແລ້ວ ແຕ່ກໍ່ມິດຈ້ອຍບໍ່ມີວີ່ແວວວ່າຈະເຂົ້າຕາລູກຊາຍ ມາດາມ ລິນດາ ເຖິງຈະຮູ້ສຶກທໍ້ບາງຄັ້ງແຕ່ຄວາມທົນຕ້ອງຍົກໃຫ້ນາງເປັນທີ່ໜຶ່ງ.
ເອກວ່າຮ້າຍກໍ່ແລ້ວລົມດີກໍ່ແລ້ວ ແມ່ຍັງບໍ່ລົດລະເລີກຈັກເທື່ອ ແບບນີ້ເອກຕ້ອງຈັດການຂັ້ນເດັດຂາດ ໃນງານວັນເກີດຂອງຕົນເອງທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ເຮືອນຄາລຶຫາດສີຂາວຫຼັງໃຫຍ່ໃນນາມວັນເກີດລູກຊາຍດຽວງານນີ້ ມາດາມ ລິນດາ ແລະ ດ.ຣ ສົມບູນ ພ້ອມຈັດໜັກຈັດເຕັມ ເຊີນແຂກມາກໜ້າຫຼາຍຕາເຂົ້າມາຮ່ວມງານ ແຂກແຕ່ລະຄົນທີ່ຖືກເຊີນເຂົ້າມາລະດັບບໍ່ທຳໃະດາທັງນັ້ນ ມາດາມ ລິນດາ ພ້ອມນຳສະເໜີລູກຊາຍໃຫ້ກັບລູກສາວຄອບຄົວຜູ້ດີໄດ້ເຫັນ ເພື່ອຫວັງວ່າຈະມີເກີດປະຕິຫານລູກຊາຍອາດຈະໄປຕົກຫຼຸມສົນໃຈລູກສາວຄອບຄົວໃດໜຶ່ງໃນງານນີ້ເຂົ້າ ແຕ່ເອກລູກຊາຍຫົວແກ້ວຫົວແຫວນຕ້ອງເຮັດໃຫ້ຜູ້ເປັນພໍ່ແມ່ຜິດຫວັງ ໂດຍສະເພາະຜູ້ເປັນແມ່ ດ້ວຍການນຳອາລີ້ມາເປີດຕົວໃນງານວັນເກີດໃນຖານະຄົນຮັກ ພ້ອມກັບປະກາດດັງລັ່ນທົ່ວງານວ່າຈະແຕ່ງງານກັບອາລີ້ໃນທ້າຍປີນີ້ ເຮັດໃຫ້ຄົນທີ່ມາຮ່ວມງານຕົກຕະລຶງຕາຄ້າງກັບຄຳເວົ້າຂອງເອກ, ທັງສາວນ້ອຍສາວໃຫຍ່ ແລະ ຜູ້ໃຫຍ່ຫຼາຍຄົນຮູ້ສຶກຜິດຫວັງ, ເສຍດາຍເປັນທີ່ສຸດ ມາດາມ ລິນດາ ແຖບຊັອກສະຫຼົບໄປຫຼັກຈາກລູກເວົ້າຈົບຄວາມ, ອາລີ້ກໍ່ມຶນງົງ ແລະ ຕົກໃຈເລັກນ້ອຍ ແຕ່ກໍ່ແອບດີໃຈຢູ່ເລິກໆ. ງານວັນເກີດໃຫຍ່ໂຕຈັດໄດ້ພຽງ 2 ຊົ່ວໂມງກໍ່ລົ້ມບໍ່ເປັນທ່າ ເມື່ອມາດາມ ລິນດາ ສະຫຼົບລົງກາງງານ ແຂກຄົນພາກັນແຕກຕື່ນ ແລະ ບໍ່ມີອາລົມທີ່ຈະຢູ່ຮ່ວມມ່ວນຊື່ນໃນງານຕໍ່ຈິ່ງພາກັນທະຍອຍກັບໄປເທື່ອລະເລັກລະໜ້ອຍໃຊ້ເວລາບໍ່ດົນກໍ່ກັບໝົດເອກໃຫ້ອາລີ້ກັບເຮືອນໄປພ້ອມກັບໝີນ້ອຍກ່ອນ ເພາະຕົນຕ້ອງແກ້ໄຂບັນຫານີ້ກັບຄອບຄົວ ອາລີ້ຮູ້ສຶກບໍ່ສະບາຍໃຈກັບເຫດການນີ້ເລີຍ ສ່ວນທາງຝັ່ງຂອງໝີນ້ອຍຜູ່ເປັນເອື້ອຍຮູ້ສຶກຈຸກແໜ້ນເອິກເຈັບດັ່ງຄົນອົກຫັກຂຶ້ນມາທັນທີ.
ດ.ຣ ສົມບູນ ກັບ ນູ່ນີ່ຜູ້ເປັນຜົວ ແລະ ລູກສາວ ພ້ອມລູກເຂີຍ ພາກັນຟ້າວໂຈມເອົາມາດາມ ລິນດາ ເຂົ້າໄປນອນພັກທີ່ຫ້ອງ ສູດດົມຢາເຂົ້າໄປເລັກນ້ອຍນອນນິ້ງໄປເປັນຊົ່ວໂມງກວ່າຈະຟື້ນ, ເອກຖືກຕໍ່ວ່າຈາກຜູ້ເປັນພໍ່ ແລະ ເອື້ອຍກ່ຽວກັບການກະທຳອັນບ້າບິ່ນຂອງເຂົາໃນເທື່ອນີ້, ເອກເອງກໍ່ຮູ້ສຶກຜິດບໍ່ໜ້ອຍກັບການກະທຳຂອງຕົວເອງ ແຕ່ເລື່ອງລາວມັນຄົງກັບໄປແກ້ໄຂຫຍັງບໍ່ໄດ້ອີກແລ້ວ, ມາດາມ ລິນດາ ໃນເວລານີ້ຮູ້ສຶກເໝັນໜ້າລູກຊາຍຢ່າງໜັກ ບໍ່ຢາກເຫັນໜ້າບໍ່ຢາກໄດ້ຍິນສຽງ ນູ່ນີ່ຈິ່ງໃຫ້ນ້ອງຊາຍກັບໄປກ່ອນໄວ້ໃຫ້ແມ່ອາລົມດີຂຶ້ນແລ້ວຕົນຈະຄ່ອຍໆເວົ້າຊ່ວຍ. ເມື່ອສະຖານະການເປັນແບບນີ້ເອກຈິ່ງຍອມເຮັດຕາມທີ່ເອື້ອຍເວົ້າຄືກັບເມື່ອຫາອາລີ້ກ່ອນ, ມາດາມ ລິນດາກ່າວດ້ວຍສີໜ້າແວວຕາເຈັບໃຈອອກໄປວ່າ: “ຢ່າຫວັງວ່າຂ້ອຍຈະຍອມຮັຍນາງຊັ້ນຕ່ຳຄົນນັ້ນເປັນລູກໄພ້! ໃຫ້ຕາຍກໍ່ບໍ່ຍອມ”
ຮອດເຮືອນເອກນັ່ງໜ້າເສົ້າດື່ມເບຍໜຶ່ງປ໋ອງທີ່ໂຕະຫີນໜ້າບ້ານຄົນດຽວລຳພັງ ອາລີ້ຄ່ອຍຍ່າງເຂົ້າມາຫາ ມືໜຶ່ງຖືເບຍໜຶ່ງປ໋ອງ, ອີກມືໜຶ່ງຖືກກ່ອງຂອງຂັວນທີ່ຕົນກຽມໄວ້ໃຫ້ວ່າຈະມອບໃຫ້ຕັ້ງແຕ່ຢູ່ໃນງານ ແຕ່ກໍ່ບໍ່ໄດ້ມອບໃຫ້ຊ້ຳ, ອາລີ້ເຂົ້າໄປນັ່ງລົງຂ້າງໆດື່ມເປັນເພື່ອນແລ້ວແນມເບິ່ງໜ້າຊາຍຄົນຮັກດ້ວຍຄວາມເຫັນໃຈກ່ອນຈະກ່າວອອກໄປວ່າ:
ອາລີ້ ເພື່ອຢາກໃຫ້ເອກສະບາຍໃຈ: “ມາດາມ ລິນດາ ອາດຈະດີໃຈກັບລູກຊາຍຈົນເກີນໄປຈົນເຖິງກັບເປັນລົມໄປ! ເຈົ້າກໍ່ຢ່າຄິດຫຍັງຫຼາຍເລີຍ! ຄົນເຖົ້າແລ້ວກໍ່ເປັນແບບນີ້ແຫຼະ”
ເອກ: “ອາດຈະ”
ທັງສອງນັ່ງມິດງຽບໄປດົນເຕີບກ່ອນທີ່ເອກຈະຫັນມາເບິ່ງໜ້າອາລີ້ພ້ອມກັບແນມເບິ່ງທີ່ກ່ອງຂອງຂັວນກ່ອນເອີ່ຍອອກມາວ່າ
ເອກ: “ເຈົ້າຮູ້ສຶກແນວໃດທີ່ຂ້ອຍປະກາດວ່າຈະແຕ່ງງານກັບເຈົ້າ”
ອາລີ້: “ດີໃຈທີ່ສຸດ! ເປັນກຽດທີ່ສຸດ”
ເອກຍິ້ມເບົາໆກ່ອນໂອບກອດອາລີ້ໄວ້: “ດີແລ້ວທີ່ເຈົ້າດີໃຈ! ຂ້ອຍສັນຍາວ່າຂ້ອຍຈະແຕ່ງງານກັບເຈົ້າດັ່ງທີ່ປະກາດໄວ້ໃນງານ! ແລ້ວສິ່ງທີ່ຢູ່ໃນກ່ອງນັ້ນຄືສິ່ງໃດ”
ອາລີ້ຍິ້ມນ້ຳຕາຊືມ: “ເປີດເບິ່ງແມ໋ະ”
ອາລີ້ສົ່ງກ່ອງຂອງຂັວນໃຫ້ເອກແກະເບິ່ງ ສິ່ງທີ່ຢູ່ຂ້າງໃນນັ້ນແມ່ນຜ້າພັນຄໍທີ່ເຫັນວັນນັ້ນ ເອກມີຄວາມສຸກທີ່ໄດ້ຮັບຂອງຂັວນນີ້ຈາກອາລີ້ ທັງສອງຄົນນັ່ງຊົມເດືອນດາວທີ່ທ້ອງຟ້າເກືອບ 2 ຊົ່ວໂມງກ່ອນເຂົ້າໄປນອນ
ເຊົ້າມື້ຕໍ່ມາມາດາມ ລິນດາ ໄດ້ມາຫາອາລີ້ທີ່ເຮືອນອາໃສຊ່ວງເວລາທີ່ເອກ ກັບ ໝີນ້ອຍໄປຫ້ອງການແລ້ວ ອາລີ້ທີ່ກຳລັງລ້າງຖ້ວຍຢູ່ເຮືອນຄົວໄດ້ຍິນສຽງກົດກິ່ງເຊິ່ງກໍ່ສົງໃສວ່າແມ່ນໃຜມາກົດກິ່ງ ນາງຈິ່ງປະຖ້ວຍທີ່ລ້າງຍັງບໍ່ແລ້ວໄວ້ກ່ອນ ຟ້າວຍ່າງອອກໄປໜ້າເຮືອນເຫັນລົດຕູ້ເກັງສີດຳຄັນນີ້ຊ່າງຄຸ້ນຕາແທ້ດັ່ງກັບເຄີຍເຫັນເມື່ອດົນມາແລ້ວແຕ່ຄິດບໍ່ອອກວ່າເຄີຍເຫັນຢູ່ໃສ ຄົນໃນລົດບີບແກລົດໃສ່ໜຶ່ງເທື່ອ ອາລີ້ຕົກໃຈຕື່ນ ແລະ ຄິດໄດ້ວ່າຄົງເປັນແຂກມາເຮືອນ ຈິ່ງໄດ້ຟ້າວໄປໄຂປະຕູໃຫ້ລົດຄັນນັ້ນເຂົ້າມາຈອດ ຫຼັງລົດຈອດທີ່ໂຮງລົດ ຄົນຂັບລົດທີ່ຄຸ້ນໜ້າດີໄດ້ລົງມາໄຂປະຕູໃຫ້ຍິງສູງອາຍຸປະມານກືອບ 60 ປີລົງຈາກລົດນັ້ນບໍ່ແມ່ນຄົນອື່ນໄກ ເປັນມາດາມ ລິນດາ ນາຍຍິງຄົນເກົ່າຂອງຕົນນັ້ນເອງ ອາລີ້ໜ້າຈີດຕື່ນຕົກໃຈນັກເຮັດຕົວຄົດລົງເລັກນ້ອຍດ້ວຍຄວາມເຄົາລົບປົນຢ້ານກົວ ມາດາມ ລິນດາ ຖືກະເປົາຍ່າງໜ້າເບີດຟ້າເຂົ້າເຮືອນໄປໂດຍມີອາລີ້ຍ່າງນຳຫຼັງດ້ວຍທ່ານ້ອບນ້ອມເຂົ້າໄປໃນເຮືອນແບບຕິດໆ ມາດາມ ລິນດານັ່ງລົງພັກກາຍທີ່ໂຊຟາດ້ວຍທ່າຂາໄຂ່ວຫ້າງໜ້າເສີດຕາມແບບສະບັບຂອງນາງ. ອາລີ້ຟ້າວເອົານ້ຳເຢັນມາເສີບ ແລະ ຄ່ອຍນັ່ງພັບແພບລົງທີ່ພື້ນເຮືອນຢ່າຖ່ອມຕົວ ມາດາມ ໃຊ້ພຽງຫາງຕາແນມເບິ່ງອາລີ້ດ້ວຍຄວາມດູກຖູກ ກ່ອນທີ່ຈະເອີ່ຍມາວ່າ
ມາດາມ ລິນດາ: “ຂ້ອຍບໍ່ມີເວລາສົນທະນາກັບຄົນແບບເຈົ້າດົນ! ເຂົ້າເລື່ອງເລີຍແລ້ວກັນ! ເຈົ້າຕ້ອງການເງິນເທົ່າໃດເພື່ອຈະໄປຈາກລູກຊາຍຂ້ອຍ”
ອາລີ້ທີ່ນັ່ງກົ້ມໜ້າຢູ່ເງີຍໜ້າຂື້ນມາເບິ່ງມາດາມ ລິນດາດ້ວຍສາຍຕາບໍ່ພໍໃຈກ່ອນຕອບໄປວ່າ:”ຂະນ້ອຍບໍ່ຕ້ອງການພຽງແຕ່ກີບດຽວ”
ມາດາມ ລິນດາ: “ຄິດແລ້ວວ່າຄົນຢ່າງເຈົ້າຕ້ອງຕອບແບບນີ້! ເຮິ! (ຖອນຫາຍໃຈເຫືອກໃຫຍ່ໜຶ່ງເທື່ອ) ໂລກນີ້ບໍ່ມີສິ່ງທີ່ແນ່ນອນມີຮັກມີເລີກໃຈຄົນປ່ຽນໄດ້ງ່າຍດັ່ງພິກຝາມືມື້ນີ້ອາດຮັກ ແຕ່ມື້ໜ້າອາດຊັງກໍ່ໄດ້ ເຈົ້າຢ່າຄິດວ່າເອກຈະຮັກພຽງແຕ່ເຈົ້າຈະມີພຽງແຕ່ເຈົ້າ! ຜູ້ຊາຍກໍ່ຍອມມີສັນຊາດຕະຍານຂອງຜູ້ຊາຍມື້ຢ່າງຄ່ຳ ມື້ໃດທີ່ເອກໝົດຮັກເຈົ້າມື້ນັ້ນເຈົ້າຈະບໍ່ເຫຼືອສິ່ງໃດ ນີ້ຖືວ່າຂ້ອຍເຕືອນເຈົ້າແລ້ວເດີ້! ເຈົ້າຈະຍອມຮັບເງິນຈາກຂ້ອຍແລ້ວໄປດີໆ ຫຼື ຈະເສຍຟຣີບໍ່ໄດ້ຫຍັງກັບຄືນ ເພາະຜູ້ຊາຍຊັ້ນຕ່ຳມີແຕ່ຕົວຢ່າງເຈົ້າລູກຊາຍຂ້ອງຄົງບໍ່ຄິດຈິງຈັງໃຊ້ຊີວິດຄູ່ໄປຕະຫຼອດດອກ”
ອາລີ້ໜ້າແດງມືສັ່ນກັ້ນນ້ຳຕາໄວ້ກ່ອນກ່າວໄປວ່າ: ”ຂອບໃຈສຳລັບຄຳສະເໜີແຕ່ຂໍໃຫ້ມາດາມ ເກັບຄວາມຫວັງດີນີ້ໄປໃຊ້ກັບຄົນອື່ນ ຄວາມຮັກຂອງຂະນ້ອຍທີ່ມີຕໍ່ນາຍນ້ອຍເອກມັນຫຼາຍກວ່າເງິນຊື້ໄດ້! ໄວ້ຮອດວັນທີ່ນາຍນ້ອຍເອກເບື່ອຂະນ້ອຍກ່ອນແລ້ວຂະນ້ອຍຈະເປັນຝ່າຍຍ່າງຈາກໄປເອງ”
ມາດາມ ລິນດາໂມໂຫກັບຄຳຕອບຂອງອາລີ້ນາງຈິ່ງລຸກຂຶ້ນຈາກໂຊຟາເພື່ອຕົບໜ້າອາລີ້ໄປບາດໜຶ່ງເຕັມໆກ່ອນຈະເວົ້າກັດແຂ້ວຕາຂຶງອອກໄປວ່າ: “ທັງທຸກທັງຍິ່ງ ຄົນຢ່າມຶງບໍ່ຮູ້ຈຽມຕົວ ກູອຸສ່າຫຼຸດລະດັບລົງມາເຈລະຈານຳມຶງຍັງບໍ່ສຳນຶກກ້າປະຕິເສດຄວາມຫວັງດີທີ່ກູຍື່ນໃຫ້! ມຶງນີ້ມັນໜ້າ…”
ອາລີ້ບໍ່ຕອມໂຕ້ໃດໆຖິງຈະຮູ້ສຶກເຈັບຈາກການຖືກຕົບເຖິງຈະຮູ້ສຶກປວດກັບການຖືກຢ້ຳຢີສັກສີແຕ່ກໍ່ອົດທົນກີນນ້ຳຕາລົງຄໍໄປບໍ່ໃຫ້ມັນໄຫລອອກມາໃຫ້ຄົນໃຈດຳຢ່າງມາດາມ ລິນດາເຫັນເດັດຂາດ, ມາດາມ ລິນດາ ຫງຸດງິດຍ່າງວຸດວິດອອກຈາກເຮືອນໄປເນື່ອງຈາກການເຈລະຈາບໍ່ໄດ້ຜົນ.