spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 27

ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 27

Published on

ຕອນທີ 27

ງານປັດຊະນາກິດສົບຂອງຢຸ້ຍໄດ້ຈັດຂຶ້ນຢ່າງສົມກຽດ ມີຜູ້ຄົນຈຳນວນຫຼາຍມາຮ່ວມສົ່ງກິນທານ, ຮ່ວມສົ່ງດວງສິນຍານຄັ້ງສຸດທ້າຍ

ພໍ່ແມ່ຂອງຢຸ້ຍໂສກເສົ້າລະທົມໃນດວງຈິດທຸກຄືນວັນ ມັນຍາກທີ່ຈະທຳໃຈຍອມຮັບຄວາມຈິງໄດ້ ເມື່ອລູກສາວຄົນດຽວທີ່ເປັນດັ່ງດວງຕາ ແລະ ດວງໃຈໄດ້ຈາກສິ້ນໂລກນີ້ໄປແລ້ວ ດ້ວຍຄວາມອາໄລຮັກທີ່ມີຄໍ່ລູກສາວຫົວແກ້ວຫົວແຫວນຄົນດຽວ ສົມບັດ, ຊື່ສຽງ, ກຽດຕິຍົດເງິນ ສິ່ງເຫຼົ່ານີ້ລ້ວນແຕ່ບໍ່ມີຄວາມໝາຍໃນຊີວິດອີກຕໍ່ໄປແລ້ວ ມີຫຼາຍເທົ່າໃດກໍ່ບໍ່ມີຄົນສືບທອດສົມບັດນີ້ອີກຕໍ່ໄປແລ້ວ ສອງເຖົ້າເລີຍບໍ່ຮູ້ວ່າຈະສ້າງ, ຈະຮັກສາມັນໄປໄວ້ໃຫ້ໃຜອີກແລ້ວ,  ພວກເຂົາຈິ່ງຕັດໃຈປ່ອຍວາງທາງໂລກສະຫຼະຖິ້ມທຸກສິ່ງທຸກຢ່າງ ໃຊ້ຊີວິດອັນແກ່ເຖົ້າຢູ່ກັບລູກສາວທີ່ເຫຼືອພຽງຜົງອັດທິທີ່ຈັດເກັບໄວ້ໃນວັດ ຜູ້ຜົວບວດເປັນພຣະເຫຼືອງ, ຜູ້ເມຍບວດເປັນແມ່ຂາວ ຄອຍບຳເບັນພຽນພະວານາຄອຍອຸທິດສ່ວນບຸນກຸສົນແບ່ງປັນໃຫ້ກັບລູກສາວທີ່ເສຍໄປ ຈົນກວ່າລົມຫາຍໃຈສຸດທ້າຍຈະມາເຖິງ.

ເອກຜູ້ເປັນສາມີສຳນຶກໃນຄວາມຜິດກັບສິ່ງທີ່ຕົນໄດ້ກະທຳທັງໝົດກັບຢຸ້ຍຜູ້ເປັນພັນລະຍາ ແລະ ກ່າວໂທດຕົວເອງວ່າເປັນສາເຫດທີ່ເຮັດໃຫ້ຢຸ້ຍຕ້ອງຕາຍໄປດ້ວຍສະພາບແບບນີ້ ເອກຈິ່ງໄດ້ບວດພຣະເຫຼືອງອຸທິດບຸນກຸສົນໃຫ້ກັບຢຸ້ຍພັນລະຍາທີ່ລ່ວງລັບເປັນເວລາ 1 ເດືອນ ກ່ອນຈະລາຊິກອອກມາໃຊ້ຊີວິດຕາມປົກ ກະຕິ. ເອກກັບໄປທີ່ເຮືອນຫຼັງທີ່ເຄີຍອາໃສຢູ່ກັບຢຸ້ຍເມື່ອຄາວຍັງເປັນຜົວເມຍກັນ ເອກໄດ້ເຂົ້າໄປທີ່ຫ້ອງນອນຂອງຢຸ້ຍ ເຫັນຮູບພາບແຕ່ງງານທີ່ຖືກຕົບແຕ່ງຕິດເຕັມຝາຫ້ອງ ເຄື່ອງຂອງທຸກຢ່າງຍັງຖືກຈັດເກັບໄວ້ເປັນຢ່າງດີ ດັ່ງເລື່ອງລາວເພິາງເກີດຂຶ້ນເມື່ອວານ ເອກຍ່າງເຂົ້າໄປໄຂລິ້ນຊັກທີ່ຢຸ້ຍຫ່ວງໜັກໜາ ກໍ່ໄດ້ພົບກັບຄວາມລັບອັນໂຫດຮ້າຍທີ່ນາງເກັບຊ້ອນມັນໄວ້ ນັ້ນຄືຮູບພາບ ແລະ ໜັງສືບັນທຶກທີ່ນາງຂຽນໄວ້ທຸກເລື່ອງລາວທັງດີ ແລະ ຮ້າຍ ທັງຄວາມຊົງຈຳເປັນຄວາມສຸກ ແລະ ຄວາມທຸກ ຕະຫຼອດຊີວິດຂອງນາງ ເອກອ່ານດ້ວຍຄວາມເສົ້າ ແລະ ສົງສານນາງຈັບໃຈ ໃນທີ່ສຸດເອກກໍ່ໄດ້ຮັບຮູ້ຄວາມຈິງວ່າ ຄົນທີ່ຢູ່ເບື້ອງຫຼັງໃນການທຳຮ້າຍອາລີ້ນັ້ນຄວາມຈິງແລ້ວຄືນາງບໍ່ແມ່ນແມ່ຂອງຕົນ ກໍ່ຮູ້ສຶກໂລ້ງໃຈໄປສ່ວນໜຶ່ງ ຄວາມລັບ, ຄວາມຮັກ, ຄວາມແຄ້ນ, ຄວາມຊັງ ທຸກສິ່ງຢ່າງຂໍໃຫ້ຈົບສິ້ນໄປພ້ອມການຕາຍຂອງນາງ ເອກເກັບທຸກສິ່ງຢ່າງທີ່ເປັນຂອງນາງໄປເຜົາທຳລາຍຖິ້ມບໍ່ໃຫ້ເຫຼືອຊາກ. ໃນໄລຍະ 1 ເດືອນທີ່ບວດບຳເພັນພຽນສ້າງກຸສົນອຸທິດບຸນໃຫ້ກັບຢຸ້ຍກໍ່ຕັ້ງໝັ້ນຢູ່ໃນຈິດສິນທຳ ອາດມີບາງນາທີທີ່ດວງຈິດເຜີຫຼຸດໄປຄິດຮອດຍິງຄົນຮັກ ເຖິງຈະວູບຫຼຸດໄປເລື່ອຍໆ ແຕ່ກໍ່ເປັນການຫຼຸດຊົ່ວໄລຍະສັ້ນໆພຽງນາທີ ເມື່ອຊິກອອກມາສູ່ໂລກແຫ່ງຊີວິດຈິ່ງທ່າມກາງກິເລດຕັນຫາຮັກໂລບໂກດຫຼົງ ເອກກໍ່ຍັງເປັນເອກຄົນເດີມທີ່ເຕັມທີ່ກັບສິ່ງທີ່ເຮັດບໍ່ວ່າຈະເປັນວຽກງານ ຫຼື ແມ່ນແຕ່ເລື່ອງຮັກ ແຕ່ສິ່ງທີ່ເຂົ້າມາເພີ່ມນັ້ນກໍ່ຄືຈິດໃຈທີ່ສະຫງົບຂຶ້ນ ເອກໄດ້ກັບໄປທີ່ເຮືອນປ້າລຸງຂອງອາລີ້ ເພື່ອຈະໄປປັບຄວາມເຂົ້າໃຈ ແລະ ງໍ້ເມຍກັບຄືນເມືອຢູ່ຄຽງຂ້າງຄືເກົ່າ (ອາລີ້ຄືເມຍທີ່ບໍ່ໄດ້ຂອງເອກ)

ຂ້ອຍ “ອາລີ້” ຮູ້ສຶກສະເທືອນໃຈບໍ່ໜ້ອຍກັບການຈາກໄປຂອງຢຸ້ຍ ເຖິງທັງສອງຈະເຄີຍເປັນສັດຕູຄູ່ອາຄາດກັນ ເຖິງແມ່ນວ່າອາລີ້ຈະເປັນຝ່າຍຖືກກະທຳມາໂດຍຕະຫຼອດ ແຕ່ນາງກໍ່ພ້ອມຫະໂຫສິກຳໃຫ້ກັບທຸກສິ່ງທຸກຢ່າງທີ່ຜ່ານມາ ແລະ ໝັ່ນໃສ່ບາດທຳບຸນອຸທິດສ່ວນກຸສົນໄປໃຫ້ຢຸ້ຍສະເໝີ. ຂ້ອຍ “ອາລີ່”ນັ່ງຫຼິ້ນຕາກລົມເຢັນໆທີ່ຕູບນ້ອຍແຄມໜອງປາຄົນດຽວ ໃນລະຫວ່າງນັ່ງຢູ່ນັ້ນກໍ່ຄິດທົບທວນເລື່ອງລາວຂອງຕົນກັບຊາຍຄົນຮັກຢ່າງໜ້າເສົ້າເພາະຄິດສັ່ງສາເບິ່ງແລ້ວສິິ່ງທີ່ຕົນມີເທົ່າທຽບກັບຊາຍຄົນຮັກກໍ່ມີຢ່າງດຽວຄືເວລາທີ່ໝູນໄປແຕ່ລະວັນ ສ່ວນເລື່ອງທີເຫຼືອນັ້ນມັນຊ່າງແຕກຕ່າງ ແລະ ຫ່າງໄກກັນເຫຼືອເກີນ ພະຍາຍາມຄິດຕັດໃຈແຕ່ກັບກາຍວ່າທະຫລຳເລິກລົງໄປບໍ່ຮູ້ຈົບສິ້ນ ພາບຄວາມຫຼັງຮ່ອງຮອຍຄວາມຮັກທີ່ທັງສອງໄດ້ວາດແຕ່ງເຕີມສີມັນລົງໄປໄດ້ກາຍເປັນດັ່ງເລື່ອງລາວສຸດແສນໂຣແມນຕິກ ຊາຍຜູ້ນັ້ນໄດ້ຂັງຂ້ອຍໄວ້ໃນຫົວໃຈທີ່ແສນອົບອຸ່ນ ນາຍນ້ອຍເອກໄດ້ກາຍເປັນທັງຄວາມຮັກ ແລະ ນ້ຳຕາໃນເວລາດຽວກັນ ນີ້ຄົງເປັນເຫດຜົນໃຫຍ່ທີ່ເຮັດໃຫ້ຂ້ອຍປ່ອຍວາງໃນເລື່ອງນີ້ບໍ່ໄດ້. ອາລີ້ນັ່ງເຫງົາງອຍຢູ່ດົນເຕີບແລະແລ້ວລົມຫອມຫວນບຸຜາກໍ່ພັດໂສຍມາເຕະດັງຈາກດ້ານຫຼັງ ສູດດົມເຂົ້າໄປເລິກໆຮູ້ສຶກດີກິ່ນນີ້ຊ່າງຄຸ້ນເຄີຍແທ້ ຕື່ນນຶກຂຶ້ນມາໄດ້ວ່າກິນຫອມນີ້ເປັນຄົນທີ່ຕົນຮູ້ຈັກດີ ແລ້ວເຫດໃດມັນຈິ່ງມາຫອມຢູ່ທີ່ນີ້ໄດ້ ອາລີ້ຟ້າວຫັນຫຼັງກັບເພື່ອຈະເບິ່ງຕົ້ນຕໍຂອງກິ່ນຢ່າງຕັ້ງໃຈ ເມື່ອຫັນໄປກໍ່ໄດ້ພົບກັບເຈົ້າຂອງກິ່ນເຊິ່ງເປັນຊາຍຮູບງາມທີ່ລຶ້ງເຄີຍກັນດີຢູ່ຢູ່ຕໍ່ໜ້າດ້ວຍຮອຍຍິ້ມ ແລະ ແວວຕາທີ່ອົບອຸ່ນພ້ອມກ່າວຮຽກຊື່ “ອາລີ້” ດ້ວຍນ້ຳສຽງນຸ້ມນວນຫູແທ້ ດ້ວຍຄວາມດີໃຈແຮງເພາະບໍ່ໄດ້ຕິດຕໍ່ກັນເປັນເວລາປະມານເດືອນປາຍ ອາລີ້ ລະລືມຄວາມຄຽດຊັງຄັ້ງເມື່ອຮູ້ຄວາມຈິງຖຶ້ມຫາຍຈົນໝົດສິ້ນ ເຫຼືອແຕ່ຄວາມຄິດຮອດຄິດເຖິງຊາຍຄົນຮັກ ພຸ້ງເຂົ້າກອດຮັດຕົວຊາຍໄວ້ແໜ້ນດ້ວຍໃບໜ້າທີ່ີຄວາມສຸກສົດຊື່ນ.

ທັງເອກ ແລະ ອາລີ້ໄດ້ຕິດຢູ່ໃນພັນທະຂອງໂຊກຊະຕາຄວາມຮັກແບບເສົ້າໆພ້ອມວັນເວລາທີ່ໝູນໄປຢ່າງບໍ່ມີວັນສິ້ນສຸດ ອາລີ້ໄດ້ຍ້າຍຈາກເຮືອນຂອງລຸງປ້າມາອາໃສຮ່ວມຊາຍຄາກັບເອກອີກຄັ້ງ.

ເມື່ອມາເຖິງເຮືອນ ເອກໄດ້ຊ່ວຍອາລີ້ຍົກກະເປົາເສື້ອຜ້າກັບຂຶ້ນໄປທີ່ຫ້ອງຂອງພວກຕົນເຄີຍນອນ ແຕ່ເມື່ອໄຂປະຕູຈະເຂົ້າໄປກໍ່ຮູ້ສຶກຕົກໃຈ ແລະ ເກີດຄວາມບໍ່ພໍໃຈຢ່າງໜັກເມື່ອເຫັນໝີນ້ອຍຂົນເຄື່ອງຂອງເຂົ້າໄປນອນອາໃສໃນຫ້ອງນີ້ແທນໂດຍບໍ່ໄດ້ຮັບອະນຸຍາດກ່ອນ ທັງສອງໜ້າເຄັ່ງຂຶມແຕ່ກໍ່ບໍ່ໄດ້ເວົ້າຫຍັງອອກໄປ ເມື່ອເຫັນຫ້ອງນີ້ມີເຈົ້າຂອງໃໝ່ຢູ່ແລ້ວ ພວກເຂົາຈິ່ງລາກກະເປົາໄປອີກຫ້ອງ ອາດຈະເປັນຫ້ອງນອນທີ່ນ້ອຍກວ່າເກົ່າເລັກນ້ອຍ ເອກບໍ່ພໍໃຈໜັກກະວ່າຈະເຂົ້າໄປເກັບເສື້ອຜ້າເຄື່ອງຂອງທັງໝົດຂອງຢຸ້ຍອອກຈາກເຮືອນຂອງຕົນ ແຕ່ຖືກອາລີ້ຂໍໄວ້ ເພາະບໍ່ຢ່ກຜິດໃຈກັບຜູ້ເປັນເອື້ອຍ ອາລີ້ຈິ່ງເອີ່ຍກັບເອກໄປວ່າ: “ຖ້າເຂົາຢາກນອນທີ່ຫ້ອງນັ້ນກໍ່ໃຫ້ເຂົານອນເຖີດ ຂໍພຽງເຮົາໄດ້ນອນຮ່ວມກັນບໍ່ວ່ານອນຢູ່ໃຫ້ໃດກໍ່ມີຄວາມ ສຸກ”

ທັງສອງໄດ້ຊ່ວຍກັນເຮັດຄວາມສະອາດຫ້ອງ ແລະ ຈັດເສື້ອຜ້າເຂົ້າໄວ້ໃນຕູ່ເສື້ອຜ້າຢ່າງເປັນລະບຽບຮຽບຮ້ອຍ. ຕອນແລງໝີນ້ອຍເລີກວຽກເມືອກັບມາເຮືອນເຫັນລົດຂອງເອກຈອດໄວ້ທີ່ໜ້າບ້ານ ນາງດີໃຈໜ້າບານ ເພາະນາຍນ້ອຍເອກກັບມາແລ້ວ ຫຼັງຈອດລົດຈັກແລ້ວນາງກໍ່ຟ້າວຍ່າງເຂົາມາໃນເຮືອນ ເຫັນເອກກຳລັງໃຊ້ຄອມພິວເຕີໂນ໊ບບຸກຢູ່ໂຊຟາ ດ້ວຍຄວາມດີໃຈໝີນ້ອຍຈິ່ງມະໂນລືມຕົວຄິດວ່າໄປຊາຍທີ່ນັ່ງຢູ່ໜ້ານັ້ນເປັນຄົນຮັກຂອງນ້ອງບໍ່ແມ່ນຂອງຕົນເອງ ໝີນ້ອຍຟ້າວແລ່ນເຂົ້າໄປນັ່ງລົງຂ້າງໆ ແລະ ກຽມຈະພຸ່ງເຂົ້າກອດ ແຕ່ເອກເຫັນກ່ອນຈິ່ງໄດ້ຫັນໜ້າມາເບິ່ງໝີນ້ອຍດ້ວຍສາຍຕາດຸດັນ ແລະ ເອີ່ຍກ່າວດ້ວຍວາຈາແຂງກະດ້າງວ່າ:

ເອກ:​ “ເຈົ້າກຳລັງຈະເຮັດຫຍັງກັບຂ້ອຍ”
ໝີນ້ອຍຢຸດສະງັກທັນທີກ່ອນຈະເອີ່ຍຖາມດ້ວຍສີໜ້າຍິ້ມແຍ້ມວ່າ: “ດີໃຈແທ້ທີ່ຫົວໜ້າເອກກັບມາຢູ່ທີ່ເຮືອນຫຼັງດີແລ້ວ”
ເອກຫັນໜ້າໜີໃນຈັງຫວະອາລີ້ກໍ່ຖືຖາດໝາກໄມ້ກັບນ້ຳຄັ້ນໝາກກ້ຽງສົດເຂົ້າມາພໍດີ ເຖິງຈະເຫັນພຶດຕິກຳຂອງເອື້ອຍແລ້ວຮູ້ສຶກບໍ່ພໍໃຈແຕ່ກໍ່ເກັບຊ້ອນໄວ້ຂ້າງໃນກ່ອນເອີ່ຍອອກໄປວ່າ
ອາລີ້:​”ເອື້ອຍໝີນ້ອຍກັບມາດົນແລ້ວບໍ”
ໝີນ້ອຍຕະລຶງເລັກນ້ອຍທີ່ເຫັນອາລີ້ນ້ອງສາວຂອງຕົນກໍ່ຢູ່ທີ່ເຮືອນຫຼັງນີ້ພ້ອມ ມັນຊ່າງເສຍອາລົມແທ້ ແຕ່ຕໍ່ໜ້າເອກກໍ່ຈຳໃຈເວົ້າຕອບນ້ອງໄປດ້ວຍສີໜ້າຍິ້ມແຍ້ມວ່າ: “ຫາກໍ່ກັບມາກີ້ນີ້! ເອື້ອຍບໍ່ຄິດເລີຍວ່າຈະໄດ້ພົບເຈົ້າຢູ່ທີ່ນີ້”
ອາລີ້ຖືຖາດໝາກໄມ້ ແລະ ຈອກນ້ຳມາວາງລົງໂຕະ ແລ້ວຈິ່ງຄ່ອຍຍ່າງວຽນໄປຜ່ານໜ້າໝີນ້ອຍເພື່ອນັ່ງຂັ້ນກາງລະຫວ່າງເອື້ອຍໝີນ້ອຍກັບຊາຍຄົນຮັກດ້ວຍຄວາມຫຶງຫວງໃນໃຈເລິກໆ ສິ່ງທີ່ອາລີ້ເຮັດໃນເວລານີ້ເປັນທີ່ຖືກໃຈຂອງເອກໂດຍແທ້ ເນື່ອງຈາກມັນສະແດງເຖິງຄວາມຫຶງຫວງ ແລະ ການເປັນເຈົ້າຂອງ ເອກຍິ້ມມຸມປາກເລັກດ້ວຍສີໜ້າຍິນດີ ຜິດຈາກໝີນ້ອຍທີ່ຮູ້ສຶກເສຍຟອມດັ່ງກັບຖືຫັກໜ້າຈະຈະ ໝີນ້ອຍທົນນັ່ງຢູ່ບ່ອນນັ້ນຕໍ່ບໍ່ໄດ້ເພາະຮູ້ສຶກວ່າຕົນເອງປຽບດັ່ງສ່ວນເກີນ ບ່ອນນີ້ບໍ່ມີບ່ອນໃຫ້ຕົນໄດ້ຫາຍໃຈ ຈິ່ງຕັດສິນໃຈລຸກໜີຂຶ້ນຫ້ອງໄປ ອາລີ້ໄດ້ເອີ້ນຖາມວ່າ

ອາລີ້: “ເອື້ອຍໝີນ້ອຍບໍ່ຢູ່ກິນອາຫານຫວ່າງນຳກັນກ່ອນຫວາ ນ້ອງວ່າຈະໄປຄັ້ນນ້ຳສົ້ມສົດໆມາໃຫ້ເຈົ້າດື່ມຢູ່ພໍດີ”
ໝີນ້ອຍຢຸດໜ້ານິ້ງຕອບນ້ອງໄປວ່າ: “ຂອບໃຈແຕ່ເອື້ອຍເມື່ອຍ! ຂໍຕົວກ່ອນ”
ໝີນ້ອຍຍ່າງເຂົ້າໄປທີ່ຫ້ອງນອນເປີດຕູ້ເສື້ອຜ້າປະກົດວ່າບໍ່ມີເສື້ອຜ້າຂອງເອກເຫຼືອແຕ່ຕົວດຽວທັງໂສ້ງເສື້ອ, ຜ້າເຊັດຕົວ, ຊຸດຊັ້ນໃນ, ເກີບ, ຖົງຕີນ ແລະ ແປງຖູແຂ້ວກໍ່ບໍ່ເຫຼືອໃນຫ້ອງ ໝີນ້ອຍນັ່ງຊຸດລົງທີ່ບ່ອນນອນດ້ວຍຄວາມເຫຼືອອົກເຫຼືອໃຈຄັບແຄ້ນໃນຊວງເອິກໂດຍແທ້.
ທີ່ຫ້ອງນອນທັງສອງຫວານຊື່ນ ເປັນເວລາດົນນານແລ້ວທີ່ບໍ່ໄດ້ສົນທະນາຢູ່ດ້ວຍກັນຄືນນີ້ທັງອາລີ້ກັບເອກມີເລື່ອງຫຼາຍຢ່າງຕ້ອງໄດ້ໂອ້ລົມກັນ
ເອກ: “ອາລີ້ເຈົ້າຮູ້ບໍ່ວ່າແມ່ນແຕ່ຕອນເວລາຂອງບວດໃນຜ້າເຫຼືອງບາງເວລາກໍ່ຍັງແອບຄິດຮອດເຈົ້າ ຖ້າບໍ່ຢ້ານບາບກໍ່ຄົງຈະຄິດຮອດເຈົ້າທຸກລົມຫາຍໃຈເຂົ້າອອກ”
ອາລີ້: “ໂອ….! ຊ່າງເປັນບາບແທ້ ໄປບວດກໍ່ຍັງໃຈບໍ່ສະຫງົບ”
ເອກ: “ແລ້ວເຈົ້າຍັງຈະຮັກຄົນບາບຢ່າງຂ້ອຍຕໍ່ໄປ ຫຼື ບໍ່”
ອາລີ້: “ບາບບໍ່ມີຜົນກັບຄວາມຮັກທີ່ຂ້ອຍມີຕໍ່ເຈົ້າ”
ເອກ: “ອາລີ້ຂ້ອຍຢາກໄດ້ລູກ! ມີລູກໃຫ້ຂ້ອຍເນາະ”
ຄືນນີ້ຕ້ອງຈັດເຕັມຫຼັງຈາກອົດກັ້ນມາເປັນເວລາດົນນານແລ້ວ.

ມາດາມ ລິນດາ ເມື່ອເສຍລູກໄພ້ໄປກໍ່ປຽບດັ່ງກັບເສຍຜົນປະໂຫຍດທາງທຸລະກິດໄປມັນໝາຍເຖິງຈຳນວນຕົວເລກທາງການເງິນທີ່ເສຍໄປເປັນຈຳນວນມະຫາສານ ໃນໂລກຂອງທຸລະກິດເກົ່າໄປໃໝ່ຕ້ອງມາແທນ ເມື່ອຕອນນີ້ລູກຊາຍຫົວແກ້ວຫົວແຫວນຂອງຕົນເອງກາຍເປັນຄົນໂສດ ຖ້າປ່ອຍວ່າງໄວ້ດົນມາດາມ ລິນດາ ເກີດຢ້ານພວກເສືອສິງກະທິງແຣດ ມາຄາບລູກຊາຍຂອງນາງໄປ ດັ່ງນັ້ນຈິ່ງຫາແຜນຈັບຄູ່ໃຫ້ລູກຊາຍອີກ ໂດຍຄັ້ງນີ້ເປັນລູກສາວທີ່ມາຈາກຕະກູນຜູ້ດີຄອບຄົວນັກທຸລະກິດທັງກິດຈະການຣີສອດຊື່ດັງຫຼາຍແຫ່ງໃນເມືອງທ່ອງທ່ຽວ ແລະ ຍັງມີກິດຈະການອາພາດເມັ້ນຫຼາຍແຫ່ງໃຫ້ຄົນເຊົ່າໃນນະຄອນຫຼວງວຽງຈັນ

ມາດາມ ລິນດາ ວາງແຜນຮ່ວມກັບ ມາດາມ ສອນນາລີ ນັດໝາຍໃຫ້ລູກສາວ ແລະ ລູກຊາຍຂອງພວກເຂົາໄດ້ພົບກັນທີ່ຫ້ອງອາຫານໃນໂຮງແຮມແຫ່ງໜຶ່ງ
ກ່ອນຮອດເວລານັດໝາຍຮັບປະທານອາຫານຄ່ຳ ເອກຂັບລົດອອກຈາກເຮືອນ, ຈີ່ນ້າ (ລູກສາວ ມາດາມ ສອນນາລີ) ຂັບລົດອອກຈາກເຮືອນຄືກັນ, ໃນຂະນະຂັບລົດທັງເອກ ແລະ ຈີ່ນ້າໄດ້ຮັບສາຍຜູ້ເປັນແມ່
ມາດາມ ສອນນາລີ:​ “ຈີ່ນ້າລູກອອກຈາກເຮືອນມາແລ້ວຫຼື ຍັງ”
ຈີ່ນ້າ:​”ໂດຍ! ກຳລັງຂັບລົດຢູ່! ຕອນນີ້ລົດຫຼາຍກະວ່າອີກ 30 ນາທີຄົງໄປຮອດ! ແມ່ໄປຮອດຫ້ອງອາຫານແລ້ວຫວາ”
ມາດາມ ສອນນາລີ: “ໃຫ້ຮອດແລ້ວເທົ່ານີ້ກ່ອນເດີ້ລູກ! ຂັບລົດປອດໄພເດີ້” ກົດວາງສາຍ
ທາງຝັ່ງຂອງມາດາມ ລິນດາ ກັບ ເອກ, ເອກທີ່ກຳລັງຂັບລົດມຸ່ງໜ້າໄປຮັບປະທານອາຫານຄ່ຳກັບແມ່ກໍ່ໄດ້ຮັບສາຍໂທລະສັບແມ່ໂທເຂົ້າ
ເອກ: “ຈັ່ງໃດແມ່”
ມາດາມ ລິນດາ: “ຮອດໃສແລ້ວລູກ! ໃກ້ຮອດລະຫວາ ແມ່ມາຮອດແລ້ວເດີ້”
ເອກ: “ໃກ້ແລ້ວ! ແຕ່ຕອນນີ້ລົດຕິດຫຼາຍຖ້າແປັບໜຶ່ງເດີ້ແມ່”
ມາດາມ ລິນດາ: “ໄດ້!ໄດ້! ຂັບລົດດີໆເດີ້ແມ່ຈະຖ້າຢູ່ບ່ອນນີ້ລະ”

ຄວາມຈິງທັງມາດາມ ລິນດາ ແລະ ມາດາມ ສອນນາລີ ກຳລັງນັ່ງດື່ມກາເຟນຳກັນທີ່ຮ້ານເກເຟແຫ່ງໜຶ່ງ ແຜນລວງລູກໄປພົບກັນນີ້ຖືວ່າສຳເລັດໄປຂັ້ນໜຶ່ງແລ້ວ ຂັ້ນຕໍ່ໄປກໍ່ພຍງໃຫ້ທັງສອງໄດ້ເຫັນໜ້າກັນ, ລົມກັນ ແລະ ກໍ່ສານສຳພັນຂັ້ນຕໍ່ໆໄປ

ເອກ ກັບ ຈີ່ນ້າ ມາຮອດໂຮງແຮມພ້ອມກັນ ຂຶ້ນລິບຂອງໂຮງແຮງໄປພ້ອມກັນກົດເລກຊັ້ນດຽວກັນ ແລະ ທີ່ສຳຄັນທັງສອງຍ່າງໄປຫ້ອງອາຫານຫ້ອງດຽວກັນ ເອກ ກັບ ຈີ່ນ້າ ແນມເບິ່ງໜ້າກັນດ້ວຍຄວາມແປກໃນໃຈ “ມັນຈະບັງເອີນຫຍັງຂະໜາດນັ້ນ” ທັງຄູ່ຈ້ອງເບິ່ງໜ້າກັນດ້ວຍຄວາມສົງໃສ ເມື່ອເປີດປະຕູຫ້ອງເຂົ້າໄປກໍ່ບໍ່ເຫັນແມ່ຂອງຕົນເອງ ທັງຄູ່ຮູ້ຕົວເລີຍວ່ານີ້ເປັນແຜນຈັບຄູ່ທີ່ແມ່ຂອງພວກເຂົາເປັນຜູ້ວາງແຜນ ກໍ່ເລີຍຕ່າງຝ່າຍໂທລະສັບຫາແມ່ຂອງຕົວເອງ

ຝ່າຍຄູ່ຂອງ ຈີ່ນ້າ ກັບ ມາດາມ ສອນນາລີ
ຈີ່ນ້າລົມໂທລະສັບ: “ແມາຢູ່ໃສເປັນຫຍັງຄືບໍ່ມາ! ແລ້ວຫ້ອງທີ່ແມ່ຈອງເປັນຫຍັງຄືມີຜູ້ຊາຍອີກຄົນມາຫ້ອງນີ້ຄືກັນກັບລູກ”
ມາດາມ ສອນນາລີ: “ລູກໄດ້ພົບອ້າຍເອກແລ້ວຫວາ! ກິນອາຫານໃຫ້ແຊບໆ ລົມກັບອ້າຍເພິ່ນມ່ວນໆເດີ້ລູກ ເພາະຜູ້ຊາຍຄົນນັ້ນອານາຄົດອາດຈະໄດ້ເປັນສາມີຂອງເຈົ້າ”
ຈີ່ນ້າ ເອົາມືແປະໜ້າຜາກຢາກຮ້ອງໄຫ້ເປັນພາສາສະເປນ: “ແມ່ຈັບຄູ່ໃຫ້ລູກອີກແລ້ວ! ບອກແລ້ວເດ້ວ່າເລື່ອງຄູ່ລູກສິຫາເອງບໍ່ໃຫ້ແມ່ຫຍຸ້ງ”
ມາດາມ ສອນນາລີ: “ລູກໆ! ຢ່າຟ້າວໂມໂຫ ລອງເປີດໂອກາດໃຫ້ອ້າຍເພິ່ນກ່ອນຮັບຮອງວ່າລູກຈະບໍ່ຜິດຫວັງ! ຄົນດີຂອງແມ່ກັບເຂົ້າໄປໃນຫ້ອງແລ້ວເຮັດຕົວໃຫ້ໜ້າຮັກເຂົ້າໄວ້ເດີ້ລູກ”
ເບື້ອງຂອງເອກທີ່ສົນທະນາກັບແມ່ ນັ້ນກໍ່ຄືມາດາມ ລິນດາ
ເອກ: “ແມ່ເຮັດແບບນີ້ເຮົາຕ້ອງມີເລື່ອງລົມກັນຍາວເດີ້”
ມາດາມ ລິນດາ: “ເລື່ອງນັ້ນເອົາໄວ້! ແຕ່ຕອນນີ້ລູກຕ້ອງເຮັດໜ້າທີ່ເປັນລູກຊາຍທີ່ດີຂອງແມ່ກ່ອນກັບເຂົ້າໄປໃນຫ້ອງ ຢ່າໃຫ້ຜູ້ຍິງເຂົາລໍຖ້າ ມັນຈະເສຍມາລະຍາດທາງສັງຄົມ”
ເອກ ຖອນຫາຍໃຈເຫືອກໃຫຍ່ວາງສາຍໜ້າເຊັງກ່ອນຍ່າງກັບເຂົ້າໄປໃນຫ້ອງ ເຫັນຍິງສາວຄົນໜຶ່ງກຳລັງນັ່ງໜ້າເຊັງຄ້ຳແກ້ມຢູ່ຄືກັນ.
ເອກ ກັບ ຈີ່ນ້າ ນັ່ງຄ້ຳແກ້ມໜ້າເຊັງເບິ່ງໜ້າກັນຄົນລະຝາກໂຕະກ່ອນຈະຖອນຫາຍໃຈໃຫຍ່ພ້ອມກັນ (ເຮີ້ຍ)
ຈີ່ນ້າ: “ຫິວລະສັ່ງອາຫານມາກິນເຖາະ! ກິນອີ່ມແລ້ວກໍ່ໄປໃຜໄປມັນ”
ເອກ: “ກໍ່ດີ! ເພາະຈັ່ງໃດຜູ້ໃຫຍ່ກໍ່ຈອງຫ້ອງໄວ້ໃຫ້ແລ້ວ ສັ່ງອາຫານມາກິນກໍ່ດີ ຈະໄດ້ບໍ່ເສຍທ້ຽວມາ”
ທັງສອງສັ່ງອາຫານມາກິນຜູ້ລະຈານກິນໃຜກັນມັນ ເມື່ອກິນແລ້ວກໍ່ລົມກັນເລັກໜ້ອຍ
ຈີ່ນ້າ:​ “ກິນອາຫານອີ່ມແລ້ວຍັງບໍ່ໄດ້ຮູ້ຈັກຊື່ກັນເລີຍ! ຂ້ອຍມີຊື່ວ່າ ຈີ່ນ້າ ”
ເອກ: “ຂ້ອຍຊື່ເອກ ຍິນດີທີ່ໄດ້ຮູ້ຈັກ”
ຈີ່ນ້າ: ”ເຈົ້າຄົງຮູ້ວ່າເພາະເຫດໃດເຮົາທັງສອງຈິ່ງໄດ້ມາຢູ່ທີ່ຫ້ອງນີ້ໃນເວລານີ້”
ເອກ: “ຮູ້ດີ”
ຈີ່ນ້າ:​ ”ຮູ້ແລ້ວກໍ່ດີ ຈະໄດ້ລົມກັນແບບຕົງໆໄປເລີຍ”
ເອກ: “ວ່າ…”
ຈີ່ນ້າ: “ບອກຕົງໆຂ້ອຍມີແຟນແລ້ວ​! ແຟນຂ້ອຍເປັນຄົນອາເມລິກັນເຮົາຄົບກັນຕອນຂ້ອຍໄປຮຽນຢູ່ນັ້ນ ແລະ ພວກເຮົາກໍ່ຮັກກັນຫຼາຍ ມີແຜນຈະແຕ່ງງານກັນອີກ! ເມື່ອຮູ້ແບບນີ້ແລ້ວຫວັງວ່າເຈົ້າຈະເຂົ້າໃຈ ແລະ ຊ່ວຍສະໜັບສະໜູນຄວາມສຳພັນຂອງຂ້ອຍກັບແຟນຂ້ອຍນຳ”
ເອກຍິ້ມມຸມປາກເບົາ: “ຍິນດີດ້ວຍ! ຂ້ອຍຂໍໃຫ້ເຈົ້າກັບຄົນຮັກສົມຫວັງ”
ຈີ່ນ້າ: “ຂອບໃຈ! ແຕ່ເອ໊ະ! ເຈົ້າຄືບໍ່ມີທ່າທີເສຍໜ້າເສຍຟອມແມ່ນແຕ່ໜ້ອຍດຽວທັງທີ່ຖືກຂ້ອຍບອກເລີກຕັ້ງແຕ່ຍັງບໍ່ທັນໄດ້ຄົບກັນ”
ເອກ: “ປ່ຽນຈາກຄຳວ່າເສຍໃຈເປັນຄຳວ່າຂອບໃຈທີ່ສຸດຈະດີກວ່າ ເພາະຂ້ອຍເອງກໍ່ມີຄົນຮັກຢູ່ແລ້ວ ຮູ້ສຶກດີທີ່ເຮົາມີຫຍັງທີ່ຄ້າຍກັນ”
ຈີ່ນ້າ: “ດີ! ຊັ້ນຕໍ່ໄປເຮົາເປັນເພື່ອນເປັນພີ່ນ້ອງກັນ ແລະ ຈະບໍ່ຄິດແຕ່ງງານກັນ! ໂອເຄ”
ເອກ: “ໂອເຄ”
ທັງສອງຈັບມືສັນຍາກັນ ນີ້ເປັນການສົ່ງສັນຍານມິດຕະພາບທີ່ດີ ກ່ອນຈາກກັນໄປຄົນລະທາງ

ອ່ານຍ້ອນຄືນຕອນທີ 26 ຕາມລິ້ງ https://www.laopost.com/2017/04/10/88530

 

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...