ຕອນທີ 26 ຈຸດຈົບຊີວິດຮັກທີ່ແສນເສົ້າຂອງຢຸ້ຍ ເມຍໃນທະບຽນ
ເອກຂັບລົດມາທີ່ເຮືອ ເຫັນລົດຂອງຢຸ້ຍຈອດຢູ່ກໍ່ຮູ້ເລີຍວ່າຢຸ້ຍຢູ່ເຮືອນ ເອກຍ່າງເຂົ້າໄປທີ່ເຮືອນມຸ່ງໜ້າຊອກຫາຢຸ້ຍທີ່ຫ້ອງນັ່ງຫຼິ້ນ, ເຮືອນຄົວ, ສະລອຍນ້ຳຫຼັງບ້ານ ແຕ່ກໍ່ບໍ່ພົບຍັງຫ້ອງສຸດທ້າຍນັ້ນຄືຫ້ອງນອນ.
ຢຸ້ຍໃນຫ້ອງນອນກຳລັງຢູ່ໃນພາວະຈິດຕົກໃຈສັ່ນ, ມືສັ່ນ ເພາະຢ້ານຄວາມຜິດທີ່ຕົວເອງກໍ່ຂຶ້ນໄປດ້ວຍອາລົມຊົ່ວວູບ, ຢ້ານຜົວຕັດຄວາມສຳພັນ ເພາະຕົນຄິດຂຶ້ນມາໄດ້ວ່າຜົວໄດ້ໃຫ້ເງື່ອນໄຂໄວ້ສາມຂໍ້ ຖ້າເຮັດຜິດພາດພວກຈະໂມໂຫ ແລະ ຈະຢ້າຍອອກໄປ ຮັກຜົວຫຼາຍຢ້ານຜົວບໍ່ຢູ່ນຳຈິ່ງກັງວົນໃຈເປັນທີ່ສຸດ ແຕ່ເມື່ອຄິດເຖິງອາລີ້ຕອນທີ່ມັນເຈັບປວດທຳລະມານ ຢຸ້ຍກໍ່ດີຕໍ່ໃຈແທ້, ເອກຍ່າງຂຶ້ນຂັນໄດໄປຫາຫ້ອງນອນຂອງຢຸ້ຍເມຍໃນທະບຽນ ແລະ ໄດ້ໄຂປະຕູຫ້ອງເມຍເຂົ້າໄປ ພໍດີເຫັນເມຍກຳລັງເອົາມີດປອກໝາກໄມ້ແທງໄປທີ່ຮູບໃບໜຶ່ງຢ່າງສະອົກສະໃຈ ເອກຈ້ອງເບິ່ງຢຸ້ຍດ້ວຍສີໜ້າຕົກໃຈບໍ່ຄິດວ່າຢຸ້ຍຈະມີພຶດຕິກຳແບບນີ້ ຢຸ້ຍເອງກໍ່ຕົກໃຈທີ່ເຫັນຜົວທີ່ຮັກເຂົ້າມາທີ່ຫ້ອງ ຈິ່ງຟ້າວຈັບເອົາຮູບແລະມີດຢັດເຂົ້າໄປໄວ່ໃນລີ້ນຊັກໂຕະຄືເກົ່າ ພ້ອມຫັນໜ້າໜີ ແລະ ເອົາມືເຊັດນ້ຳຕາກ່ອນຈະຫັນໜ້າມາຖາມເອກດ້ວຍຮອຍຍິ້ມແບບບໍ່ເຄີຍມີສິ່ງໃດເກີດຂຶ້ນ
ຢຸ້ຍ ທັງເວົ້າທັງຍ່າງມາຫາເອກຢ່າງຊ້າໆ: “ດ້ວຍເຫດໃດເຈົ້າຈິ່ງຫນ້າຕາຕື່ນມາທີ່ຫ້ອງຂອງຂ້ອຍ! ມີເລື່ອງຫຍັງໃຫ້ຂ້ອຍຊ່ວຍບໍ່”
ເອກ ຖາມກັບດ້ວຍສາຍຕາ ແລະ ນ້ຳສຽງເຢັນຊາ: “ກີ້ນີ້ເຈົ້າກຳລັງເຮັດຫຍັງຢູ່”
ຢຸ້ຍ: “ແລ້ວຂ້ອຍເຮັດສິ່ງໃດລະ”
ເອກ: “ເຈົ້າຢ່າມາແກ້ງບ້າໃສ່ຂ້ອຍເລີຍ! ຮູບທີ່ເຈົ້າກຳລັງແທງຢູ່ນັ້ນຄົນໃນຮູບເປັນອາລີ້ແມ່ນ ຫຼື ບໍ່” ເອກຍ່າງມຸ່ງໜ້າໄປທີ່ໂຕະນັ້ນເພື່ອຈະເປີດລິ້ນຊັກແລ້ວເອົາຮູບອອກມາເບິ່ງ ແຕ່ກໍ່ຖືກຢຸ້ຍຂັດຂວາງໄວ້
ຢຸ້ຍເອີ່ຍວາຈາສຽງແຂງ: “ຢ່າຫຍຸ້ງກັບເຄື່ອງຂອງຂ້ອຍ! ຍິງທີ່ຊື່ອາລີ້ນັ້ນເປັນໃຜຂ້ອຍບໍ່ເຫັນຮູ້ຈັກ”
ເອກ: “ເຈົ້າຢ່າມານຽນຫຼິ້ນລະຄອນຕົບຕາຂ້ອຍ! ມື້ນີ້ເຈົ້າໄປທີ່ໂຮງໝໍເພື່ອທຳຮ້າຍຜູ້ຍິງຄົນໜຶ່ງແມ່ນບໍ່”
ຢຸ້ຍ: “ຢ່າມາປັກປຳຂ້ອຍ! ຂ້ອຍບໍ່ໄດ້ໄປໃສ! ຂ້ອຍຢູ່ແຕ່ໃນບໍລິສັດ”
ເອກຈົກສາຍຄໍເງິນກີ້ເພັດເມັດນ້ອຍອອກມາຈາກຖົງໂສ້ງຊູຂຶ້ນຕໍ່ໜ້າຢຸ້ຍ ແລ້ວກ່າວດ້ວຍສາຍຕາ ແລະ ນ້ຳສຽງແຂງກະດ້າງວ່າ: “ຕອນນີ້ສາຍຄໍເຈົ້າມັນຍັງຢູ່ທີ່ຄໍ ຫຼື ບໍ່”
ຢຸ້ຍຕື່ນຕົກໃຈໃຊ້ມືລູບຄຳໄປທີ່ຄໍແຕ່ກໍ່ບໍ່ມີສາຍຄໍຢູ່ ຈິ່ງຕອບໄປແບບສຽງຄ້າງໆຄູໆວ່າ: “ສົງໃສຂ້ອຍຈະລຶປົດໄວ້ຫ້ອງນ້ຳ”
ເອກຈ້ອງຕາແຂງ: “ຊັ້ນເຮົາເຂົ້າໄປຫາທີ່ຫ້ອງນ້ຳ”
ຢຸ້ຍຮູ້ແລ້ວວ່າຖ້າເຮັດແຂງໄປຄົງບໍ່ລອດແທ້ໆ ຈິ່ງປ່ຽນຈາກທ່າທີ່ແຂງກະດ້າງເປັນອ່ອນໂຍນອອດອ້ອມຂຶ້ນມາ: “ຂ້ອຍຍອມຮັບຜິດກໍ່ໄດ້! ມື້ນີ້ຂ້ອຍໄປທີ່ໂຮງໝໍແທ້ ເຊິ່ງຄົນທີ່ທຳຮ້າຍນາງບໍ່ແມ່ນຂ້ອຍ ແຕ່ແມ່ນຄົນອື່ນ”
ເອກ: “ເອກ! ຄົນອື່ນນັ້ນແມ່ນໃຜ”
ຢຸ້ຍແຖໄປອີກ: “ຂ້ອຍບໍ່ຮູ້ພໍຂ້ອຍເຂົ້າໄປກໍ່ເຫັນເປັນແບບນັ້ນແລ້ວຂ້ອຍຕົກໃຈແຮງຈິ່ງຟ້າວອອກຈາກຫ້ອງ”
ເອກ: “ພໍ! ເຈົ້າຢ່າຫຼິ້ນລະຄອນອີກເລີຍ! ຂ້ອຍຮູ້ທາດແທ້ຂອງເຈົ້າດີ! ຢຸດທຳຮ້າຍຄົນອື່ນແລ້ວເຊົາໂຍນຄວາມຜິດໃຫ້ຄົນອື່ນ ທີ່ຜ່ານມາເຈົ້າກໍ່ທຳຮ້າຍຄົນມາຫຼາຍແລ້ວ”
ຢຸ້ຍກ່າວດ້ວຍນ້ຳຕາຫວັງໃຫ້ເອກໃຈອ່ອນ: ”ຂ້ອຍບໍ່ໄດ້ເຮັດເຈົ້າຕ້ອງເຊື່ອຂ້ອຍ! ຂ້ອຍບໍ່ໄດ້ເຮັດ”
ເອກ: “ຢຸດບີບນ້ຳຕາໄດ້ແລ້ວຂ້ອຍເບື່ອເຫັນນ້ຳຕາຂອງເຈົ້າແຕ່ນ້ອຍຈົນໃຫຍ່ໃຊ້ແຕ່ມຸກເກົ່າໆ ບີບແຕ່ນ້ຳຕາ ແຕ່ບໍ່ເຄີຍສຳນິຜິດຍອມຮັບ ແລະ ປັບປຸງຕົວເອງ ໂທດແຕ່ຄົນອື່ນ! ຂ້ອຍຈະບໍ່ທົນຢູ່ກັບເຈົ້າອີກຕໍ່ໄປມື້ອື່ນຂ້ອຍຈະຮຽກຜູ້ໃຫຍ່ທັນສອງຝ່າຍມາເຈລະຈາຮ່ວມກັນໃນເລື່ອງເຊັນໃບຫຍ່າຮ້າງ”
ຢຸ່ຍໄດ້ຮັບຄວາມກະທົບກະເທືອນໃນຢ່າງກະທັນຫັນເມື່ອໄດ້ຍິນເອກເວົ້າເລື່ອງການຫຍ່າຮ້າງ ພະວະໂຣກຈິດຈິ່ງກຳເລີບຂຶ້ນມາຢ່າງກະທັນຫັນ ຈາກທ່າທີ່ອ່ອນແອເຈົ້ານ້ຳຕາຢູ່ດີໆກໍ່ເກີດມີທ່າທີປ່ຽນໄປດັ່ງກັບຄົນລະຄົນ ທັງສີໜ້າແວວຕາແດງກ່ຳແຝງໄປດ້ວຍຄວາມດຸຮ້າຍ ຄ່ອຍຍ່າງໄປຈົກເອົາມີດທີ່ລີ້ນຊັກ ແລະ ຫັນມາເບິ່ງເອກເຂົ້າມາໃກ້ໆກັບເອກພ້ອມກັດແຂ້ວເວົ້າ ດ້ວຍນ້ຳສຽງໜັກແໜ້ນວ່າ
ຢຸ້ຍ: “ຄຳກໍ່ເລີກ ສອງຄຳກໍ່ຫຍ່າ ມຶງເປັນຜູ້ຊາຍໜ້າໂງ່ ໂງ່! ໂງ່! ຕັ້ງແຕ່ນ້ອຍຈົນໃຫຍ່ກູເຮັດເພື່ອມຶງມາຕະຫຼອດ! ກູຈັດການຜູ້ຍິງທີ່ເຂົ້າມາໃກ້ມຶງທຸກຄົນກໍ່ເພື່ອຫວັງຈະໃຫ້ມຶງມີກູໃນສາຍຕາຄົນດຽວ ກູພະຍາ ຍາມທຸ້ມທັງກາຍໃຈ ແລະ ວິນຍານໃຫ້ກັບມຶງ ແຕ່ມຶງກັບເຫັນຄົນອື່ນດີກວ່າກູສະເໝີ! ສິ່ງທີ່ກູໄດ້ຮັບຜ່ານມາທັງຊີວິດມີແຕ່ຄວາມເຈັບຊ້ຳນ້ຳໃຈບໍ່ຈົບສິ້ນ ນີ້ບໍຄືສິ່ງທີ່ມຶງຕອບແທນຄວາມຮັກ ຄວາມຊື່ສັດພັກດີຂອງກູເມື່ອຊາດນີ້ກູບໍ່ໄດ້ມຶງມາເປັນຄູ່! ກູກໍ່ຈະບໍ່ໃຫ້ໃຜໄດ້ມຶງໄປຄອງຄືກັນ”
ເມື່ອເວົ້າຈົບຢຸ້ຍໄດ້ໃຊ້ມີດຫວັງແທງເຂົ້າທີ່ເອິກຂອງເອກ ແລະ ເອກຫັກລົບ ທັງສອງເລີຍມີການຕໍ່ສູ້ກັນໃນຫ້ອງສຽງເຄື່ອງຂອງຕົກລົງມາແຕກທີ່ພື້ນ ພ້ອມທັງສຽງຄ້າຍຄົນຜິດຖຽງກັນ ແມ່ບ້ານຕື່ນຕົກໃຈແລ່ນຂຶ້ນມາເບິ່ງ ເຫັນນາຍຍິງກັບສາມີກຳລັງຕໍ່ສູ້ກັນດ້ວຍຄວາມຢ້ານກົວຈິ່ງແລ່ນອອກໄປທີ່ນອກເຮືອນຮຽກຄົນມາຊ່ວຍຫ້າມ
ເພາະຢຸ້ຍເປັນແມ່ຍິງເອກຈິງບໍ່ໄດ້ໃຊ້ກຳລັງສູ້ພຽງແຕ່ຫັກລົບ ແລະ ພະຍາຍາມຍາດມີດອອກຈາກມືຂອງຢຸ້ຍທີ່ຖືກຢູ່ ແຕ່ບໍ່ຮູ້ວ່າຢຸ້ຍເອົາເຫື່ອແຮງມາຈາກທາງໃດ ຜູ້ຍິງຕົວນ້ອຍໆແຕ່ມີເຫື່ອແຮງຍິ່ງກວ່າຊ້າງມ້າງົວຄວາຍ ອາດເປັນເພາະໄຟໂກດໃນຕົວຂອງນາງກຳລັງເຜົາໄໝ້ຈິ່ງເຮັດໃຫ້ນາງມີພະລັງກຳລັງແຮງກວ່າປົກກະຕິ ເອກພາດທ່າເສຍທີຖືກມືດບາດເຂົ້າທີ່ແຂນເປັນແຜເລິກ ແຕ່ກໍ່ຍັງບໍ່ຍອມທຳຮ້າຍຢຸ້ຍ ຈິ່ງໄດ້ຢູ້ນາງອອກຫ່າງຈາກຕົວດ້ວຍຄວາມແຮງຢຸ້ຍໄປຟົ້ງໄປຕຳໃສລ່ຽມຫ້ອງຫົວໜ້າຟາດເຂົ້າກັບລ່ຽມແຈກໜ້າຜາແຕກມີເລືອດໄຫລ ເອກແລ່ນອອກມາຈາກຫ້ອງຊັ້ນສອງລົງມາຊັ້ນລຸ່ມມຸ່ງໜ້າເປັນຫາລົດໂດຍມີຢຸ້ຍນຳມາຕິດໆ ມືໜຶ່ງຖືກມີດລົງມາຫວັງໄລ່ແທງມີຜູ້ຄົນຈຳນວນໜຶ່ງເຂົ້າມາຫຸ້ມເບິ່ງຫ່າງໆແຕ່ບໍ່ກ້າເຂົ້າໄປຫ້າມເພາະຢ້ານຖືກລູກຫຼົງ ເນື່ອງຈາກຝ່າຍຍິງຖືອາວຸດມີຄົນໄວ້ໃນມື ເອກແລ່ນໄປໄຂປະຕູລົດຂຶ້ນລົດແລ້ວລົດອອກໄປໂດຍທີ່ແຂນຊາຍມີເລືອດໄຫລອອກຫຼາຍ ສ່ວນຢຸ້ຍທີ່ແລ່ນນຳຜົວອອກມານັ້ນເກີດສະດຸດລົ້ມທີ່ປະຕູລົ້ມລົງໄປເຮັດໃຫ້ມີດທີ່ຖືໄວ້ໃນມືນັ້ນພາດສຽບເຂົ້າທ້ອງຕົວເອງ ຊາວບ້ານທີ່ມຸ່ງເບິ່ງຕົກໃຈໜັກ ຟ້າວໂທຫາໜ່ວຍກູ້ໄພໃຫ້ມາຊ່ວຍ ຜ່ານໄປປະມານ 15 ນາທີໜ່ວຍກູ້ໄພມາຮອດສະຖານທີ່ເກີດເຫດຈິ່ງຟ້າວຮີບຮ້ອນເຂົ້າຊ່ວຍປະຖົມພະຍາຍາບານຂັ້ນຕົ້ນ ແລະ ນຳສົ່ງໂຮງໝໍດ່ວນ
ຢຸ້ຍຕ້ອງໄດ້ຮັບການຜ່າຕັດເອົາມີດອອກຈາກທ້ອງດ່ວນ ພໍ່ແມ່ທັງສອງຝ່າຍ ແລະ ກໍ່ນູ່ນີ່ພ້ອມຜົວໄດ້ມາທີ່ໂຮງໝໍຄົບໜ້າຍັງຂາດແຕ່ຜູ້ເປັນຜົວຄົນດຽວຄືເອກທີ່ຫາຍໜ້າຫາຍຕາ ພວກເຂົາໄດ້ຖາມຄົນຮັບໃຊ້ພາຍໃນບ້ານເຖິງເລື່ອງລາວຄວາມເປັນມາເປັນໄປແນວໃດ ຜູ້ເປັນແມ່ບ້ານກໍ່ເລົ່າຢ່າງລະອຽດບໍ່ຂາດຕົກແມ່ນແຕ່ໜ້ອຍ, ເຖິງເຫດການນີ້ຈະເປັນອຸບັດຕິເຫດເກີດຈາກຄວາມຜິດພາດຂອງຕົວຢຸ້ຍເອງກໍ່ຕາມແຕ່ພໍ່ແມ່ຝ່າຍຍິງກໍ່ຢືນຢັນວ່າຈະເອົາເລື່ອງກັບເອກໃຫ້ເຖິງທີ່ສຸດ, ສ່ວນເອກນັ້ນຫຼັງຈາກລົບໜີອອກຈາກເຮືອນກໍ່ໄປຫາເພື່ອນທີ່ເປີດຄຣີນິກປິ່ນປົວພະຍາດ ເພື່ອຂໍໃຫ້ເພື່ອຊ່ວຍປະຖົມພະຍາບານໃຫ້ ບາດແຜນີ້ຖືກຫຍິບໄປເກືອບ 10 ກວ່າເຂັມ.
ຊິງຊິງ ແພດຍິງເພື່ອນເອກ: “ເມຍເຈົ້າໂຫດແທ້! ກະວ່າຈະເອົາໃຫ້ຕາຍໄປເລີຍຫວານິ”
ເອກຫຼັບຕາຖອນຫາຍໃຈໄປເຫືອກໃຫຍ່: “ຢ່າເອີ່ຍເຖິງລາວອີກເລີຍ ຂ້ອຍບໍ່ຢາກໄດ້ຍິນ”
5 ມື້ແລ້ວທີ່ເອກບໍ່ເຂົ້າບໍລິສັດ ແລະ ປິດໂທລະສັບໄວ້ບໍ່ໃຫ້ໃຜຕິດຕໍ່ໄດ້ ເອກຂໍໄປພັກຮ້ອນທີ່ເຮືອນຂອງເພື່ອນອີກຄົນໜຶ່ງທີ່ມີຊື່ວ່າ “ອາເລັກ” ເຊິ່ງເປັນເພື່ອນຮຽນຮ່ວມກັນສະໄໝຕອນຮຽນຢູ່ປະເທດໄທ, ວັນໜຶ່ງທີ່ລະບຽງຫ້ອງນອນຂອງອາເລັກ
ອາເລັກ: “ເຮີ້ຍ! ເຈົ້າຄິດວ່າເຈົ້າຈະຫຼົບໜີບັນຫານີ້ໄປຈົນຮອດມື້ໃດ”
ເອກ ຈັບເບຍປ໋ອງຂຶ້ນມາຈິບເບົາໆ: “ຖາມແບບນີ້ຢາກໃຫ້ເຮົາກັບແລ້ວຫວະ’
ອາເລັກ: “ບໍ່! ສຳລັບເພື່ອນຢ່າງໂຕ ຈະຢູ່ເປັນເດືອນເປັນປີເປັນຊາດເຮົາກໍ່ບໍ່ວ່າ! ແຕ່ລູກຜູ້ຊາຍບໍ່ຄວນແລ່ນໜີບັນຫາ! ເພາະການແລ່ນໜີບັນຫາຕະຫຼອດໂດຍໃຊ້ເວລາເປັນການແກ້ໄຂນັ້ນ ຄັ້ງໜຶ່ງກໍ່ພໍເຂົ້າໃຈໄດ້ ແຕ່ເຮັດເລື່ອຍໆແລ້ວມັນຈະເປັນການລຶ້ງເຄີຍ! ໜີບັນຫາມັນບໍ່ມີສິ່ງໃດດີຂຶ້ນດອກ! ໂຕກັບໄປແກ້ໄຂເລື່ອງລາວທັງໝົດໃຫ້ຈະແຈ້ງຊັດເຈນໄປເລີຍດີກວ່າຈະມາຫຼົບຢູ່ແບບນີ້! ມັນເບິ່ງບໍ່ແມນເລີຍ”
ເມື່ອຟັງເພື່ອນຮັກຄົນນີ້ເວົ້າແລ້ວເອກກໍ່ໄດ້ແນ່ມິດງຽບນັ່ງຂຶມດັ່ງຄົນກຳລັງໃຊ້ຄວາມຄິດ ແລະ ມື້ຕໍ່ມາເອກກໍ່ຕັດສິນໃຈເຮັດຕາມຄຳແນະນຳທີ່ເພື່ອບອກ ຍອມກັບເມືອພົບທຸກຄົນ ແຕ່ກ່ອນຈະກັບບ້ານເຮືອນໄດ້ຂັບລົດແວ່ໄປຫາອາລີ້ທີ່ໂຮງໝໍກ່ອນ ແຕ່ເມື່ອໄປຮອດໂຮງໝໍເຂົ້າໄປທີ່ຫ້ອງອາລີ້ພັກຢູ່ກໍ່ບໍ່ເຫັນຜູ້ປ່ວຍຄົນໃໝ່ເຂົ້າມາຢູ່ແລ້ວ ເອກຈິ່ງຮ້ອນໃຈໄປຖາມແພດກໍ່ໄດ້ຄຳຕອບວ່າ ຄົນໄຂ້ຂໍກັບບ້ານແລ້ວ ເອກຈິ່ງຟ້າວອອກຈາກໂຮງໝໍ ຂັບລົດໄປທີ່ເຮືອນຄິດວ່າອາລີ້ຈະຢ້າຍກັບມາຢູ່ ແຕ່ມາຮອດກໍ່ບໍ່ພົບເຫັນໃຜ ເອກຄິດອອກໄດ້ວ່າອາລີ້ຄົງກັບໄປຮັກສາຕົວທີ່ບ້ານປ້າກັບລຸງທີ່ບ້ານຊຽງຄວັນ ດັ່ງນັ້ນຈິ່ງໄດ້ຂັບລົດນຳໄປ ແລ້ວກໍ່ພົບວ່າອາລີ້ພັກຢູ່ທີ່ເຮືອນຂອງປ້າກັບລຸງແທ້ໆ.
ອາລີ້ໃນເວລານັ້ນເສຍໃຈໃຫ້ເອກທີ່ເອກຜິດຄຳສັນຍາກັບຕົນເອງ ແລະ ຍັງປົກປິດເລື່ອງທີ່ຕົນມີເມຍເປັນເວລາຫຼາຍວັນຫຼາຍເດືອນ ເອກເປັນຕົ້ນເຫດທີ່ເຮັດໃຫ້ອາລີ້ກາຍເປັນຄົນບາບຜິດສິນຂໍ້ 3 ກາຍເປັນຄົນທີ່ຂຶ້ນຊື່ວ່າຍາດຜົວຊາວບ້ານ ຈົນເມຍເຂົາມາທຳຮ້າຍຕົນເອງເກືອບເຖິງແກ່ຄວາມຕາຍ ງານນີ້ທັງເຈັບທັງອາຍເມື່ອຄິດມາແລ້ວອົດສູແກ່ໃຈແທ້, ອາລີ້ໄດ້ແຕ່ນອນເກັບຕົວຢູ່ໃນຫ້ອງບໍ່ຍອມອອກມາພົບໜ້າເອກທີ່ລໍຖ້າຢູ່ນອກຫ້ອງ ເພາະຕອນນີ້ຫົວໃຈຢ້ຳແຢ້ຕົກຕ່ຳເຖິງຂີດສຸດ ຄິດເລື່ອງທີ່ເຂົາຫຼອກແລ້ວມັນເຈັບຊ້ຳໃນຊວງແທ້, ເອກກໍ່ບໍ່ເລີກລະພະຍາຍາມທຽວຄອຍເຝົ້າສາວເຈົ້າໃຫ້ເຫັນໃຈເປັນເວລາ 3-4 ມື້ແລ້ວຫວັງເພື່ອໃຫ້ສາວເຈົ້ານາງເຫັນໃຈ ໂດຍບໍ່ສົນໃຈວ່າຍັງມີຄົນຂ້າງຫຼັງຫຼາຍຄົນຮ້ອນໃຈລໍຄອຍການກັບມາຂອງເຂົາຢູ່
ຢຸ້ຍຫຼັງຈາກຜ່າຕັດກໍ່ຖືກສົ່ງຕົວເຂົ້າພັກທີ່ຫ້ອງຜູ້ປ່ວຍພິເສດ ຮັກສາຕົວໃນໂຮງໝໍມາຫຼາຍມື້ແລ້ວ ແຕ່ອາການຍັງບໍ່ດີຂຶ້ນ ແຖມບາງມື້ຍັງມີອາການໜ້າເປັນຫ່ວງ ຄວາມດັນບໍ່ຄົງທີ່ບາງມື້ກໍ່ມີຄວາມດັນຂຶ້ນສູງ ຂຶ້ນລົງ ບໍ່ເປັນປົກກະຕິ ອາດເປັນເພາະຕອນບາດເຈັບນາງເສຍເລືອດຫຼາຍ ຫຼັງຜ່າຕັດສຸຂະພາບນາງກໍ່ອ່ອນແອ ບວກກັບມີພາວະປ່ວຍທາງຈິດໃຈຂັ້ນຮຸນແຮງ ຫຼັງຈາກຟື້ນມືນຕາຂຶ້ນມາໄດ້ເກືອບສອງອາທິດແລ້ວ ຫຼຽວຫາຫວັງເຫັນໜ້າຜົວກໍ່ຫາຍຈ້ອຍບໍ່ເຫັນພຽງແຕ່ເງົາທຸກຄືນວັນເຝົ້າແຕ່ຄິດຮອດໂຫຍຫາຍນຳຕາໄຫລ ໃຈຈະຂາດຮຽກຫາແຕ່ຊື່ຜົວທຸກເຊົ້າຄ່ຳ ຊີວິດທີ່ລັ່ນທົດອາພັບໃນຄວາມຮັກ ກັບຫົວໃຈທີ່ສຸດແສນຈະບອບຊ້ຳ ບໍ່ເຄີຍຄິດວ່າຢຸ້ຍສາວທີ່ທັງງາມ ແລະ ເກັ່ງຮອບດ້ານຕ້ອງມາຕອບໃຈກັບຄວາມຮັກທີ່ບໍ່ສົມຫວັງແບບນີ້. ພໍ່ແມ່, ພີ່ນ້ອງ ແລະ ເພື່ອນຝູງຄົນສະໜິດຄອຍເຝົ້າຢູ່ຂ້າງໆກໍ່ຮູ້ສຶກໂສກເສົ້າສົງສານເວດທະນາຕໍ່ຊະຕາກຳທີ່ນາງໄດ້ພົບເຈີ ໂດຍສະເພາະຜູ້ເປັນພໍ່ແລະແມ່ ເຫັນລູກສາວເປັນທຸກທໍລະມານເພາະພິດແຫ່ງຄວາມຮັກທີ່ບໍ່ມີຢາໃດຮັກສາໃຫ້ຫາຍດີໄດ້ ຫົວໃຈກໍ່ແທບຂາດ ທັງສອງເຖົ້າແອບໄປນັ່ງກອດກັ້ນຮ້ອງໄຫ້ລັບສາຍຕາຜູ້ຄົນ ຢູ່ຫຼາຍຄ່ຳຄືນຈົນສຸຂະພາບຂອງຜູ້ເປັນແມ່ຊຸດໂສມລົງໄປບໍ່ໜ້ອຍ.
ມາດາມ ລິນດາ ພ້ອມຄອບຄົວກໍ່ໂສກເສົ້າກັບລູກໄພ້ຫົວແກ້ວຫົວແຫວນຄົນນີ້ ເຖິງຈະບໍ່ກ້າໄປສູ້ໜ້າທາງພໍ່ແມ່ຂອງຝ່າຍຍິງ ແຕ່ກໍ່ໝັ່ນໄປຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອດ້ານການຮັກສາບໍ່ໄດ້ຂາດ ເຖິງຈະຖືກພໍ່ແມ່ທາງຝ່າຍຍິງປະຕິເສດຕະຫຼອດໄລຍະການປິ່ນປົວກໍ່ຕາມ ວັນໜຶ່ງ! ຄົນຂອງມາດາມ ລິນດາ ທີ່ສົ່ງໄປຕາມຫາລູກຊາຍໄດ້ສົ່ງຂ່າວມາວ່າ ພົບລູກຊາຍແລ້ວ ແລະ ກໍ່ຮູ້ວ່າຕອນນີ້ເອກຢູ່ທີ່ໃດ ນູ່ນີ່ຢ້ານເລື່ອງວຸ້ນ ວາຍໄປຫຼາຍກວ່ານີ້ຖ້າພໍ່ກັບແມ່ເປັນຄົນໄປຕາມຕົວນ້ອງຊາຍກັບມາ ຕົນຈິ່ງອາສາໄປຕາມຕົວນ້ອງກັບມາເອງ.
ໃຊ້ເວລາ 40 ນາທີ ໃນການເດີນທາງຈາກໂຮງໝໍໄປທີ່ເຮືອນລຸງກັບປ້າຂອງອາລີ້ ເມື່ອໄປຮອດກໍ່ເຫັນພາບທີ່ນ້ອງຊາຍຢືນເຝົ້າໜ້າເຮືອນເຂົາຢ່າງໃຈໂຫຍຫາ ມັນຊ່າງເປັນພາບທີ່ອົດສູໜ້າສົມເພດທີ່ສຸດໃນສາຍຕາຂອງນູ່ນີ່ ນາງລົງຈາກລົດແລ້ວຟ້າວຍ່າງເຂົ້າໄປຫານ້ອງຊາຍດ້ວຍສີໜ້າແວວຕາເຄັ່ງຄຶມ ກ່ອນເວົ້າກັບນ້ອງຊາຍດ້ວຍນ້ຳສຽງໂມໂຫວ່າ
ນູ່ນີ່: “ເຈົ້າມາຢືນເຮັດບ້າຫຍັງຢູ່ນີ້! ຮູ້ບໍ່ຢູ່ທາງນັ້ນມາເລື່ອງຄໍຂາດບາດຕາຍ ທຸກຄົນຕາມຫາຕົວເຈົ້າແທບພິກແຜ່ນດິນຊອກ”
ເອກຕອບກັບເອື້ອຍດ້ວຍສີໜ້າ ແລະ ນ້ຳສຽງເຢັນຊາມາວ່າ:”ຮູ້ວ່າຊອກຂ້ອຍແລ້ວມັນຫຍຸ້ງຍາກ ແລ້ວພວກເຈົ້າຊອກຫາຂ້ອຍເຮັດຫຍັງ ເປັນຫຍັງຈິ່ງບໍ່ປ່ອຍໃຫ້ຂ້ອຍໄປຕາມທາງ! ເຈົ້າກັບໄປເຖາະເວລານີ້ຂ້ອຍມີເລື່ອງສຳຄັນຕ້ອງເຮັດໄວ້ຂ້ອຍເຮັດສຳເລັດແລ້ວຂ້ອຍຈະກັບໄປເອງ”
ນູ່ນີ່ເກີດຄວາມໂມໂຫໜັກກັບຄຳເວົ້າຂອງນ້ອງຊາຍດັ່ງຄົນສິ້ນຄິດໄຮ້ສະຕິປັນຍາ ເລີຍຕົບໜ້ານ້ອງໄປຢ່າງແຮງໂດຍທີ່ບໍ່ຕັ້ງໃຈມັນເປັນພຽງອາລົມຊົ່ວວູບ ກ່ອນເວົ້າອອກໄປວ່າ: “ເອກ! ເອື້ອຍຢາກໃຫ້ເຈົ້າກັບໄປຕອນນີ້ກ່ອນທີ່ທຸກຢ່າງຈະຮ້າຍແຮງໄປກວ່ານີ້! ຢຸ້ຍກຳລັງຈະຕາຍຊ່ວຍກັບໄປເບິ່ງໃຈນາງເປັນຄັ້ງສຸດທ້າຍແນ່ຈະໄດ້ຫຼືບໍ່” ນູ່ນີ່ເວົ້າທັງນໍ້າຕາກັບນ້ອງຊາຍ
ເອກຕົກໃຈສຸດຂີດທີ່ໄດ້ຍິນເອື້ອຍເວົ້າວ່າຢຸ້ຍກຳລັງຈະຕາຍ ເອກຈິ່ງຟ້າວໃຊ້ມືທັງສອງເບື້ອງຈັບທີ່ບ່າເອື້ອຍໄວ້ ແລ້ວຈ້ອງໜ້າເອື້ອຍຕາບໍ່ກະພບພ້ອມຖາມດ້ວຍນ້ຳສຽງຈິງຈັງ: “ເອື້ອຍເວົ້າແທ້ ຫຼື…”
ນູ່ນີ່ງຶກຫົວຕອບນ້ອງຊາຍທັງນ້ຳຕາ ເມື່ອນູ່ນີ່ຜູ້ເປັນເອື້ອຍຢືນຢັນແລ້ວວ່າຢຸ້ຍເມຍໃນທະບຽນຂອງຕົນກຳລັງຈະຕາຍກໍ່ຮູ້ສຶກຕົກໃຈ, ເສຍໃຈ ແລະ ຮູ້ສຶກຜິດຂຶ້ນມາທັນທີ ເອກຈິ່ງຟ້າວຂັບລົດກັບໄປຫາຢຸ້ຍທີ່ໂຮງໝໍພ້ອມກັບນູ່ນີ່
ເມື່ອຮອດໂຮງໝໍເອກ ກັບ ນູ່ນີ່ຟ້າວແລ່ນເຂົ້າໄປທີ່ຫ້ອງຜູ້ປ່ວຍທີ່ຢຸ້ຍນອນພັກຢູ່ ແມ່ຂອງຢຸ້ຍເຫັນເອກກໍ່ຟ້າວພຸ່ງເຂົ້າມາຕົບຕີຕໍ່ວ່າສາລະພັດ ໂດຍເອກກໍ່ບໍ່ຕອບໂຕ້ເລີຍແມ່ນແຕ່ໜ້ອຍ ຈົນຄົນທີ່ມາຢ້ຽມຢຸ້ຍພາກັນຫ້າມໄວ້ເອກຈິ່ງໄດ້ເຂົ້າໄປທີ່ຫ້ອງ ເອກຄ່ອຍຍ່າງເຂົ້າໄປທີ່ກ້ອງແນມເບິ່ງເມຍຂອງຕົນດ້ວຍສີໜ້າອາລົມທີ່ໂສກເສົ້າໃຈຫາຍແລ້ວນ້ຳຕາຢົດໃສໆກໍ່ຄ່ອຍໆໄຫລຜາກອອກມາຈາກສອງຕາຢ່າງບໍ່ຢຸດ ເອກເຫັນສະພາບຂອງເມຍທັງໜ້າຕາຜິວພັນສີຈືດຊີດຊຽວເໝືອນຄົນຂາດເລືອດ ເນື້ອຈ່ອຍຜ່ອນລົງຄາດວ່າຫຼາຍກິໂລ ແຖມຊ້ຳຍັງຫາຍໃຈດ້ວຍອົກຊີ ເອກຄ່ອຍຍ່າງເຂົ້າໄປນັ່ງລົງທີ່ຂອບຕຽງແລ້ວຈັບມືຂອງຢຸ້ຍໄວ້ພ້ອມກ່າວດ້ວຍນ້ຳຕາວ່າ
ເອກ: “ຢຸ້ຍຂ້ອຍກັບມາແລ້ວ”
ເມື່ອຢຸ້ຍໄດ້ຍິນສຽງເອກກໍ່ຄ່ອຍໆມືນຕາຂຶ້ນມາເພື່ອເບິ່ງໜ້າເອກ ແລະ ຍິ້ມຍ່າງອ່ອນແລ້ວ ໂດຍບໍ່ເວົ້າບໍ່ຈາສິ່ງໃດໄດ້ ເອກໄດ້ໂຈນຢຸ້ຍຂຶ້ນມາຢູ່ໃນອ້ອມກອດແລ້ວບອກກັບຢຸ້ຍວ່າ
ເອກ: “ພັນລະຍາຂອງຂ້ອຍເຈົ້າຈົ່ງຢ່າເປັນຫຍັງ! ເຈົ້າຈົ່ງຫາຍດີ ແລະ ກັບມາແຂງແຮງ ຂ້ອຍມີຫຼາຍເລື່ອງທີ່ຕ້ອງຂໍໂທດເຈົ້າ”
ເອກໃຫ້ຢຸ້ຍນອນໝູນໃນອ້ອມກອດ ທັງສອງ ແລະ ທຸກຄົນຮູ້ດີວ່ານີ້ຄົງເປັນລົມຫາຍໃຈສຸດທ້າຍຂອງຢຸ້ຍແລ້ວ ພວກເຂົາຈິ່ງປ່ອຍໃຫ້ຜົວເມຍຄູ່ນີ້ຢູ່ນຳກັນສອງຕໍ່ສອງຕາມລຳພັງທີ່ຫ້ອງ, ຢຸ້ຍຢູ່ໃນທ່າອ້ອມກອດຂອງເອກເປັນເວລາກວ່າ 3 ຊົ່ວໂມງ ກ່ອນຈະສິ້ນໃຈນາງໄດ້ຮວບຮວມກຳລັງທີ່ມີຢູ່ທັງໝົດເວົ້າກັບເອກ ເປັນຄັ້ງສຸດທ້າຍ
ຢຸ້ຍເວົ້າດ້ວຍນ້ຳສຽງອັນແຜ່ວເບົາ ແຕ່ກໍ່ມີຮອຍຍິ້ມເລັກນ້ອຍວ່າ: “ພັນລະຍາ ຂອງໃຈກັບຄຳນີ້! ຂອບໃຈກັບອ້ອມກອດອົບອຸ່ນເຫຼືອເກີນ” ເມື່ອເວົ້າສຸດຄວາມນາງກໍ່ໃຈຂາດຕົວອ່ອນລົງດັ່ງຮ່າງທີ່ໄຮ້ວິນຍານ
ເອກຮັບຮູ້ໄດ້ວ່າຜູ້ຍິງໃນອ້ອມກອດຂອງຕົນໄດ້ຈາກໄປແລ້ວຈິ່ງເອົາມືລູບຫົວນາງເບົາໆ ແລະເວົ້າໄປດ້ວຍນ້ຳສຽງສັ່ນວ່າ “ນອນຫຼັບໃຫ້ສະບາຍເຖີດ” ກ່ອນຈະຮ້ອງໄຫ້ໂຫອອກມາດ້ວຍຄວາມເສຍໃຈ ແລະ ຮູ້ສຶກຜິດຕໍ່ການຕາຍຂອງຢຸ້ຍຄັ້ງນີ້.
ພໍ່ແມ່ຂອງຢຸ້ຍເມື່ອໄດ້ຮູ້ວ່າລູກສາວຄົນດຽວຂອງຕົນເອງເສຍຊີວິດລົງໄປແລ້ວ ຈິ່ງໄດ້ພາກັນແລ່ນເຂົ້າມາຫາລູກພ້ອມຮ້ອງໄຫ້ດັ່ງຫົວໃຈຈະຂາດຕາຍຕາມ, ເພື່ອນຝູງ ພີ່ນ້ອງ, ພະນັກງານ ທີ່ມາເຝົ້າຕ່າງກໍ່ໂສກເສົ້າເສຍນ້ຳຕາອາໄລກັບການຈາກໄປຢ່າງບໍ່ມີມື້ກັບຂອງຢຸ້ຍຢ່າງຫາທີ່ປຽບບໍ່ໄດ້.
ອ່ານຄືນຍ້ອນຫຼັງຕອນທີ 25 ທີ່ລິ້ງ https://www.laopost.com/2017/04/10/88523