ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 24

ຕອນທີ 24

ນູ່ນີ່ຍ່າງເຂົ້າໄປທີ່ຫ້ອງສຸກເສີນສອບຖາມເຈົ້າໜ້າທີ່ພະຍາບານ ຈາກນັ້ນກໍ່ຍ່າງໄປຫາຄົນເຈັບຕາມທີ່ເຈົ້າໜ້າທີ່ພະຍາບານບອກ ເມື່ອໄປຮອດກໍ່ເຫັນຜູ້ເຖົ້າສອງຄົນຄາດວ່າຈະເປັນຜົວເມຍກັນ ແລະ ຄົງເປັນຍາດພີ່ນ້ອງຂອງຍິງສາວຜູ້ເຄາະຮ້າຍ ນູ່ນີ່ຄ່ອຍໆຍ່າງເຂົ້າໄປເບິ່ງໜ້າຍິງສາວທີ່ນອນສະຫຼົບຢູ່ທີ່ຕຽງເຖິງກັບຫົວໃຈລົ່ນລົງພື້ນ ເພາະຜູ້ຍິງເຄາະຮ້າຍໃນຂ່າວນອນສະຫຼົບຢູ່ເທິງຕຽງນັ້ນເປັນຄົນທີ່ຕົນຮູ້ຈັກດີ ແລະ ເປັນຄົນສຳຄັນທີ່ສຸດຂອງນ້ອງຊາຍຕົວເອງ ແລະ ນູ່ນີ່ກໍ່ໄດ້ພົບກັບໝີນ້ອຍທີ່ເປັນພະນັກງານໃໝ່ຂອງບໍລິສັດ ຈິ່ງໄດ້ຮູ້ຄວາມຈິງວ່າ ອາລີ້ ກັບ ໝີນ້ອຍເປັນພີ່ນ້ອງກັນ;

ນູ່ນີ່ພະຍາຍາມຕິດຕໍ່ຫານ້ອງຊາຍຫຼາຍດ້ວຍໃຈທີ່ຮ້ອນຮົນຄັ້ງແຕ່ບໍ່ສາມາດຕິດຕໍ່ບໍ່ໄດ້ ນາງຈິ່ງພະຍາຍາມຕິກຕໍ່ຫາເອກນ້ອງຊາຍເກືອບໝົດມື້ເພື່ອຈະສົ່ງຂ່າວໃຫ້ຮັບຮູ້.
ເອກ ກັບ ຢຸ້ຍ ເມື່ອເວລາຢູ່ທ່ຽວຊົມທຳມະຊາດໃນຖ້ຳຈະບໍ່ມີສັນຍານໂທລະສັບ ແລະ ຕອນອອກຈາກຖ້ຳຈິ່ງຄ່ອຍມີສັນຍານ ແຕ່ອາດເປັນເພາະເອກໃຊ້ລະບົບປິດສຽງລົບກວນ ຈິ່ງບໍ່ໄດ້ຍິນສຽງໂທລະສັບ ແລະ ມື້ນີ້ເອກກໍ່ບໍ່ໄດ້ສົນໃຈກັບໂທລະສັບເລີຍ ເພາະຄາເພີດເພີນຢູ່ກັບຄວາມງາມຂອງທຳມະຊາດຢ່າງສະບາຍໃຈ. ຈົນຫຼັງຈາກກິນອາຫານຄ່ຳກັບຢຸ້ຍແລ້ວໆ ແລະ ທັງສອງກໍ່ແຢກຍ້າຍກັນເຂົ້າພັກຫ້ອງໃຜມັນ ເອກຈິ່ງຄ່ອຍມາກວດເບິ່ງໂທລະສັບ ມີສາຍບໍ່ໄດ້ຮັບຫຼາຍສາຍໂທເຂົ້າສ່ວນຫຼາຍກໍ່ເປັນສາຍຂອງເອື້ອຍນູ່ນີ່ ເອກຈິ່ງໄດ້ໂທກັບ ເພື່ອສອບຖາມຍ້ອນເຫດໃດເອື້ອຍຈິ່ງໂທຫາຕົນເອງຫຼາຍສາຍແທ້

ເອກ: “ເອື້ອຍນູ່ນີ່ຄືໂທຫານ້ອງຫຼາຍສາຍແທ້ມີເລື່ອງຫຍັງບໍ່”
ນູ່ນີ້: “ເຈົ້າເຮັດຫຍັງຢູ່ຄືບໍ່ຮັບໂທລະສັບ ເຈົ້າຮູ້ບໍ່ມື້ນີ້ເກີດເລື່ອງໃຫຍ່ແລ້ວ”
ເອກ: “ເລື່ອງຫຍັງ”
ນູ່ນີ່: “ຕັ້ງໃຈຟັງ ແລະ ຕັ້ງສະຕິໃຫ້ດີ! ເກີດເລື່ອງກັບອາລີ້ ບ່າຍວັນນີ້ມີໂຈນດຶງກະເປົາອາລີ້ລົ້ມຫົວກະທົບພື້ນຕອນນີ້ຍັງນອນບໍ່ໄດ້ສະຕິທີ່ໂຮງໝໍ 150 ຕຽງ”
ເອກຕົກໃຈແຮງຫົວໃຈລົ່ນຕຸບລົງກັບພື້ນປາກສັ່ນຕືນມືສັ່ນ: “ຫະ” ກ່ອນທີ່ມືຖືຈະຫຼຸດຈາກມືແລ້ວລົ່ນລົງພື້ນ
ແຕ່ສາຍຍັງບໍ່ຫຼຸດນູ່ນີ່ຮຽກນ້ອງຊາຍແຕ່ກໍ່ບໍ່ມີສຽງຕອບຮັບ “ເອກ! ເຮັດໃຈດີໆໄວ້! ຮາໂຫຼ! ຮາໂຫຼ”

ເອກກົ້ມລົງພື້ນຈັບໂທລະສັບຂຶ້ນມາກົດວາງສາຍ ກ່ອນຈະເກັບເຄື່ອງຂອງເກັບເສື້ອຜ້າໃສ່ກະເປົາແລ້ວລາກອອກຈາກຫ້ອງຍ່າງມຸ່ງໜ້າໄປຫາພະນັກງານຕ້ອນຮັບເພື່ອຂໍຄວາມຊ່ວຍເຫຼືອ ເນື່ອງຈາກວ່າຕົນເອງຕ້ອງ ການທີ່ຈະເດີນທາງກັບນະຄອນຫຼວງວຽງຈັນດຽວນີ້ ແຕ່ຖືກພະນັກງານຕ້ອນຮັບຕອບວ່າບໍ່ມີລົດກັບຕ້ອງລໍຖ້າມື້ອື່ນເຊົ້າ ຕອນນີ້ເປັນເວລາ 20:30 ນາທີ ເອກໃຊ້ເວລາເຈລະຈາກັບພະນັກງານຕ້ອນຮັບເກືອບຊົ່ວ ໂມງກວ່າພະນັກງານຈະຍອມຊ່ວຍຮັບປາກຫາລົດໃຫ້ໄດ້ ໂດຍເອກຍອມເສຍຄ່າຈ້າງໃນລາຄາສູງກວ່າປົກກະຕິຫຼາຍເທົ່າເພື່ອເໝົາລົດຕູ່ຈາກເມືອງວຽງໄຊກັບນະຄອນຫຼວງວຽງຈັນ.

ສ່ວນຢຸ້ຍນອນອາລົມດີມີຄວາມສຸກຢູ່ໃນຫ້ອງຄົນດຽວ ເພາະວັນນີ້ນອກຈາກຈະໄດ້ໄປທ່ຽວສອງຕໍ່ສອງກັບຜົວສຸດທີ່ຮັກແລ້ວກໍ່ຍັງໄດ້ຮັບຂ່າວດີ ເພາະລູກນ້ອງໂທມາລາຍງານວ່າ ວຽກທີ່ສັ່ງໃຫ້ໄປເຮັດນັ້ນສຳເລັດໄປດ້ວຍດີ ຕອນນີ້ມານຫົວໃຈຢ່າງອາລີ້ນອນເຈັບໜັກບໍ່ຮູ້ເມື່ອຄີງທີ່ໂຮງໝໍ

ຮຸ່ງເຊົ້າຂຶ້ນມາຢຸ້ຍໄດ້ໄປເຄາະປະຕູຮຽກໃຫ້ເອກອອກມາຈາກຫ້ອງ ເພື່ອໄປກິນອາຫານເຊົ້າ ແລະກຽມພ້ອມ ເດີນທາງທ່ຽວວັນສຸດທ້າຍ ຢຸ້ຍຢືນເຄາະປະຕູຢູ່ໜ້າຫ້ອງດົນເຕີບ ພໍດີມີພະນັກງານຕ້ອນຮັບຍ່າງຜ່ານ ແລະ ບອກກັບຢຸ້ຍໄປວ່າ “ຜູ້ຊາຍທີ່ຢູ່ໃນຫ້ອງນີ້ໄດ້ສົ່ງຫ້ອງແຕ່ຄືນນີ້ແລ້ວ” ຢຸ້ຍເມື່ອໄດ້ຍິນພະນັກງານບອກຕົນມາແບບນັ້ນແທບລົ້ມທັງຢືນ ຝັນສະຫຼາຍມຸ່ນເປັນເຖົ່າຖ່ານໃຈແທບກະອັກອອກມາເປັນເລືອດອອກ ຮູ້ສຶກຜິດຫວັງໃນຕົວຂອງເອກຢ່າງໜັກໜ່ວງ ທີ່ກ້າປ່ອຍຖິ້ມຕົນໄວ້ໃນສະຖານທີ່ແບບນີ້ໜີເມືອງວຽງຄົນດຽວໂດຍບໍ່ເອີ່ຍຊວນຈັກຄຳ ຄິດຈະກັບກໍ່ກັບ ເມື່ອເອກບໍ່ຢູ່ທີ່ນີ້ຢຸ້ຍກໍ່ບໍ່ຮູ້ຈະຢູ່ຫາພະແສງອີ່ຫຍັງ ນາງຈິ່ງເຂົ້າໄປເກັບເອົາເຄື່ອງຂອງເສື້ອຜ້າສົ່ງຫ້ອງແລ້ວໃຫ້ຄົນໄປສົ່ງທີ່ສະໜາມບິນເພື່ອເດີນທາງກັບມານະຄອນຫຼວງວຽງຈັນທັນທີ.

ເອກເມື່ອເດີນທາງມາຮອດນະຄອນຫຼວງວຽງຈັນກໍ່ໃຫ້ລົດທີ່ເໝົາມາແຕ່ວຽງໄຊຂັບໄປສົ່ງຕົນທີ່ໂຮງໝໍທັນທີ ເພາະຄວາມເປັນຫ່ວງຄົນຮັກຢ່າງທີ່ສຸດ ທັງຄືນບໍ່ໄດ້ຫຼັບນອນ, ນ້ຳກໍ່ບໍ່ໄດ້ອາບ, ໜ້າບໍ່ໄດ້ລ້າງ, ແຂ້ວບໍ່ໄດ້ຖູ, ອາຫານບໍ່ໄດ້ກິນ ນຸ່ງເສື້ອຜ້າຊຸດເກົ່າແຕ່ມື້ຄືນ ເອກໄດ້ລົງຈາກລົດຫິ້ວກະເປົາເຄື່ອງລາກເຂົ້າໄປໃນໂຮງໝໍເຂດໂຮງໝໍຍ່າງມຸ່ງໜ້າໄປຫາເອື້ອຍນູ່ນີ່ທີ່ຢືນລໍຖ້າ. ຈາກນັ້ນທັງສອງໄດ້ຍ່າງໄປຫາອາລີ້ທີ່ຕຶກຄົນເຈັບ.

ອາລີ້ນອນຢູ່ຫ້ອງລວມໃນລະດັບຄົນທົ່ວໄປເຂົານອນ ທຸກຕຽງມີຄົນເຈັບນອນເຕັມ ເອກຈິ່ງໄດ້ເຮັດເລື່ອງຂໍຍ້າຍອາລີໄປຮັກສາຕົວທີ່ຫ້ອງພິເສດ ເພື່ອໃຫ້ອາລີ້ໄດ້ນອນເຢັນສະບາຍ ແລະ ເພື່ອຄົນທີ່ມາເຝົ້າອາລີ້ນັ້ນຢູ່ສະບາຍຂຶ້ນ.

ເຖິງຈະເດີນທາງມາດ້ວຍຄວາມອິດເມື່ອຍພຽງໃດແຕ່ເອກກໍ່ບໍ່ຍອມພັກຜ່ອນເອົາແຮງກ່ອນ ຈົນກວ່າຈະຈັດການເລື່ອງຍ້າຍອາລີ້ຍິງຄົນຮັກໄປພັກໃນຫ້ອງພິເສດສຳເລັດກ່ອນ ໂຊກຍັງດີທີ່ມື້ນີ້ຄົນໄຂ້ຫ້ອງພິເສດໜຶ່ງຫ້ອງໄດ້ຮັບອະນຸຍາດອອກຈາກໂຮງໝໍ ດັ່ງນັ້ນອາລີ້ຈິ່ງໄດ້ຮັບສິດຍ້າຍເຂົ້າໄປພັກຮັກສາຕົວໃນຫ້ອງພິເສດ.

ນູ່ນີ່ເຫັນນ້ອງຊາຍອິດເມື່ອຍອ່ອນແຮງຈິ່ງໃຫ້ນ້ອງຊາຍອາບນ້ຳປ່ຽນເສື້ອຜ້າ ແລະ ຫາອາຫານມາໃຫ້ເອກນ້ອງຊາຍໄດ້ກິນ ພ້ອມໃຫ້ນອນຜັກຜ່ອນ ເອກບໍ່ຍອມກັບເຮືອນຂໍນອນພັກທີ່ໂຮງໝໍລໍຖ້າອາລີ້ຕື່ນຂຶ້ນມາກ່ອນຈິ່ງຄ່ອຍກັບ ນູ່ນີ່ສິເວົ້າຫຍັງຫຼາຍກໍ່ເວົ້າບໍ່ໄດ້ ເພາະນ້ອງບໍ່ເຮັດຕາມ ຈິ່ງໄດ້ແຕ່ຄອຍຊ່ວຍເຫຼືອນ້ອງໃນບາງເລື່ອງດ້ວຍຄວາມສົງສານນ້ອງຊາຍ.

ຢຸ້ຍກັບມາຮອດເຮືອນດ້ວຍອາລົມທີ່ຫງຸດງິດ ຍ່າງເຂົ້າໄປຫ້ອງນອນອາລະວາດໂວຍວາຍເຄື່ອງຂອງແຕກສະກອງລົງທີ່ພື້ນ ຈັບຮູບອາລີ້ໃນລີ້ນຊັກໂຕະຂຶ້ນມາຈີກມຸ່ນອຸ່ຍປຸ່ຍ. ຮ້ອງດ່າກ່າວໂທດອາລີ້ທີ່ເປັນຕົວມານຄອຍຂັດຂວາງຄວາມສຸກຂອງຕົນ ພ້ອມກ່າວສາບແຊ່ງອາລີ້ “ໃຫ້ຕາຍຄືນຕາຍວັນຢ່າໃຫ້ມັນໄດ້ຟື້ນຄືນມາ”

ປະມານ 6 ໂມງແລງ ອາລີ້ໄດ້ຮູ້ສຶກຕົວນິ້ວມືຄ່ອຍໆເໜັງຕາຄ່ອຍໆມືນຂຶ້ນມາຊ້າໆ ລຸງປ້າທີ່ຢູ່ໃນຫ້ອງເມື່ອແນມໄປເຫັນອາລີ້ມືນຕາກໍ່ດີໃຈເຖິງຂີດສຸດຟ້າວຍ່າງໄປຍືນຢູ່ຂ້າງໆຫຼານສາວທີ່ຕຽງທັນທີ ປ້າຂອງອາລີ້ໄດ້ສະກິດໃຫ້ລຸງຍ່າງໄປປຸກນາຍນ້ອຍເອກທີ່ກຳລັງນອນພັກຜ່ອນທີ່ໂຊຟາຮັບແຂກໃນຫ້ອງ ນາຍນ້ອຍເອກຖືກລຸງອາລີ້ສະກິດແຂນກໍ່ຮູ້ເມື່ອຕື່ນມືນຕາຂຶ້ນມາເບິ່ງໜ້າລຸງດ້ວຍອາການມຶນໆຫົວເລັກນ້ອຍ ກ່ອນທີ່ລຸງຈະຊີ້ໄປທີ່ຕຽງແລ້ວແຈ້ງວ່າອາລີ້ໄດ້ຮູ້ເມື່ອຄີງແລ້ວ ເອກຟ້າວລຸກຈາກໂຊຟາທັນທີ ເຖິງຈະຮູ້ສຶກປວດຫົວມາປ໊າບໜຶ່ງຈົນລົ້ມລົງນັ່ງທີ່ໂຊຟາຄືນ ແລະ ເອກກໍ່ຄ່ອຍຕັ້ງສະຕິລຸກຂຶ້ນມາໃໝ່ອີກຄັ້ງຕັ້ງທ່າດີໆ ຈິ່ງຄ່ອນຍ່າງເຂົ້າໄປທີ່ຕຽງໄປຢູ່ຂ້າງໆຄົນຮັກ.

ຟື້ນຂຶ້ນມາໃໝ່ໆອາລີ້ຍັງມີອາການມຶນໆງົງໆປວດທີ່ຫົວຢູ່ບໍໜ້ອຍຄ່ອຍໆຫັນແນມເບິ່ງໜ້າຜູ້ນັ້ນຜູ້ນີ້ດ້ວຍສີໜ້າແວວຕາທີ່ອ່ອນເພຍດັ່ງຄົນປ່ວຍ ຄຳທຳອິດທີ່ອາລີ້ກ່າວກັບລຸງ,ປ້າ ແລະ ກໍ່ເອກ:
ອາລີ້: “ຫິວນ້ຳ”

ເອກໄດ້ຟ້າວຈັບເອົາຕຸກນ້ຳດື່ມທີ່ມີນ້ຳຢູ່ໃນຕຸກພ້ອມຫຼອດດູດມາໃຫ້ອາລີ້ດູດນ້ຳດື່ມເລັກນ້ອຍ ພໍໃຫ້ຊຸ່ມຄໍ ປ້າກັບລຸງກໍ່ຮູ້ງານດີແທ້ ທັງສອງຜູ້ເຖົ້າໄດ້ພາກັນອອກໄປສູດອາກາດທາງນອກແລ້ວປ່ອຍພຽງໄວລຸ້ນໜຸ່ມສາວທັງສອງໄດ້ລົມກັນແບບເປັນສ່ວນຕົວ

ຫຼັງຈາກທີ່ລຸງປ້າຂອງອາລີ້ອອກຈາກຫ້ອງໄປ ເອກໄດ້ດຶງຕັ່ງຢູ່ໄກ້ໆຕຽງມານັ່ງຂ້າງໆ ພ້ອມຈັບມືຂວາເບື້ອງທີ່ບໍ່ໄດ້ແທງນ້ຳເກືອຂຶ້ນມາຈູບ ແລະ ຖູທີ່ແກ້ມເບົາໆພ້ອມຖາມດ້ວຍນ່ຳສຽງເບົາໆ
ເອກ: “ຮ່ອງເຮົາ! ເຈົ້າເຈັບຫຼາຍບໍ່”

ອາລີ້ບໍ່ໄດ້ຕອບສິ່ງໃດມີແຕ່ງຶກຫົວເບົາໆສົ່ງສັນຍານໃຫ້ຮູ້ວ່າ “ເຈັບ” ຕອບກັບເອກໄປ ມືໜຶ່ງຂອງເອກຈັບມືອາລີ້ໄວ້ ສ່ວນອີກມືໜຶ່ງກໍ່ລູບຫົວອາລີ້ເບົາໆ ໝີນ້ອຍທີ່ໄປຊື້ອາຫານຢູ່ນອກໂຮງໝໍພໍດີກັບມາທັນໄດ້ເຫັນພາບທີ່ເອກກຳລັງກົ້ມໜ້າລົງຈູບໜ້າພາກອາລີ້ຢ່າງອົບອຸ່ນ ໃນໃຈຂອງໝີນ້ອຍຕອນນັ້ນຮູ້ສຶກອິດສາອາລີ້ຜູ້ເປັນນ້ອງສາວຢ່າງທີ່ສຸດ ຈິ່ງປ່ຽນໃຈເອົາຖົງເຂົ້າປຽກເຂົ້າຮ້ອນທີ່ຊື້ມາກະວ່າຈະເອົາມາໃຫ້ນ້ອງສາວກິນຕອນນ້ອງຟື້ນຂຶ້ນມາໄປຖິ້ມລົງຖັງຂີ້ເຫຍື້ອ ແລະ ຍ່າງໄປຫຼົບສະຫງົບສະຕິອາລົມຄົນທີ່ດຽວທີ່ລະບຽງຫຼັງໂຮງໝໍຄົນດຽວ.

ໃນຫ້ອງຄົນໄຂ້ພິເສດເອກໄດ້ຖາມອາລີ້ວ່າ:​”ຫິວລະບໍ່”
ອາລີ້: “ສຸດໆ”
ເອກ:​ ”ຊັ້ນນອນຖ້າແປັບໜຶ່ງເດີ້! ດຽວຂ້ອຍສິອອກໄປຊອກຂອງກິນມາໃຫ້ ແລະ ຈະໄປຮຽກໃຫ້ປ້າກັບລຸງມາຊ່ວຍດູແລເຈົ້າຖ້າຂ້ອຍກັບມາ”

ເອກຫາຍໄປປະມານ 20 ນາທີກໍ່ກັບມາພ້ອມຂອງກິນເຕັມໄປໝົດທັງນົມ,ໝາກໄມ້, ນ້ຳໝາກໄມ້ ທັງໃຫ້ຄົນເຈັບ ແລະ ຄົນປ່ວຍໄດ້ກິນ ລຸງປ້າກໍ່ມີຄວາມສຸກ ແລະ ດີໃຈກັບຫຼານສາວທີ່ມີຜູ້ຊາຍດີໆຢ່າງນາຍນ້ອຍເອກມາຄອຍຊ່ວຍຈັດການດູແລເລື່ອງທຸກຢ່າງເປັນຢ່າງດີ.

ໃນຂະນະທີ່ເອກກຳລັງປ້ອນອາຫານໃຫ້ອາລີ້ກິນພໍດີອີ່ມ ນູ່ນີ່ກໍ່ເຂົ້າມາທີ່ຫ້ອງເພື່ອຮັບນ້ອງຊາຍກັບບ້ານ ເອກໄດ້ມ້ຽນຖ້ວຍເຂົ້າປຽກໄວ້ທີ່ອ່າງລ້າງຖ້ວຍກ່ອນ ຈາກນັ້ນກໍ່ຍ່າງມາຫາຍິງຄົນຮັກແລ້ວເອີ່ຍວ່າ:

ເອກໃຊ້ມືລູບຫົວອາລີ້ເບົາໆກ່ອນເວົ້າດ້ວຍນ້ຳສຽງນຸ້ມນວນ ພ້ອມຍິ້ມເບົາໆ: “ຄືນນີ້ເຈົ້ານອນຫຼັບໃຫ້ສະບາຍ! ດຽວມື້ອື່ນຫຼັງເລີກວຽກຂ້ອຍຈະເຂົ້າມາຢູ່ເປັນເພື່ອນ”
ແລ້ວເອກກໍ່ຫັນໄປຍົກມືໄຫວ້ກາບລາປ້າກັບລຸງຂອງອາລີ້ ກ່ອນຍ່າງໄປຈັບເອົາກະເປົາເຄື່ອງແລ້ວລາກອອກຈາກຫ້ອງໄປພ້ອມກັບເອື້ອຍນູ່ນີ່ ໃນລະຫວ່າງອອກຈາກຫ້ອງສອງເອື້ອຍນ້ອງໄດ້ຍ່າງສວນທາງໝີນ້ອຍ, ໝີນ້ອຍຄິດຈະທັກທາຍແຕ່ເອກກັບນູ່ນີ່ບໍ່ໄດ້ສົນໃຈມຸ່ງໜ້າຍ່າງໄປຂ້າງໜ້າພຽງຢ່າງດຽວ

ທີ່ລົດຫຼັງຈາກເອກເອົາກະເປົາເຄື່ອງເຂົ້າກະບະລົດແລ້ວ ກໍ່ຍ່າງໄປໄຂປະຕູຝັ່ງຄົນຂັບແລ້ວບອກໃຫ້ເອື້ອຍຂອງຕົນປ່ຽນໄປນັ່ງຢູ່ເສີຍໆ ເພາະຕົວເອງຈະເປັນຄົນຂັບ ນູ່ນີ່ກໍ່ບໍ່ຂັດໃຈຈັດໃຫ້ຕາມທີ່ນ້ອງຊາຍບອກ ເອກໄດ້ຂັບລົດປ່ຽນເສັ້ນທາງ ນູ່ນີ່ກໍ່ແປກໃຈເພາະຄິດວ່າເອກຈະກັບເຮືອນໄປຫາເມຍແຕ່ນີ້ກັບຫັກພວງມະໄລລົດປ່ຽນເສັ້ນທາງມຸ່ງນ້າໄປເຮືອນແມ່ ນູ່ນີ່ຈິ່ງຖາມນ້ອງຊາຍດ້ວຍຄວາມສົງໃສ

ນູ່ນີ່: “ບໍ່ກັບເມືອນອນເຮືອນເມຍຫວາ”
ເອກ:​ “ຕ້ອງໄປພົບຄົນໜຶ່ງກ່ອນ”

ເອກຂັບລົດເຂົ້າໄປທີ່ລານຈອດລົດຂອງເຮືອນ ແລ້ວກໍ່ຟ້າວຍ່າງຕາຕັ້ງເຂົ້າໄປໃນເຮືອນດ້ວຍອາລົມໂມໂຫ ນູ່ນີ່ກໍ່ຍ່າງນຳຫລັງນ້ອງແບບຕິດໆ, ເອກເຫັນພໍ່ກັບແມ່ນັ່ງເບິ່ງໂທລະທັດທີ່ຫ້ອງຮັບແຂກ ມາດາມ ລິນດາ ແລະ ດ.ຣ ສົມບູນ ເມື່ອເຫັນລູກສາວກັບລູກຊາຍມາກໍ່ຍິ້ມທັກທາຍຕາມປົກກະຕິ ເອກຍ່າງໜ້າຂຶມສາຍຕາແຂງກະດ້າງເຂົ້າໄປໃກ້ໆແມ່ ແລະ ເລືອກສາຍຕາໄປເບິ່ງພໍ່ກ່ອນຈະເວົ້າດ້ວຍນ້ຳສຽງເຢັນຊາແຂງກະດ້າງອອກໄປວ່າ:

ເອກ: “ເອກ! ຂໍເຊີນມາດາມ ລິນດາ ສົນທະນາແບບສ່ວນຕົວກັບຂ້າພະເຈົ້າທີ່ຫ້ອງສະໝຸດຈັກ 5 ນາທີ”
ຫຼັງເວົ້າຈົບຄວາມເອກກໍ່ຍ່າງໜ້າຂຶມມຸ່ງໜ້າໄປທີ່ຫ້ອງສະໝຸດໂດຍມີນູ່ນີ້ຍ່າງນຳໄປຕິດໆ ນູ່ນີ່ສົງໃສວ່າຈະເກີດເລື່ອງບາງຢ່າງທີ່ບໍ່ດີຂຶ້ນ ຈິ່ງໄດ້ສອບຖາມນ້ອງໄປດ້ວຍຄວາມກັງວົນໃຈ
ນູ່ນີ່: “ເອກ! ເຈົ້າມີເລື່ອງຫຍັງທີ່ຈະລົມກັບແມ່ສອງຕໍ່ສອງ ແລະ ເປັນຫຍັງເຈົ້າຈິ່ງໃຊ້ວາຈາແບບນັ້ນກັບແມ່”
ເອກຕອບກັບນູ່ນີ່ດ້ວຍສີໜ້າແວວຕາ ແລະ ນ້ຳສຽງຈິງຈັງໄປວ່າ: “ເລື່ອງນີ້ບໍ່ກ່ຽວກັບເອື້ອຍນູ່ນີ່! ເຊີນເຈົ້າອອກໄປລໍຖ້າທີ່ນອກຫ້ອງ”
ມາດາມ ລິນດາ ນັ່ງໜ້ານິ້ງຄືກັບຮູ້ດີແລ້ວວ່າລູກຊາຍຕ້ອງການລົມເລື່ອງໃດກັບຕົວເອງ ຜິດຈາກ ດ.ຣ ສົມບູນ ທີ່ເຮັດສີໜ້າງົງ ແລະ ຖາມຜູ້ເປັນເມຍຢ່າງຊ້ຳໆ
ດ.ຣ ສົມບູນ: “ລິນດາ ເຈົ້າກັບລູກມີບັນຫາຫຍັງກັນ ຫຼື ບໍ່”
ມາດາມ ລິນດາ ຍິ້ມເຢັນໆໃສ່ຜູ້ເປັນຜົວກ່ອນຕອບຢ່າງໃຈເຢັນວ່າ: “ບໍ່ເລີຍ! ຂ້ອຍກັບລູກບໍ່ມີບັນຫາຫຍັງກັນ ອາດມີເລື່ອງທີ່ລູກເຂົ້າໃຈຜິດເລັກນ້ອຍເທົ່ານັ້ນເອງ”
ດ.ຣ ສົມບູນ: “ເຈົ້າພໍບອກຂ້ອຍໄດ້ບໍ່ວ່າລູກເຂົ້າໃຈເຈົ້າຜິດເລື່ອງໃດ”
ມາດາມ ລິນດາ: “ຂ້ອຍກໍ່ບໍ່ແນ່ໃຈວ່າຈະເປັນເລື່ອງທີ່ຂ້ອຍຄິດຢູ່ຫຼືບໍ່! ແຕ່ ດ.ຣ ຢ່າເປັຍກັງວົນໃຈບາງທີ່ເລື່ອງມັນອາດບໍ່ໄດ້ມີຫຍັງດັ່ງທີ່ຄິດ! ເຈົ້ານັ່ງເບິ່ງໂທລະທັດຢ່າງສະບາຍໃຈຢູ່ທີ່ຫ້ອງນີ້ດຽວຂ້ອຍຈະເຂົ້າໄປລົມກັບລູກກ່ອນ”
ມາດາມ ລິນດາ ໄດ້ຍ່າງມາທີ່ຫ້ອງຍ່າງຊ້າໆດ້ວຍອາການໃຈເຢັນດັ່ງບໍ່ມີສິ່ງໃດທີ່ຕົນຕ້ອງກັງວົນໃຈ ເມື່ອເຂົ້າໄປໃນຫ້ອງກໍ່ເຫັນລູກຊາຍຢືນເອົາແຂນທັງສອງຂ້າງໄຂ່ວຫຼັງຫັນໜ້າອອກໄປທາງປ່ອງຢ້ຽມ ຍ່າງໄປນັ່ງລົງທີ່ຕັ່ງ ແລ້ວເອີ່ຍຖາມລູກຊາຍດ້ວຍວາຈານິ້ມນວນວ່າ
ມາດາມ ລິນດາ: “ເອກ! ຕ້ອງການລົມກັບແມ່ມີເລື່ອງອັນບໍລູກ”
ເອກຫັນມາເບິ່ງແມ່ດ້ວຍສາຍຕາແຂງກະດ້າງ ບວກກັບນຳສຽງດຸດັນ: “ເມື່ອໃດແມ່ຈະເລີກເປັນຄົນຕີສອງໜ້າແບບນີ້”
ມາດາມ ລິນດາ ປ່ຽນສີໜ້າເຄັ່ງຂຶມທັນທີ: “ເຫດໃດລູກຈິ່ງກ້າເວົ້າກັບແມ່ດ້ວຍວາຈາໂຫດຮ້າຍແບບນີ້”
ເອກ: “ລູກເວົ້າພຽງເທົ່ານີ້ແມ່ກໍ່ຮູ້ສຶກບໍ່ພໍໃຈ! ແລ້ວແມ່ເຄີຍຄິດເຖິງການກະທຳຂອງຕົວເອງ ຫຼື ບໍ່! ສັ່ງຄົນໄປທຳຮ້າຍຄົນອື່ນຈົນເກືອບເຖິງແກ່ຄວາມຕາຍ ແມ່ຍັງມີຈິດສຳນຶກຄຸນນະທຳຄວາມດີຢູ່ຫຼື ບໍ່”
ມາດາມ ລິນດາ: “ຢາບຄາຍທີ່ສຸດທີ່ກ້າເວົ້າໃຫ້ແມ່ເຖິງພຽງນີ້! ທີ່ເຈົ້າມາທັງໝົດຄົງຈະໝາຍເຖິງຍິງຄົນນັ້ນໃນຂ່າວທີ່ມີໂຈນດຶງກະເປົານາງຈົນເຈັບໜັກເຂົ້າໂຮງໝໍນັ້ນແມ່ນ ຫຼື ບໍ່”
ເອກເວົ້າດ້ວຍນ້ຳຕາແຫ່ງຄວາມເສຍໃຈ: “ແມ່ເຮັດແບບນັ້ນໄປເພື່ອຫຍັງ! ແມ່ທຳຮ້າຍຄົນອື່ນໄປເພື່ອຫຍັງ”
ມາດາມ ລິນດາ: “ຖ້າແມ່ບອກວ່າແມ່ບໍ່ໄດ້ເປັນຄົນສັ່ງຄົນໄປທຳຮ້າຍນາງ ເຈົ້າຈະຍອມຮັບຟັງແມ່ ຫຼື ບໍ່”
ເອກ: “ເຊື່ອບໍ່ເຊື່ອ ຄຳຕອບນີ້ແມ່ກໍ່ຮູ້ຢູ່ແກ່ໃຈດີ”

ມາດາມ ລິນດາ ເຖິງຈະຮູ້ສຶກໂມໂຫອາລົມເສຍດັ່ງມີຄົນມາຕົບກາງໜ້າ ແຕ່ກໍ່ຍັງຮັກສາພາບພົດສະຫງົບ ນິ້ງກ່ອນຕອບໄປດ້ວຍນ້ຳສຽງໜັກແໜ້ນຜ່ານສາຍຕາທີ່ໂຫດງຽບອອກໄປວ່າ: “ໃສວ່າລູກບໍ່ໄດ້ຄິດກັບມັນເກີນເລີຍ! ຂ້ອຍຄິດຢູ່ແລ້ວວ່າທີ່ຜ່ານເຈົ້າເວົ້າຕວະຂ້ອຍ! ເຖິງຄັ້ງນີ້ຂ້ອຍຈະບອກວ່າຂ້ອຍບໍ່ໄດ້ສົ່ງຄົນໄປທຳຮ້າຍນາງເຈົ້າບໍ່ຄົງບໍ່ປັກໃຈເຊື່ອ! ເອົາເປັນວ່າເຈົ້າຈົ່ງຮັກສານາງໄວ້ໃຫ້ດີ ເພາະຕໍ່ໄປບໍ່ແນ່ວ່າຈະມີສິ່ງໃດເກີດຂຶ້ນກັບນາງອີກ ບາງເທື່ອມັນອາດຈະເປັນເລື່ອງທີ່ຮ້າຍແຮງກວ່ານີ້ກໍ່ໄດ້”

ເອກຈ້ອງໜ້າແມ່ຕາແດງກ່ຳ: “ແມ່ຢ່າຄິດແຕະຕ້ອງຕົວນາງອີກ! ຖ້າບໍ່ດັ່ງນັ້ນຢ່າຫາວ່າລູກໃຈດຳ” ເມື່ອເວົ້າສຸດຄວາມເອກກໍ່ຍ່າງອອກໄປນອກຫ້ອງສະໝຸດດ້ວຍສີໜ້າແວວຕາແດງກ່ຳ ນູ່ນີ່ຟ້າວແລ່ນເຂົ້າໄປຫາແມ່ທີ່ຫ້ອງຕົກໃຈເຫັນແມ່ເອົາມືເຂົ່າທີ່ເອິກຂ້າງຊ້າຍ ອາດເປັນເພາະຄວາມໂມໂຫໜັກຈິ່ງເຮັດໃຫ້ແມ່ຮູ້ສຶກເຈັບສຽບທີ່ຫົວໃຈ.

ເອກໄດ້ຂັບລົດຂອງນູ່ນີ່ ອອກໄປນອກເຮືອນ ຫຼັງຈາກນັ້ນບໍ່ດົນ ເອື້ອຍສອນເປັນແມ່ບ້ານເມື່ອໄດ້ຍິນເລື່ອງລາວທັງໝົດກໍ່ຟ້າວລັກໂທໄປລາຍງານເຫດການໃຫ້ກັບຢຸ້ຍເມຍຂອງນາຍນ້ອຍເອກໃຫ້ຊາບເຖິງສະຖານະການ ຫຼັງວາງສາຍເຮັດໃຫ້ຢຸ້ຍມີສຽງຫົວຢ່າງສະໃຈແທ້ ທີ່ເຫັນເອກກະວົນກະວາຍ ແລະ ໄປຜິດໃຈກັບແມ່ຍ່ານັ້ນກໍ່ຄື ມາດາມ ລິນດາ ເພາະນີ້ມັນຄືການຈູດເຊື້ອເຜິງໃນໃຈຂອງມາດາມ ລິນດາ ໃຫ້ຮູ້ສຶກກຽດຊັງໃນຕົວຂອງອາລີ້ ນີ້ຖືວ່າເຂົ້າແຜນຢືມມືສັງຫານທີ່ຢຸ້ຍວາງໄວ້ພໍດີ.

ອ່ານຍ້ອນຫຼັງຕອນທີ 23 https://www.laopost.com/2017/04/09/88456